ຍັງມີປູຊະນີຍະສະຖານຫຼາຍແຫ່ງຄວນບຸລະນະປະຕິສັງຂອນ
(ພາບ : baomoi)
|
ປະຈຸບັນ, ການແກ້ໄຂສາຍພົວພັນລະຫວ່າງເສດຖະກິດກັບວັດທະນະທຳເວົ້າລວມ ແລະ ລະຫວ່າງການອະນຸລັກຮັກສາກັບການພັດທະນາເວົ້າສະເພາະໃຫ້ດີເທົ່າທີ່່ຄວນພວມແມ່ນບັນຫາທີ່ມີລັກສະນະທົ່ວໂລກ, ໄດ້ຮັບຄວາມສົນໃຈຈາກ ທຸກໆປະເທດໃນໂລກ, ພິເສດແມ່ນສຳລັບບັນດາປະເທດພວມພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ,ໃນນັ້ນມີຫວຽດນາມ. ໃນສະພາບການດັ່ງກ່າວ, ບັນດາ ນັກຄຸ້ມຄອງ, ບັນດາຜູ້ຊ່ຽວຊານດ້ານວັດທະນະທຳຫວຽດນາມພວມມານະ ພະຍາຍາມຊອກຫາວິທີອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງປູຊະນີ ຍະສະຖານປະຫວັດສາດວັດທະນະທຳທີ່ມີຄຸນຄ່ານັບໝື່ນແຫ່ງຢູ່ຫວຽດນາມ.
ໄລ່ຮອດເດືອນ 8 ປີ 2010, ຫວຽດນາມມີປູຊະນີຍະສະຖານປະຫວັດສາດ ວັດທະນະທຳ 4 ໝື່ນແຫ່ງ, ໃນນັ້ນມີກ່ວາ 3000ແຫ່ງຖືກຈັດອັນດັບປູຊະນີ ຍະສະຖານລະດັບຊາດ ແລະ ກ່ວາ 5000ແຫ່ງຖືກຈັດອັນດັບປູຊະນີຍະສະຖານ ລະດັບແຂວງ. ຄວາມອຸດົມສົມບູນກ່ຽວກັບປະເພດປູຊະນີຍະສະຖານ ກໍຄືປະຫວັດຄວາມເປັນມາດ້ານວັດທະນະທຳມາແຕ່ດົນນານ ແລະ ມີການສືບ ທອດຂອງບັນດາປູຊະນີ ຍະສະຖານນີ້ ແມ່ນຊັບສົມບັດອັນລ້ຳຄ່າທີ່ມີຕໍ່ລຸ່ນຄົນໃນອະນາຄົດ. ໃນຫຼາຍປີທີ່ຜ່ານມາ, ຊາວຫວຽດນາມລຸ່ນຄົນຕ່າງໆໄດ້ສຸມເຫື່ອແຮງເພື່ອອະນຸລັກຮັກສາ, ບູລະນະປະຕິສັງຂອນປູຊະນີຍະສະຖານນັບໝື່ນແຫ່ງ. ແຕ່ໃນປະຈຸບັນ, ມີຈຳນວນປູຊະນີຍະສະຖານບໍ່ໜ້ອຍທີ່ມີມາແຕ່ 200-300 ປີ ພວມຖືກຊຸດໂຊມເປເພຢ່າງໜັກຍ້ອນຜົນສະທ້ອນຈາກການເວລາ, ສົງຄາມ, ການກະທົບຈາກມະນຸດ, ຄວນໄດ້ຮັບການບຸລະນະປະຕິສັງຂອນໃນທັນທີ. ແຕ່ການບຸລະນະປະຕິສັງຂອນປູຊະນີຍະສະຖານທີ່ຖືກເປເພນັ້ນ, ຈຳເປັນຕ້ອງຮັກສາວິນຍານຂອງປູຊະນີຍະສະຖານເຫຼົ່ານັ້ນໃຫ້ໄດ້. ກ່ຽວກັບສິ່ງນີ້, ທ່ານ ຫງວຽນຢ້ວານຕວນ ຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານ-ທິວທັດທຳມະຊາດ ຮ່າໂນ້ຍ ຖືວ່າ:
“ ຕາມຂ້າພະເຈົ້າແລ້ວ, ເມື່ຶອປູຊະນີຍະສະຖານແຫ່ງໜຶ່ງຖືກເພພັງແລ້ວ, ເຮົາບໍ່ສາມາດທົດແທນດ້ວຍວັດຖຸໃໝ່ໄດ້. ສຳລັບດ້ານຄຸນຄ່າທີ່ບໍ່ອາດປ່ຽນແປງນັ້ນ, ແມ່ນບໍ່ຕ້ອງປ່ຽນແປງທາງດ້ານຮູບຮ່າງ, ສະຖາປັດຕະຍະກຳ, ຂອບຂະໜາດ ແລະທີ່ຕັ້ງຂອງປູຊະນີຍະສະຖານແຫ່ງນັ້ນ. ແຕ່ສຳລັບສ່ວນນ້ອຍໆຄືກ້ອນດິນຈີ່ຖືກແຕກແລ້ວ ແມ່ນຕ້ອງທົດແທນດ້ວຍກ້ອນດິນຈີ່ອື່ນໂດຍມີຮູບແບບຄ້າຍຄືກັນ. ສ່ວນວັດຖຸຕ່າງໆທີ່ເຮົາບໍ່ສາມາດຮັກສາໄວ້ອີກນັ້ນ, ກໍຕ້ອງປ່ຽນແທນ”
ປູຊະນີຍະສະຖານປະຫວັດສາດ ວັດທະນະທຳຈຳນວນເກືອບທັງໝົດລ້ວນແຕ່ຖືກນຳເຂົ້າການຂຸດຄົ້ນຮັບໃຊ້ການທ່ອງທ່ຽວເພື່ອມີແຫຼ່ງທຶນດຳເນີນການບຸລະນະປະຕິສັງຂອນ, ຍົກລະດັບ, ອະນຸລັກຮັກສາ. ແຕ່ສິ່ງສຳຄັນກ່ວາໝູ່ແມ່ນເພື່ອໂຄສະນາ, ແນະນຳຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ, ຈິດໃຈຂອງປູຊະນີ ຍະສະຖານໃຫ້ແກ່ແຂກທ່ອງທ່ຽງທັງຢູ່ພາຍໃນ ແລະ ຕ່າງປະເທດຮັບຊາບ. ທ່ານ ດັ້ງງອກກິມ ຜູ້ອຳນວຍການສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນມ້ຽວ ກວກຕືຢ້າມ ຖືວ່າ ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງປູຊະນີ ຍະສະຖານ ຍາມໃດກໍຕ້ອງໄປຄ່ຽງຄູ່ນຳກັນ. ທ່ານກ່າວວ່າ:
“ ນອກຈາກບັນດາໜ້າທີ່ຕ້ອງເຮັດເປັນປະຈຳ ແລະ ຕໍ່ເນື່ອງໃນແຕ່ລະວັນຄື ຕ້ອນຮັບແຂກທ່ອງທ່ຽວ, ແນະນຳໃຫ້ແຂກທ່ອງທ່ຽວເຂົ້າຢ້ຽມຊົມ, ທັດສະນະສຶກສາຢູ່ເຂດປູຊະນີຍະສະຖານ, ຈັດຕັ້ງໂຄສະນາ, ແນະນຳກ່ຽວກັບຄຸນຄ່າຂອງປູຊະນີຍະສະ ຖານວັດທະນະທຳ, ວິທະຍາສາດຢູ່ ວັນມ້ຽວ ກວກຕືຢ້າມ ໃຫ້ແກ່ແຂກທ່ອງທ່ຽວ, ພວກຂ້າພະເຈົ້າຍັງປະຕິບັດວຽກງານອະນຸລັກຮັກສາ, ບຸລະນະປະຕິສັງຂອນປູຊະນີຍະສະຖານ, ທັງເປັນການກັນສະພາບຊຸດໂຊມ, ທັງເຊີດຊູ ຄວາມງາມ, ພິເສດແມ່ນການລົງທຶນບຸລະນະທັດສະນີຍະພາບ, ສິ່ງແວດລ້ອມ, ບົວລະບັດຮັກສາສວນຕົ້ນໄມ້ໃບຫຍ້າໃນບໍລິເວນຂອງເຂດປູຊະນີຍະສະຖານ ”
ອາດຈະຢືນຢັນວ່າ ການອະນຸລັກຮັກສາ, ເສີມຂະຫຍາຍບັນດາປູຊະນີຍະສະ ຖານປະຫວັດສາດ ວັດທະນະທຳ ບໍ່ພຽງແຕ່ແມ່ນໜ້າທີ່ຂອງບັນດານັກຄຸ້ມຄອງເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ຂອງທັງວົງຄະນະຍາດອີກດ້ວຍ. ສິ່ງທີ່ສຳຄັນແມ່ນພົນລະເມືອງແຕ່ລະຄົນຕ້ອງມີສະຕິ ກ່ຽວກັບຄວາມໝັ້ນຄົງຂອງປູຊະນີຍະສະ ຖານເຫຼົ່ານັ້ນ. ທ່ານດອກເຕີ ຝ້າມກ໋ວກກວນ ຜູ້ອຳນວຍການຫໍພິພິຕະພັນປະຫວັດສາດຖືວ່າ :
“ປູຊະນີຍະສະຖານຂອງບໍ່ວ່າປະເທດໃດ ແລະ ຕາມການກຳນົດທິດຂອງ ອົງການ UNESCO ແມ່ນຕ້ອງມອບໃຫ້ວົງຄະນະຍາດ ແລະ ວົງຄະນະຍາດເສີມຂະຫຍາຍປູຊະນີຍະສະຖານເຫຼົ່ານັ້ນໃຫ້ຖືກຕ້ອງ. ແຕ່ມີສະພາບເປັນຈິງອັນໜຶ່ງໃນປະຈຸບັນ, ນັ້ນແມ່ນ ປູຊະນີຍະສະຖານເຫຼົ່ານັ້ນໄດ້ຮັບຄວາມເອົາໃຈໃສ່ຈາກວົງຄະນະຍາດ, ແຕ່ໃນວຽກງານບຸລະນະປະຕິສັງຂອນກໍຄືວຽກງານເສີມຂະ ຫຍາຍຄຸນຄ່າຂອງມັນກໍຍັງມີຄວາມຈຳກັດຫຼາຍຢ່າງ, ໂດຍສະເພາະແມ່ນບັນດາປູຊະນີຍະສະຖານທີ່ກ່ຽວຂ້ອງເຖິງງານບຸນ. ຂ້າພະເຈົ້າຄິດວ່າ ຖ້າຫາກມີການຄຸ້ມຄອງຢ່າງໃກ້ຊິດ ແລະ ມີບັນດາການກຳນົດທິດ, ຊີ້ນຳເປັນຢ່າງດີນັ້ນ, ພວກເຮົາກໍຈະສາມາດແກ້ໄຂສະພາບການນີ້ໄດ້ ”
ໂດຍເປັນເອກະພາບກັບທັດສະນະດັ່ງກ່າວ, ທ່ານນາງ ຫງວຽນທິມິນຫຼີ ຮອງຫົວໜ້າກົມມໍລະດົກ-ກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວຫວຽດນາມຖືວ່າ ການ ແນະນຳໃຫ້ວົງຄະນະຍາດມີທ່າທີການປະພຶດຢ່າງແທດເໝາະເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ແມ່ນສິ່ງທີ່ຈຳເປັນທີ່ສຸດ.
“ ເຮັດໄດ້ເຊັ່ນນັ້ນ, ຈະເປັນການຮັບປະກັນວ່າ ຖ້າຫາກປະຊາຊົນມອບສິດໃຫ້ແກ່ຄົນລຸ່ນຫຼັງນັ້ນ, ບັນດາປັດໃຈພື້ນຖານຂອງ ປູຊະນີຍະສະຖານວັດທະນະທຳຍັງຄົງຕົວຢູ່. ສຳລັບບັນຫານີ້, ຂ້າພະເຈົ້າບໍ່ເວົ້າເຖິງສິ່ງທີ່ເປັນພື້ນຖານ, ນັ້ນແມ່ນການອະນຸລັກຮັກສາແບບຕາຍຕົວ, ໝາຍຄວາມວ່າ ຄົນລຸ່ນຫຼັງຕ້ອງເຮັດຄ້າຍຄືກັບຄົນລຸ່ນກ່ອນ. ຕາມຂ້າພະເຈົ້າແລ້ວ, ຄົນລຸ່ນຫຼັງຕ້ອງມີຫົວຄິດປະດິດສ້າງ, ແຕ່ຕ້ອງຮັບປະກັນຫົວຄິດປະດິດສ້າງເຫຼົ່ານັ້ນແມ່ນອີງບົນພື້ນຖານສືບທອດສິ່ງເກົ່າ ແລະ ມັນແມ່ນຫົວຄິດປະດິດສ້າງຢ່າງແທ້ຈິງ, ຫາກບໍ່ແມ່ນການລອກແບບ ”
ຕາມບັນດາຜູ້ຊ່ຽວຊານແລ້ວ, ການອະນຸລັກຮັກສາປູຊະນີຍະສະຖານ, ມໍລະດົກວັດທະນະທຳຍາມໃດກໍ່ຄວນມີການກຳນົດທິດ, ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຢ່າງເປັນລະບົບຈາກຂັ້ນລັດລົງສູ່ບັນດາຫົວໜ່ວຍວິຊາສະເພາະ ແລະ ວົງຄະນະຍາດສັງຄົມ. ການອະນຸລັກຮັກສາປູຊະນີຍະສະຖານວັດທະນະທຳ ໃນຂະບວນວິວັດພັດທະນາ ແມ່ນຈຳເປັນຕ້ອງມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ ແລະ ມີໄຫວພິບໃນການນຳໃຊ້ບັນດາຫຼັກການວິທະຍາສາດເພື່ອເລືອກເຟັ້ນເອົາວິທີແກ້ໄຂທີ່ເໝາະສົມໃຫ້ແກ່ ປູຊະນີຍະສະຖານແຕ່ລະແຫ່ງຢ່າງລະອຽດ. ຈຸດໝາຍຂອງບັນດານັກຄຸ້ມຄອງ ແລະ ບັນດາຜຸູ້ຊ່ຽວຊານດ້ານວັດທະນະທຳຢູ່ ຫວຽດນາມວາງອອກໃນປະຈຸບັນ, ນັ້ນແມ່ນສືບຕໍ່ຜູກຮັດການອະນຸລັກຮັກສາ ແລະ ເສີມຂະຫຍາຍປູຊະນີຍະສະຖານກັບການດຳລົງຊີວິດຍຸກປະຈຸບັນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການພົວພັນ ແລກປ່ຽນດ້ານວັດທະນະທຳໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.