ຫວຽດນາມ ແມ່ນປະເທດທີ່ມີພື້ນຖານວັດທະນະທຳທີ່ມີມາແຕ່ບູຮານ, ມີຫຼາຍຮູບການສິລະປະພື້ນເມືອງທີ່ມີຊື່ສຽງເຊັ່ນ: ຂັບຕ່ວງ, ຂັບແຈ່ວ, ຂັບກາຍເລືອງ… ແຕ່ເຖິງຢ່າງໃດກໍ່ຕາມ, ໂດຍຜ່ານການເວລາ ແລະ ພ້ອມກັບການພັດທະນາຂອງຫຼາຍຮູບການສິລະປະໃໝ່, ສິລະປະເວທີສະແດງບໍ່ສາມາດຮັກສາບົດບາດສຳຄັນຂອງຕົນໃນການເຄື່ອນໄຫວສິລະປະໄດ້, ຊ້ຳບໍ່ໜຳຍັງມີທ່າອ່ຽງຖືກສູນຫາຍໄປອີກ. ຕ້ອງເຮັດຫຍັງເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກສິລະປະເວທີສະແດງທີ່ເປັນມູນເຊື້ອໃນຊີວິດປະຈຸບັນໃຫ້ໄດ້, ນັ້ນບໍ່ພຽງແຕ່ແມ່ນຄວາມສົນໃຈເທົ່ານັ້ນ, ຫາກຍັງແມ່ນຄວາມເປັນຫ່ວງເປັນໃຍຂອງນັກຄົ້ນຄ້ວາວັດທະນະທຳ ກໍ່ຄືບັນດາຜູ້ນິຍົມສິລະປະທີ່ເປັນມູນເຊື້ອຂອງຫວຽດນາມຫຼາຍຄົນອີກດ້ວຍ.
ໃນຊຸມປີຜ່ານມາ, ມີນັກຄົ້ນຄ້ວາ, ນັກປະພັນຫຼາຍຄົນທີ່ມີຄວາມສຸດຈິດສຸດໃຈກັບຮູບການສິລະປະພື້ນເມືອງ ໄດ້ມີຄວາມມານະພະຍາຍາມໃນການແຕ່ງບົດລະຄອນ, ນຳເອົາຫຼາຍຫົວເລື່ອງໃນຊີວິດປະຈຸບັນ, ແລະເພີ່ມສິລະປະໃໝ່ເຂົ້າໃນບົດລະຄອນ.. ເພື່ອແນໃສ່ສ້າງຄວາມດູດດື່ມໃຫ້ແກ່ຜູ້ຊົມ… ແຕ່ຕາມການຕີລາຄາລວມແລ້ວ, ການເຄື່ອນໄຫວສິລະປະເວທີສະແດງພື້ນເມືອງໃນໄລຍະຜ່ານມາຍັງບໍ່ທັນບັນລຸປະສິດທິຜົນສູງເມື່ອ. ກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ ”ມາດຕະການອະນຸລັກຮັກສາ ແລະ ເສີມຂະຫຍາຍສິລະປະເວທີສະແດງທີ່ເປັນມູນເຊື້ອ” ເຊິ່ງຫາກໍ່ຈັດຂຶ້ນຢູ່ ຮ່າໂນ້ຍ ເມື່ອທ້າຍເດືອນ 11 ຜ່ານມາ ແມ່ນໂອກາດເພື່ອໃຫ້ນັກຄົ້ນຄ້ວາ, ນັກເຄື່ອນໄຫວໃນຂົງເຂດ ສິລະປະເວທີສະແດງທີ່ເປັນມູນເຊື້ອ ປະກອບຄວາມເຫັນຢ່າງສຸດຈິດສຸດໃຈຂອງຕົນ ເພື່ອແນໃສ່ອະນຸລັກຮັກ ສາສິ່ງຍອດຍິ່ງດ້ານສິລະປະຂອງຊາດໄວ້. ແລະສິ່ງສຳຄັນທີ່ສຸດນັ້ນແມ່ນ ”ຊອກຫາຜູ້ຊົມໃຫ້ແກ່ເວທີສະແດງທີ່ເປັນມູນເຊື້ອ, ນີ້ແມ່ນປັດໃຈເປັນຕາຍເພື່ອໃຫ້ຮູບການສິລະປະນີ້ຄົງຕົວໄວ້”. ທີ່ກອງປະຊຸມສຳມະນາ, ມີຫຼາຍຄວາມເຫັນຖືວ່າ: ເວທີສະແດງ ແມ່ນຮູບການສິລະປະສັງລວມຂອງທັງສອງປັດໃຈວັດທະນະທຳມີຮູບຮ່າງ ແລະ ວັດທະນະທຳບໍ່ມີຮູບຮ່າງ, ດັ່ງນັ້ນ ຢາກອະນຸລັກຮັກສາ ແລະເສີມຂະຫຍາຍສິລະປະເວທີສະແດງທີ່ເປັນມູນເຊື້ອນັ້ນແມ່ນຕ້ອງສູມ ໃສ່ສອງປັດໃຈດັ່ງກ່າວ. ສຳຫຼັບຈຸດພິເສດຂອງວັດທະນະທຳທີ່ມີຮູບຮ່າງຂອງເວທີສະແດງຄືເຄື່ອງນຸ່ງຖື, ໜ້າກາກ, ແຕ່ງກາຍ, ເຄື່ອງສະແດງນັ້ນ…ວິທີດີທີ່ສຸດແມ່ນຕ້ອງມີຫໍພິພິດທະພັນສິລິປະເວທີສະແດງ. ທ່ານ ຮ່າດຶກມິງ, ຜູ້ອຳນວຍການໂຮງລະຄອນແຈ່ວ ຫວຽດນາມ, ຖືວ່າ:
”ຕ້ອງມີຫໍພິພິດທະພັນເພື່ອຮັກສາບັນດາວັດຖຸພັນ, ເຄື່ອງນຸ່ງຖື, ເຄື່ອງສະແດງ, ເຄື່ອງປະດັບປະດາໃນບົດລະຄອນພື້ນເມືອງຕ່າງໆ, ນີ້ແມ່ນຄວາມຈຳເປັນທີ່ສຸດ, ຖ້າຫາກບໍ່ຮັກສາໄວ້ໄດ້, ຜ່ານການເວລາມັນຈະຖືກສູນເສຍໄປ”
ມີຫຼາຍຄວາມເຫັນທີ່ກອງປະຊຸມສຳມະນາຍັງຖືວ່າ: ໄປພ້ອມກັບການຮັກສາວັດທະນະທຳທີ່ມີຮູບຮ່າງແລ້ວ, ຍັງຕ້ອງຮັກສາວັດທະນະທຳບໍ່ມີຮູບຮ່າງຄື: ຈັ່ງຫວະ, ທຳນອງ, ວາດຟ້ອນຂອງສິລະປະແຕ່ລະປະເພດອີກ ເພື່ອເຮັດໃຫ້ສິລະປະເວທີສະແດງພັດທະນາຢ່າງຖືກທິດ. ຢາກຮັກ ສາບັນດາຄູນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດໄວ້ແມ່ນຕ້ອງມີບັນດາແຜນຮ່າງຄື: ເຊີນບັນດານັກສິນລະປິນ, ສິລະປະກຳມາສອນໃຫ້ບັນດານັກສິນລະປິນໜຸ່ມ. ຄຽງຂ້າງນັ້ນຕ້ອງຖ່າຍທຳ, ອັດສຽງບັນດາທຳນອງເພງພື້ນເມືອງທີ່ມີມາແຕ່ບູຮານ..ເພື່ອຮັກສາໄວ້ໃຫ້ລຸ້ນຕໍ່ໆໄປ. ທ່ານ ຮ່ວາງວັນຮຸ່ງ, ຮອງຜູ້ອຳນວຍການໂຮງລະຄອນ ກາຍເລືອງ ສູນກາງຖືວ່າ:
”ຂ້າພະເຈົ້າຄິດວ່າຕ້ອງມີການຊ່ວຍເຫຼືອຂອງບັນດານັກສິລະປະກຳ, ເພາະວ່າເຂົາເຈົ້າເອງຈຶ່ງມີຄວາມເຂົ້າໃຈຢ່າງລະອຽດກ່ຽວກັບສະພາບການໃນໄລຍະນັ້ນ. ຕົວຢ່າງຄື ເມື່ອສະແດງລະຄອນ ກ່ຽວງວຽດງາ, ເຂົາເຈົ້າຈະຮູ້ໄດ້ວ່າ ຕົວລະຄອນ ກ່ຽວງຽດງາ ຕ້ອງນຸ່ງຖືຄືແນວໃດ, ສະແດງຄືແນວໃດ…ທຸກສິ່ງທຸກຢ່າງແມ່ນຕ້ອງລະອຽດທີ່ສຸດ ”
ບັນຫາໜຶ່ງອີກໃນການອະນຸລັກຮັກສາ ແລະເສີມຂະຫຍາຍສິລະປະລະຄອນສະແດງທີ່ເປັນມູນເຊື້ອ ນັ້ນແມ່ນຕ້ອງສ້າງຄວາມດຶງດູດໃຫ້ແກ່ຜູ້ຊົມ, ສ້າງບັນດາສະໂມສອນສິລະປະເວທີສະແດງທີ່ເປັນມູນເຊື້ອຢູ່ໃນໂຮງຮຽນ, ສົມທົບກັບບັນດາອົງການສື່ມວນຊົນ ຈັດການເສັງຊອກຮູ້ສິລະປະປະເພດນີ້, ຈັດຕັ້ງງານປະກວດສິລິປະເວທີສະແດງທັງອາຊີບ ແລະ ສະໝັກຫຼິ້ນ ເພື່ອໃຫ້ຜູ້ຊົມມີໂອກາດສຳພັດກັບຮູບການສິລະປະເວທີສະແດງຂອງຫວຽດນາມ. ທ່ານຮ່າດຶກມິງ, ຜູ້ອຳນວຍການໂຮງລະຄອນແຈ່ວ ຫວຽດນາມ, ຖືວ່າ:
”ສິລະປະເວທີສະແດງທີ່ເປັນມູນເຊື້ອຖືກນຳເຂົ້າໂຮງຮຽນກ່ອນນີ້ເກືອບສິບປີແລ້ວ. ກົມສະແດງສິລະປະ, ຄະນະສິລະປະຂັບແຈ່ວ, ຂັບຕ່ວງທ້ອງຖີ່ນຈຳນວນໜຶ່ງກໍ່ໄດ້ປະຕິບັດວຽກງານນີ້. ອາດເວົ້າໄດ້ວ່າເລື່ອງນຳສິລະປະເວທີສະແດງເຂົ້າໃນໂຮງຮຽນນັ້ນ ແມ່ນມີຄວາມຈຳເປັນທີ່ສຸດ, ແລະຕ້ອງປະຕິບັດເປັນປະຈຳ ”
ຕາມບັນດານັກຄຸ້ມຄອງສິລະປະແລ້ວ, ໃນສະພາບການທີ່ເສດຖະ ກິດສັງຄົມພວມມີການປ່ຽນແປງຢ່າງວ່ອງໄວ ແລະ ຊີວິດທາງດ້ານສິລະປະ ວັດທະນະທຳ ພວມໄດ້ຮັບການພັດທະນານັ້ນ, ຄຽງຂ້າງເລື່ອງເພີ່ມທະວີ, ຍົກສູງຄຸນນະພາບບົດລະຄອນແລ້ວ, ບັນດາໂຮງລະຄອນກໍ່ຕ້ອງເປັນເຈົ້າການໃນການເພີ່ມທະວີວຽກງານໂຄສະນາຢ່າງກວ້າງຂວາງ ເພື່ອເຮັດໃຫ້ປະຊາຊົນເຂົ້າໃຈ ແລະ ມີຄວາມນິຍົມສິລະປະທີ່ເປັນມູນເຊື້ອ, ຈາກນັ້ນຈະເຮັດໃຫ້ຮູບການສິລະປະທີ່ເປັນມູນເຊື້ອນີ້ມີຄວາມຍື່ນຍົງຄົງຕົວໃນໄລຍະຍາວ.
ໂຕຕວັນ