(VOVWORLD) -ໃນຈຳນວນບັນດາອາຊີບຫັດຖະກຳທີ່ມີມາແຕ່ດົນນານນັ້ນ, ອາຊີບຜະລິດເຈ້ຍສາຂອງຊາວຫວຽດນາມ ແມ່ນໄດ້ມີມາກ່ອນນີ້ນັບພັນປີ ເຊິ່ງສະແດງໃຫ້ເຫັນສິ່ງທີ່ຍອດຍິ່ງ, ສີສັນວັດທະນະທຳຂອງຊາດ ຫວຽດນາມ. ອາຊີບຜະລິດເຈ້ຍສາທີ່ມີມາແຕ່ດົນນານໃນປັດຈຸບັນ ພວມຖືກສູນຫາຍໄປແລະ ຄວນໄດ້ຮັບ ການອະນຸລັກຮັກສາ ແລະ ພັດທະນາ
ເຈ້ຍສາຂຽນພະລາຊະດຳລັດ |
ຕາມປຶ້ມບັນທຶກປະຫວັດສາດແລ້ວ ອາຊີບຜະລິດເຈ້ຍສາຢູ່ ຫວຽດນາມ ໄດ້ປະກົດມີໃນສະຕະວັດທີ III ຫຼັງ ຄສ. ເມື່ອກ່ອນນີ້ ຫວຽດນາມ ມີໝູ່ບ້ານຜະລິດເຈ້ຍສາທີ່ມີຊື່ສຽງເຊັ່ນ ໝູ່ບ້ານຊວນເຢືອງໂອ, ໝູ່ບ້ານດົງກາວ ໃນແຂວງ ບັກນິງ, ໝູ່ບ້ານມາຍຈື໋ ທີ່ແຂວງ ແທັງຮວ໊າ, ໝູ່ບ້ານຖຸກກໍ່ ທີ່ແຂວງ ຮວ່າບິ່ງ ແລະ ອື່ນໆ. ຢູ່ ຮ່າໂນ້ຍ ກໍ່ມີໜູ່ບ້ານຕ່າງໆທີ່ຜະລິດສະເພາະແຕ່ເຈ້ຍເພື່ອຂຽນ ແລະ ພິມຄື ໝູ່ບ້ານໂຮ່ເຄົ໋າ ແລະ ດົງສາ ເຄີຍຜະລິດເຈ້ຍດ້ວຍຂະໜາດໃຫຍ່ກວ່າເພື່ອໃຊ້ໃນການພິມພາບພື້ນເມືອງ, ຢູ່ເຂດ ກວນຮວາ, ອຽນຮວາ ກໍ່ຜະລິດເຈ້ຍ, ໝູ່ບ້ານ ໂຮ່ເຄົ໋າ ກໍ່ຜະລິດເຈ້ຍສາ… ເຈ້ຍສາເມື່ອກ່ອນນີ້ເຄີຍຖືກນຳໃຊ້ໃນຊີວິດປະຈຳວັນ. ເຈ້ຍສາຖືກໃຊ້ເພື່ອຂຽນໜັງສື, ຄຳກອນ, ຄຳພະຫຍາ, ແຕ້ມພາບບູຊາ, ພາບພື້ນເມືອງ ຫຼື ຂຽນຄຳພີ… ໃນທຸກວັນນີ້ການພັດທະນາຂອງເຈ້ຍອຸດສາຫະກຳ ໄດ້ຂະຫຍາຍຕົວຢ່າງແຂງແຮງອັນໄດ້ເຮັດໃຫ້ການຜະລິດເຈ້ຍສາຖືກສູນຫາຍໄປ . ປັດຈຸບັນ, ບໍລິເວນນຳໃຊ້ເຈ້ຍສາຖືກຮັດແຄບ ແລະ ບໍ່ມີຫຼາຍຮູບຫຼາຍແບບຄືເມື່ອກ່ອນນີ້, ເຈ້ຍສາຖືກນຳໃຊ້ໃນຂົງເຂດວິຈິດຕະກຳ, ແຕ້ມຕົວໜັງສື… ຈິດຕະກອນ ຫງວຽນແມັ້ງດຶກ ໃຫ້ຮູ້ວ່າ:
“ເຈ້ຍສາມີຄຸນຄ່າທາງດ້ານສິລະປະສູງ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກວົງການຈິດຕະກອນ. ເຈ້ຍສາເມື່ອໄດ້ນຳໃຊ້ໃນການແຕ້ມກໍ່ມີຄວາມງາມຫຼາຍກວ່າ ເມື່ອທຽບໃສ່ການແຕ້ມໃນຜ້າໄໝ. ລູກຄ້າກໍ່ມີຄວາມນິຍົມຊົມຊອບເຈ້ຍສາທີ່ສຸດ ເພາະວ່າມັນມີຄວາມແຕກຕ່າງກັນຫຼາຍເມື່ອທຽບໃສ່ພາບຜ້າໄໝ. ຜູ້ຜະລິດເຈ້ຍສາ ກໍ່ຕ້ອງການມີຕະຫຼາດຈຳໜ່າຍ, ຖ້າບໍ່ດັ່ງນັ້ນຈະຖືກສູນຫາຍໄປໂດຍໄວ. ຂະແໜງຜະລິດເຈ້ຍສາ ຕ້ອງການໄດ້ຮັບຄວາມເອົາໃຈໃສ່ຈາກບັນດາອົງການ ສຳນັກງານຂອງລັດ ບັນດານັກວິທະຍາສາດ, ບັນດາຜູ້ເຮັດວຽກງານສິລະປະກຳ, ແລ້ວກໍ່ຕ້ອງມີການສົມທົບກັນ ລະຫວ່າງອາຊີບດ້ວຍກັນ. ຊ້ຳບໍ່ໜຳພວກເຮົາກໍ່ຕ້ອງສ້າງເຕັກໂນໂລຊີ ໃນການຜະລິດເຈ້ຍສາຈຶ່ງຈະສາມາດຄອງຕະຫຼາດໄດ້”.
ເຈ້ຍສາແມ່ນເຈ້ຍຊະນິດໜຶ່ງ ໄດ້ຮັບການຜະລິດຈາກເປືອກຂອງຕົ້ນສາ, ຕາມຂັ້ນຕອນແບບຫັດຖະກຳຫຼາຍຂັ້ນຕອນ ແລະ ໄດ້ຮັບການສືບທອດກັນມາຜ່ານຫຼາຍລຸ້ນຄົນໃນໝູ່ບ້ານອາຊີບຢູ່ ຫວຽດນາມ. ເພື່ອໃຫ້ຂະແໜງຜະລິດເຈ້ຍສາຂະຫຍາຍຕົວໄດ້ ກໍ່ແມ່ນບັນຫາໃຫຍ່, ໃນນັ້ນສຳຄັນທີ່ສຸດຍັງຄົງແມ່ນການຊອກຫາຕະຫຼາດຈຳໜ່າຍໄດ້. ທີ່ຈິງແລ້ວໃນປັດຈຸບັນ ມີຫຼາຍຄົນກໍ່ຕ້ອງປະລະອາຊີບນີ້, ໄປທຳມາຫາກິນໂດຍອາຊີບອື່ນ ເພາະວ່າຜະລິດຕະພັນເຈ້ຍສາເມື່ອຜະລິດອອກກໍ່ຂາຍໄດ້ໜ້ອຍທີ່ສຸດ. ເຖິງຢ່າງໃດກໍ່ຕາມໃນມໍ່ໆມານີ້, ເຈ້ຍສາໄດ້ເລີ່ມຖືກນຳໃຊ້ຢູ່ຫຼາຍແຫ່ງ. ມີຫຼາຍໝູ່ບ້ານອາຊີບຫັດຖະກຳຍັງຄົງຮັກສາ ແລະ ພັດທະນາອາຊີບນີ້. ນາງ ໂງທູຮວ່ຽນ ຢູ່ໝູ່ບ້ານຜະລິດເຈ້ຍສາ ເຢືອງໂອ ແຂວງ ບັກນິງ ເວົ້າວ່າ:
“ເມື່ອກ່ອນນີ້, ອາຊີບໄດ້ພັດທະນາດີທີ່ສຸດ ຍ້ອນວ່າເຈ້ຍສາຖືກນຳໃຊ້ຢ່າງກວ້າງຂວາງໃນຊີວິດສັງຄົມ. ປັດຈຸບັນທຸກຄົນບໍ່ເຄີຍນຳໃຊ້ເຈ້ຍສາເພື່ອຂຽນ ໃນແຕ່ລະວັນ. ບັນຫາທີ່ວາງອອກແມ່ນຕ້ອງເຮັດແນວໃດ ຈະເພີ່ມການນຳໃຊ້ຂອງເຈ້ຍສາ. ປັດຈຸບັນ, ຄອບຄົວພວມສະໜອງເຈ້ຍສາ ໃຫ້ແກ່ບາງອົງການທີ່ຂຶ້ນກັບກອງທັບ, ອົງການຮັກສາສຳເນົາຂອງລັດ, ໃຫ້ແກ່ໄວໜຸ່ມຍ້ອນວ່າບັນດາເພື່ອນກໍ່ຊົມຊອບການນຳໃຊ້ເຈ້ຍສາ ເພື່ອຂຽນຕົວໜັງສື, ແຕ້ມພາບ. ບັນດາຂັ້ນຕອນຜະລິດເຈ້ຍສາໃນປັດຈຸບັນ ກໍ່ມີຄວາມແຕກຕ່າງກັບເມື່ອກ່ອນ, ມີບາງຂັ້ນຕອນກໍ່ເຮັດດ້ວຍເຄື່ອງຈັກ ເພື່ອທົດແທນແຮງຄົນ, ປະຢັດເວລາ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ”.
ໃນຈຳນວນເຈ້ຍຊະນິດຕ່າງໆນັ້ນ,ພິເສດກ່ວາໝູ່ແມ່ນເຈ້ຍສາຂຽນ ພະລາ ຊະດຳລັດ. ເຈ້ຍສາຫວຽດນາມ ແມ່ນມີຄຸນນະພາບດີ ແລະ ມີຄວາມທົນທານສູງເມື່ອທຽບໃສ່ເຈ້ຍຊະນິດອື່ນໆ ຊຶ່ງອາດຈະນຳໃຊ້ໄດ້ເຖິງ 700 ປີ ໃນຂະນະທີ່ເຈ້ຍສາຂອງບັນດາປະເທດຄື ຍີ່ປຸ່ນ, ຈີນ, ສ ເກົາຫຼີ ພຽງແຕ່ສາມາດນຳໃຊ້ໄດ້ປະມານ 400 ປີເທົ່ານັ້ນ. ເມື່ອກ່ອນນີ້, ວົງຕະກຸນລ້າຍຢູ່ບ້ານຈຸງຍາ, ຮ່າໂນ້ຍ ແມ່ນສະຖານທີ່ພຽງແຫ່ງດຽວຢູ່ ຫວຽດນາມ ເຊິ່ງບັນດາລາດຊະວົງໃນສະໄໝກ່ອນໄດ້ອະນຸຍາດໃຫ້ມີສິດຜູກຂາດ ໃນການຜະລິດເຈ້ຍສາ. ປັດຈຸບັນການຜະລິດເຈ້ຍສາຢູ່ໝູ່ບ້ານ ກໍ່ໄດ້ຖືກສູນຫາຍໄປ ຍ້ອນບັນດານາຍຊ່າງທີ່ມີຄວາມເກັ່ງກ້າສາມາດ ກໍ່ໄດ້ເຖິງແກ່ມໍລະນະກຳເກືອບທັງໝົດ. ທ່ານ ລ້າຍຟູ້ແທັກ ຢູ່ບ້ານຈຸງຍາ ຕາແສງ ເຫງຍໂດ ເມືອງ ເກົ່າເຢິຍ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ປັດຈຸບັນເຈ້ຍສາບໍ່ຖືກຜະລິດອີກແລ້ວ, ແຕ່ຄອບຄົວພວກຂ້າພະເຈົ້າກໍ່ຍັງຮັກສາເຕັກນິກ ເພື່ອຜະລິດເຈ້ຍຊະນິດນີ້. ກ່ອນນີ້ປະມານ 10 ປີກໍ່ມີບາງຄົນມາຊອກຮູ້ກ່ຽວກັບເຈ້ຍສາ ເພື່ອຂຽນພະລາຊະດຳລັດ, ເຂົາເຈົ້າກໍ່ໄດ້ມາຕັ້ງບັນຫາກັບພວກຂ້າພະເຈົ້າ. ຄາວນັ້ນພໍ່ຂອງຂ້າພະເຈົ້າຍັງຮັກສາທາງດ້ານເຕັກນິກໄດ້ ດັ່ງນັ້ນກໍ່ໄດ້ຜະລິດເຈ້ຍສາຊະນິດນີ້ ແລະ ໄດ້ຖ່າຍທອດໃຫ້ແກ່ພວກຂ້າພະເຈົ້າ”.
ເຈ້ຍສາໄດ້ມີຄວາມຜູກພັນກັບຊີວິດຂອງຊາວຫວຽດນາມເມື່ອກ່ອນນີ້, ນີ້ກໍ່ແມ່ນວັດຖຸເພື່ອເກັບຮັກສາ ແລະ ຖ່າຍທອດບັນດາຄຸນຄ່າທາງດ້ານວັດທະນະທຳປະຫວັດສາດ ທີ່ມີມາແຕ່ນັບພັນປີ. ທ່າແຮງຂອງບັນດາຜະລິດຕະພັນເຈ້ຍສາແມ່ນຄວາມເປັນເອກະລັກ ແລະ ຄວາມງາມ. ຜະລິດຕະພັນເຈ້ຍສານີ້ ກໍ່ໄດ້ເລີ່ມມີທີ່ຕັ້ງໃນທ້ອງຕະຫຼາດ ແລະ ຄ່ອຍມີຊື່ສຽງໃນວັດທະນະທຳພື້ນເມືອງຂອງຊາວຫວຽດນາມ ແລະ ກ້າວໄປເຖິງການຜະລິດເພື່ອສົ່ງອອກ.