ການເຫຼື້ອມໃສບູຊາພະແມ່ມີມາແຕ່ດົນນານຂອງຊາວຫວຽດນາມ
|
ໂດຍເປັນການເຫຼືອມໃສພື້ນເມືອງຂອງຊາວຫວຽດນາມ ແລະ ມີມາແຕ່ດົນນານ ສາມາດຫັນປ່ຽນກັບການປ່ຽນແປງຂອງສັງຄົມ, ການເຫຼື້ອມໃສບູຊາພະແມ່ໄດ້ກຳເນີດຂຶ້ນຈາກການດຳລົງຊີວິດທີິ່ຕ້ອງທຳການຕໍ່ສູ້ກັບທຳມະຊາດທີ່ຮ້າຍແຮງ, ການສວຍໃຊ້ອຳນາດບີບບັງຄັບ ແລະ ສັດຕູພາຍນອກເຂົ້າມາຮຸກຮານ. ຍ້ອນເຫດນີ້ເອງ, ການເຫຼື້ອມໃສບູຊາພະແມ່ໄດ້ຕິດພັນແບບທຳມະຊາດກັບຊາວຜູ້ອອກແຮງງານ. ນັບແຕ່ພັນປີມານີ້, ການເຫຼື້ອມໃສບູຊາພະແມ່ໄດ້ມີພະລັງຊີວິດຍືນຍົງຄົງຕົວໃນຊີວິດທາງດ້ານຈິດໃຈຂອງປະຊາຊົນ.
ນັບແຕ່ໃດໆມາ, ຊາວຫວຽດນາມສ່ວນຫຼວງຫຼາຍທຳການຜະລິດກະສິກຳປູກເຂົ້າຢູ່ເຂດຊົນຮ້ອນ ລົມມໍລະສູນ, ດັ່ງນັ້ນ, ການດຳລົງຊີວິດອາໄສທຳມະຊາດເປັນຕົ້ນຕໍ. ຊາວຫວຽດນາມເຄີຍມີປະເພນີເຄົາລົບນັບຖືບູຊາເຈົ້າທໍລະນີ, ເຈົ້ານາ, ເຈົ້ານ້ຳຊຶ່ງລ້ວນແຕ່ມີລັກສະນະໃຫ້ກຳເນິີດ, ປົກປິດ, ອຸ້ມຊູຊ່ວຍເຫຼືອມະນຸດ, ມັນປຽບເໝືອເປັນພະແມ່. ຕາມສາດສະດາຈານ ໂງດຶກທິ້ງ ຜູ້ອຳນວຍການສູນຄົ້ນຄ້ວາ ແລະ ອະນຸລັກວັດທະນະທຳການເຫຼື້ອມໃສຫວຽດນາມແລ້ວ, ໂດຍຜ່ານ ການເຫຼື້ອມໃສບູຊາພະແມ່, ນັບແຕ່ປາງກ່ອນ, ຊາວຫວຽດນາມໄດ້ມີຄວາມສຳນຶກຖືທຳມະຊາດເປັນແມ່ຂອງຕົນ. ແມ່ເປັນຜູ້ປົກປິດ, ອຸ້ມຊູຊ່ວຍເຫຼືອພວກລູກເຕົ້າຂອງຕົນ. ເມື່ອປະສົບກັບຄວາມຫຍຸ້ງຍາກ ກໍຂໍຄວາມຊ່ວຍເຫຼືອຈາກແມ່. ເພາະສະນັ້ນ, ຈຸດທີ່ເປັນເອກະລັກສະເພາະຂອງການເຫຼື້ອມໃສນີ້ ກໍແມ່ນຄວາມສຳນຶກກ່ຽວກັບຊິວິດປະຈຸບັນ. ສາດສະດາຈານ ໂງດຶກທິ້ງ ຜູ້ອຳນວຍການສູນຄົ້ນຄ້ວາ ແລະ ອະນຸລັກວັດທະນະທຳການເຫຼື້ອມໃສຫວຽດນາມ ໃຫ້ຮູ້ວ່າ :
“ການເຫຼື້ອມໃສບູຊາພະແມ່ ໄດ້ກຳນົດຄວາມສຳນຶກບູຊາພະແມ່ຂອງຊາວຫວຽດນາມ. ການເຫຼື້ອມໃສບູຊາພະແມ່ບໍ່ເອົາໃຈໃສ່ເຖິງໂລກມະນຸດພາຍຫຼັງທີ່ໄດ້ເສຍຊີວິດແລ້ວ, ຫາກເອົາໃຈໃສ່ເຖິງຊີວິດປະຈຸບັນດ້ວຍຄວາງຫວັງ 3 ຢ່າງເຊັ່ນ: ບຸນ - ໂຊກລາບ - ອາຍຸຍືນ ໝາຍເຖິງມະນຸດມີຊີວິດດ້ວຍສຸຂະພາບເຂັ້ມແຂງ, ມີຄວາມອີ່ມໜຳສຳລານ ແລະ ຜາສຸກ. ນັ້ນແມ່ນຄວາມສຳນຶກໃນການດຳລົງຊີວິດຂອງຊາວຫວຽດນາມຜ່ານການເຫຼື້ອມໃສນິ້ີ້ ”
ສ່ວນທ່ານ ຫງວຽນຕ້ຽນຢຸງ ນັກວິຊາການຄົ້ນຄ້ວາສັງກັດ ສູນວັດທະນະທຳເຫຼື້ອມໃສຫວຽດນາມຖືວ່າ:
“ ມູນເຊື້ອຂອງຊາວຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ, ຍາມໃດກໍເຄົາລົບນັບຖືພະແມ່. ແມ່ແມ່ນທີ່ດິນ. ແມ່ເປັນສັນຍາລັກຂອງຄວາມໃຈດີ, ສະບາຍ, ແມ່ນຜູ້ປົກປິດອຸ້ມຊູຊ່ວຍເຫຼືອ, ເບິ່ງແຍງລ້ຽງດູ. ເພາະສະນັ້ນ, ຮູບພາບຂອງຜູ້ເປັນແມ່ໄດ້ຊຶມເລິກເຂົ້າສູ່ຄຳກອນ, ບົດເພງ, ສຽງກອມລູກ ຊຶ່ງລ້ວນແຕ່ຍ້ອງສັັນລະເສີນຮູບພາບຜູູ້ເປັນແມ່ ທີ່ມີຄຸນງາມຄວາມດີຕໍ່ກັບປະຊາຊົນ ແລະ ປະເທດຊາດ ”
ຈຸດຄວາມງາມດ້ານວັດທະນະທຳມະນຸດ ແລະ ວັດທະນະທຳຂອງປະເພນີການເຫຼື້ອມໃສບູຊາພະແມ່, ກໍສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຫຼັກສິນທຳກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ເຊີດຊູບັນດານັກວິລະຊົນແຫ່ງຊາດທີ່ ມີຄຸນງາມຄວາມດີຕໍ່ກັບປະຊາຊົນ ແລະ ປະເທດຊາດ. ສິ່ງນີ້ໄດ້ສະແດງອອກຢ່າງມີຊີວິດຊີວາຜ່ານບັນດາບຸກຄົນຊັ້ນເຈົ້າເສນາອາມາດໃນຫໍບູຊາເຈົ້າແມ່. ສາດສະດາຈານ ໂງດຶກທິ້ງ ຜູ້ອຳນວຍການສູນຄົ້ນຄ້ວາ ແລະ ອະນຸລັກວັດທະນະທຳການເຫຼື້ອມໃສຫວຽດນາມ ໃຫ້ຮູ້ວ່າ :
“ ໃນການເຫຼື້ອມໃສ, ທຸກໆຄົນຕ່າງກໍເຫັນແຈ້ງມູນເຊື້ອຫຼັກສິນທຳກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ຮູ້ບຸນຄຸນຕໍ່ບັນພະບຸລຸດ, ບັນດານັກວິລະຊົນແຫ່ງຊາດ. ນີ້ແມ່ນລັດທິຮັກຊາດຊຶ່ງໄດ້ຊຶມເລິກເຂົ້າໃນການເຄື່ອນໄຫວເຫຼື້ອມໃສ. ຍ້ອນການເຫຼື້ອມໃສບູຊາພະແມ່ນີ້ເອງ ໄດ້ເຊີດຊູລັດທິຮັກຊາດຫວຽດນາມຂຶ້ນສູ່ລະດັບຈິດວິນຍານ”
ໃນການເຫຼື້ອມໃສບູຊາພະແມ່ ໄດ້ສະແດງໃຫ້ເຫັນຄຸນຄ່າດ້ານວັດທະນະທຳສິລະປະສູງທີ່ສຸດໃນພິທີເຂົ້າຊົງ. ຜ່ານພິທີນີ້, ດ້ວຍບັນດາແບບວິທີການສະແດງຄືຂັບຮ້ອງ, ຟ້ອນ…ໄດ້ສົ່ງສານກ່ຽວກັບນ້ຳໃຈສາມັກຄີ, ສະຕິວົງຄະນະຍາດຂອງການເຫຼື້ອມໃສນີ້. ສາດສະດາຈານ ໂງດຶກທິ້ງ ຜູ້ອຳນວຍການສູນຄົ້ນຄ້ວາ ແລະ ອະນຸລັກວັດທະນະທຳການເຫຼື້ອມໃສຫວຽດນາມຖືວ່າ :
“ການເຫຼື້ອມໃສບູຊາພະແມ່ ແມ່ນສະແດງໃຫ້ເຫັນຄວາມປອງດອງວັດທະນະທຳຂອງຊາດ. ນິ້ີ້ແມ່ນການເຫຼື້ອມໃສຂອງຊາວຫວຽດນາມ, ແຕ່ພັດເຫັນໂສ້ມໜ້າດ້ານວັດທະນະທຳຂອງຊາດອື່ນໆ. ເພາະສະນັ້ນ, ຊາວຫວຽດນາມມີປະເພນີບູຊາຄືດັ່ງປະເພນີຂອງຊາດອື່ນໆ. ນີ້ແມ່ນຮູບການວັດທະນະທຳມີສີສັນຫຼາກຫຼາຍ”
ການເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມ ໄດ້ກຳເນີດຂຶ້ນຈາກວັດທະນະທຳຂອງຊາວຫວຽດນາມ, ຍືນຍົງຄົງຕົວໃນຊີວິດດ້ານຈິດວິນຍານນັບພັນປີມານີ້ດ້ວຍຄວາມດູດດຶ່ມເປັນເອກະລັກສະເພາະ. ການເຫຼື້ອມໃສບູຊາພະແມ່ມີຄວາມກົມກືນລະຫວ່າງປັດໄຈຈິດວິນຍານກັບປັດໄຈສິລະປະ ຊຶ່ງແມ່ນຮູບການສະແດງພື້ນເມືອງທີ່ເປັນເອກະລັກສະເພາະ, ນຳມາເຊິ່ງຄວາມເຊື່ອໝັ້ນ ແລະ ແຫຼ່ງອາລົມໃຫ້ແກ່ຜູ້ເຂົ້າຮ່ວມ. ຜ່ານບັນດາໄລຍະປະຫວັດສາດ, ການເຫຼື້ອມໃສບູຊາພະແມ່ພ້ອມກັບການເຫຼື້ອມໃສ, ສາສະໜາອື່ນ, ຮ່ວມເດີນທາງໃນຊີວິດດ້ານຈິດໃຈຂອງຊາວຜູ້ອອກແຮງງານ .