ໝາກຮຸກຄົນ, ທີ່ຈິງແລ້ວແມ່ນກິລາປະເພດໝາກຮຸກໂດຍມະນຸດສວມບົດບັນດາໂຕໝາກຮຸກ. ໂດຍມີຄວາມແຕກຕ່າງກັບການຫຼິ້ນໝາກຮຸກດ້ວຍບັນດາໂຕ ໝາກຮຸກຖືກເຮັດດ້ວຍງາຊ້າງ, ເຂົາຄວາຍຫຼືເຮັດດ້ວຍໄມ້ທີ່ບໍ່ມີສະຕິອິນຊີນັ້ນ, ການຫຼິ້ນໝາກຮຸກຄົນທີ່ດູດດື່ມ ແລະ ມີຊີວິດຊີວາກ່ວາ ເພາະມັນແມ່ນການແຂ່ງຂັນກັນດ້ານສະຕິປັນຍາ, ຄວາມເກ່ັງກ້າສາມາດໃນການສູ້ຮົບດ້ວຍໂຕໝາກຮຸກເປັນຄົນແທ້. ທີ່ແຂວງ ບິງດິ້ງ, ກິລາປະເພດໝາກຮຸກຄົນໄດ້ກາຍເປັນ ການເຄື່ອນໄຫວທີ່ຂາດບໍ່ໄດ້ ໃນຍາມຕົ້ນລະດູບານໃໝ່.
ເທດສະບານ ອານເຍີນ ບໍ່ພຽງແຕ່ມີຊື່ສຽງຍ້ອນເປັນແຫ່ງມີມະໂມສອນມວຍພື້ນເມືອງຫຼາຍແຫ່ງເທົ່ານັ້ນ, ຫາກຍັງມີຊື່ສຽງຍ້ອນເປັນແຫ່ງໄດ້ໃຫ້ກຳເນີດບັນດານັກກິລາໝາກຮຸກທີ່ດີເດັ່ນໃຫ້ແຂວງບີງດິ້ງອີກດ້ວຍ. ບຸນແຂ່ງຂັນໝາກຮຸກຄົນ ເຄີຍຖືກຊາວ ອານເຍີນ ຈັດຕັ້ງໃນວັນທີ 5 ແລະ ທີ 6 ເດືອນຈຽງໂດຍໄລຕາມຈັນທະປະຕິທິນ.
ການຫຼິ້ນໝາກຮຸກຄົນຖືກຈັດຂຶ້ນໃນເດີນກ້ວາງ ໃນທ່າມກາງສຽງຄ້ອງ ປະສານກັບສຽງເຊຍດັ່ງກ້ອງກັງວານໄປທົ່ວເຂດ. ອ້າຍບາວໃນຊຸດອາພອນເຄື່ອງແບບພົນທະຫານສີຂຽວ ພວມສະແດງຈັ່ງຫວະຫຼີກຈາກການບຸກຕີຂອງນາງສາວນຸງຊຸດອາພອນເຄື່ອງແບບພົນທະຫານສີແດງ. ຢູ່ອ້ອມເດີນ, ຊາວບ້ານພວມນັ່ງ ແລະ ຢືນຊົມການຫຼິ້ນໝາກຮຸກຄົນ ຕ່າງກໍສະແດງຄວາມນິຍົມຊົມຊອບຕໍ່ການສະແດງຕີມວຍທີ່ງາມຕາ.
ໃນການແຂ່ງຂັນໝາກຮຸກຄົນ, ພາຍຫຼັງແຕ່ລະບາດກ້າວເດີນຂອງຜູ້ສວມບົດໂຕໝາກຮຸກ, ຄົນຜູ້ນັ້ນກໍຕ້ອງຂັບກາບກອນຄຳໜຶ່ງຫຼືຂັບລຳວັກໜຶ່ງ. ແຕ່ສຳລັບບັນດານັດແຂ່ງຂັນທີ່ສຳຄັນ, ຜູ້ບັນຊາການແຂ່ງຂັນຂອງ 2 ຝ່າຍ ກໍແມ່ນຜູ້ສວມບົດເປັນຂຸນເອງ. ທ້າວ ກວາງຊຶ່ງແມ່ນຜູ້ນິຍົມໝາກຮຸກຄົນ ອະທິບາຍວ່າ :
“ ວິທີການສະແດງຂອງໂຕໝາກຮຸກຂຸນ ແມ່ນຕ້ອງມີຫຼາຍຮູບຫຼາຍສີ. ຖ້າຫາກກ້າວໄປສັງຫານສັດຕູນັ້ນ, ຈັ່ງຫວະຖອດດາບແມ່ນຕ້ອງແຮງກ້າ, ສຽງກອງຕ້ອງດັ່ງຂຶ້ນ ແລະ ທຸງຕ້ອງຍົກສູງຂຶ້ນ. ຖ້າຫາກຖືກປິດລ້ອມເພື່ອຈະຈັບຕົວ, ໂຕໝາກຮຸກຕ້ອງສະແດງໃຫ້ເຫັນທ່າທີຢ້ານກົວຢາກຫຼົບໜີ. ແລ້ວກໍຕ້ອງອີງຕາມສະພາບການຮົບ, ຖືກປະລາໄຊຫຼືຍາດໄດ້ໄຊຊະນະເພື່ອສະແດງທ່າທີ, ຈັ່ງຫວະການສະແດງ”
ປີໃດກໍເຊັ່ນດຽວກັນ, ຮອດຍາມຕົ້ນລະດູບານໃໝ່, ຄູຝຶກມວຍ ມິງຮ່ວາງ, ຜູ້ຮັບຜິດຊອບສະໂມສອນມວຍ ມິງຢາກວຽນ ຢູ່ຮ່າໂນ້ຍ ກໍລົງໄປ ອານເຍີນ ເພື່ອຮັບຊົມການແຂ່ງຂັນໝາກຮຸກຄົນ. ອ້າຍຮ່ວາງມາຊົມ ການແຂ່ງຂັນໝາກຮຸກຄົນ ແມ່ນບໍ່ພຽງແຕ່ຍ້ອນມີຄວາມຊົມຊອບການຫຼິ້ນໝາກຮຸກເທົ່ານັ້ນ, ຫາກຍັງຍ້ອນມີບັນດາສິ່ງຍອດຍິ່ງດ້ານກິລາມວຍພື້ນເມືອງໃນການຫຼິ້ນໝາກຮຸກຄົນອີກດ້ວຍ. ຄູຝຶກມວຍ ມິງຮ່ວາງ ໃຫ້ຮູ້ວ່າ ໂຕໝາກຮຸກ ມີ 7 ປະເພດເຊັ່ນ: ຂຸນ, ເສນາ, ຊ້າງ, ກວຽນ, ປືນໃຫຍ່, ມ້າ ແລະ ພົນທະຫານ. ໝາກຮຸກແຕ່ລະໂຕ ກໍມີແບບວິທີເຄື່ອນຍ້າຍສະເພາະຂອງໃຜຂອງມັນ. ຄູຝຶກມວຍ ມິງຮ່ວາງ ໃຫ້ຮູ້ວ່າ :
“ ການສະແດງມວຍໃນການແຂ່ງຂັນ ໝາກຮຸກຄົນ ແມ່ນໄດ້ຮັບການຄົ້ນຄ້ວາ ແລະ ຝຶກແອບເປັນບົດ, ເປັນຈັ່ງຫວະ. ໃນຈຳນວນໂຕໝາກຮຸກ 7 ປະເພດນັ້ນ, ເວັ້ນເສຍແຕ່ ຂຸນ, ເສນາ ແລະ ຊ້າງເທົ່ານັ້ນ ແມ່ນບໍ່ສາມາດຂ້າມແມ່ນ້ຳ (ໝາຍເຖິງເສັ້ນຂີດຂັ້ນຊາຍແດນລະຫວ່າງ 2 ຝ່າຍ) , ສ່ວນ ໂຕໝາກຮຸກປະເພດທີ່ຍັງເຫຼືອແມ່ນສາມາດຂ້າມແມ່ນ້ຳໄດ້, ແຕ່ລະໂຕໝາກຮຸກຕາ່ງກໍມີການສະແດງມວຍດ້ວຍຈັ່ງຫວະ, ບາດເຄື່ອນຍ້າຍຕ່າງຫາກ, ຂອງໃຜຂອງມັນໂດຍອີງຕາມສະພາບການຮົບ ”
ການແຂ່ງຂັນ ໝາກຮຸກຄົນແມ່ນການປະສານສົມທົບລະຫວ່າງປັດໄຈພື້ນເມືອງ, ພູມປັນຍາ ແລະ ກິລາມວຍ. ກິລາປະເພດນີ້ ບໍ່ພຽງແຕ່ດຶງດູດໃຈຜູ້ໃຫຍ່ເທ່ົານັ້ນ, ຫາກຍັງດຶງດູດໃຈເດັກນ້ອຍຍ້ອນການສະແດງຕີມວຍທີ່ງາມຕາອີກດ້ວຍ. ຫຼານ ມິງແອງ ອາຍຸພຽງ 8 ປີ ຊຶ່ງລູກຊາຍຂອງ ຄູຝຶກມວຍ ມິງຮ່ວາງ ເວົ້າວ່າ :
“ ຫຼານໄດ້ຮັບຟັງບົດເພງກ່ຽວກັບ 2 ພະນາງຈຶງຂີ່ຊ້າງຕີສັດຕູ. ຫຼານຢາກໃຫ້ພໍ່ ສອນມວຍໃຫ້ຫຼານ ເພື່ອຮອດເວລາໃຫຍ່ຂຶ້ນ ຈະເຂົ້າຮ່ວມການຕີມວຍໃນການ ແຂ່ງຂັນໝາກຮຸກຄົນ”
ການ ແຂ່ງຂັນໝາກຮຸກຄົນໃນຍາມຕົ້ນລະດູບານໃໝ່ໄດ້ເປັນການເຊີດຊູບັນດາຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດດິນ ອານເຍີນ, ທັງເຮັດໃຫ້ປະຊາຊົນຢູ່ແຫ່ງນີ້ເພີ່ມຄວາມຊົມຊອບກິລາປະເພດພື້ນເມືອງຂອງທ້ອງຖິ່ນ. ນີ້ກໍແມ່ນວິທີທີ່ດີເພື່ອອະນຸລັກຮັກສາ ແລະ ຂະຫຍາຍຂະບວນການແຂ່ງຂັນໝາກຮຸກ ແລະ ກິລາມວຍໃນແຂວງ ບີງດິ້ງ ອີກດ້ວຍ.