ວັງກິ້ງທຽນໄດ້ຖືກບັນດານັກຄົ້ນຄ້ວາບູຮານຄະດີກຳນົດວ່າ ແມ່ນເຂດສູນກາງຂອງເຂດມໍລະດົກພະລາດຊະວົງ ທັງລອງ. ປີ 2000 ຂະນະທີ່ເຂດປູຊະນີຍະສະຖານສູນກາງພະລາດຊະວົງ ທັງລອງ-ຮ່າໂນ້ຍໄດ້ຮັບການຮັບຮອງແມ່ນມໍລະດົກໂລກ. ການຟື້ນຟູວັງກິ້ງທຽນຕາມແບບດັ້ງເດີມໂດຍແມ່ນສູນອະນຸລັກຮັກສາມໍລະດົກທັງລອງຜັນຂະຫຍາຍນັບແຕ່ຕົ້ນປີ 2015.
ວັງກິ້ງທຽນເມື່ອກ່ອນນີ້ |
ວັງກິ້ງທຽນ ແມ່ນວັງສູນກາງໃນແຜນຜັງຂອງເມືອງຫຼວງລາຊາທິປະໄຕຝ່າຍຕາເວັນອອກ. ຕາມທ່ານຮອງສາດສະດາຈານດຣ ຕົງຈຸງຕີ້ນ ສັງກັດສະຖາບັນຄົ້ນຄ້ວາ ບູຮານຄະດີແລ້ວ, ວິວັດການກໍ່ສ້າງ ວັງກິ້ງທຽນ ບໍ່ຖືກບັນທຶກລະອຽດໃນປຶ້ມປະຫວັດສາດ. ແຕ່ໃນປຶ້ມປະຫວັດສາດແຫ່ງຊາດ “ປະຫວັດສາດດ້າຍຫວຽດຄົບຊຸດ” ໃນສະໄໝລາດຊະວົງເລ ຫຼືໃນປຶ້ມປະຫວັດສາດຫວຽດນາມສະໄໝລາດຊະວົງຫງວຽນໄດ້ຂຽນວ່າ : ວັງກິ້ງທຽນ ໄດ້ຮັບການກໍ່ສ້າງເມື່ອປີ 1428 ສະໄໝເຈົ້າຊີວິດເລທ້າຍໂຕ ແລະ ສຳເລັດການກໍ່ສ້າງໃນສະໄໝເຈົ້າຊີວິດ ເລແທ້ງຕົງ. ທ່ານຮອງສາດສະດາຈານ ດຣ ຕົງຈຸງຕີ້ນ ໃຫ້ຮູ້ວ່າ :
“ພຽງແຕ່ຮູ້ວ່າ ວັງກິ້ງທຽນໄດ້ຮັບການກໍ່ສ້າງໃນຂະນະທີ່ເຈົ້າຊີວິດ ເລແທ້ງຕົງ ຕີຂັບໄລ່ພວກທະຫານມິງ ແລະ ພະອົງໄດ້ໃຫ້ກໍ່ສ້າງເມືອງຫຼວງຄືນໃໝ່. ໃນປີທຳອິດໄດ້ກໍ່ສ້າງວັງກິ້ງທຽນຄືນໃໝ່ ຍ້ອນຄວາມສຳຄັນຂອງມັນ ເປັນບ່ອນທີ່ເຈົ້າຊີວິດທຳພິທີຕ່າງໆ ແລະ ໂຮມປະຊຸມໃນລາດຊະວົງເພື່ອອອກພະລາຊະດຳລັດ, ຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດ”
ຮ່ອງຮອຍຂອງວັງກິ້ງທຽນໃນປະຈຸບັນ ແມ່ນຍັງເຫຼືອພຽງແຕ່ເນື້ອທີ່ພື້ນເກົ່າ ແລະຄູ່ມັງກອນຖືກແກະຄວັດສະຫຼັກດ້ວຍຫີນໄດ້ຮັບການອະນຸລັກຮັກສາໄວ້ເໝືອນເດີມ |
ຮ່ອງຮອຍຂອງວັງກິ້ງທຽນໃນປະຈຸບັນ ແມ່ນຍັງເຫຼືອພຽງແຕ່ເນື້ອທີ່ພື້ນເກົ່າ ດ້ວຍລວງຍາວ 57 ແມດ, ກວ້າງ 41,5 ແມດ, ສູງ 2,3 ແມດ. ດ້ານໜ້າ, ທິດໃຕ້ຂອງວັງກິ້ງທຽນແມ່ນພື້ນວັງຖືກກໍ່ສ້າງດ້ວຍຫີນໂງ່ນໃຫຍ່, ມີຂັ້ນໄດປະກອບດ້ວຍ 10 ຂັ້ນ, ມີຮູບແກະຄວັດສະຫຼັກມັງກອນຫີນ 4 ໂຕ, ແບ່ງເປັນ 3 ທາງຂຶ້ນວັງ. ນີ້ແມ່ນມໍລະດົກທີ່ພົ້ນເດັ່ນຂອງພື້ນຖານສິລະປະປະຕິມາກຳສະໄໝລາດຊະວົງເລ. ຕາມຈິດຕະກອນ, ນັກຄົ້ນຄ້ວາສິລະປະ ຫງວຽນດຶກຮ່ວາແລ້ວ, ປະຈຸບັນ, ຄູ່ມັງກອນຖືກແກະຄວັດສະຫຼັກດ້ວຍຫີນໄດ້ຮັບການອະນຸລັກຮັກສາໄວ້ເໝືອນເດີມ ກໍແມ່ນຄວາມໂຊກດີ, ທັງຊ່ວຍພວກເຮົາວາດພາບໄດ້ເຖິງວັງກິ້ງທຽນເມື່ອກ່ອນນີ້ລະອຽດກ່ວາ. ຕາມຈິດຕະກອນ, ນັກຄົ້ນຄ້ວາສິລະປະ ຫງວຽນດຶກຮ່ວາ ເວົ້າວ່າ :
“ ກ່ຽວກັບພື້ນຖານການເມືອງແຫ່ງຊາດໃນສະໄໝສັກດີນາ, ວັງກິ້ງທຽນ ແມ່ນບ່ອນທີ່ເຈົ້າຊີວິດທຳພິທີກຳຕ່າງໆທີ່ສຳຄັນ ແລະ ເຂົາເຈົ້າໄດ້ສຸມໃສ່ກໍ່ສ້າງສະຖາປັດຕະຍະກຳທີ່ຍອດຍິ່ງ. ປະຈຸບັນ, ສະຖາປັດຕະຍະກຳແມ່ນບໍ່ຄົງຕົວອີກແລ້ວ, ແຕ່ຜ່ານຄູ່ມັງກອນຖືກແກະຄວັດສະຫຼັກດ້ວຍຫີນໃນສະໄໝເຈົ້າຊີວິດເລແທ້ງຕົງເມື່ອປີ 1467 ຊຶ່ງໄດ້ຮັບການອະນຸລັກຮັກສາໄວ້ນັ້ນ ໄດ້ສະແດງໃຫ້ເຫັນວ່າ ບັນດາເຈົ້າຊີວິດໃນສະໄໝສັກດີນາຂອງຫວຽດນາມໄດ້ທຸ້ມເຫື່ອເທແຮງ, ນຳໃຊ້ພວກນາຍຊ່າງທີ່ມີຝີມືດີສຸດເພື່ອແກະຄວັດສະຫຼັກຮູບມັງກອນທີ່ລະອຽດອ່ອນສວຍງາມ”
ຕາມບັນດານັກຄົ້ນຄ້ວາບູຮານຄະດີແລ້ວ, ຄວນຖື ວັງກິ້ງທຽນຄືດັ່ງປັດໄຈໜຶ່ງໃນເຂດມໍລະດົກພະລາດຊະວົງ ທັງລອງ ຈຶ່ງຈະເຫັນສຸດກ່ຽວກັບຈຸດວັດທະນະທຳປະຫວັດສາດຂອງມັນ. ທາງໜ້າຂອງ ວັງກິ້ງທຽນ ກໍແມ່ນສະໜາມລາດຊະວັງ ແມ່ນບ່ອນທຳພິທີກຳຕ່າງໆທີ່ສຳຄັນ ແລະ ດຳເນີນບັນດາເຫດການຂອງລາດຊະວົງ. ທ່ານຮອງສາດສະດາຈານ ດຣ ຕົງຈຸງຕີ້ນ ໃຫ້ຮູ້ວ່າ ບັນດານັກຄົ້ນຄ້ວາບູຮານຄະດີໄດ້ຄົ້ນພົບເຫັນຢູ່ບໍລິເວນສະໜາມລາດຊະວັງ ມີ 2 ເດີ່ນ ຂຶ້ນກັບ 2 ລາດຊະວົງ ຖືກກໍ່ສ້າງກອງກັນ, ນັ້ນແມ່ນສະໜາມລາດຊະວັງສະໄໝຕົ້ນລາດຊະວົງເລ (1428-1459) ແລະ ສະໜາມລາດຊະວັງສະໄໝເຈົ້າຊີວິດ ເລຈຸງຮຶງ ( 1533-1789) . ທ່ານຮອງສາດສະດາຈານ ດຣ ຕົງຈຸງຕີ້ນ ໃຫ້ຮູ້ວ່າ :
“ສະໜາມລາດຊະວັງສະໄໝຕົ້ນລາດຊະວົງເລຖືກປູດ້ວຍກາໂຣສີແດງ, ສ່ວນ ສະໜາມລາດຊະວັງສະໄໝເຈົ້າຊີວິດ ເລຈຸງຮຶງ ຖືກປູດ້ວຍດິນຈີສີໝົ່ນ. ນອກຈາກນັ້ນ, ທາງໃຫຍ່ເຂົ້າພະລາດຊະວົງ ທັງລອງ ກໍໄດ້ຄົ້ນພົບຢູ່ທີ່ນີ້. ສະໜາມລາດຊະວັງແມ່ນບ່ອນເພື່ອເຂົ້າເຝົ້າເຈົ້າຊີວິດເມື່ອທຳພິທີຂອງລາດຊະວົງ. ໜ້າພຽງຂອງສະໜາມ ບໍ່ຊຳ່ກັບພື້ນທີ່ໃນປະຈຸບັນ, ຫາກຢູ່ເລິກກວ່າ 1 ແມັດຫາ 2 ແມັດ ”
ປະຈຸບັນ, ຂະແໜງຄົ້ນຄ້ວາບູຮານຄະດີຫາກໍຂຸດຄົ້ນພຽງໄດ້ສ່ວນນ້ອຍໜຶ່ງ, ດັ່ງນັ້ນ, ຮ່ອງຮອຍຂອງ ວັງກິ້ງທຽນ ຍັງບໍ່ທັນປະກົດມີຫຼາຍ. ເຖິງຢ່າງນັ້ນ ກໍຕາມ, ດ້ວຍບັນດາວັດຖຸພັນທີ່ຍັງເຫຼືອໄວ້ ພ້ອມກັບບັນດາໝາກຜົນທີ່ເກັບກຳມາຈາກການຂຸດຄົ້ນໃນເບືື້ອງຕົ້ນ ແລະ ຖ້າຫາກຂຸດຄົ້ນໂດຍສັງລວມແລ້ວ, ກໍສາມາດຊອກເຫັນຮ່ອງຮອຍໄດ້ຫຼາຍກ່ວາກ່ຽວກັບພື້ນ, ຕີນພື້ນ ແລະ ຂອບຂະໜາດຂອງ ວັງກິ້ງທຽນໃນພະລາດຊະວົງ ທັງລອງ. ນັ້ນແມ່ນບັນດາປັດໄຈໂດຍຈຳເປັນເພື່ອຟື້ນຟູວັງກິ້ງທຽນ ຕາມຄວາມຮຽກຮ້ອງຕ້ອງການໃນປະຈຸບັນຂອງວົງການນັກວິທະຍາສາດ, ພ້ອມກັນນັ້ນ ມັນກໍເປັນພະຍານຫຼັກຖານປະຫວັດສາດ ວັດທະນະທຳຂອງທັງລອງ-ຮ່າໂນ້ຍແຫ່ງອະລິຍະທຳນັບພັນປີ.