(VOVWORLD) - ໃນຈຳນວນນັກປະພັນເຊື້ອຊາດ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ, ນອກຈາກຜູ້ທີ່ແຕ່ງບົດປະພັນດ້ວຍພາສາ ຫວຽດ ແລ້ວ, ຍັງມີຜູ້ແຕ່ງບົດປະພັນເປັນພາສາປະຈຳຖີ່ນອີກ ແລະ ເຂົາເຈົ້າໄດ້ປະສົບຜົນສຳເລັດແນ່ນອນໃດໜຶ່ງໃນຂົງເຂດວັນນະຄະດີໂລກ.
ຜ່ານບົດຂຽນ “ຄຸນລັກສະນະຊາດທີ່ມາຈາກກົກເຄົ້າເຫງົ້າກໍ“ ຟີຮ່າ ຂໍສັງລວມນັກປະພັນເຊື້ອຊາດ ຫວຽດນາມ ບາງຄົນ, ເຊິ່ງກົກເຄົ້າແມ່ນປັດໄຈເພື່ອສ້າງເປັນສີສັນສະເພາະໃນບົດປະພັນຂອງເຂົາເຈົ້າ.
ເມື່ອເວົ້າເຖິງບັນດາປັດໄຈທີ່ສ້າງເປັນບົດປະພັນວັນນະຄະດີມ່ວນ, ເຮັດໃຫ້ຜູ້ອ່ານເຖິງວ່າຈະຢູ່ແຫ່ງໃດກໍ່ສາມາດເຫັນໃຈກັນໄດ້, ນັກແປພາສາ ຢາບວັນຈູງ (ຜູ້ທີ່ໄດ້ແປບົດປະພັນວັນນະຄະດີຈາກພາສາ ຮຸງກາຣີ ເປັນພາສາ ຫວຽດ ຫຼາຍບົດ) ໃຫ້ຂໍ້ສັງເກດວ່າ: ໜຶ່ງໃນບັນດາປັດໄຈນັ້ນແມ່ນ “ຕ້ອງມີຄຸນລັກສະນະຊາດສູງ, ໝາຍຄວາມວ່ານັ້ນຕ້ອງແມ່ນໃບຢັ້ງຢືນກ່ຽວກັບຄຸນລັກສະນະຊາດເພື່ອແນະນຳຕໍ່ເພື່ອນຜູ້ອ່ານໂລກ“. ປັດໄຈນັ້ນ, ບໍ່ວ່າຊາດໃດ, ພື້ນຖານວັດທະນະທຳໃດກໍ່ມີຄວາມຕ້ອງການ.
ນັກແປພາສາ ຢາບວັນຈູງ |
“ຢູ່ໃນໂລກມີນັກປະພັນຈຳນວນໜຶ່ງບໍ່ຂຽນບົດດ້ວຍພາສາແມ່, ແຕ່ກໍ່ໄດ້ຮັບຜົນສຳເລັດ, ຕົວຢ່າງຄືນັກປະພັນ ອັງກິດ ເຊື້ອຊາດ ຍີ່ປຸ່ນ Kazuo Ishiguro, ຜູ້ໄດ້ຮັບລາງວັນ Nobel 2017. ທ່ານອາໄສຢູ່ ອັງກິດ ນັບແຕ່ມີອາຍຸ 6 ປີ, ແລະ ເຄີຍແຕ່ງບົດປະພັນດ້ວຍພາສາອັງກິດ. ກ່ອນນີ້ສິບກວ່າປີ, ຂ້າພະເຈົ້າໄດ້ແປບົດສຳພາດຍາວກ່ຽວກັບທ່ານ ມາເປັນພາສາ ຫວຽດ, ທ່ານເອງບໍ່ປະຕິເສດກົກເຄົ້າຂອງຕົນແມ່ນຄົນອາຊີຕາເວັນອອກ. ແລະທ່ານກໍ່ໄດ້ຕີລາຄາສູງ ກໍຄືນັບຖືຢ່າງສູງບັນດາຄຸນຄ່າຈາກຄົນ ຍີ່ປຸ່ນ ຮຸ່ນກ່ອນເຊິ່ງທ່ານສືບທອດມາໄດ້.“
ລິນດາ ເລ, ແມ່ນໜຶ່ງໃນບັນດານັກປະພັນຍິງແຖວໜ້າຢູ່ປະເທດ ຝະລັ່ງ ໃນປັດຈຸບັນ, ລາວເປັນຜູ້ແຕ່ງບົດປະພັນ 20 ກວ່າຫົວ, ໃນນ້ັນບົດປະພັນ “ຄື້ນທາງໃນ“ ໄດ້ຮັບສະເໜີໃຫ້ຮັບລາງວັນ Goncourt ເຊິ່ງເປັນລາງວັນມີກຽດທິ່ສຸດຂອງວັນນະຄະດີ ຝະລັ່ງ. ລິນດາ ເລ, ແບ່ງປັນວ່າ
“ບັນດາອະນຸສອນຂອງຂ້າພະເຈົ້າກ່ຽວກັບໄລຍະຍັງເປັນເຍົາໄວຢູ່ ຫວຽດນາມ ໄດ້ສົ່ງຜົນສະທ້ອນຫຼາຍໃນການແຕ່ງບົດປະພັນຂອງຂ້າພະເຈົ້າ. ໂດຍສະເພາະແມ່ນບັນດາບົດທີ່ເວົ້າເຖິງຜູ້ເປັນພໍ່, ແລະ ກ່ຽວພັນເຖິງສິ່ງທີ່ພໍ່ໄດ້ສັ່ງສອນໃຫ້ຂ້າພະເຈົ້າ.“
ລິນດາ ເລ (ພາບ: ອິນເຕີແນັດ) |
ສ່ວນ ກິມຖູ໋ຍ ນັກປະພັນຍິງຄົນ ການາດາ, ເຊື້ອຊາດ ຫວຽດນາມ. ບົດນະວະນິຍາຍທຳອິດຂອງເອື້ອຍ, ມີຫົວຂໍ້ວ່າ “ກ່ອມ“ ໂດຍໂຮງພິມ Libre Expression ຈຳໜ່າຍ ໄດ້ຮັບລາງວັນ ວັນນະຄະດີຂອງອຳນາດເຕັມ ການາດາ ໃນປີ 2010, ລາງວັນ Grand Prix RTL/2010 ແລະ Grand Prix du Salon du Livre de Montréal 2010, ແລະ ມີລິຂະສິດຢູ່ 11 ປະເທດ.
ໂດຍແມ່ນຄົນເຊື້ອຊາດ ຫວຽດນາມ, ດຳລົງຊີວິດຢູ່ ການາດາ, ແລະ ຂຽນບົດປະພັນດ້ວຍພາສາ ຝະລັ່ງ, ກິມຖູ໋ຍ ຖືວ່າ, ສິ່ງດັ່ງກ່າວໄດ້ສົ່ງຜົນສະທ້ອນເຖິງວິທີຂຽນຂອງນາງຫຼາຍທີ່ສຸດ. ຍ້ອນເຫດນັ້ນບົດປະພັນ “ກ່ອມ“ ເຖິງວ່າໄດ້ຂຽນດ້ວຍພາສາຝະລັ່ງ, ແຕ່ຮູບພາບ ແລະ ທຳນອງຂອງມັນພັດເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມທີ່ສຸດ.
“ສຳລັບ ຖູ໋ຍ ແລ້ວ, ທຳນອງໃນບົດປະພັນກໍ່ມີຄວາມສຳຄັນທີ່ສຸດ. ເຖິງວ່າບໍ່ແມ່ນນັກກະວີ ແລະ ກໍ່ບໍ່ຮູ້ແຕ່ງບົດກະວີກໍ່ຕາມ, ແຕ່ໃນການຂຽນຂ້າພະເຈົ້າຖືການເລືອກເຟັ້ນແຕ່ລະສັບເປັນສຳຄັນທີ່ສຸດ. ເພາະວ່າແຕ່ລະສັບກໍ່ມີຄຸນນະພາບ, ມີສີສັນ, ມີທຳນອງ ກໍ່ຄືມີກິ່ນຫອມສະເພາະຂອງມັນ“
ກິມຖູ໋ຍ ນັກປະພັນຍິງຄົນ ການາດາ, ເຊື້ອຊາດ ຫວຽດນາມ (ພາບ: ອິນເຕີແນັດ) |
ສຳລັບບັນດາບົດປະພັນວັນນະຄະດີ ຂຽນດ້ວຍພາສາ ອັງກິດ ຂອງຄົນເຊື້ອຊາດ ຫວຽດນາມ ທີ່ໄດ້ຮັບຜົນສຳເລັດນັ້ນ, ເຂົາເຈົ້າອາດຈະຮູ້ຈັກເຖິງນັກປະພັນທີ່ມີຊື່ສຽງບາງຄົນຄື: ຫງວຽນແທງຫວຽດ, Monique ເຈືອງ. ລ້າຍແທງຫ່າ… ນັກແປພາສາ ຢາບວັນຈູງ, ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າຄິດວ່າ, ສຳລັບຜູ້ໄດ້ຮັບຜົນສຳເລັດຄືແນວນັ້ນ, ກ່ອນອື່ນໝົດເຂົາເຈົ້າຕ້ອງແມ່ນຜູ້ມີຄວາມເກັ່ງກ້າສາມາດ. ແລະ ບັນດາບົດປະພັນຂອງເຂົາເຈົ້າລ້ວນແຕ່ສະແດງໃຫ້ເຫັນລັກສະນະຊາດທີ່ມາຈາກກົກເຄົ້າເຫງົ້າກໍຂອງຕົວເຂົາເອງ.“