ຄົ້ນຫາຄວາມເປັນເອກະລັກສະເພາະໃນຫໍພິພິທະພັນ ວັດທະນະທຳເຜົ່າເມື່ຶອງ - ຮ່ວາບີງ


ຄົ້ນຫາຄວາມເປັນເອກະລັກສະເພາະໃນຫໍພິພິທະພັນ ວັດທະນະທຳເຜົ່າເມື່ຶອງ - ຮ່ວາບີງ - ảnh 1
ແຈໜຶ່ງໃນຫໍພິພິທະ​ພັນ​ວັດທະນະທຳ​ເຜົ່າ​ເມື່ອ​ງ
(ພາບ:vanhoadoisong.com)

   ໂດຍຫ່າງຈາກໃຈກາງນະຄອນ ຮ່ວາບີງ ປະມານ 7 ກິໂລແມດ ແລະ ຫ່າງຈາກ ຮ່າໂນ້ຍ ໄປທາງກ້ຳຕາເວັນຕົກ     ປະມານ 70 ກິໂລແມດ, ຫໍພິພິທະ​ພັນ​ວັດທະນະທຳ​ເຜົ່າ​ເມື່ອ​ງຖືກ​ປຸກ​ສ້າງ​ບົນ​ໂນນ​ໜ່ວຍ​ໜຶ່ງທີ່​ຕາ​ແສງ ທ້າຍ​ບີ​ງ ນະຄອນ ຮ່ວາ​ບີ​ງ. ນີ້​ແມ່ນຫໍພິພິທະ​ພັນ​ເອກະ​ຊົນ​ແຫ່ງ​ທຳ​ອິດ​ຢູ່ ຮ່ວາ​ບີ​ງ ​ແລະ ກໍ​ແມ່ນ ຫໍພິພິທະ​ພັນ​ພຽງ​ແຫ່ງ​ດຽວ​ກ່ຽວ​ກັບ​ວັດທະນະທຳ​ເຜົ່າ​ເມື່ອ​ງຢູ່​ຫວຽດນາມ. ​

    ພໍ​ແຕ່​ມາ​ຮອດ​ປະຕູ​ໂຂງ, ​ແຂກ​ຄົນ​ທັງຫຼາຍ​ຈະ​ເຫັນ​ປະຈັກ​ຕາ​ບັນດາ​ກ້ອນ​ຫີນ​ຖືກ​ຈັດ​ວາງ​ເປັນ​ຫຼາຍ​ກຸ່ມ​ລວດ​ລາຍຢ່າງ​ລະອຽດ​ອ່ອນ. ຢູ່​ອ້ອມຂ້າງ​ແມ່ນ​ກຸ່ມ​ທິວ​ທັດ​ນ້ຳຕົກຕາດ, ຫ້ວຍ​ນ້ຳ​ລຳ​ເຊ​, ຄົກຕຳ​ເຂົ້າ.....ທີ່​​ເຕັມ​ໄປ​ດ້ວຍ​ສີສັນຂອງ​ເຜົ່າ​ເມື່ອ​ງ. ​ເມື່ອ​ມາ​ແຫ່ງ​ນີ້, ​ແຂກ​ທ່ອງ​ທ່ຽວ​ສາມາດ​ວາດ​ພາບ​ເຖິງ​ສັງຄົມ, ການ​ດຳລົງ​ຊີວິດ,ວັດທະນະທຳເຜົ່າ​ເມື່ອ​ງທີ່​ມີ​ມາ​ກ່ອນ​ນີ້​ນັບ​ພັນ​ປີ. ຫໍພິພິທະ​ພັນ​ແຫ່ງ​ນີ້​ຖືກ​ແບ່ງ​ເປັນ 2 ​ເຂດ​ຕົ້ນຕໍ ຄື​ເຂດ​ວາດ​ພາບ​ຄືນ​ ​ແລະ ​ເຂດ​ວາງສະ​ແດງ. ສຳລັບ​ເຂດ​ວາດ​ພາບ​ຄືນ​ລວມມີ​ເຮືອນຮ້ານ​ແບບບູຮານ 4 ຫຼັງ ຊຶ່ງ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ເຮືອນຮ້ານ 4 ປະ​ເພດ​ທີ່​ຊົນ​ເຜົ່າ​ເມື່ອ​ງຈັດ​ເປັນ​ຂັ້ນ​ໃນ​ສະ​ໄໝ​ສັກ​ດີ​ນາ. ນັ້ນ​ແມ່ນ​​ເຮືອນ​ລາງ, ​ເຮືອນ​ເອົາ, ​ເຮືອນ​ຕ້າວ ​ແລະ ​ເຮືອນ​ນໍ້. ​ເຮືອນ​ເຫຼົ່າ​ນີ້ ກໍ​ລ້ວນ​ແຕ່​ມີ​ຈຸດ​ພິ​ເສດສະ​ເພາະ​ເພື່ອ​ຈຳ​ແນ​ກກັບ​ເຮືອນ​ອື່ນໆ​ໃນ​ໝູ່​ບ້ານ. ​ເຮືອນ​ລາງ​ແມ່ນ​ເຮືອນ​ທີ່​ສະຫງວນ​ໃຫ້​ແກ່​ຊົນ​ຊັ້ນ​ຂຸນ​ນາງ, ສະ​ແດງ​ໃຫ້​​ເຫັນ​ສິດ​ອຳນາດ, ຄວາມ​ຮັ່ງມີ, ອີ່ມ​ໜຳ​ສຳລານ. ​ເຮືອນ​ເອົາ ​ແມ່ນ​ເຮືອນ​ທີ່​ສະຫງວນ​ໃຫ້​ແກ່​ຊົນຊັ້ນ​ຮອງ​ຈາກ​ເຮືອນ​ລາງ ​ແລະ ​ເປັນ​ຜູ້​ຊວ່ຍ​ວຽກ​ໃຫ້​ແກ່ບັນດາ​ບຸກຄົນ​ໃນເຮື​ອນລາງຄື ຄຸ້ມ​ຄອງ, ​ເກັບ​ອາກອນ.... ​ເຮືອນ​ຕ້າວ​ ແມ່ນ​ເຮືອນ​ທີ່​ສະຫງວນ​ໃຫ້​​​ສາມັນ​ຊົນ​ໃນ​ສັງຄົມ​ຂອງ​ເຜົ່າ​ເມື່ອ​ງ. ສ່ວນ​ເຮືອນ​ນໍ້ ແມ່ນ​ເຮືອນ​ທີ່​ສະຫງວນ​ໃຫ້​ແກ່​ຊັ້ນ​ຄົນ​ທຸກ​ຍາກ ຕ່ຳ​​ຕ້ອຍ​ທີ່​ສຸດ​ໃນ​ສັງຄົມ. ເຮືອນ​ເຫຼົ່າ​ນີ້​ຖືກ​ຈັດ​ສັນ​ຢ່າງ​ເປັນ​ລະບຽບ, ຖືກ​ເຊື່ອມ​ຕໍ່​ກັນ​ດ້ວຍ​ທາງ​ຍ່າງ ປະສົມປະສານກັບ​ການວາງສະ​ແດງ​ຢູ່​ກາງ​ແຈ້ງ, ອັນ​ໄດ້​ສ້າງ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ເມື່ອ​ງ. ​ເຂົ້າ​ໄປ​ທາງ​ໃນ​ຫໍພິພິ ທະ​ພັນ ​ແມ່ນ​ບັນດາ​ຫ້ອງ​ວາງສະ​ແດງ, ທັງ​ແມ່ນ​ບ່ອນ​ສະ​ແດງການ​ເຄື​ອ່ນ​ໄຫວ​ອາຊີບຫັດຖະກຳ​ທີ່​ມີ​ມາ​ແຕ່​ດົນນານຂອງ​ຊົນ​ເຜົ່າ​ເມື່ອງຄື  ການ​ຕ່ຳຫູກ, ຫຍິບປັກ ​ຖັກ​ແສ່ວ.....​ໃນ​ຫ້ອງ​ວາງສະ​ແດງ ກໍ​ຍັງ​ມີ​ບັນດາ​ວັດຖຸ​ພັນ​ທີ່​ຕິດ​ພັນ​ກັບ​ຊີວິດ​ປະຈຳ​ວັນ​ຂອງ ຊົນ​ເຜົ່າ​ເມື່ອງ​ຄື: ​ເຄື່ອງ​ລ່າ​​ເນື້ອ, ອຸປະກອນ​ຮັບ​ໃຊ້​ການ​ປູກຝັງ....ຈົນ​ເຖິງ​ວັດຖຸ​ອຸປະກອນ​ທີ່​ໃຊ້​ໃນ​ການ​ເຄື່ອນ​ໄຫວ​ງານ​ບຸນ, ການ​ລະ​ຫຼິ້ນ​ພື້ນເມືອງ, ການ​ເຄື່ອນ​ໄຫວ​ເຫຼື້ອມ​ໄສ​ຂອງ ຊົນ​ເຜົ່າ​ເມື່ອງ. ທັງໝົດ​ເຫຼົ່າ​ນັ້ນ​ໄດ້​ຊ່ວຍ​ໃຫ້​ຜູ້​ມາ​ຊົມ​ເບິ່ງ, ທັດສະນະ​ສຶກສາ ສາມາດ​ວາດ​ພາດ​ເຖິງ​ການ​ດຳລົງ​ຊີວິດ​, ມູນ​ເຊື້ອ​ວັດທະນະທຳ​ເປັນ​ເອກະ​ລັກສະ​ເພາະ​ຂອງ ຊົນ​ເຜົ່າ​ເມື່ອງ. ນາງ Ngo Thu Nga ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ :

    “ເມື່ອ​ເຂົ້າ​ມາ​ແຫ່ງ​ນີ້, ຂ້າພະ​ເຈົ້າ​ຮູ້​ສຶກມີ​ຄວາມ​ນິຍົມ​ນັບຖື​ຕໍ່​ຄວາມ​ພະຍາຍາມ, ​ແນວ​ຄວາມ​ຄິດ ກໍ​ຄື​ຈິດ​ໃຈ​ຂອງ​ບັນດາ​ຜູ້​ໄດ້​ກໍ່​ຕັ້ງ​ຫໍພິພິທະ​ພັນ ທີ່​ມີ​ບັນດາ​ຫ້ອງ​ວາງສະ​ແດງ​ນີ້ ”

   ມີ​ຜູ້​ມາ​ຊົມ​ຫຼາຍ​ຄົນ​ໄດ້​ຕົກສະ​ເງີ້​ເມື່ອ​ຮູ້​ວ່າ ຫໍພິພິທະ​ພັນໂດຍແມ່ນຈິດຕະກອນ ຄົນທີ່​ໄດ້​ກຳ​ເນີ​ດ ​ແລະ ​ໃຫຍ່​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ເປັນ​ຜູ້​ສ້າງ​ຕັ້ງ, ​ແຕ່​ລາວ​ ​ມີ​ໄລຍະ ​ເກືອບ15ປີ ໄດ້ສະຫງວນ​ຄວາມ​ຮັກ, ​ແຫຼ່ງອາລົ​ມຢ່າງເລິກເຊິ່ງທີ່ມີຕໍ່ວັດທະ ນະທຳຂອງຊົນເຜົ່າເມື່ອງດ້ວຍຄວາມຫວັງຢາດວາດພາບ​ເຖິງການດຳລົງຊີວິດ ສ່ວນໃດສ່ວນໜຶ່ງຂອງຊົນເຜົ່າເມື່ອງຢູ່ແຂວງ ຮ່ວາບີງ. ຮຽນ​ຈົບ​ຈາກ​ມະຫາວິທະ ຍາ​ໄລ 2 ແຫ່ງ​ຄື ມະຫາວິທະຍາ​ໄລວິ​ຈິດ​ຕະກຳອຸດສາຫະຫຳ​ຮ່າ​ໂນ້ຍ​ ແລະ ມະຫາວິທະຍາ​ໄລວິ​ຈິດ​ຕະກຳ​ຮ່າ​ໂນ້ຍ, ຈິດຕະກອນ Vu Duc Hieu ​ ມີ​ເງື່ອນ​ໄຂ​ ໄດ້​ໄປ​ຫຼາຍ​ແຫ່ງ ​ເພື່ອ​ເກັບ​ກຳ, ຄົ້ນ​ຄ້ວາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ເຖິງ​ ຊົນເຜົ່າ ເມື່ອ​ເພື່ອສ້າງ​ຕັ້ງຫໍພິພິທະ​ພັນວັດທະນະທຳເຜົ່າເມື່ອງ. ພາຍຫຼັງ​ໄດ້​ສຸມ​ຈິດ​ສຸມ​ໃຈ​ເກັບ​ກຳ​ວັດຖຸ​ສິ່ງ​ຂອງ​ເປັນ​ເວລາ 10 ປີ, ​ແລະ ດຳ​ເນີນ​ການ​ກໍ່ສ້າງ​ເປັນ​ເວລາ​ກ່ວາ 1 ປີ, ຮອດ​ວັນ​ທີ 16/12/2007 ຫໍພິພິທະ​ພັນວັດທະນະທຳເຜົ່າເມື່ອງ​ໄດ້​ເປີດ​ປະຕູຕ້ອນຮັບ​ແຂກ​ມາ​ຢ້ຽມ​ຊົມ​ຢ່າງ​ເປັນ​ທາງ​ການ. ​ໂດຍ​ຖືກ​ປຸກ​ສ້າງ​ໃນ​ເນື້ອ​ທີ່​ພຽງ 2 ​ແຮັກ​ຕາ​ເທົ່າ​ນັ້ນ, ​ແຕ່ຫໍພິພິທະ​ພັນວັດທະນະທຳເຜົ່າເມື່ອງຂອງ​ ຈິດຕະກອນ Vu Duc Hieu ​ປຽບ​ເໝືອນ​ສາງ​ວັດທະນະທຳ​ທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ບັນດາການ​ເຄື່ອນ​ໄຫວ​ຜະລິດ, ຊີວິດ​ວັດທະນະທຳ ຕະຫຼອດ​ຮອດ​ບັນດາ​ປະ​ເພນີ​ວັດທະນະທຳ​ດ້ານ​ຈິດ​ວິນ​ຍານ​ຂອງຊົນເຜົ່າເມື່ອງ. ຈິດຕະກອນ Vu Duc Hieu ຜູ້ອຳ​ນວນ​ການ ຫໍພິພິທະ​ພັນວັດທະນະທຳເຜົ່າເມື່ອງ​ໃຫ້​ຮູ້​ວ່າ :

    “ ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ຮູບ​ແບ​ບຫໍພິພິທະ​ພັນທີ່​ມີ​ຊີວິດ​ດ້ວຍ​ບັນດາ​ຊົນ​ຊັ້ນ​ໃນ​ສັງ​ຄົມເຜົ່າເມື່ອງ​ໂດຍ​ຮັດ​ແຄບ​ດ້ວຍ​ວັດຖຸ​ພັນ​ນຳ​ມາ​ວາງສະ​ແດງ ​ແລະ ຊາວ ເຜົ່າເມື່ອງ​ໄດ້​ຮັບ​ເຊື້ອ​ເຊີນ​ມາ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ຫໍພິພິທະ​ພັນ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ ດ້ວຍ​ເວລາ​ອັນ​ສັ້ນໆ, ​ແຕ່​ແຂກ​ມາ​ຢ້ຽມ​ຊົມ​ຈະ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບວັດທະນະທຳເຜົ່າເມື່ອງສ່ວນ​ໃດ​ສ່ວນ​ໜຶ່ງ​ໂດຍ​ຜ່ານ​ການວາງ​ສະ​ແດງ ວັດຖຸພັນ​ເພື່ອ​ເຫັນ​ໄດ້​ເຖິງ​ຊີວິດ​ສັງຄົມ ຂອງຊົນເຜົ່າເມື່ອງ​ໂດຍ​ຮັດ​ຫຍໍ້. ”

    ມີ​ເຫດການ​ຕ່າງໆ​ຄື ງານ​ວາງສະ​ແດງ​ປະສານ​ສົມທົບ​ກັບ​ງານ​ບຸນ​ວັດທະ ນະທຳ, ກອງ​ປະຊຸມ​ສຳ​ມະ​ນາວັດທະນະທຳເຜົ່າເມື່ອງກັບ​ກາ​ນພັດທະນາ​ການ ທ່ອງທ່ຽວ ​ແລະ ງານ Festival ວັດທະນະທຳເຜົ່າເມື່ອງ ກໍ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່ ຫໍພິພິທະ​ພັນວັດທະນະທຳເຜົ່າເມື່ອງອັນ​ໄດ້​ປະກອບສ່ວນ​ຟື້ນ​ຟູຈຸດ​ວັດທະນະທຳ ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວເຜົ່າເມື່ອງ. ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ​ທີ​່ສຸດ, ​​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂະນະ​ທີ່​ຫຼາຍ​ຈຸດວັດທະນະທຳຈິດ​ວິນ​ຍານ​ທີ່​ເປັນ​ເອກະລັກ​ສະ​ເພາະ ຂອງຊົນເຜົ່າເມື່ອງພວມ​ຢືນ​ຢູ່​ຕໍ່ໜ້າ​ໄພ​ຖືກສູນຫາຍ​ໄປ. ​ໃນ​ການ​ດຳລົງ​ຊີວິດ​ທີ່​ນັບ​ມື້​ນັບ​ທັນ​ສະ​ໄໝ​ນັ້ນ, ຫໍພິພິທະ​ພັນວັດທະນະທຳເຜົ່າເມື່ອງການ​ເປັນ​ຊັບ​ສົມ​ບັດ​ອັນ​ລຳ​ຄ່າ​ຂອງ ຈິດຕະ ກອນ Vu Duc Hieu ຜູ້​ມີ​ຈິດ​ໃຈ​ກະຕືລື​ລົ້ນ ​ແລະ ສຸມ​ຈິ​ດສຸມ​ໃຈ​ຮັກສາຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດນາມ​ເພື່ອ​ເປັນ​ມໍລະດົກ​ຕົກ​ທອດໃຫ້​ຄົນ​ລຸນ​ຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ