ລາຍການຕີກອງໃນພິທີໄຂງານບຸນ
(ພາບ:vanhoadoisong.com)
|
ກຸງທັງລອງເມື່ອກ່ອນນີ້ ແລະ ນະຄອນຫຼວງຮ່າໂນ້ຍໃນປະຈຸບັນ ມີຊື່ສຽງໄປດ້ວຍຄຸ້ມຖະໜົນເກົ່າ ຊຶ່ງປະກອບດ້ວຍຖະໜົນ 36 ສາຍ ແລະ ແຕ່ລະສາຍ ຕິດພັນກັບອາຊີບຫັດຖະກຳໃດໜຶ່ງ. ຜ່ານຫຼາຍພັນປີ, ບັນດາອາຊີບຫັດຖະກຳ ທີ່ມີມາແຕ່ດົນນານ ຍັງຄົງຕົວໃນຄຸ້ມຖະໜົນເກົ່າ ແລະ ສາມາດຮັກສາບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ. ທ້າຍເດືອນ 3 ທີ່ຜ່ານມາ, ງານບຸນອາຊີບຕີເງິນຄຳ ປີ 2013 ທີ່ມີຂອບຂະໜາດໃຫຍ່ກ່ວາໝູ່ນັບແຕ່ກ່ອນເປັນຕົ້ນມາ ໄດ້ຖືກຈັດຂຶ້ນຢູ່ສາລາ ກິມເງິນ ທີ່ຖະໜົນ ຮ່າງບາກ ອັນໄດ້ປະກອບສ່ວນຟື້ນຟູຄວາມງາມດ້ານວັດທະນະທຳຢູ່ຖະໜົນອາຊີບຫັດຖະກຳບັນດິນແດນ ທັງລອງ-ຮ່າໂນ້ຍ.
ກ່ວາ 10 ສະຕະວັດໄດ້ຜ່ານພົ້ນໄປ, ໂສມໜ້າຂອງຄຸ້ມຖະໜົນອາຊີບຫັດຖະກຳ 36 ສາຍຂອງກຸ່ງທັງລອງເມື່ອກ່ອນນີ້, ປະຈຸບັນໄດ້ປ່ຽນແປງຫຼາຍແລ້ວ. ແຕ່ທຸກວັນນີ້, ເມື່ອມາທັດສະນະສຶກສາຢູ່ ຄຸ້ມຖະໜົນເກົ່ານັ້ນ, ຍັງຄົງເຫັນຮອ່ງຮອຍ, ຮູບພາບຂອງບັນດາຖະໜົນອາຊີບຫັດຖະກຳເມື່ອກ່ອນນີ້. ພິເສດຖະໜົນ ຮ່າງບາກ ດ້ວຍອາຊີບຕີເງິນຄຳນັ້ນ, ຍັງຄົງແມ່ນແຫ່ງທີ່ມີບັນດາການເຄື່ອນໄຫວແລກປ່ຽນຄ້າຂາຍທີ່ຟົດຟື້ນທີ່ສຸດທີ່ຮ່າໂນ້ຍ. ເພື່ອເສີມຂະຫຍາຍອາຊີບທີ່ມີມາແຕ່ດົນນານ, ໃນທ້າຍເດືອນ 3 ທີ່ຜ່ານມາ, ຄະນະກຳມະການປະຊາຊົນເມືອງ ຮ່ວານກ້ຽມ, ຮ່າໂນ້ຍໄດ້ໄຂ ງານບຸນອາຊີບຕີເງິນຄຳ ປີ 2013 ເພື່ອແນໃສ່ສະແດງຄວາມຮູ້ບູນຄຸນຕໍ່ຜູ້ສ້າງບັນດາອາຊີບຢູ່ ຄຸ້ມຖະໜົນເກົ່າ. ນີ້ກໍແມ່ນເຫດການຂ່ຳນັບຊົມເຊີຍເຫດການປູຊະນີຍະສະຖານສາລາ ກິມເງິນ ໄດ້ຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດ. ທີ່ງານບຸນອາຊີບຕີເງິນຄຳ ປີ 2003, ບັນດາຜະລິດຕະພັນຈາກການຕີເງິນຄຳທີ່ດີເດັ່ນຂອງຖະໜົນອາຊີບ ໄດ້ຮັບການແນະນຳຈາກພວກ ນັກສິລະປະການ, ນາຍຊ່າງຄື ຊຸດເງິນຫຼຽນເກົ່າຜ່ານໄລຍະຕ່າງໆ, ເຄື່ອງເອ້ຢ້ອງເຮັດດ້ວຍເງິນຄຳທີ່ລະອຽດອ່ອນ. ນັກທ່ອງທ່ຽວທີ່ເຂົ້າຮ່ວມງານບຸນ ຍົງມີໂອກາດໄດ້ທັດສະນະສຶກສາ, ຊອກຮູ້ກ່ຽວກັບດ້ານສິລະປະກຳ, ອາຊີບຕີເງິນຄຳ, ໄດ້ເຫັນປະຈັກຕາພວກ ນັກສິລະປະການ, ນາຍຊ່າງຜູ້ທີ່ມີສີມືດີ ສະແດງການຕີເງິນຄຳຢູ່ຂອບທາງ. ເຂົ້າຮ່ວມ ງານບຸນອາຊີບຕີເງິນຄຳ ປີ 2013 , ມີ ນັກສິລະປະການ, ນາຍຊ່່າງຜູ້ມີສີມືດີຫຼາຍຄົນທີ່ຜູກພັນກັບອາຊີບ ລ້ວນແຕ່ຮູ້ສຶກດີໃຈ ແລະ ເອກອ້າງທະນົງໃຈ ຕໍ່ຄວາມເອົາໃຈໃສ່ຂອງອຳນາດ ການປົກຄອງຂັ້ນຕ່າງໆ ໃນການຈັດເຫດການນີ້ ເພື່ອແນໃສ່ເສີມຂະຫຍາຍ ອາຊີບທີ່ມີມາແຕ່ດົນນານໃນໄລຍະປະຈຸບັນ. ທ່ານຝ້າມຕ້ວນຫຽບ, ສະມາຊິກສະມາຄົມອາຊີບຕີເງິນຄຳເມືອງ ຮ່ວານກ້ຽມ ແບ່ງປັນວ່າ :
“ ໂດຍແມ່ນນັກສິລະປະການຕີເງິນຄຳ, ມື້ນີ້ໄດ້ເຂົ້າຮ່ວມງານບຸນອາຊີບຕີເງິນຄຳ, ພວກຂ້າພະເຈົ້າຍັງມີຄວາມເປັນຫ່ວງວ່າ ຕ້ອງເຮັດແນວໃດເພື່ອຖ່າຍທອດອາຊີບຂອງປູຍ່າຕາຍາຍໃຫ້ແກ່ເສ່ັນລູກເສ່ັນຫຼານ, ຕ້ອງຮັກສາໄວ້ເພື່ອໃຫ້ອາຊີບຂອງປູຍ່າຕາຍາຍບໍ່ຖືກສູນຫາຍໄປ ”
ເຄື່ອງເອ້ຢ້ອງຖືກຕີດ້ວຍເງິນຄຳທີ່ນຳມາວາງສະແດງ
(ພາບ:vanhoadoisong.com)
|
ຢູ່ທີ່ສາລາກິມເງິນ ທີ່ເຮືອນເລກທີ 42 ຖະໜົນຮ່າງບາກ ຊຶ່ງແມ່ນແຫ່ງບູຊາຜູ້ສ້າງອາຊີບຕີເງິນຄຳ, ໃນໂອກາດຈັດງານບຸນ, ຍັງດຳເນີນບັນດາການເຄື່ອນໄຫວເຊີດຊູອາຊີບຫັດຖະກຳ. ນັ້ນແມ່ນງານວາງສະແດງບັນດາຜະລິດຕະພັນໂດຍບັນດານັກສິລະປະການ, ນາຍຊ່າງຜູ້ມີສີມືດີໃນຖະໜົນຮ່າງບາກທີ່ກຳເນີດຂຶ້ນຢູ່ບ້ານດິ້ງກົງ(ຮ່າໂນ້ຍ), ບ້ານເຈົາເຄ, ດ້າຍບ້າຍ ( ບັກນິງ) ເປັນຜູ້ຕີ. ນອກຈາກບັນດາຜະລິດຕະພັນຈາກການຕີເງິນຄຳແລ້ວ, ຍັງມີບັນດາຜະລິດຕະພັນເຄື່ອງຂັດມັນສິລະປະກຳຂອງໝູ່ບ້ານ ຫ້າທ້າຍ, ຈ່າງເຊີນ ແລະ ອື່ນໆ. ຢູ່ແຫ່ງນີ້, ຍັງຈັດໃຫ້ມີງານວາງສະແດງແນະນຳປູຊະນີຍະສະຖານສາລາ ກິມເງິນ ຊຶ່ງໄດ້ຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດ. ສາລາ ກິມເງິນ ໄດ້ຮັບການກໍ່ສ້າງໃນໄລຍະສຸດທ້າຍຂອງ ສະໄໝລາດຊະວົງເລ ( ຄືທ້າຍສະຕະວັດທີ 15 ຫາ ຕົ້ນສະຕະວັດທີ 15 ) ເພື່ອບູຊາທ່ານ ແບກເງະ ຜູ້ສ້າງບັນດາອາຊີບໃນຄຸ້ມຖະໜົນເກົ່າ. ທ່ານ ວູ້ແມ້ງຫາຍ ປະທານສະມາຄົມນັກສິລະປະການ, ນາຍຊ່າງຜູ້ມີສີມືດີ ທັງເປັນປະທານສະມາຄົມອາຊີບຕີເງິນຄຳຮ່າໂນ້ຍ ໃຫ້ຮູ້ວ່າ :
“ ສາລາ ກິມເງິນ ບູຊາຜູ້ສ້າງບັນດາອາຊີບ ທ່ານ ແບກເງະ ຊຶ່ງໄດ້ຮັບການເຊີດຊູແມ່ນຜູ້ສ້າງບັນດາອາຊີບຫັດຖະກຳຢູ່ນະຄອນຫຼວງ ທີ່ມີມາແຕ່ສະຕະວັດທີ 18. ມີ ນັກສິລະປະການ, ນາຍຊ່າງຜູ້ທີ່ມີສີມືດີຫຼາຍລຸ່ນຄົນ ໄດ້ມາເຮັດວຽກຢູ່ນີ້ ແລະ ໄດ້ກໍ່ຕັ້ງສາລາແຫ່ງນີ້ເພື່ອ ບູຊາຜູ້ສ້າງອາຊີບຂອງຕົນ. ສາລາໄດ້ຮັບໃບຢັ້ງຢືນແມ່ນ ປູຊະນີຍະສະຖານປະຫວັດສາດວັດທະນະທຳ, ອັນໄດ້ປະກອບສ່ວນຢັ້ງຢືນທີ່ຕັ້ງບົດບາດຂອງຮ່າໂນ້ຍເວົ້າລວມ ແລະ ສາລາກິມເງິນເວົ້າສະເພາະ. ເຫດການນີ້ ຍັງເປັນການປະກອບສ່ວນຍົກສູງປະສິດທິຜົນຂອງການເຄື່ອນໄຫວຮັກສາ ແລະ ພັດທະນາອາຊີບ, ເຮັດໃຫ້ພໍ່ແມ່ພີນ້ອງຜູ້ປະກອບ ອາຊີບຕີເງິນຄຳເວົ້າສະເພາະ ແລະ ຊາວນະຄອນຫຼວງເວົ້າລວມ ມີຄວາມພາກພູມໃຈເປັນຢ່າງຍິ່ງ, ທັງເປັນການປະກອບສ່ວນຢັ້ງຢືນວ່າ ບັນດາການເຄື່ອນໄຫວປະກອບອາຊີບ ຈະສືບຕໍ່ໄດ້ຮັບການເຊີດຊູ ແລະ ເປັນທີ່ຮູ້ຈັກກັນດີຂອງ ຫຼາຍຄົນ ”
ງານບຸນອາຊີບຕີເງິນຄຳ ປີ 2013 ຢູ່ຖະໜົນຮ່າງບາກ ໄດ້ປະກອບສ່ວນເຊີດຊູ ອາຊີບຕີເງິນຄຳທີ່ມີມາແຕ່ດົນນານ. ບັນດາການເຄື່ອນໄຫວທີ່ງານບຸນ ຍັງປະກອບສ່ວນເພີ່ມທະວີການໂຄສະນາ, ດຶງດູດນັກທ່ອງທ່ຽວມາຢ້ຽມຢາມຄຸ້ມຖະໜົນເກົ່າ ຮ່າໂນ້ຍ ນັບມື້ນັບຫຼາຍຂຶ້ນ .