(vovworld)- ປະຈຸບັນ ຫວຽດນາມ ມີກວ່າ 8900 ງານບຸນ, ໃນນັ້ນ ກວ່າ 7000 ງານບຸນພື້ນເມືອງທີ່ເປັນມູນເຊື້ອ. ບັນດາງານບຸນນີ້ບໍ່ພຽງແຕ່ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງແມ່ນຊັບສົມບັດ ດ້ານວັດທະນະທຳບໍ່ມີຮູບຮ່າງຂອງຊາດຫວຽດນາມອີກດ້ວຍ. ຢູ່ທຸກເຂດພາກໃນທົ່ວປະເທດຫວຽດນາມ, ທຸງທີ່ມີ 5 ສີປິ່ວສະບັດໄປທົ່ວຂອບຟ້າ ພ້ອມດ້ວຍສຽງຄ້ອງ, ສຽງກອງ, ສຽງຂັບແຈ່ວ, ສຽງເພງພື້ນເມືອງດັງກ້ອງກັນວານ ອັນໄດ້ເປັນການບອກເຕືອນວ່າ ລະດູງານບຸນໄດ້ເລີ່ມຕົ້ນແລ້ວ. ບົດຂຽນຂອງນັກຂ່າວ ລານແອງທີ່ມີຫົວຂໍ້ວ່າ: “ລະດູບານໃຫມ່, ລະດູຂອງງານບຸນ”.
ງານບຸນວິຫານ ຢອງ
ພາບ:internet
|
ງານບຸນແມ່ນປີທີ່ມີຫົວເລື່ອງຕົ້ນຕໍ ຊື່ງລວມມີ: ງານບຸນກະສິກຳເຄີຍຈັດຂຶ້ນຢູ່ບ້ານອະລິຍະທຳທີ່ເປັນມູນເຊື້ອ, ງານບຸນປະເພນີແມ່ນຕິດພັນກັບການເຫລື້ອມໃສ ແລະ ການພົວພັນກ່ຽວຂ້ອງເຖິງການສົມລົດ, ງານບຸນສິລະປະບັນເທິງ, ການແຂ່ງຂັນຮ້ອງລຳທຳເພງພື້ນເມືອງ. ງານບຸນແຂ່ງຂັນຄວາມເກັ່ງກ້າສາມາດ. ງານບຸນປະຫວັດສາດ, ນຳໃຊ້ບັນດາການລະຫລິ້ນເພື່ອຢ້ຳຄືນ ຫລື ຍ້ອງຍໍສັນລະເສີນເລື່ອງລາວ, ຄຸນງາມຄວາມດີຂອງຜູ້ກໍ່ຕັ້ງໝູ່ບ້ານ, ຜູ້ມີຄຸນງາມຄວາມດີຕໍ່ໝູ່ບ້ານ. ນັກຄົ້ນຄ້ວາ ຫວໍຮົ່ງທວດ, ປະຕິບັດງານຢູ່ ຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ ໃຫ້ຮູ້ວ່າ:
“ປະຈຸບັນ ງານບຸນທີ່ກ່ຽວຂ້ອງເຖິງຈຸດເປັນເອກະລັກສະເພາະຂອງກະສິກຳ ຍັງມີ ງານບຸນ ຈໍຈາມ. ນັ້ນແມ່ນ ໃນມື້ດຳເນີນງານບຸນ, ປະຊາຊົນຍັງແຫ່ພວງເຂົ້າ ວິເສດ. ພວງເຂົ້ານີ້ ແມ່ນຖະຫວາຍຕໍ່ເທວະດາຟ້າແຖນເພື່ອພາວະນາໃຫ້ລະດູເກັບກ່ຽວໄດ້ຮັບຜົນດີ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມອີ່ມຫນຳສຳລານສົມບູນພູນສຸກ.”
ສຳລັບບັນດາຊາວກະສິກອນຢູ່ເຂດທົ່ງພຽງແມ່ນ້ຳແດງແລ້ວ, ແຕ່ລະປີ ເຂົາເຈົ້າພຽງມີເວລາວ່າງພາຍຫລັງການປັກດຳເຂົ້ານາແຊງໃນເດືອນສິບສອງ ແລະ ເດືອນຈຽງ ໄລ່ຕາມຈັນທະປະຕິທິນ ແລະ ພາຍຫລັງລະດູການເກັບກ່ຽວໃນເດືອນ 6, ເດືອນ 7 ໄລ່ຕາມຈັນທະປະຕິທິນ. ໃນໂອກາດນີ້ ບັນດາໝູ່ບ້ານ, ຕາແສງ ໄດ້ຈັດຕັ້ງງານບຸນຕ່າງໆເພື່ອຕອບສະຫນອງຄວາມຕ້ອງການດ້ານຈິດວິນຍານ ແລະ ດ້ານບັນເທິງຂອງປະຊາຊົນ. ອາດຈະເວົ້າໄດ້ວ່າ ຈຸດປະສົງຕົ້ນຕໍຂອງງານບຸນແມ່ນແນໃສ່ຍົກສູງພູມປັນຍາດ້ານວັດທະນະທຳພື້ນເມືອງໃຫ້ແກ່ຊາວຜູ້ອອກແຮງງານ, ຕັກເຕືອນໃຫ້ແຕ່ລະທ້ອງຖິ່ນຕ້ອງຮູ້ຈັກເຖິງ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ມີຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນຂອງຄົນລຸ້ນກ່ອນ, ບັນດາເທວະດາເຈົ້າຖິ່ນເຈົ້າຖານທີ່ເບິ່ງແຍງດູແລ, ປ້ອງກັນໃຫ້ຊາວບ້ານ, ຕາແສງ.
ງານບຸນ ກໍດົງດາ
|
ເຖິງວ່າງານບຸນທີ່ເປັນມູນເຊື້ອດຳເນີນໄປໃນຕະຫລອດປີ ແຕ່ງານບຸນຈັດຕັ້ງຫລາຍກວ່າໝູ່ແມ່ນໃນໂອກາດລະດູບານໃຫມ່. ເພາະວ່າ ລະດູບານໃຫມ່ບໍ່ພຽງແຕ່ແມ່ນຈຸດເວລາເຊື່ອມຕໍ່ລະຫວ່າງ 2 ລະດູການ, ສະນັ້ນ ຊາວກະສິກອນຈຶ່ງມີເວລາຫວ່າງ, ມີເງື່ອນໄຂຈັດຕັ້ງງານບຸນ. ນັກຄົ້ນຄ້ວາ ຫວໍຮົ່ງທວດ ໃຫ້ຮູ້ວ່າ:
“ໃນ 12 ເດືອນ, ເດືອນຈຽງ ແມ່ນເດືອນຂອງໂຕເສືອ, ແມ່ນສັນຍາລັກຂອງກຳລັງແຮງ. ແລະ ເດືອນຈຽງແມ່ນເດືອນທຳອິດໃນປີ ສະນັ້ນ ຜູ້ຄົນທັງຫລາຍລ້ວນແຕ່ປາດຖະຫນາດສິ່ງທີ່ໂຊກດີທີ່ສຸດໃນປີ. ງານບຸນຈັດຂຶ້ນກໍແມ່ນເພື່ອຂໍໃຫ້ເທວະດາ ຟ້າແຖນຊ່ວຍໃຫ້ປະຊາຊົນໃນບ້ານມີຄວາມອີ່ມຫນຳສຳລານສົມບູນພູນສຸກຕະຫລອດປີ.”
ງານບຸນປະເພນີໃນລະດູບານໃຫມ່ ແມ່ນມີລັກສະນະວັດທະນະທຳມະນຸດ ແລະ ບົດຮຽນປະຫວັດສາດຫລາຍຢ່າງ. ງານບຸນ ຕີກດຽນດ້ອຍເຊີນ ຢູ່ ເມືອງ ຢີຕຽນ ແຂວງ ຮ່ານາມ ແມ່ນມີມາແຕ່ສັດຕະວັດທີ 10 ມີຄວາມໝາຍສົ່ງເສີມກະສິກຳ, ແມ່ນຄວາມງາມດ້ານວັດທະນະທຳກັບຄືນສູ່ກົກເຄົ້າເງົ້າກໍ; ງານບຸນ ຢອງຟູດົ໋ງ ແມ່ນອາໄລຫາ ຄຸນຄຸນງາມຄວາມດີຂອງ ຟູດົງທຽນເວືອງ (ແທງຢອງ) ຖືກຈັດຂຶ້ນປະຈຳປີຢູ່ ຕາແສງ ຟູດົງ ເມືອງ ຢາເລີມ ຮ່າໂນ້ຍ ຊື່ງແມ່ນສະຖານທີ່ໃຫ້ກຳເນີດວິລະຊົນເທບນິຍາຍ “ຟູ່ດົງທຽນເວືອງ”. ນີ້ແມ່ນງານບຸນທີ່ເປັນເອກະລັກສະເພາະ ໂດຍໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ; ງານບຸນ ກໍດົງດາ ແມ່ນ ອາໄລຫາຄຸນງາມຄວາມດີທີ່ສະຫງ່າອົງອາດຂອງເຈົ້າຊີວິດ ກວາງຈູງ, ວິລະຊົນປະຫວັດສາດໃນການຕໍ່ສູ້ຕ້ານສັດຕູຮຸກຮານຂອງຊາດຫວຽດນາມ. ຊາວຫວຽດນາມ ທຸກຄົນເຂົ້າຮ່ວມງານບຸນລ້ວນແຕ່ມີຄວາມປາດຖະຫນາຄື ທ່ານ ຫງວຽນວັນຮືງ ຢູ່ ນະຄອນ ໂຮ່ຈິມີນວ່າ:
“ວັນທີ 5 ເດືອນຈຽງ ແມ່ນວັນອາໄລຫາເຖິງຜົນງານອັນສະຫງ່າອົງອາດຂອງ ເຈົ້າຊີວິດ ກວາງຈູງ ຫງວຽນເຫ້ວ ແລະ ກຳລັງທະຫານ ໄຕເຊີນ ທີ່ມີຄວາມອົງອາດກ້າຫານ ຕີຊະນະສັດຕູ ໃນລະດູບານໃຫມ່ ປີ 1789. ພວກເຮົາ ຄວນຮັກສາ ແລະ ເສີມຂະຫຍາຍມູນເຊື້ອນີ້ ເພື່ອໃຫ້ລູກຫລານຂອງພວກເຮົາ ອາໄລຫາເຖິງຄຸນງາມຄວາມດີ ແລະ ເຊີດຊູຈິດໃຈຕ້ານສັດຕູຜູ້ຮຸກຮານຂອງຊາດຫວຽດນາມ.”
ລະດູບານໃຫມ່ໄດ້ວຽນມາອີກວາລະຫນຶ່ງ. ລະດູແຫ່ງງານບຸນຕ່າງໆໄດ້ເລີ່ມຕົ້ນ. ປະຈຸບັນ ໃນຈິດສຳນຶກຂອງຊາວຫວຽດນາມ ແຕ່ລະຄົນເມື່ອ ເຂົ້າຮ່ວມງານບຸນຕ່າງໆແລ້ວ, ງານບຸນບໍ່ພຽງແຕ່ແມ່ນໂອກາດເພື່ອໄປຫລິ້ນໃນລະດູບານໃຫມ່ເທົ່ານັ້ນ ຫາກຍັງແມ່ນການກັບຄືນສູ່ສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ອີກດ້ວຍ.