(VOVWORLD) -ຢູ່ທຸກເຂດບ້ານນາ ຫວຽດນາມ, ແຕ່ລະໝູ່ບ້ານ ແຕ່ລະທ້ອງຖິ່ນ ກໍ່ລ້ວນແຕ່ຕິດພັນກັບບັນດາເລື່ອງນິທານ ຫຼື ງານບຸນສະເພາະ. ຫວຽດນາມ ເປັນປະເທດທີ່ທຳການຜະລິດກະສິກຳເປັນຕົ້ນຕໍ, ມີມູນເຊື້ອປູກເຂົ້ານາທາມນັບແຕ່ໃດໆມາ. ເພາະສະນັ້ນ ໂດຍຕິດພັນກັບມູນເຊື້ອດັ່ງກ່າວ ກໍ່ແມ່ນບັນດາຮີດຄອງປະເພນີ, ພິທີກຳຕ່າງໆຄື ພິທີບູຊາເຂົ້າໃໝ່, ພິທີໄຫວ້ບູຊາເທວະດາຟ້າແຖນ, ພິທີສົມມະນາຄຸນເມື່ອລະດູການຜະລິດໄດ້ຮັບຜົນດີ ຢູ່ຕາມໝູ່ບ້ານຕາແສງເຂດບ້ານນາ.
ງານບຸນໝູ່ບ້ານ |
ງານບຸນຢູ່ບັນດາເຂດບ້ານນາ ຫວຽດນາມ ຕົ້ນຕໍແມ່ນຖືກຈັດຂຶ້ນໃນຍາມຕົ້ນປີ, ເມື່ອດິນຟ້າອາກາດທຳມະຊາດເອື້ອອຳນວຍຄວາມສະດວກ, ປະຊາຊົນມີຄວາມເບີກບານມ່ວນຊື່ນ ແລະ ຫ້າວຫັນ. ງານບຸນຂອງໝູ່ບ້ານເຄີຍໄດ້ຮັບຖືກວ່າ ແມ່ນຈຸດເວລາທີ່ຟົດຟື້ນມ່ວນຊື່ນທີ່ສຸດ ດ້ວຍບັນດາພິທີການທີ່ເຄັ່ງຂຶມ ແລະ ເຂັ້ມຂົ້ນໄປດ້ວຍສີສັນ ຫວຽດນາມ ເຊັ່ນ ພິທີໄຫວ້ບູຊາ, ພິທີແຫ່, ການຮ້ອງລຳທຳເພງ ແລະ ການລະຫຼິ້ນພື້ນເມືອງ…
ຕາແສງ ຢະແຈັກ ເມືອງ ຂວາຍເຈົາ ແຂວງ ຮຶງອຽນ ເປັນທີ່ຮູ້ຈັກກັນດີຂອງແຂກທ່ອງທ່ຽວຈາກສາລະທິດ ດ້ວຍງານບຸນ ຈື່ດົງຕື-ຕຽນຢຸງ ເຊິ່ງຖືກຈັດຂຶ້ນແຕ່ວັນທີ 10 ຫາວັນທີ 12 ເດືອນ ຢີ່ ໄລ່ຕາມຈັນທະປະຕິທິນໃນແຕ່ລະປີ. ງານບຸນຕິດພັນກັບເລື່ອງນິທານກ່ຽວກັບ ຈື່ດົງຕື-ຕຽນຢຸງ ເພື່ອແນໃສ່ສົມມະນາຄຸນພະອໍລະຫັນ ຈື່ດົງຕື ເຊິ່ງແມ່ນຜູ້ທີ່ມີຄຸນງາມຄວາມດີ ໃນການສ້າງຕັ້ງໝູ່ບ້ານ, ນຳຊີວິດທີອີ່ມໜຳສຳລານ ແລະ ຜາສຸກມາໃຫ້ແກ່ປະຊາຊົນ. ໃນວັນບຸນຂອງໝູ່ບ້ານ, ບັນດາຄອບຄົວກໍ່ລ້ວນແຕ່ຈັດສົ່ງລູກຫຼານເຂົ້າຮ່ວມກະກຽມການຈັດຕັ້ງງານບຸນ. ງານບຸນຂອງໝູ່ບ້ານແມ່ນເລີ່ມຂຶ້ນແຕ່ເຊົ້າວັນທີ 10 ເດືອນ ຢີ່ ດ້ວຍພິທີແຫ່ວໍຈາກວິຫານ ຢະແຈັກ ໄປຮອດແມ່ນ້ຳແດງ ເພື່ອເອົານ້ຳມາຖວາຍພະອໍລະຫັນ. ເດີນໜ້າແມ່ນກອງຟ້ອນມັງກອນ ເຊິ່ງແມ່ນສັນຍາລັກໃຫ້ແກ່ຄວາມຄາດຫວັງໃຫ້ພື້ນຖານເສດຖະກິດຂະຫຍາຍຕົວ, ເປັນສັນຍາລັກໃຫ້ແກ່ຄວາມໃຝ່ຝັນຢາກສ້າງຄວາມຮັ່ງມີຂອງຊາວ ຢະແຈັກ. ຕໍ່ຈາກນັ້ນແມ່ນພິທີແຫ່ພະອໍລະຫັນ ແລະ ແຫ່ໄຫນ້ຳ. ລຸງ ຫງວຽນຮຶວໂບ່ນ ຊາວທ້ອງຖິ່ນ ໃຫ້ຮູ້ວ່າ:
“ຜ່ານງານບຸນນີ້ ປະຊາຊົນທຸກໆຄົນກໍ່ລ້ວນແຕ່ມີຄວາມຫວັງຢາກຄອບງຳທຳມະຊາດ ແລະ ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ພະອໍລະຫັນ ທີ່ມີຄຸນງາມຄວາມດີ ໃນການສິດສອນປະຊາຊົນຮູ້ວິທີປູກເຂົ້ານາທາມ, ສິດສອນໃຫ້ຊາວບ້ານຮູ້ປູກມອນລ້ຽງມ້ອນ, ສິດສອນໃຫ້ປະຊາຊົນມີຈິດໃຈສັດຊື່ບໍລິສຸດ”.
ໃນງານບຸນ ຈື່ດົງຕື-ຕຽນຢຸງ, ບັນດາພິທີກຳ, ປະເພນີຄື ແຫ່ມັງກອນ, ແຫ່ປາ, ແຫ່ນ້ຳ ກໍ່ລ້ວນແຕ່ກ່ຽວຂ້ອງເຖິງນ້ຳ ເຊິ່ງແມ່ນປັດໄຈທີ່ສຳຄັນທີ່ສຸດໃນການຜະລິດກະສິກຳ. ຊາວທ້ອງຖິ່ນມີຄວາມສຳນຶກວ່າ ປິໃດ, ການເອົານ້ຳມີຄວາມສະດວກ, ປີນັ້ນປະຊາຊົນໃນເຂດຈະທຳມາຫາກິນຢ່າງສະດວກສະບາຍ. ນີ້ແມ່ນພິທີກຳແຫ່ງຈິດວິນຍານທີ່ເປັນເອກະລັກ ສະແດງໃຫ້ເຫັນການເຫຼື້ືອມໃສພາວະນາໃຫ້ມີນ້ຳຂອງຊາວປະມົງ ເຊິ່ງຕິດພັນກັບພື້ນຖານອະລິຍະທຳປູກເຂົ້ານາທາມ ຢູ່ເຂດແຄມນ້ຳແດງ. ຮອດເດືອນ 4 ໄລ່ຕາມຈັນທະປະຕິທິມ ກໍ່ຮອດງານບຸນ ຊີງໜາກເກົ່າ ຢູ່ບ້ານ ເວິນ, ປັດຈຸບັນແມ່ນບ້ານ ອຽນວຽນ ຕາແສງ ເວິນຮ່າ ເມືອງ ຫວຽດອຽນ ແຂວງ ບັກຢາງ. ມີບັນດາພິທີກຳທີ່ເກົ່າແກ່ ແລະ ເຂັ້ມຂົ້ນໄປດ້ວຍວັດທະນະທຳການເຫຼື້ອມໃສຂອງໝູ່ບ້ານຫວຽດເດີມ ໄດ້ຖືກສະແດງໃຫ້ເຫັນແຈ້ງໃນງານບຸນ ເຊິ່ງຖືກຈັດຂຶ້ນໃນວັນທີ 12 ຫາ 14 ເມສາ ຢູ່ວິຫານຂອງໝູ່ບ້ານ ເວິນ. ໃນງານບຸນມີຊາຍໜຸ່ມ 16 ຄົນທີ່ມີສຸຂະພາບເຂັ້ມແຂງ ແລະ ຖືກຈັດແບ່ງເປັນສອງທິມ ແລະ ໄດ້ພ້ອມກັນລົງຂີ້ຕົມເພື່ອຍາດຊີງໝາກເກົ່າ, ໃຜໆກໍ່ຕັດສິນໃຈຍາດຊີງໝາກເກົ່າ ເຊິ່ງຈະນຳມາເຊິ່ງຄວາມໂຊກດີ. ນາງ ຫງວຽນທິຮວ່ຽນ ຊາວບ້ານ ເວິນ ເວົ້າວ່າ:
“ໝາກເກົ່າຢູ່ທີ່ນີ້ ເປັນສັນຍາລັກໃຫ້ແກ່ດວງອາທິດ. ເມື່ອງານບຸນຊີງໝາກເກົ່າຖືກຈັດຂຶ້ນ, ໝາກເກົ່າໄດ້ຖືກແກ່ວງຈາກທິດຕາເວັນອອກຫາທິດຕາເວັນຕົກ. ຖ້າຫາກຊີງໄດ້ໝາກເກົ່າ ກໍ່ໝາຍຄວາມວ່າຊີງໄດ້ດວງອາທິດ ກໍ່ຄືຊີງໄດ້ແສງແດດເພື່ອຮັບໃຊ້ການປູກເຂົ້າ ແລະ ມັນ”.
ສ່ວນຢູ່ບ້ານ ກົກ ປັດຈຸບັນຂຶ້ນກັບຕາແສງ ຟອງກົກ ເທດສະບານເມືອງ ກວ໋າງອຽນ ແຂວງ ກວ໋າງນິງ ເຊິ່ງແມ່ນແຫ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາເຂດປູກເຂົ້ານາທາມແຕ່ບາງກ່ອນຢູ່ເຂດພາກເໜືອ, ຢູ່ແຫ່ງນີ້ຍັງຄົງຮັກສາບັນດາຄຸນຄ່າວັດທະນະທຳດ້ານຈິດວິນຍານທີ່ເປັນເອກະລັກສະເພາະຄື ງານບຸນ ແບັກດັ່ງຢາງ ແລະ ພິເສດແມ່ນງານບຸນລົງນາ. ງານບຸນລົງນາຢູ່ທີ່ນີ້ຖືກຈັດຂຶ້ນໃນຕົ້ນເດືອນ 6 ໄລ່ຕາມຈັນທະປະຕິທິນ ກ່ອນທີ່ຈະກ້າວເຂົ້າສູ່ລະດູການປັກດຳ. ພໍ່ຕູ່ ດ່າວດຶກເຕວ້ ຜູ້ມີອາຍຸສູງໃນບ້ານ ກົກ ໃຫ້ຮູ້ວ່າ:
“ຢູ່ທີ່ນີ້ແມ່ນເຂດບ້ານນາ, ເພາະສະນັ້ນ ຊາວກະສິກອນຕ້ອງອີງໃສ່ດິນຟ້າອາກາດ, ຊາວບ້ານກໍ່ມີຄວາມເຊື່ອໝັ້ນຕໍ່ເທວະດາຟ້າແຖນ, ດັ່ງນັ້ນໃນແຕ່ລະປີ ກໍ່ຈັດພິທີໄຫວ້ບູຊາເທວະດາຟ້າແຖນ, ຈັດງານບຸນລົງນາ. ນີ້ແມ່ນງານບຸນຂອງໝູ່ບ້ານ ເພື່ອເປີດສາກໃຫ້ແກ່ລະດູການປັກດຳ”.
ອາດຈະເວົ້າໄດ້ວ່າງານບຸນຂອງໝູ່ບ້ານ ແມ່ນສາງວັດທະນະທຳທີ່ມີຫຼາຍຮູບຫຼາຍສີ, ຍັງເກັບຮັກສາບັນດາຄຸນຄ່າວັດທະນະທຳ, ບັນດາການເຄື່ອນໄຫວວົງຄະນາຍາດໝູ່ບ້ານຕາແສງ, ເປັນບ່ອນສ່ອງແສງແນວຄິດຈິດໃຈ ແລະ ຄວາມເຊື່ອໝັ້ນຂອງຊາວບ້ານຢ່າງຈະແຈ້ງທີ່ສຸດ. ໂດຍມີຄຸນຄ່າລວມຂອງງານບຸນປະເພນີ ຫວຽດນາມ ພ້ອມກັບບັນດາຄຸນຄ່າທີ່ເປັນເອກະລັກກສະເພາະຢູ່ເຂດບ້ານນາ, ງານບຸນຂອງໝູ່ບ້ານ ຍາມໃດກໍ່ແມ່ນຄວາມເອກອ້າງທະນົງໃຈຂອງຊາວບ້ານ ເວົ້າສະເພາະ ແລະ ປະຊາຊົນບັນດາເຂດ ແລະ ພາກເວົ້າລວມ.