(VOVWORLD) - ໃນພື້ນຖານວິຈິດສິນ, ເຈ້ຍສາແມ່ນວັດຖຸສ້າງໃຫ້ມີສອງປະເພດພາບພື້ນເມືອງ ທີ່ມີຊື່ສຽງຂອງ ຫວຽດນາມ ນັ້ນແມ່ນພາບ ຮ່າງຈົ໊ງ ແລະ ພາບ ດົ່ງໂຮ່. ແຕ້ມໃສ່ເຈ້ຍສາແມ່ນຕ້ອງການດ້ານເຕັກນິກສູງ ບໍ່ແມ່ນວ່າຈິດຕະກອນຜູ້ໃດກໍ່ສາມາດແຕ້ມໄດ້. ຈິດຕະກອນ ຫວູຖາຍບິ່ງ ສຸມຈິດສຸມໃຈຊອກຫາ ແລະ ໄດ້ປະສົບຜົນສຳເລັດ ດ້ວຍການແຕ້ມພາບໃສ່ເຈ້ຍສາພື້ນເມືອງ ໂດຍປະສານກັບວິຈິດຕະກຳຍຸກປັດຈຸບັນ
ຈິດຕະກອນ ຫວູຖາຍບິ່ງ |
ຈິດຕະກອນ ຫວູຖາຍບິ່ງ ເກີດປີ 1976 ຢູ່ແຂວງ ຮຶງອຽນ. ວົງການວິຈິດສິນ ໄດ້ຮູ້ເຖິງພາບເຈ້ຍສາຂອງຈິດຕະກອນ ຫວູຖາຍບິ່ງ ຍ້ອນວ່າລາວແມ່ນຜູ້ສັດຊື່ກັບເຈ້ຍສາທີ່ສຸດ. ຫວູຖາຍບິ່ງ ໄດ້ມີງານວາງສະແດງສ່ວນຕົວສອງຄັ້ງ “ສີສັນເຈ້ຍສາທີໜຶ່ງ” ປີ 2016, “ສີສັນເຈ້ຍສາທີສອງ” ປີ 2018 ຢູ່ ຮ່າໂນ້ຍ ອັນໄດ້ເຮັດໃຫ້ຜູ້ນິຍົມວິຈິດສິນບໍ່ໜ້ອຍ ຕ້ອງມີຄວາມນິຍົມນັບຖື. ຄາດວ່າໃນປີ 2021 ລາວຈະຈັດງານວາງສະແດງ “ສີສັນເຈ້ຍສາທີ ສາມ”. ພິເສດພາບແຕ້ມຂອງ ຫວູຖາຍບິ່ງ ໄດ້ປາກົດຕົວຢູ່ຫຼາຍປະເທດໃນໂລກຄື ອັງກິດ, ອາເມລິກາ, ການາດາ, ໄທ, ຍີ່ປຸ່ນ… ຈິດຕະກອນ ຫວູຖາຍບິ່ງ ເລົ່າສູ່ຟັງວ່າ:
“ແຕ້ມໃສ່ເຈ້ຍສາແມ່ນຍາກທີ່ສຸດ. ເມື່ອກ່ອນນີ້, ເຈ້ຍສາພຽງນຳໃຊ້ເພື່ອຈົດກ່າຍເອກະສານເທົ່ານັ້ນ ແຕ່ໃນໄລຍະຕໍ່ມາ ເຂົາເຈົ້າໄດ້ໃຊ້ເພື່ອພິມພາບ ຍົກຕົວຢ່າງຄື ພາບຮ່າງຈົ໊ງ ແລະ ພາບດົ່ງໂຮ່. ຂ້າພະເຈົ້າຢາກໃຫ້ເຈ້ຍສາ ບໍ່ພຽງນຳໃຊ້ເພື່ອພິມພາບຄືແຕ່ກ່ອນນີ້ເທົ່ານັ້ນ ແຕ່ຕ້ອງມີລົມຫາຍໃຈໃໝ່ ມີຫົວຄິດປະດິດສ້າງ. ຂ້າພະເຈົ້າຢາກໃຫ້ເຈ້ຍສາຂະຫຍາຍຕົວ ແລະ ໄດ້ຮັບການອະນຸລັກ. ເຈ້ຍສາແມ່ນວັດຖຸທີ່ລຽບງ່າຍ ນັ້ນແມ່ນສິ່ງທີ່ຂ້າພະເຈົ້າພວມເດີນຕາມ. ແຕ້ມໃສ່ເຈ້ຍສາຂ້າພະເຈົ້າຈຶ່ງມີຄວາມຮູ້ສຶກພໍໃຈ ສາມາດຝາກຝັງທຸກສິ່ງທຸກຢ່າງໃສ່ວາດແຕ້ມບົນເຈ້ຍສາ. ອີກສິ່ງໜຶ່ງແມ່ນຂ້າພະເຈົ້າຢາກຮັກສາວັດທະນະທຳພື້ນເມືອງ ດ້ວຍວັດຖຸພື້ນເມືອງ ນັ້ນແມ່ນເຈ້ຍສາ”.
ຈິດຕະກອນ ຫວູຖາຍບິ່ງ ໄດ້ຊອກຫາເຕັກນິກ ແລະ ຈຸດພິເສດສະເພາະຂອງເຈ້ຍສາ. ສຳລັບລາວແລ້ວການແຕ້ມໃສ່ເຈ້ຍສາ ບໍ່ໍຕ້ອງການມີຄວາມເຂັ້ມແຂງ, ພຽງຕ້ອງການຄວາມອ່ອນໂຍນ ແລະ ລະອຽດອ່ອນ. ບັນດາພາບແຕ້ມຂອງລາວເຄີຍມີຂະໜາດໃຫຍ່, ຫົວເລື່ອງອຸດົມສູນບູນ ເຊິ່ງພົ້ນເດັ່ນຂຶ້ນແມ່ນພາບແຕ້ມ “ຍາມຕອນທ່ຽງງຽບສະງັດ”, “ບ້ານຂ້ອຍ”, “ລໍຖ້າ”, “ນາງສາວເຜົ່າຢ້າວແດງ”… ນັກສະຖາປະນິດ ດວ່ານວັນຕ໊ວນ ຖືວ່າ:
“ເມື່ອຮັບຊົມພາບແຕ້ມຂອງ ຫວູຖາຍບິ່ງ ຂ້າພະເຈົ້າເຫັນວ່າ ລາວໄດ້ມີການຈັດສັນເປັນລະບົບວິທະຍາສາດ. ພາບແຕ້ມຂອງ ບິ່ງ ແມ່ນເຕັກນິກຢູ່ໃນທ່າມກາງສິລະປະ ແລະ ສິລະປະໃນທ່າມກາງເຕັກນິກ. ສອງສິ່ງນີ້ໄດ້ປະສານເຂົ້າກັນ ເຊິ່ງສຳລັບອາຊີບເຮັດສະຖາປັດຕະຍະກຳ ເພື່ອໃຫ້ສອງປັດໄຈນີ້ປະສານເຂົ້າກັນໄດ້ ແມ່ນຍາກທີ່ສຸດ. ວັດຖຸທີ່ ບິ່ງ ນຳໃຊ້ໄດ້ມີປັດໄຈລຽບງ່າຍມາແລ້ວ, ສາຍຕາສັງເກດຂອງ ບິ່ງ ແມ່ນຫຼັກແຫຼມ”.
ຈິດຕະກອນ ຫວູຖາຍບິ່ງ ໄດ້ສຸມຈິດສຸມໃຈຄົ້ນຄວ້າ ແລະ ໄດ້ທົດລອງດ້ວຍຫຼາຍວິທີແຕ້ມໃສ່ເຈ້ຍສາ. ລາວເຫັນວ່າເຈ້ຍສາ ເມື່ອແຊ່ນ້ຳດົນກໍ່ສາມາດແຕ້ມງ່າຍກວ່າ ເມື່ອທຽບໃສ່ເຈ້ຍສາຫາກໍ່ຜະລິດ. ຄວາມອ່ອນໂຍນຈະເພີ່ມຂຶ້ນ. ເມື່ອຮັບຊົມພາບແຕ້ມຂອງຈິດຕະກອນ ຫວູຖາຍບິ່ງ ຜູ້ຊົມສາມາດວາດນຶກເຖິງ ລາວປຽບເໝືອນນັກວິທະຍາສາດຂອງສິລະປະ ຍ້ອນວ່າວິທີເປັນເຈົ້າດ້ານເຕັກນິກໃນການແຕ້ມໃສ່ເຈ້ຍສາທີ່ຄ່ອງແຄ້ວຂອງລາວ. ຈິດຕະກອນ ມິງເຟືອງ ໃຫ້ຮູ້ວ່າ:
“ເຈ້ຍສາແມ່ນບາງທີ່ສຸດ ເມື່ອເຮົາຈັບຝອຍແຕ້ມ ຖ້າຫາກວາດແຕ້ມບໍ່ໜັກແໜ້ນ ກໍ່ບໍ່ສາມາດແຕ້ນຄືນໄດ້. ສຳລັບລາຍແຕ້ມໜຶ່ງ ເມື່ອເຮົາແຕ້ມຄືນຈະເຮັດ ໃຫ້ພາບແຕ້ມຖືກສູນເສຍ, ທີໜຶ່ງແມ່ນຍ້ອນວ່າລາຍແຕ້ມເຂັ້ມເກີນໄປ, ທີສອງກໍ່ແມ່ນເຈ້ຍຈະຖືກຂາດ. ດັ່ງນັ້ນກໍ່ຄວນແຕ້ມດ້ວຍຄວາມລະມັດລະວັງ, ເມື່ອແຕ້ມລາຍໃດກໍ່ຕ້ອງໄດ້ລາຍນັ້ນ. ເມື່ອແຕ້ມໃສ່ເຈ້ຍສາແມ່ນອ່ອນໂຍນ, ການພັນລະນາກໍ່ມີໄຫວພິບ, ມີຄວາມງາມ ແລະ ຮັກສາໄດ້ດົນ, 50 ປີກໍ່ຍັງໃໝ່ຢູ່”.
ເມື່ອໄດ້ຮັບຊົມພາບແຕ້ມຂອງ ຫວູຖາຍບິ່ງ ຈຶ່ງເຫັນໄດ້ເຖິງການອອກແຮງງານທາງດ້ານສິລະປະຂອງລາວ ແມ່ນບໍ່ມີຄວາມຈຳກັດ. ບັນດາພາບແຕ້ມຂອງລາວ ເບິ່ງຄືວ່າປຽບເໝືອນບັນດາບົດດົນຕີອ່ອນຊ້ອຍບົນເຈ້ຍສາ. ພາບແຕ້ມຂອງລາວໄດ້ພາຜູ້ຊົມ ເຂົ້າໄປສູ່ການດຳລົງຊີວິດທີ່ສັດຊື່ ລຽບງ່າຍ, ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກອັນແຮງກ້າ ເຊິ່ງຍາກທີ່ຈະຫາ ຈິດຕະກອນຄົນອື່ນສາມາດເຮັດໄດ້. ຈິດຕະກອນ ຫວູຖາຍບິ່ງ ໄດ້ນຳພາບແຕ້ມໃສ່ເຈ້ຍສາຂຶ້ນສູ່ລະດັບສູງໃໝ່. ນັ້ນແມ່ນບັນດາພາບແຕ້ມບໍ່ພຽງແຕ່ມີຄວາມງາມ ທາງດ້ານສີສັນ, ຮູບພາບເທົ່ານັ້ນ ຫາກຍັງຊ້ອນແຝງລວງເລິກ ໃນການດຳລົງຊີວິດ ແລະ ຈິດວິຍານຂອງມະນຸດອີກດ້ວຍ.