ສຸສານປາວານ (ພາບ: vanhoadoisong)
|
ໂດຍແມ່ນປະເທດຕັ້ງຢູ່ແຄມມະຫາສະໝຸດປາຊີຟິກດ້ວຍຝັ່ງທະເລລວມຄວາມຍາວກ່ວາ 3200 ກິໂລແມດ, ປະຫວັດສາດຂອງຊາດຫວຽດນາມຍາມໃດກໍຕິດພັນກັບວິວັດການພິຊິດມະຫາສະໝຸດ. ຊີວິດຂອງຊາວປະມົງຢູ່ແຄມທະເລຍາມໃດກໍຕິດພັນການເດີນທະເລ, ປະເຊີນໜ້າກັບພາຍຸລົມແຮງ, ດັ່ງນັ້ນໃນແນວຄິດຈິດໃຈຂອງຊາວປະມົງໄດ້ຄ່ອຍເຊື່ອໝັ້ນຕໍ່ເທວະດາຟ້າແຖນໃຫ້ການປົກປິດຊ່ວຍເຫຼືອ, ນຳຄວາມໂຊກດີມາໃຫ້ແກ່ເຂົາເຈົ້າໃນການດຳລົງຊີວິດ. ຜ່ານການເວລາ, ຄວາມເຊື່ອໝັ້ນດັ່ງກ່າວ, ໄດ້ກາຍເປັນການເຫຼື້ອມໄສບູຊາເຈົ້າທະເລ, ມີກຳລັງດຶງດູດຢ່າງແຂງແຮງ, ກາຍເປັນຈຸດວັດທະນະທຳຈິດວິນຍານຂອງຊາວປະມົງຢູ່ບັນດາໝູ່ບ້ານແຄມທະເລ.
ເມື່ອເວົ້າເຖິງ ວັດທະນະທຳຈິດວິນຍານຂອງຊາວປະມົງຢູ່ບັນດາໝູ່ບ້ານແຄມທະເລຫວຽດນາມນັ້ນ, ແມ່ນອາດຕ້ອງເວົ້າເຖິງການເຫຼື້ອມໄສບູຊາປາວານ. ແຕ່ກີ້ແຕ່ກ່ອນ, ປາວານໄດ້ຮັບຄວາມນັບຖືຈາກຊາວປະມົງຢູ່ບັນດາໝູ່ບ້ານແຄມທະເລ ຄືດັ່ງເຈົ້າທະເລຕາເວັນອອກ. ຕາມເລື່ອງລາວເລົ່າຂານກັນມາວ່າ: ເມື່ອ ພະພຸດທະເຈົ້າສະເດັດຜ່ານເຂດທະເລ, ເຫັນຊາວປະມົງປະສົບກັບພາຍຸລົມແຮງ ຊຶ່ງໄດ້ມ້ວນເອົາເຮືອ,ກຳປັ່ນຂອງພວກເຂົາຖືກຈົມໃຕ້ນ້ຳ, ພະອົງໄດ້ມີຄວາມອີດູສົງສານ ແລະໄດ້ເອົາຈີວອນຂອງຕົນແກວງຖິ້ມລົງທະເລ, ຈີວອນຜືນນັ້ນໄດ້ປ່ຽນຮູບເປັນຝູງປາວານເພື່ອກອບກູ້ເອົາຊີວິດຂອງຊາວປະມົງທີ່ພວມປະສົບກັບພາຍຸລົມແຮງ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ປະເພນີບູຊາປາວານໄດ້ຮັບການດຳເນີນຢູ່ຕາມເຂດແຄມທະເລ. ໄລຍະຕໍ່ມາບັນດາພິທີໄຫວ້ບູຊາປາວານໄດ້ຄ່ອຍໆກາຍເປັນງານບຸນ ແລະ ເຄີຍຕິດພັນກັບງານບຸນພາວະນາໃຫ້ລະດູການປະມົງໄດ້ຮັບຜົນດີ. ປະເພນີບູຊາປາວານໄດ້ຮັບຖືວ່າແມ່ນມໍລະດົກວັດທະນະທຳທະເລຂອງຊາວຫວຽດນາມ ຊຶ່ງເປັນການສະແດງໃຫ້ເຫັນຄວາມເຊື່ອໝັ້ນດ້ານຈິດວິນຍານຕໍ່ທະເລ, ມີການປະສານກົມກືນລະຫວ່າງທຳມະຊາດ ແລະ ມະນຸດ, ທັງເປັນການຢັ້ງຢືນອະທິປະໄຕຕໍ່ອາຊີບການປະມົງບົນທະເລຂອງຊາວຫວຽດນາມ. ຢູ່ບາງປະເທດແຄມທະເລມີທີ່ຕັ້ງມໍ່ກັບຫວຽດນາມຄື ຈີນ ຫຼືກຳປູເຈຍແມ່ນບໍ່ມີປະເພນີນີ້. ທ່ານສາດສະດາຈານ ດຣ Tran Ngoc Them ນັກຄົ້ນຄ້ວາວັດທະນະທຳໃຫ້ຮູ້ວ່າ “ ການເຫຼື້ອມໄສບູຊາປາວານແມ່ນປະເພນີທີ່ລຶ້ງເຄີຍກັບປະຊາຊົນເຂດແຄມທະເລຫວຽດນາມ, ພິເສດແມ່ນບັນດາໝູ່ບ້ານແຄມທະເລຈາກແຂວງ ແທງຮ້ວາລົງຮອດບັນດາແຂວງທາງພາກໃຕ້. ປະເພນີບູຊາປາວານແມ່ນເຄີຍມີຢູ່ບັນດາເຂດທະເລທີ່ມີປາວານອາໄສ ແລະ ເຂດນັ້ນຕ້ອງມີປະຊາຊົນປະກອບອາຊີບການປະມົງ ”
ງານບຸນບູຊາປາວານຖືກຈັດຂຶ້ນໃນຍາມທ້າຍລະດູໃບໄມ້ຫຼົ່ນ ແລະ ຕົ້ນລະດູບານໃໝ່, ນີ້ແມ່ນຊວງເວລາທ້າຍລະດູຫາປາ ແລະ ແລະ ເລີ່ມຕົ້ນແກ່ລະດູຫາປາຄັ້ງໃໝ່. ງານບຸນບູຊາປາວານຖືກດຳເນີນໃນເວລາ 2-3 ວັນຢູ່ດິນຕໍ່ແຜ່ນ ແລະ ບັນທະເລ, ລວມມີ ຂັ້ນຕອນດຳເນີນພິທີ ແລະ ຂັ້ນຕອນຈັດບຸນ. ຂັ້ນຕອນຈັດພິທີຖືກດຳເນີນຢູ່ຕາມສຸສານປາວານ ຫຼື ສາລາ, ຫໍໂຮງບູຊາປາວານຊຶ່ງແມ່ນ ບັນດາພິທີເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດປະສານກັບວັດທະນະທຳທ້ອງຖິ່ນ. ສ່ວນໃນຂັ້ນຕອນຈັດບຸນ, ສິ່ງທີ່ປະທັບໃຈແມ່ນພິທີແຫ່ຮູບ ຈຳລອງປາວານ ຕັ້ງເທິງເຮືອຖືກແຊມດອກໄມ້ ໄປຍັງສຸສານ ຫຼື ສາລາ, ຫໍໂຮງບູຊາປາວານ.
ທ່ານ ດຣ Huynh Quoc Thang ນັກຄົ້ນຄ້ວາວັດທະນະທຳໃຫ້ຮູ້ວ່າ
“ ສິ່ງທີ່ກວມລວມທີ່ສຸດນັ້ນ, ແມ່ນເຂົາເຈົ້າອາໄລຫາ, ສ້າງສາຍສຳພັນ, ສະແດງຄວາມຮູ້ບູນຄຸນກັບສິ່ງທີ່ມີຊີວິດ, ພິເສດແມ່ນປາວານ ຊຶ່ງຊ້ອນແຝງຄວາມໝາຍຕອບບູນແທນຄຸນຕໍ່ທະເລຊຶ່ງໄດ້ລ້ຽງຊີວິດມະນຸດ. ທີ່ 2 ແມ່ນໃນແນວຄິດຈິດໃຈ, ຈິດວິນຍານຂອງປະຊາຊົນເຂດແຄມທະເລ ແມ່ນພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ການເດີນເຮືອຫາປາໄດ້ຮັບຜົນດີ. ທີ່ 3 ແມ່ນອາໄລຫາເຖິງບັນດາ ຜູ້ຄົນທີ່ໄດ້ເສຍຊີວິດ ແລະ ຫາຍສາບສູນໃນການເດີນທະເລ”
ນອກຈາກປະເພນີເຫຼື້ອມໄສບູຊາປາວານ, ກໍຍັງມີການເຫຼື້ອມໄສບູຊາເຈົ້າທະເລ ຊຶ່ງແມ່ນປະເພນີທີ່ ເຂັ້ມຂົ້ນ ໄປດ້ວຍສີສັນວັດທະນະທຳໃນຊີວິດຂອງ ປະຊາ ຊົນເຂດແຄມທະເລ, ນັ້ນແມ່ນເທວະດາ ດົກເກືອກ ໝາຍເຖິງເທວະດາຂາດຽວ ຢູ່ບາງໝູ່ບ້ານແຄມທະເລໃນແຂວງແທງຮ້ວາ. ລຸງ Phan The Thao ຜູ້ເຝົ້າຍາມຢູ່ວິຫານດົກເກືອກ ໃຫ້ຮູ້ວ່າ
“ ເມື່ອເວົ້າເຖິງເທວະດາ ດົກເກືອກກໍແມ່ນເວົ້າເຖິງເທວະດາທີ່ໄດ້ແບ່ງໂຕເປັນ 2 ສ່ວນ, ເຄິ່ງໜຶ່ງເພື່ອເວນຍາມປົກປັກຮັກສາເຂດທະເລຕາເວັນອອກ, ສ່ວນອີກເຄິ່ງໜຶ່ງເພື່ອປັກປັກຮັກສາປະເທດຊາດ, ຊ່ວຍໃຫ້ປະຊາຊົນທຳມາຫາກິນໄດ້ຢ່າງສະດວກສະບາຍ. ວິຫານ ດົກເກືອກ ບໍ່ພຽງແຕ່ແມ່ນບ່ອນທີ່ຊາວປະມົງມາໄຫວ້ບູຊາ ພາວະນາໃຫ້ການເດີນເຮືອໄດ້ຮັບຄວາມປອດໄພເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶກສາ, ພາວະນາໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຜາສຸກ ”
ຕາມການເວລາ, ປະເພນີເຫຼື້ອມໄສບູຊາປາວານ, ບູຊາເຈົ້າທະເລຍັງຄົງໄດ້ຮັບການຮັກສາໄວ້, ປະກອບສ່ວນເຂົ້າໃນການອະນຸລັກຈຸດວັດທະນະທຳຈິດວິນຍານເຂດແຄມທະເລ ທີ່ມີຄຸນຄ່າທາງວັດທະນະທຳພື້ນເມືອງຫວຽດນາມ.