(VOVWORLD) -ຊຸດອາພອນຂອງແມ່ຍິງຊາວເຜົ່າຫຼື້ ຢູ່ແຂວງ ລາຍເຈົາ. ແຕ່ປາງກ່ອນ, ຊາວເຜົ່າຫຼື້ຢູ່ແຂວງ ລາຍເຈົາ ໄດ້ຮູ້ຈັກວິທີປູກຝ້າຍ, ປູກມອນລ້ຽງມ້ອນ ເຂັນຝ້າຍ ເພື່ອຕ່ຳແຜ່ນແພຮັບໃຊ້ຄວາມຕ້ອງການຕັດຫຍິບຂອງຊຸມຊົນ. ຊຸດອາພອນດ້ວຍສີສັນຫຼາກ ຫຼາຍ ເຊິ່ງໄດ້ວາດພາບເຖິງທຳມະຊາດ, ຕົ້ນໄມ້ໃບຫຍ້າ… ອັນໄດ້ສ້າງຄວາມງາມທີ່ເປັນເອກະລັກສະເພາະຂອງແມ່ຍິງຊາວເຜົ່າຫຼື້.
ແມ່ຍິງຊາວເຜົ່າຫຼື້ |
ຊຸດອາພອນຂອງແມ່ຍິງຊາວເຜົ່າຫຼື້ ປະກອບດ້ວຍແພພັນຫົວ, ສິ້ນ, ສາຍແອວ ແລະ ປອກຄໍ, ດ້ວຍຄວາມເປັນເອກະລັກສະເພາະ. ໃນແຕ່ລະວັນແມ່ຍິງເຜົ່າຫຼື້ ເຄີຍນຸ່ງສິ້ນແຕ່ສອງຫາສາມຜືນໃນພາບດຽວ. ສິ້ນຖືກນຸ່ງແບບກອງກັນເປັນຫຼາຍຊັ້ນ, ແຕ່ລະຜືນຫ່າງຈາກກັນແຕ່ 3 ຫາ 4 ຊັງຕີແມັດ ຕາມລວງສູງເທື່ອລະກ້າວ. ພໍ່ແມ່ພີ່ນ້ອງເຜົ່າຫຼື້ ມີຄວາມສຳນຶກວ່ານຸງແບບນັ້ນແມ່ນທັງມີຄວາມງາມລຽບໆ, ທັງສາມາດແລກປ່ຽນໃຫ້ກັນ ເມື່ອສິ້ນຢູ່ທາງນອກທີ່ໄດ້ເກົ່າແລ້ວ. ນາງ ປອ ຫວໍທິມາຍເຟືອງ ຫົວໜ້າພະແນກຄົ້ນຄວ້າເກັບຮັກສາ ຫໍພິພິທະພັນຊົບເຜົ່າວິທະຍາ ຫວຽດນາມ ໃຫ້ຮູ້ວ່າ:
“ເສື້ອຂອງແມ່ຍິ່ງເຜົ່າຫຼື້ ຖືກຕັດຫຍິບແບບປະກອບຫຼາຍປ່ຽງ, ເມື່ອແກ້ເພື່ອເບິ່ງລະອຽດ ກໍ່ເຫັນມີແພ 6 ປ່ຽງຫຍິບກອງກັນ. ເມື່ອແມ່ຍິງເຜົ່າຫຼື້ ນຸ່ງກໍ່ເຫັນຈຸດຄວາມງາມທີ່ສຸດ ແມ່ນຢູ່ບ່ອນແອວ. ສຳລັບການປະດັບປະດາໃນເສື້ອຂອງແມ່ຍິງເຜົ່າຫຼື້ ແມ່ນມີຫຼາຍຮູບການນັ້ນແມ່ນທັກແສ່ວ, ຫຍິບຕໍ່ກັນ, ຕິດເງິນຫຼຽນ ຫຼື ໝາກຕຸ້ມ. ຊຸດອາພອນຂອງຊາວເຜົ່າຫຼື້ ແມ່ນງາມທີ່ສຸດເພາະວ່າ ມັນຖືກປະສົມດ້ວຍຫຼາຍສີທີ່ແຕກຕ່າງກັນ ເຊິ່ງສີຕົ້ນຕໍຍັງແມ່ນສີຄາມ”.
ແພພັນຫົວຂອງແມ່ຍິງເຜົ່າຫຼື້ ຖືກເຮັດດ້ວຍແພຝ້າຍຍ້ອມສີຄາມດຳ ມີລວງຍາວກວ່າ 4 ແມັດ, ກວ້າງ 2-3 ແມັດ ສ່ວນສາຍແອວ ຖືກຕັດຫຍິບດ້ວຍແພສີຂາວ, ຢູ່ສອງຫົວແມ່ນຖືກຖັກແສ່ວລວດລາຍດ້ວຍ 6 ເສັ້ນ, ເສັ້ນທີ 4 ຖືກຖັກແສ່ວລະອຽດກວ່າ ແລະ ຢູ່ຫາງສາຍແອວເພື່ອມີເສັ້ນນ້ອຍຫຼາຍເສັ້ນ. ເພື່ອຈະຕັດຫຍິບຊຸດອາພອນນີ້ ໃຫ້ສຳເລັດ, ແມ່ຍິງເຜົ່າຫຼື້ ຕ້ອງຜ່ານຫຼາຍຂັ້ນຕອນທີ່ລຳບາກ, ຈາກການປູກຝ້າຍ, ປູກມອນລ້ຽງມ້ອນ ເຂັນຝ້າຍຕະຫຼອດຮອດການຫຍິບປັກຖັກແສ່ວ ປະດັບປະດາລວດລາຍ. ນາງ ຕາວທິຝຸງ ຢູ່ຕາແສງ ບ້ານຮອນ ເມືອງ ຕາມເດື່ອງ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:
“ຕາມປະເພນີ້ແລ້ວ ຊາວເຜົ່າຫຼື້ປູກຝ້າຍ ເພື່ອຕ່ຳແຜ່ນແພ ເພື່ອຕັດຫຍິບເຄື່ອງນຸ່ງ. ຄາວອາຍຸແຕ່ 14 ຫາ 15 ປີກໍ່ແອບຕັດຫຍິບ ແລະ ຕ່ຳແຜ່ນແພ. ເມື່ອໄປການມາ ກໍ່ຕ່ຳແຜ່ນແພ, ຍາມກາງຄືນແມ່ນເຂັນຝ້າຍ. ຊຸດອາພອນແມ່ນຕັດຫຍິບເພື່ອນຸ່ງ ແລະ ຖ້າຫາກວ່າມີແຂກທ່ອງທ່ຽວມາຊື້ກໍ່ຂາຍ. ສຳລັບເສື້ອແມ່ນຕັດຫຍິບ, ສິ້ນແມ່ນຕ່ຳ, ເຮັດເປັນແຕ່ລະປ່ຽງ ແລ້ວກໍ່ຫຍິບຕໍ່ກັນເປັນເສື້ອ”.
ສຳລັບການຕ່ຳແຜ່ນແພ, ຫຍິບປັກຖັກແສ່ວ, ປະສົມສີ, ປະດັບປະດາລວດລາຍ ກໍ່ລ້ວນແຕ່ຖືກແມ່ຍິງເຜົ່າຫຼື້ ເຮັດລະອຽດລະອໍ ເພື່ອແຜ່ນແພມີລວດລາຍທີ່ເປັນເອກະລັກສະເພາະ. ນາງ ລໍ່ທິນ້ອຍ ຢູ່ຕາແສງ ບ້ານຮອນ ເມືອງ ຕາມເດື່ອງແຂວງລາຍເຈົາເວົ້າວ່າ:
“ເພື່ອຕັດຫຍິບໄດ້ເສື້ອຜືນໜຶ່ງ ກໍ່ຕ້ອງປູກຝ້າຍ ຕ່ຳແຜ່ນແພ, ສ່ວນສິ້ນກໍ່ແມ່ນຕ້ອງລ້ຽງມ້ອນ ເພື່ອຕ່ຳດ້ວຍໄໝ. ເຂັນຝ້າຍແລ້ວຈິ່ງຕ່ຳ, ຕ່ຳເປັນແພສີຂາວ ແລ້ວກໍ່ຍ້ອມສີດຳ, ແລ້ວກໍ່ຕັດຫຍິບເປັນຊຸດເຄື່ອງນຸ່ງຂອງເຜົ່າຕົນ”.
ເຕັກນິກການຖັກແສ່ວລວດລາຍ ແມ່ນຮຽກຮ້ອງໃຫ້ແມ່ຍິງເຜົ່າຫຼື້ ຕ້ອງມີຄວາມມານະອົດທົນ, ລະມັດລະວັງ ເພາະວ່າຖ້າຫາກບໍ່ຕັ້ງໃຈພຽງເລັກນ້ອຍ ກໍ່ຈະເຮັດໃຫ້ສູນເສຍຄວາມງາມ. ນາງ ເລທິບິກ ຢູ່ເມືອງ ຕາມເດື່ອງ ເຊິ່ງແມ່ນຜູ້ນິຍົມຊຸດອາພອນຂອງແມ່ຍິງ ເຜົ່າຫຼື້ ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າເຫັນວ່າເອື້ອຍນ້ອງແມ່ຍິງ ນຸ່ງຊຸດອາພອນຂອງຊາວເຜົ່າຫຼື້ ແມ່ນທັງງາມ, ແຜ່ນແພຂອງແມ່ຍິງຊາວເຜົ່າຫຼື້ຕ່ຳມາແມ່ນງາມທີ່ສຸດ. ເມື່ອຖັກແສ່ວກໍ່ຕ້ອງໃຊ້ເວລານານ, ຕ້ອງເຮັດຢ່າງລະອຽດລະອໍ”.
ໃນການດຳລົງຊີວິດ ທຸກວັນນີ້ກໍ່ມີການປ່ຽນແປງຫຼາຍຢ່າງ ແຕ່ແມ່ຍິງຊາວເຜົ່າຫຼື້ ຢູ່ແຂວງ ລາຍເຈົາ ຍັງຄົງຮັກສາບັນດາຊຸດອາພອນປະຈຳເຜົ່າຂອງຕົນໄວ້. ຄວາມລະອຽດອ່ອນ, ຄວາມເປັນເອກະລັກ ແລະ ສີສັນວັດທະນະທຳສະເພາະ ໃນຊຸດອາພອນຂອງແມ່ຍິງຊາວເຜົ່າຫຼື້ ໄດ້ປະກອບສ່ວນສ້າງຮູບພາບວັດທະນະທຳ ຫຼາກຫຼາຍສີສັນຂອງວົງຄະນາຍາດ 54 ຊົນເຜົ່າ ຫວຽດນາມ.