ຈາກຂົວ ເບັ້ນຢັງ ບົນເສັ້ນທາງໂຮ່ຈິມິນ ເດີນມຸ່ງໜ້າສູ່ດ່ານຊາຍແດນ ນາມຢາງ - ດັກຕາອອກ ປະມານ 15 ກີໂລແມດ ກໍຈະຮອດຕາແສງ ຕາ ບຮິງ, ເມືອງ ນາມຢາງ, ແຂວງ ກວາງນາມ. ຢູ່ແຫ່ງນີ້, ມີບັນດາຫມູ່ບ້ານຊາວເກີຕູດ້ວຍບັນດາສາລາບ້ານ, ຂົວອູ່ແຫ່ງຕ່າງໆຕັ້ງຂ້າມແມ່ນ້ຳງາມດັ່ງໃນຝັນ ພ້ອມກັບບັນດາສະຖານທີ່ທ່ອງທ່ຽວທີ່ລື່ຊື່ເຊັ່ນ : ນ້ຳຕົກຕາດ ກຣັງ, ໝູ່ບ້ານຕ່ຳແຜ່ນແພພື້ນເມືອງ ຢາຣາ, ເຂດອະນຸລັກຮັກສາທຳມະຊາດ ແມ່ນ້ຳແທງ…ໂດຍມີການຊ່ວຍໜູນຈາກ “ໂຄງການທ່ອງທ່ຽວອີງໃສ່ເຂດຊຸມຊົນ” ໂດຍອົງການຊ່ວຍບັນເທົາທຸກ ແລະ ພັດທະນາສາກົນຂອງຍີປຸ່ນປະຕິບັດ, ຊາວເຜົ່າເກີຕູຢູ່ຕາແສງ ຕາ ບຮິງພວມຮຽນວິທິປະກອບອາຊີບເຮັດທ່ອງທ່ຽວ.
ວາດຟ້ອນຂອງແມ່ຍິງຊາວເຜົ່າເກີຕູ |
ແຂກທ່ອງທ່ຽວຊາວຍີປຸ່ນກວ່າ 30 ຄົນຂີ່ລົດຕູ້ 2 ຄັນໄດ້ມາຮອດເບັ້ນຢັງ. ໃນທັນທີ່, ຜູ້ນຳທ່ຽວເກືອບ 10 ຄົນຊຶ່ງແມ່ນບັນດານາງສາວ, ອ້າຍບ່າວ ນຸ່ງຊຸດອາພອນຊາວເຜົ່າເກີຕູດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ ໄດ້ມາຕ້ອນຮັບ. ເບີຣິວ ເທືອງ - ຫົວໜ້າໜ່ວຍປະສານງານທ່ອງທ່ຽວເຂດຊຸມຊົນ ໄດ້ແນະນຳກັບແຂກທ່ອງທ່ຽວກ່ຽວກັບສະຖານທີ່ທ່ອງທ່ຽວທຳອິດ ແມ່ນເສັ້ນທາງໂຮ່ຈິມິນ.
ເສັ້ນທາງໂຮ່ຈິມິນເມື່ອກ່ອນນີ້, ຖືກວາດພາບຢ່າງເຕັມສ່ວນດ້ວຍຄ້າຍທະຫານ, ສຸກສາລາ, ສະຖານີຕິດຕໍ່ສື່ສານ, ຈຸດພັກຜ່ອນຂອງທະຫານບົນໄລຍະທາງເຄື່ອນທັບ, ບັນດາເຮືອນຕູບມຸງຫຍ້າ, ອູ່, ຜ້າປົກ, ຂຸມລີ້ໄພ ພ້ອມກັບທາງດິນຄົດງໍເຕັມໄປດ້ວຍຂີ້ຝຸ່ນໃນທ່າມກາງເຂດພູຜາປ່າໄມ້ ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມຕົກສະເງີ້. ນັກຈິດຕະກອນ Tasuma Kanna ເມົາມົວແຕ້ມບັນດາລົດບັນທຸກດ້ວຍຮອຍລູກປືນຢູ່ຫຼາຍບ່ອນຂອງທະຫານລຸງໂຮ່ເມື່ອກ່ອນນີ້. ສ່ວນທ່ານ Matsu Moto Gienme ຊຶ່ງແມ່ນຜູ້ເຄີຍມີບັນດາການເຄື່ອນໄຫວທີ່ຕັ້ງໜ້າເພື່ອສະໜັບສະໜູນການທຳສົງຄາມທີ່ເປັນທຳຂອງປະຊາຊົນຫວຽດນາມ. ເມື່ອຢືນຊົມຮູບພາບທີ່ວາດພາບຄືນເຂດປ່າຕ່າງໆຖືກທຳລາຍຍ້ອນສານພິດສີສົ້ມດີໂອຊິນ. ທ່ານ Matsu Moto Gienme ໄດ້ຫຼັ່ງນ້ຳຕາ ແລະ ເວົ້າວ່າ :
“ ສົງຄາມແມ່ນການກະທຳທີ່ອະທຳ. ຂ້າພະເຈົ້າເຫັນໄດ້ເຖິງຄວາມເຈັບປວດຂອງຊາວຫວຽດນາມ ແລະ ເມື່ອມານີ້, ຂ້າພະເຈົ້າຍິ່ງເຄົາລົບນັບຖືນ້ຳໃຈ, ເຈດຈຳນົງຂອງທັງຊາດໜຶ່ງ. ເມື່ອໄດ້ເຫັນປະຈັກຕາບັນດາວັດຖຸພັນທີ່ຕົກຄ້າງຈາກສົງຄາມນັ້ນ, ພວດເຮົາຈຶ່ງສາມາດເຂົ້າໃຈກ່ຽວກັບຄວາມຄາດຫວັງຮັກຫອມສັນຕິພາບຂອງຊາວຫວຽດນາມຄືແນວໃດ ”
ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ມາທັດສະນະສຶກສາ, ຄົ້ນຫາຕົວຈິງຜ່ານບັນດາການເຄື່ອນໄຫວຕົ້ນຕໍ່ຄື : ຮັບຊົມລາຍການຟ້ອນ ຕຸງຕຸງຢາຢາ, ນຸງຊຸດອາພອນ ຊາວເຜົ່າເກີຕູ ແລະ ຖ່າຍຮູບຮ່ວມກັບຊາວທ້ອງຖິ່ນເທົ່ານັ້ນ, ຫາກຍັງໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດຂອງນ້ຳຕົກຕາດ ກຣັງ, ໄດ້ຄົ້ນຫາ ແລະ ຊອກຮູ້ອາຊີບຕ່ຳແຜ່ນແພພື້ນເມືອງ, ໄດ້ພົບປະແລກປ່ຽນກັບຊາວເຜົ່າເກີຕູໃນວັນບຸນອີກດ້ວຍ.
ນາງ Yasaka Otsuky ແມ່ນຄົນມັກມ່ວນ, ນາງສາມາດຮຽນວິທີປິ້ງຊີ້ນ ແລະ ວິທີປຸງແຕ່ງເຍືອງອາຫານ ເຢີຣ້າ ໄດ້ຢ່າງວ່ອງໄວ ກໍຄືໄດ້ລົງມືຕ່ຳຫູກຕົວຈິງ. ໃນລາຍການຟ້ອນຕຸງຕຸງ, ນາງ Yasaka Otsuky ໄດ້ນຸງສິ້ນຕາມປະເພນີຂອງແມ່ຍິງ ຊາວເຜົ່າເກີຕູ ແລະ ເຂົ້າຮ່ວມວາດຟ້ອນຢ່າງສຸດໃຈ. ນາງ Yasaka Otsuky ເວົ້າວ່າ :
“ ບັນດາເຍືອງອາຫານຢູ່ທີ່ນີ້ ສ່ວນຫຼາຍຖືກປຸງແຕ່ງຈາກບັນດາຜະລິດຕະພັນຂອງປ່າໄມ້ຄື : ຊີ້ນໝູປ່າ, ຜັກ, ໝາກໄມ້ທີ່ເກັບກູ້ໃນປ່າ. ຊຸດອາພອນຂອງແມ່ຍິງ ຊາວເຜົ່າເກີຕູແມ່ນງາມອີຫຼີ. ໂດຍຕັດຫຍິບດ້ວຍແຜ່ນແພພື້ນເມືອງ, ແຕ່ມັນມີຄວາມແຕກຕ່າງກັບທຸກແຫ່ງອື່ນໆທີ່ຂ້າພະເຈົ້າໄດ້ໄປຢາມຢູ່ຫວຽດນາມ, ມັນຖືກຕິດດ້ວຍບັນດາໝາກຕຸ້ມນ້ອຍໆຢ່າງລະອຽດອ່ອນ, ອັນໄດ້ສ້າງເປັນລວດລາຍທີ່ເປັນເອກະລັກສະເພາະ. ສ່ວນວາດຟ້ອນພື້ນເມືອງຂອງ ຊາວເຜົ່າເກີຕູນັ້ນ ແມ່ນມີຄວາມອ່ອນຊ້ອຍ ປະສານສົມທົບກັບຄວາມແຮງກ້າຂອງບັນດາອ້າຍບ່າວ ”
ບໍ່ເຊັ່ນດຽວກັນກັບບັນດາໂຄງການທ່ອງທ່ຽວເຂດຊຸມຊົນຊຶ່ງໄດ້ປະຕິບັດກ່ອນນີ້, ໂຄງການທ່ອງທ່ຽວອີງໃສ່ເຂດຊຸມຊົນ ໂດຍອົງການຊ່ວຍບັນເທົາທຸກ ແລະ ພັດທະນາສາກົນຂອງຍີປຸ່ນ ສົມທົບກັບເມືອງນາມຢາງ ຈັດຕັ້ງ ໄດ້ເລັ່ງໃສ່ເປົ້າໝາຍຕົ້ນຕໍແມ່ນເສີມຂະຫຍາຍລັກສະນະເປັນເຈົ້າການຂອງວົງຄະນະຍາດກັບການເຊື່ອມຈອດຫຼາຍພາກສ່ວນເຂົ້າຮ່ວມ. ເພື່ອຮັບໃຊ້ການສົ່ງແຂກ, ທາງໂຄງການໄດ້ສ້າງຕັ້ງລະບົບບໍລິຫານລາຍການທ່ອງທ່ຽວຢູ່ ຕາແສງ ຕາ ບຮິງ ດ້ວຍບັນດາສະມາຊິກແມ່ນ ຊາວເຜົ່າເກີຕູ ແລະ ສ້າງຕັ້ງ 15 ກຸ່ມຮັບໃຊ້ວຽກງານຄື : ຟ້ອນພື້ນເມືອງ, ປຸງແຕ່ງອາຫານ, ຕ່ຳແຜ່ນ, ອະນາໄມສິ່ງແວດລ້ອມ, ຮັກສາຄວາມປອດໄພ, ນຳທ່ຽວ…..ແຕ່ລະກຸ່ມຕ່າງກໍມີແຜນການເຄື່ອນໄຫວສະເພາະຂອງໃຜຂອງລາວ. ບັນດາສະມາຊິກໃນຄະນະບໍລິຫານລາຍການທ່ອງທ່ຽວມີໜ້າທີ່ປະສານງານບັນດາກຸ່ມພ້ອມກັນຮ່ວມມືຮັບໃຊ້ແຂກທ່ອງທ່ຽວ.