ທີ່ກອງປະຊຸມຄະນະກຳມາທິການລະຫວ່າງລັດຖະບານກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງຄັ້ງທີ 10 ຂອງ UNESCO ຊຶ່ງຫາກໍຈັດຂຶ້ນຢູ່ນາມີເບຍ, ພິທີ ແລະ ການຫຼິ້ນດຶງເຊືອກຢູ່ຫວຽດນາມ, ກຳປູເຈຍ, ສ.ເກົາຫຼີ, ຟີລິບປີນ ໄດ້ຮັບການເຊິດຊູຈາກ UNESCO ຢ່າງເປັນທາງການວ່າ ແມ່ນມໍລະດົກວັດທະທະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ. ນີ້ແມ່ນຂ່າວດີ, ຂ່າວມ່ວນທີ່ມີຕໍ່ຫຼາຍທ້ອງຖິ່ນຢູ່ຫວຽດນາມ, ໂດຍສະເພາະແມ່ນຢູ່ແຫ່ງຕ່າງໆທີ່ຊາວທ້ອງຖິ່ນຍັງຄົງຮັກສາພິທີ ແລະ ການຫຼິ້ນດຶງເຊືອກພື້ນເມືອງ.
ການຫຼິ້ນດຶງເຊືອກພື້ນເມືອງ
|
ພິທີ ແລະ ການຫຼິ້ນດຶງເຊືອກພື້ນເມືອງ ໄດ້ມີມາແຕ່ດົນນານ ແລະ ມາຮອດປະຈຸບັນ ຍັງຄົງໄດ້ຮັບການຮັກສາໄວ້ຢູ່ຕາມເຂດຊຸມຊົນປູກເຂົ້າ ຊຶ່ງເຕົ້າໂຮມຫຼາຍຢູ່ບັນດາປະເທດພາກພື້ນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້. ສຳລັບຫວຽດນາມແລ້ວ, ນີ້ເປັນຄັ້ງທຳອິດທີ່ຫວຽດນາມສົມທົບກັບກຳປູເຈຍ, ຟີລິບປີນ, ສ.ເກົາຫຼີ ເພື່ອສ້າງສຳເນົາລະຫວ່າງຊາດເພື່ອຍື່ນສະເໜີຕໍ່ UNESCO ຮັບຮອງ ພິທີ ແລະ ການຫຼິ້ນດຶງເຊືອກແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ. ພິທີ ແລະ ການຫຼິ້ນດຶງເຊືອກຢູ່ແຕ່ລະປະເທດ ເຖິງວ່າມີວິທີການຈັດຕັ້ງແຕກຕ່າງກັນ, ສ່ອງແສງບັນດາຈຸດພິເສດໃນການດຳເນີນຊີວິດ, ປະຫວັດສາດ, ວັດທະນະທຳທີ່ແຕກຕ່າງກັນຂອງແຕ່ລະປະຊາຊາດກໍຕາມ, ແຕ່ກໍມີຈຸດຮ່ວມ ນັ້ນແມ່ນເຄີຍຖືກຈັດຂຶ້ນໃນຍາມຕົ້ນປີໃໝ່ ດ້ວຍຄວາມຫວັງໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ. ຢູ່ກຳປູເຈຍ, ການຫຼິ້ນດຶງເຊືອກຖືກຈັດຂຶ້ນເປັນປະຈຳຢູ່ອ້ອມແອ້ມໜອງໃຫຍ່ຕອນຊາບ, ຊຶ່ງແມ່ນບ່ອນມໍ່ກັບວັດອັງກໍ. ຢູ່ຟີລິບປິນ, ການຫຼິ້ນດຶງເຊືອກເຄີຍຖືກຈັດຂຶ້ນຢູ່ ຮຸງດວານ ຊຶ່ງແມ່ນເຂດທີ່ມີທົ່ງນາກ້ວາງໃຫຍ່ໄພສານ. ສ່ວນຢູ່ສ.ເກົາຫຼີ, ການຫຼິ້ນນີ້ກໍຖືກຈັດຂຶ້ນຢູ່ຫຼາຍທ້ອງຖິ່ນ. ທ່ານຮອງສາດສະດາຈານ ດຣ ຫງວຽນວັນຮຸຍ ກຳມະການສະພາມໍລະດົກແຫ່ງຊາດ, ຜູ້ເຂົ້າຮ່ວມການເຮັດສຳເນົາ ໃຫ້ຮູ້ວ່າ :
“ ພື້ນຖານວັດທະນະທຳອາຊີຕາເວັນອອກສ່ຽງໃຕ້ ແມ່ນມີຫຼາຍໃນພິທີ ແລະ ການຫຼິ້ນດຶງເຊືອກ. ນີ້ແມ່ນການພາວະນາໃຫ້ ລະດູການຜະລິດໄດ້ຮັບຜົນດີ, ທຸກໆຄົນມີສຸຂະພາບເຂັ້ມແຂງ, ບ້ານເມືອງມີຄວາມສະຫງົບສຸກ. ນີ້ແມ່ນພື້ນຖານວັດທະນະທຳທີ່ມີມາແຕ່ດົນນານແລ້ວ ”
ຢູ່ຫວຽດນາມ, ການຫຼິ້ນດຶງເຊືອກ ແມ່ນປະກົດຢູ່ທົ່ວທຸກແຫ່ງ. ແຕ່ພິທີ ແລະ ການຫຼິ້ນດຶງເຊືອກແມ່ນມີຈຸດພິເສດສະເພາະຂອງທ້ອງຖິ່ນ ຍັງຄົງຖືກຮັກສາໄວ້ໄດ້ຢູ່ບາງແຂວງເຊັ່ນ : ລາວກາຍ, ວິ້ງຟຸກ, ບັກນິງ, ກໍຄືຢູ່ນະຄອນຫຼວງຮ່າໂນ້ຍ. ຢູ່ທ້ອງຖິ່ນເຫຼົ່ານັ້ນ, ການຫຼິ້ນດຶງເຊືອກພື້ນເມືອງ ແມ່ນຂາດບໍ່ໄດ້ໃນບັນດາວັນບຸນ, ບຸນປີໃໝ່ປະເພນີ.
ພິທີ ແລະ ການຫຼິ້ນດຶງເຊືອກຢູ່ແຕ່ລະເຂດກໍມີວິທີປະຕິບັດແຕກຕ່າງກັນ, ຢູ່ຫຼາຍແຫ່ງ ກໍເຄີຍຈັດແບ່ງເປັນ 2 ທິມ ແຂ່ງຂັນດຶງດ້ວຍເຊືອກ. ມີບາງທ້ອງຖິ່ນຄື: ຊອກເຊີນ, ຮ່າໂນ້ຍ ກໍແຂ່ງຂັນດຶງດ້ວຍຕົ້ນໄມ້ໃຜ່ໂດຍຊາວໜຸ່ມໃນບ້ານກະກຽມກ່ອນການແຂ່ງຂັນນັບເປັນເດືອນໃຫ້ແກ່ພິທີ. ສະເພາະຢູ່ຮ່າໂນ້ຍ, ມີການຫຼິ້ນນັ່ງ ດຶງເຊືອກ ຖືກຈັດຂຶ້ນໃນໂອກາດງານບຸນວິຫານເຈີນວູ້ເມື່ອວັນທີ 3/3 ໄລ່ຕາມຈັນທະປະຕິທິນແຕ່ລະປີຢູ່ບ້ານຫງອກຈີ, ຕາແສງແຖກບານ ເມືອງລອງບຽນ. ລຸງເລວັນກຶ ຊຶ່ງແມ່ນຜູ້ຊ່ວຍວຽກຢູ່ວິຫານເຈີນວູ້ຢູ່ບ້ານຫງອກຈີໃຫ້ຮູ້ວ່າ ເມື່ອໄດ້ຍິນ ການຫຼິ້ນດຶງເຊືອກໄດ້ຮັບການເຊີດຊູແມ່ນ ມໍລະດົກວັດທະນະທຳໂລກ, ລຸງພ້ອມກັບຫຼາຍໆຄົນຢູ່ແຫ່ງນີ້ດີໃຈຫຼາຍ. ລຸງກຶເວົ້າວ່າ :
“ ພວກຂ້າພະເຈົ້າຫາກໍໄດ້ຮັບຂ່າວນີ້, ກໍພາກພູມໃຈທີ່ສຸດ. ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈຕໍ່ການຫຼິ້ນນັ່ງດຶງເຊືອກທີ່ຄົນລຸ່ນກ່ອນໆໄດ້ປະໄວ້ໃຫ້. ກ່ອນທີ່ດຳເນີນ ແລະ ພາຍຫຼັງການແຂ່ງຂັນດຶງເຊືອກນັ້ນ, ພວກຂ້າພະເຈົ້າກໍໄດ້ທຳພິທີບູຊາພະອໍລະຫັນ ”
ບັນດາຜູ້ເຖົ້າຜູ້ແກ່ໃນບ້ານຫງອກຈີໄດ້ເລົ່າຄືນສູ່ຟັງວ່າ : ຕົ້ນກຳເນີດຂອງພິທີ ແລະ ການຫຼິ້ນນັ່ງດຶງເຊືອກ ແມ່ນເລີ່ມມາຈາກເລື່ອງນິທານເລື່ອງໜຶ່ງ ຂະນະທີ່ ບ້ານຫງອກຈີມີໄລຍະປະສົບກັບໄພແຫ້ງແລ້ງ, ນ້ຳສ້າງທັງໝົດ12 ແຫ່ງ ແມ່ນຍັງເຫຼືອພຽງ 1 ແຫ່ງມີນ້ຳ. ໂດຍມີຄວາມຢ້ານກົວຕໍ່ປະຊາຊົນຢູ່ແຫ່ງອື່ນມາເອົານ້ຳໝົດຢູ່ສ້າງນ້ຳສຸດທ້າຍ, ດັ່ງນັ້ນຊາວບ້ານຕ້ອງນັ່ງລົງໜ້າດິນເພື່ອຈັບເອົາຄຸນ້ຳ. ໄລຍະຕໍ່ມາ, ເມື່ອຫວນຄືນເລື່ອງດັ່ງກ່າວ, ພວກຜູ້ເຖົ້າຜູ້ແກ່ໃນບ້ານໄດ້ຄິດອອກ ການຫຼິ້ນນັ່ງດຶງເຊືອກ. ທ່ານຮອງສາດສະດາຈານ ດຣ ຫງວຽນວັນຮຸຍ ກຳມະການສະພາມໍລະດົກແຫ່ງຊາດ, ຜູ້ເຂົ້າຮ່ວມການເຮັດສຳເນົາ ໃຫ້ຮູ້ຕື່ມອີກວ່າ :
“ ຄວາມໝາຍທາງດ້ານວັດທະນະທຳຂອງການຫຼິ້ນດຶງເຊືອກ ນັ້ນແມ່ນສິ່ງທີ່ຜູ້ຄົນທັງຫຼາຍມີຄວາມຫວັງເພື່ອອະນາຄົດຂອງຕົນເອງ ແລະ ຜູ້ຢູ່ບ້ານໃກ້ເຮືອນຄຽງ. ດັ່ງນັ້ນ ບັນດາຜູ້ທີ່ເຂົ້າຮ່ວມທິມດຶງເຊືອກ ກໍຄືປະຊາຊົນໃນບ້ານກໍມີຄວາມພາກພູມໃຈທີ່ສຸດ. ສິ່ງທັງໝົດເຫຼົ່ານັ້ນ ໄດ້ສ້າງເປັນຈຸດວັດທະນະທຳຂອງພໍ່ແມ່ພີນ້ອງຢູ່ແຫ່ງນີ້. ຂ້າພະເຈົ້າຄິດວ່າ ຍ້ອນເຫດນີ້ເອງ, ຄຸນຄ່າວັດທະນະທຳບໍ່ມີຮູບຮ່າງຂອງການຫຼິ້ນດຶງເຊືອກຈຶ່ງໄດ້ຮັບການເຊີດຊູ”
ພ້ອມກັບ ພິທີ ແລະ ການຫຼິ້ນດຶງເຊືອກຢູ່ປະເທດຕ່າງໆ, ພິທີ ແລະ ການຫຼິ້ນດຶງເຊືອກຢູ່ຫວຽດນາມໄດ້ຮັບການເຊີດຊູຈາກ UNESCO ແມ່ນມໍລະດົກວັດທະທະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ ເພາະວ່ານີ້ແມ່ນປະເພນີທາງສັງຄົມມີຄຸນຄ່າສ້າງຄວາມສະເໝີພາບ ແລະ ມີບັນດາປະກົດການທີ່ມີຫຼາຍຮູບຫຼາຍສີຢູ່ແຕ່ລະປະເທດສະມາຊິກ.