ການສະແດງດົນຕີງູ້ເອີມຂອງຊາວຂະແມ
(ພາບ: phattuvietnam.com)
ດົນຕີແມ່ນສຽງແຫ່ງຈິດວິນຍານ, ເພາະສະນັ້ນ, ແຕ່ລະຊົນເຜົ່າຢູ່ຫວຽດ ນາມລ້ວນແຕ່ມີປະເພດສິລະປະທີ່ເປັນເອກະລັກສະເພາະນີ້. ແລະ ສຽງແຫ່ງຈິດວິນຍານຂອງຊົນເຜົ່າຂະແມແມ່ນດົນຕີ ງູ້ເອີມ ໝາຍເຖິງສຽງດົນຕີ 5 ຢ່າງ. ດົນຕີ ງູ້ເອີມ ຕິດພັນກັບຊາວເຜົ່າຂະແມໃນຍາມມ່ວນຊື່ນ, ໂສກເສົ້າ. ນັບແຕ່ເວລາກຳເນີດຕະຫຼອດຮອດເວລາລວງລັບໄປ, ດົນຕີ ງູ້ເອີມແມ່ນສິ່ງທີ່ຂາດບໍ່ໄດ້ໃນການດຳລົງຊີວິດຂອງຊາວເຜົ່າຂະແມ.
ຊາວເຜົ່າຂະແມຕິດພັນກັບດົນຕີ ງູ້ເອີມຄືດັ່ງຮູບກັບເງົາ. ຄວາມນຶກຄິດ, ຄວາມໃນໃຈ ຍາມມ່ວນຊື່ນ, ຍາມໂສກເສົ້າລ້ວນແຕ່ຖືກສະແດງອອກ ຜ່ານສຽງດົນຕີ. ທ່ານ ຫຼີຟາດ ຫົວໜ້າກອງ ດົນຕີ ງູ້ເອີມ ວົງໜຶ່ງໃຫ້ຮູ້ວ່າ :ເມື່ອກ່ອນນີ້, ດົນຕີ ງູ້ເອີມພຽງຮັບໃຊ້ການເຄື່ອນໄຫວສາສະໜາ ແລະ ພຽງນຳໃຊ້ໃນບັນດາພິທີກຳ ໃຫຍ່ຕ່າງໆຢູ່ຕາມວັດວາອາຮາມເທົ່ານັ້ນ. ສ່ວນໃນ ປະຈຸບັນ, ດົນຕີ ງູ້ເອີມ ຖືກນຳໃຊ້ຢ່າງ ກ້ວາງຂວາງໃນໝູ່ມະຫາຊົນ. ທ່ານ ຫຼີຟາດ ໃຫ້ຮູ້ວ່່າ: “ ໃນວັນນີ້, ດົນຕີ ງູ້ເອີມ ຂອງຊາວເຜົ່າຂະແມ ຖືກສະແດງໃນທຸກໆວັນບຸນໃຫຍ່ຕ່າງໆຄື: ບຸນ ອອກອອມບອກ, ພິທີຖະຫວາຍຝ້າຍ, ບຸນປີໃໝ່ປະເພນີ. ຍາມມ່ວນຊື່ນ, ຍາມມີເລື່ອງໂສກເສົ້າ, ພວກຂ້າພະເຈົ້າກໍເສບດົນຕີປະເພດນີ້ ”
ທ່ານ ຫຼີຟາດ ໃຫ້ຮູ້ຕື່ມອີກວ່າ: ເພື່ອສາມາດເສບເຄື່ອງດົນຕີຊະນິດຕ່າງໆໃນວົງດົນຕີ, ແມ່ນຈຳເປັນຕ້ອງມີຄວາມມານະອົດທົນ. ທັງຊາຍ ແລະ ຍິງລ້ວນແຕ່ສາມາດເສບເຄື່ອງດົນຕີບັນດາປະເພດນີ້ໄດ້. ສຳລັບຊາວເຜົ່າຂະແມແລ້ວ, ເມືອ່ສຽງດົນຕີກັງວານຂຶ້ນດ້ວຍສຽງສູງສຽງຕ່ຳ, ບາດແຮງບາດຄ່ອຍກໍເຮັດໃຫ້ທຸກຄວາມໂສກເສົ້າງ່ວມເຫງົ້າຖືກຫາຍໄປ. ຈິດວິນຍານຂອງມະນຸດໃນເວລານີ້ ເບິ່ງຄືວ່າຖືກປະສານກັບສຽງດົນຕີ.
ວົງດົນຕີ ງູ້ເອີມ ທຳການສະແດງດ້ວຍວິທີລັ່ນ, ຕີ, ເປົ່າ.....ແຕ່ເຄື່ອງດົນຕີເກືອບທັງໝົດ, ລ້ວນແຕ່ຖືກເສບດ້ວຍວິທີລັ່ນດ້ວຍໄມ້. ວົງດົນຕີ ງູ້ເອີມປະກອບດ້ວຍເຄື່ອງດົນຕີປະເພດຕ່າງໆຊຶ່ງຖືກນຳໃຊ້ດ້ວຍວັດຖຸ 5 ຢ່າງຄື: ໄມ້, ທອງ, ເຫຼັກ, ໜັງ, ແລະໃຊ້ລົມ. ກອງ ຊາມໂຟ ແມ່ນກອງຊະນິດໜຶ່ງມີ 2 ໜ້າ ຖືກຫຸ້ມດ້ວຍໜັງງົວ. ດ້ານໃຫຍ່ເມື່ອຕີຈະເກີດສຽງຕ່ຳ, ສ່ວນດ້ານນ້ອຍແມ່ນສຽງສູງ. ເມື່ອເສບເຄື່ອງດົນຕີປະເພດນີ້, ນັກເສບເຄື່ອງດົນຕີຕ້ອງໃຊ້ທັງ 2 ມືຕົບໃສ່ທັງ 2 ໜ້າກອງ. ສ່ວນເຄື່ອງດົນຕີປະເພດລະນາດ Rônek ປະກອບດ້ວຍໄມ້ 26 ທ່ອນ, ຫຼືໄມ້ໃຜ່ ມີຮູບ 4 ລຽມ ມັດລຽນກັນເປັນສາຍຍາວ. ເມື່ອເສບເຄື່ອງດົນຕີປະເພດນີ້, ນັກເສບຈະໃຊ້ໄມ້ຕີ ລັ່ນຄ່ອຍໆໃສ່ບັນດາຕອນໄມ້ໃຜ່ເພື່ອໃຫ້ເກີດສຽງດົນຕີ. ສຳລັບ ແຄ່ນ Slo Lay ແມ່ນຖືກເຮັດດ້ວຍໄມ້ໃຜ່, ສະເພາະແຕ່ລູກແຄນ ແມ່ນຕ້ອງເຮັດດ້ວຍໄມ້ມີຄ່າ. ສ່ວນຊຸດເຄື່ອງດົນຕີຄ້ອງ pưn Piết ຍັງມີຊຸດຄ້ອງນ້ອຍປະກອບດ້ວຍຄ້ອງ 16 ອັນຖືກເຮັດດ້ວຍທອງ. ໃນຈຳນວນປະເພດເຄື່ອງດົນຕີເຫຼົ່ານັ້ນ, ເຄື່ອງດົນຕີປະເພດລະນາດ Rônek ຖືກຖືວ່າແມ່ນເຄື່ອງດົນຕີຫຼັກ, ມີບົດບາດສຳຄັນໃນທຳນອງດົນຕີ. ຊຸດດົນຕີ ງູ້ເອີມ ອາດຖືວ່າ ແມ່ນວົງດົນຕີບັນລຸຄວາມຍອດຍິ່ງທາງດ້ານການສຽງດົນຕີ. ມັນບໍ່ພຽງແຕ່ສະແດງໃຫ້ເຫັນດ້ານທຳນອງສຽງເປັນເອກະລັກສະເພາະສຳລັບບັນດາທຳນອງດົນຕີ ກລາດຊິກ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຈັ່ງຫວະ, ທຳນອງດົນຕີພື້ນເມືອງ ແລະ ທຳນອງດົນຕີທັນສະໄໝອີກດ້ວຍ.
ຮອດຍາມບຸນ ອອກອອມບອກ ຫຼືງານ Festival ຕົ້ນເຂົ້າ ທີ່ຖືກຈັດຂຶ້ນຢູ່ແຂວງ ຊອກຈັງ ປີ 2011 ຜ່ານມາ, ເມື່ອສຽງດົນຕີຈາກ ວົງດົນຕີ ງູ້ເອີມກັງວານຂຶ້ນທຸກຄັ້ງ, ກໍລ້ວນແຕ່ດຶງດູດຜູ້ມາຟັງຢ່າງຫຼວງຫຼາຍ. ນັກເສບເຄື່ອງດົນຕີໃນວົງດົນຕີນີ້, ບໍ່ແມ່ນນັກເສບເຄື່ອງດົນຕີອາຊີບ, ເຂົາເຈົ້າສ່ວນຫຼາຍແມ່ນຊາວນາທີ່ລຳບາກກັບການເຮັດໃຮ່ໄຖນາ. ທ່ານຫງວຽນອວຽນ ຫົວໜ້າກອງດົນຕີ ງູ້ເອີມກອງໜຶ່ງຢູ່ ຊອກຈັງ ໃຫ້ຮູ້ວ່າ:
“ ນອກຈາກບຸນຊ່ວງເຮືອທີ່ຊາວເຜົ່າຂະແມໄດ້ຮັກສາໄວ້ນັ້ນ, ກໍຍັງມີ ຊຸດດົນຕີ ງູ້ເອີມອີກດ້ວຍ. ປີນີ້ ຢູ່ວັດໃດກໍມີ ວົງດົນຕີ ງູ້ເອີມສະເພາະຂອງຕົນ. ເມື່ອກ່ອນນີ້, ແມ່ນມີໜ້ອຍ, ແຕ່ມາຮອດປະຈຸບັນຍ້ອນລັດໄດ້ສຸມໃສ່ລົງທຶນ, ດັ່ງນັ້ນຊີວິດຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນ ແລະ ປະຊາຊົນເອງ ແລະ ຄະນະຄຸ້ມຄອງວັດໄດ້ສ້າງຕັ້ງ ວົງດົນຕີ ງູ້ເອີມເພື່ອຮັບໃຊ້ໃຫ້ຕົນເອງ. ວັດກໍໃຫ້ສ້າງຕັ້ງສະໂມສອນ, ຖ້າຫາກຊາວໜຸ່ມເຍົາວະຊົນຄົນໃດຢາກຮຽນ ກໍເປີດຊຸດຮຽນໂດຍບໍ່ເກັບຄ່າໃຫ້. ຕ້ອງມີຄວາມນິຍົມດ້ານດົນຕີ, ຈຶ່ງສາມາດຮຽນໄດ້ ”
ດົນຕີ ງູ້ເອີມ ບໍ່ມີສຽງຂັບຮ້ອງເມື່ອທຳການສະແດງ, ແຕ່ທາງດ້ານຈັງຫວະ ແລະ ທຳນອງດົນຕີ, ການສຽງຂອງບັນດາປະເພດເຄື່ອງດົນຕີນີ້ ໄດ້ສະແດງໃຫ້ເຫັນເຖິງດ້ານຈິດໃຈຂອງມະນຸດເມື່ອເຂົ້າຮ່ວມງານບຸນ. ດົນຕີ ງູ້ເອີມ ຍິ່ງດຶງດູດໃຈຜູ້ຟັງເມື່ອປະສານສົມທົບກັບບັນດາວາດຟ້ອນພື້ນເມືອງຂອງຊາວເຜົ່າຂະແມ. ບັນດາວາດຟ້ອນນີ້ ໄດ້ສະແດງຄວາມໃນໃຈ, ຄວາມມຸ່ງມາດປາດທະໜາຜ່ານລີລາການເຄື່ອນເໜັງຂອງມື ແລະ ຕີນ ໂດຍຖືກກັບຈັ່ງຫວະຂອງສຽງກອງສຽງຄ້ອງໃນ ວົງດົນຕີ ງູ້ເອີມ. ອາດເວົ້າໄດ້ວ່າ: ດົນຕີ ງູ້ເອີມ ແມ່ນສິ່ງທີ່ຂາດບໍ່ໄດ້ໃນຊີວິດວັດທະນະທຳຂອງຊົນເຜົ່າຂະແມ. ດົນຕີ ງູ້ເອີມຍາມໃດກໍດັ່ງກ້ອງກັງສານຂຶ້ນຈາກບັນດາໝູ່ບ້ານ, ວັດຂະແມ, ທັງນີ້ກໍເປັນການພິສູດໃຫ້ເຫັນວ່າ: ຊາວເຜົ່າຂະແມພາກໄຕ້ຫວຽດນາມ ໄດ້ ແລະ ພວມຮັກສາສີສັນວັດທະນະທຳເປັນເອກະລັກສະເພາະຂອງຕົນ, ປະກອບສ່ວນເຮັດໃຫ້ສີສັນວັດທະນະທຳວົງຄະນະຍາດບັນດາເຜົ່າຫວຽດນາມເພີ່ມຄວາມເຂັ້ມຂົ້ນ ແລະ ອຸດົມສົມບຸນຂຶ້ນຕື່ມ.