(VOVWORLD) -ສຳລັບພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ບັນດາແຂວງເຂດພູດອຍ, ຕະຫຼາດນັດບໍ່ພຽງແຕ່ແມ່ນແຫ່ງຊື້ຂາຍ, ແລກປ່ຽນສິນຄ້າເທົ່ານັ້ນ ຫາກຍັງເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ທີ່ເປັນເອກະລັກສະເພາະຂອງແຕ່ລະເຂດອີກດ້ວຍ. ຕະຫຼຕະຫຼາດນັດຂາຍງົວຄວາຍ ຈ່າຫຼິງ ໃນແຂວງ ກາວບັງ ເມື່ອມີຕະຫຼາດນັດໃນແຕ່ລະເທື່ອກໍ່ແມ່ນວັນບຸນ ເຊິ່ງຢູ່ທີ່ນີ້ພໍ່ແມ່ພີ່ນ້ອງໄດ້ພົບກັນ, ແລກປ່ຽນຊື້ຂາຍງົວຄວາຍ… ເພື່ອຮັບໃຊ້ການຜະລິດກະສິກຳ.
ຕະຫຼາດນັດ ຈ່າຫຼິງ ຂາຍງົວຄວາຍ |
ຕະຫຼາດນັດ ຈ່າຫຼິງ ທີ່ເມືອງ ຮຸ່ງກວກ ແຂວງ ກາວບັງ ມີຂຶ້ນໃນວັນທີ 4 , 9, 14, 19, 24 ແລະ 29 ໃນແຕ່ລະເດືອນຕາມຈັນທະປະຕິທິນ. ໃນມື້ມີຕະຫຼາດນັດ, ນັບແຕ່ 4 ໂມງ ຫາ 5 ໂມງເຊົ້າ, ຢູ່ຕາມທາງສາຍທາງຕ່າງໆ, ແຕ່ລະກຸ່ມຄົນກໍ່ຈູງງົວຄວາຍ ແລະ ສິນຄ້າຫຼັງໄຫຼມາເຕົ້າໂຮມຢູ່ຕະຫຼາດນັດດ້ວຍສຽງເວົ້າສຽງຫົວຢ່າງຄຶກຄື້ນມ່ວນຊື່ນ. ຕະຫຼາດນັດໄດ້ເລີ່ມຂຶ້ນແຕ່ຮຸ່ງເຊົ້າຈົນຮອດຕອນທ່ຽງຂອງມື້ດຽວກັນ. ຕະຫຼາດ ຈ່າຫຼິງ ໄດ້ຮັບຖືວ່າແມ່ນຕະຫຼາດຂາຍງົວຄວາຍໃຫຍ່ທີ່ສຸດຢູພາກເໜືອ ຂະນະທີ່ຕະຫຼາດນັດຢູ່ທີ່ນີ້ ໃນແຕ່ລະເທື່ອກໍ່ສາມາດຊື້ຂາຍສັດລ້ຽງປະເພດຕ່າງໆໄດ້ປະມານ 1000 ໂຕ. ຕະຫຼາດນັດໄດ້ດຶງດູດພວກພໍ່ຄ້າຊາວຂາຍຢູ່ທ້ອງຖິ່ນອື່ນໆມາຊື້ ເພື່ອໃຊ້ເປັນແຮງລາກແກ່ ຫຼື ຊື້ເມືອຂ້າເອົາຊີ້ນ ຫຼື ຊອກຄວາຍໂຕທີ່ແຂງແຮງເພື່ອລ້ຽງເປັນຄວາຍຊົນ. ກໍຍັງມີພວກພໍ່ຄ້າຊາວຂາຍຫຼາຍຄົນ ກໍ່ມາຈາກຟາກຊາຍແດນເບື້ອງນັ້ນມາຊື້ງົວຄວາຍ. ຕະຫຼາດນັດຍັງເປັນບອ່ນເພື່ອໃຫ້ປະຊາຊົນໄດ້ພົບປະກັນ ແລກປ່ຽນບົດຮຽນໃນການຊື້ຂາຍ, ເລືອກເອົາແນວພັນ, ແລກປ່ຽນກ່ຽວກັບວິທີລ້ຽງງົວຄວາຍ, ຊອກຮູ້ລາຄາໃນທ້ອງຕະຫຼາດ. ລຸງ ນົງກວກຕ໋ວນ ຢູ່ເມືອງ ຮຸ່ງກວກ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ເຂົ້າຮ່ວມຕະຫຼາດນັດເປັນເວລາ 5 ປີແລ້ວ, ຂ້າພະເຈົ້າກໍ່ໄດ້ມາຊື້ງົວປະມານກວ່າ 100 ໂຕ. ໂຕໃຫຍ່ຂ້າພະເຈົ້າຈຶ່ງຊື້, ຂ້າພະເຈົ້າກໍ່ມັກຊື້ງົວເທົ່ານັ້ນ.ສ່ວນຫຼາຍຂ້າພະເຈົ້າກໍ່ຊື້ນຳຜູ້ລື້ງເຄີຍ”.
ຄວາຍຜູ້ໂຕໃຫຍ່ຖືກຂາຍຢູ່ຕະຫຼາດນັດດ້ວຍລາຄາ 40 ຫາ 60 ລ້ານດົ່ງ, ສ່ວນຄວາຍນ້ອຍມີລາຄາແຕ່ 15 ຫາ 20 ລ້ານດົ່ງຕໍ່ໂຕ. ສ່ວນຄວາຍແມ່ໂຕໃຫຍ່ງາມກໍ່ມີລາຄາແຕ່ 30 ຫາ 40 ລ້ານດົ່ງ. ຜູ້ຊື້ຄົນຂາຍກໍ່ຕໍ່ລອງກັນຢ່າງຟົດຟື້ນ. ອ້າຍ ນົງວັນກວາງ ຢູ່ເທດສະບານເມືອງ ຈ່າຫຼິງ ແບ່ງປັນວ່າ:
“ຖ້າຫາກຊື້ຄວາຍເມື່ອໃຊ້ໄຖນາກໍ່ຕ້ອງເລືອກເອົາໂຕໃຫຍ່, ແຂງແຮງຈຶ່ງສາມາດໄຖນາໄດ້. ຄອບຄົວຂອງເຮົາກໍ່ເຮັດໄຮ່ດ້ວຍເນື້ອທີ່ກວ້າງ, ດັ່ງນັ້ນ ກໍ່ຕ້ອງຊື້ຄວາຍໂຕນີ້ຈຶ່ງສາມາດໄຖນາໄດ້, ແພງໜ້ອຍໜຶ່ງແຕ່ກໍ່ບໍ່ເສຍດາຍເງິນ. ເມື່ອເຮົາຊື້ມາໃຊ້ໄຖນາ, ປະມານເຄິ່ງປີ ຫຼື ປີໜຶ່ງທີ່ລ້ຽງໂຕນີ້, ເມື່ອຂາຍອອກກໍ່ຍັງຄົງໄດ້ລາຄາຢູ່”. ຕະຫຼາດນັດຢູ່ທີ່ນີ້ໄດ້ດຶງດູດພວກພໍ່ຄ້າຊາວຂາຍຫຼາຍຄົນຈາກບັນດາເມືອງ ແລະ ທ້ອງຖິ່ນອື່ນໆມາຊື້ຄວາຍ ແລະ ງົວເພື່ອໃຊ້ເປັນແຮງລາກແກ່ ຫຼື ຂ້າເອົາຊີ້ນ ຫຼື ຊອກເອົາຄວາຍໂຕແຂງແຮງ ເພື່ອລ້ຽງເປັນຄວາຍຊົນ. ບໍ່ພຽງແຕ່ພວກພໍ່ຄ້າຊາວຂາຍ ສາມາດຫາເງິນໄດ້ພາຍຫຼັງຕະຫຼາດນັດແຕ່ລະເທື່ອເທົ່ານັ້ນ ຫາກຍັງມີບັນດາຜູ້ປະກອບອາຊີບອື່ນໆໃນຕະຫຼາດນັດ ກໍ່ສາມາດສ້າງລາຍຮັບບໍ່ໜ້ອຍໃຫ້ແກ່ຊາວທ້ອງຖິ່ນຄື ປະກອບອາຊີບຂັບລົດຈັກຮັບຈ້າງ, ແລກເງິນ, ຂາຍເຟືອງ, ສູບນ້ຳເພື່ອອາບໃຫ້ງົວຄວາຍ… ປັດຈຸບັນ ຍ້ອນຄວາມຕ້ອງການເພີ່ມຂຶ້ນສູງໃນທ້ອງຕະຫຼາດ, ດັ່ງນັ້ນ ຕະຫຼາດນັດແຕ່ລະເທື່ອກໍ່ແກ່ຍາວແຕ່ 2 ຫາ 3 ມື້. ລຸງ ຫງວຽນຊວນລົກ ຢູ່ເມືອງ ກວິ່ງລິວ ແຂວງ ເຫງ້ອານ ແລະ ລູກສອງຄົບຂັບລົດບັນທຸກຂົນສົ່ງຝູງຄວາຍຈາກ ເຫງ້ອານມານີ້ໄດ້ໃຊ້ເວລາເກືອບ 2 ວັນ ລຸງ ຫງວຽນຊວນລົກ ໃຫ້ຮູ້ວ່າ:
“ຕະຫຼາດນັດເທື່ອນີ້, ຂ້າພະເຈົ້າກໍ່ໄດ້ນຳຄວາຍ 30 ໂຕ ມາຂາຍຢູ່ຕະຫຼາດນັດ, ມີບາງໂຕຂາຍດ້ວຍລາຄາ 50 ລ້ານດົງ, ບາງໂຕຂາຍ 30 ລ້ານ ແລະ 20 ລ້ານດົ່ງ. ແຕ່ລະຖ້ຽວຂ້າພະເຈົ້າສາມາດໄດ້ກຳໄລປະມານແຕ່ 10 ຫາ 15 ລ້ານດົ່ງ ໂດຍຫັກຈາກຄ່າຫຼຸ້ຍຫ້ຽນຂອງລົດແລ້ວ ກໍ່ໄດ້ປະມານ 10 ລ້ານດົ່ງ. ເດືອນໜຶ່ງຂ້າພະເຈົ້າກໍ່ມາ 6 ຖ້ຽວ ໄດ້ປະມານ 60 ລ້ານດົ່ງ. ຄອບຄົວຂອງຂ້າພະເຈົ້າກໍ່ລ້ຽງງົວຄວາຍ, ເມື່ອຄອບຄົວຕ້ອງການເງິນ, ລູກເຕົ້າກໍ່ຕ້ອງໃຊ້ຈ່າຍໃນການຮ່ຳຮຽນ, ຂ້າພະເຈົ້າກໍ່ນຳເອົາງົວຄວາຍມານີ້ຂາຍ”.
ຕະຫຼາດນັດບໍ່ພຽງແຕ່ ເພື່ອໃຫ້ທຸກໆຄົນມາເຕົ້າໂຮມຢູ່ຕະ ຫຼາດນັດ ເພື່ອຊື້ຂາຍງົວຄວາຍ່ທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ແຫ່ງນີ້ໄດ້ພົບປະກັນ, ແລກປ່ຽນຊື້ຂາຍສິນຄ້າປະເພດຕ່າງໆ. ຄວາມເປັນເອກະລັກຢູ່ຕະຫຼາດນັດຂາຍງົວຄວາຍ ຈ່າຫຼິງ ທີ່ມີມາແຕ່ດົນນານແລ້ວ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວ, ເພື່ອຄົ້ນຫາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ຢູ່ເຂດພູສູງທາງທິດເໜືອ ຫວຽດນາມ.