ນຳສິລະປະຂັບກາຍເລືອງມາສູ່ຜູ້ຊົມໄວໜຸ່ມ


  ຂັບ​ກາຍ​ເລືອ​ງ​ແມ່ນ​ປະ​ເພດ​ສິລະ​ປະ​ພື້ນ​ເມືອງພິເສດສະເພາະຂອງເຂດ ພາກໃຕ້ ​ແລະ ​ໄດ້ດຶງດູດຜູ້​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ແຕ່​ເພື່ອ​ໃຫ້​ຜູ້​ຊົມ, ພິ​​ເສດ​ແມ່ນ​ຜູ້​ຊົມ​ໄວ​ເດັກ​ຮູ້ສຶກ​ປະ​ທັບ​ໃຈ​ຕໍ່ສິລະ​ປະຂັບ​ກາຍ​ເລືອ​ງນັ້ນ, ​ແມ່ນ​ຮຽກຮ້ອງ​ໃຫ້​ບັນດາ​ນັກ​ສິລະ​ປີນ​ຕ້ອງ​​ປ່ຽນ​ໃໝ່ ວິທີການສະ​ແດງ​ສຳລັບ​ແຕ່​ລະ​ຕົວ​ລະຄອນ. ຢູ່​ນະຄອນ​ໂຮ່ຈິ​ມິນ, ​ກວ່າ 1 ປີ​ມາ​ນີ້, ກອງ​ສິລະ​ປະ​ຂັບ​ກາຍ​ເລືອ​ງ​ໄວ​ເດັກ ​ແບກ​ລອງ ສາມາດ​ເຮັດ​ໄດ້​ສິ່ງ​ດັ່ງກ່າວ. ​ເພາະສະ​ນັ້ນ, ລາຍການ​ສະ​ແດງຂັບ​ກາຍ​ເລືອ​ງ​ໃດກໍ​ສາມາດ​ດຶງ​ດູດ​ຜູ້​ມາ​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.  

ນຳສິລະປະຂັບກາຍເລືອງມາສູ່ຜູ້ຊົມໄວໜຸ່ມ - ảnh 1
ນັກ​ສິລະ​ປີນ ​ແບກ​ລອງ
(ພາບ: vanhoadoisong)


  ໃນ​ລະຄອນ​ກາຍ​ເລືອ​ງ “ ຄັນ​ຄາກຂຶ້ນ​ຮ້ອງ​ຟ້ອງ​ເທິງສະຫວັນ” ​ໂດຍກອງ​ສິລະ​ປະ​ຂັບ​ກາຍ​ເລືອ​ງ​ໄວ​ເດັກ ​ແບກ​ລອງ ​ຝຶກ​ແອບ​ເພື່ອ​ກະກຽມ​ຮັບ​ໃຊ້​ພວກ​ນ້ອງ​ນ້ອຍ. ການ​ຝຶກ​ແອບ​ນີ້​ໃນ​ແຕ່​ມື້ ​ແມ່ນ​ແກ່ຍາວ​ປະມານ 3 ຊົ່ວ​ໂມງ ​ແລະ ​ເຄີຍ​ຍາດ​ເວລາ​ເພື່ອ​ຝຶກ​ແອບ​ໃນ​ຍາມ​ພັກຜ່ອນຕອນ​ທ່ຽງ. ​ໃນ​ຫ້ອງ​ໜຶ່ງ​ມີ​ເນື້ອ​ທີ່​ປະມານ 25 ຕາ​ແມັດ, ມີ​ນັກ​ສິລະ​ປີນ​ເກືອບ 20 ຄົນ​ພວມ​​ເມົາ​ມົວ​ຂັບ ​ແລະ ຟ້ອນ​ຕາມ​ເນື້ອ​ໃນ​ຂອງ​ລະຄອນ​ກາຍ​ເລືອ​ງ. ​ເຂົາ​ເຈົ້າສວມ​ບົດ​ຕົວລະຄອນ​ຕ່າງໆ​ທີ່​ຄຶກຄື້ນ​ໃນ ບັນດາ​ບົດລະຄອນ​ກາຍ​ເລືອ​ງຖືກ​ສະ​ແດງ​ສະ​ເພາະ​ໃຫ້ ຜູ້​ຊົມ​ໄວ​​ເດັກ​ໃນ​ນະຄອນ. ນັກ​ສິລະ​ປີນ ​ແບກ​ລອງ ​ເປີດ​ເຜີຍ​ວ່າ :

   “ ທີ່ໜຶ່ງ, ຂ້າພະ​ເຈົ້າ​ຢາກ​ຖ່າຍ​ທອດ ປະ​ເພດ​ສິລະ​ປະ​ນີ້, ທີ່​ສອງ, ຢາກ​ມີ​ຜູ້​ຊົມ​ສືບ​ທອດປະ​ເພດ​ສິລະ​ປະຂັບ​ກາຍ​ເລືອ​ງພື້ນ​ເມືອງ. ສຳລັບນັກ​ສິລະ​ປີນ, ກໍ​ຕ້ອງ​ມລຸ່ນຄົນສືບທອດ, ດັ່ງ​ນັ້ນ​ກໍ​ຕ້ອງ​ມີຜູ້​ຊົມສືບ​ທອດ, ຖ້າ​ບໍ່​ດັ່ງ​ນັ້ນ, ຂັບ​ກາຍ​ເລືອ​ງຈະ​ມີ​ໄພ​ຖືກ​ສູນຫາຍ​ໄປ. ​ເດັກນ້ອຍ​ປະຈຸ​ບັນ, ​​ສ່ວນ​ຫຼາຍ​ນິຍົມ​ຊົມ​ຮູບ​ເງົາ​ກະຕູນ, ສະ​ແດງ​ຄອນ​ເສີດ, ຮິ​ບຮົບ. ​ເພາະສະ​ນັ້ນ, ຖ້າ​ບໍ່​ໃຫ້​ຊົມ​ລະຄອນ​ກາຍ​ເລືອ​ງນັ້ນ, ​ໃນ​ພາຍ​ພາກ​ໜ້າ, ພວກ​ເດັກ​ຈະ​ບໍ່​ຮູ້ຈັກ​ວ່າ ຂັບ​ກາຍ​ເລືອ​ງ​ແມ່ນ​ຫຍັງ ”

          ຈຸດພິ​ເສດສະ​ເພາະ​ຂອງກອງ​ສິລະ​ປະ​ຂັບ​ກາຍ​ເລືອ​ງ​ໄວ​ເດັກ ​ແບກ​ລອງ ກໍ​ແມ່ນສິລະ​ປະລະຄອນ​ກາຍ​ເລືອ​ງ​ພື້ນ​ເມືອງດ້ວຍ​ບັນດາ​ບົດ​ລະຄອນ​ທີ່​ເຕັມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ, ສຶກສາ​ອົບຮົມ​ພວກ​ເດັກ​ກ່ຽວ​ກັບ​ວິຖີ​ຊີວິດ​ມຸ່ງ​ໄປ​ສູ່​ຄວາມ​ສຸດຈະລິດ, ຮັກ​ບ້ານ​ເກີດ​ເມືອງ​ນອນ ປະ​ເທດ​ຊາດ, ມີ​ຄວາມ​ກະທັນ​ຍູ​ຕໍ່​ພໍ່​ແມ່. ການສະ​ແດງລະຄອນ​ກາຍ​ເລືອ​ງ​ແຕ່​ລະລາຍ​ການ​ແມ່ນ​ສານ​ສະບັບ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ ​ໂດຍ​ຜູ້​ແຕ່ງ​ບົດ​ລະຄອນ​ທັງ​ເປັນ​ຜູ້​ກຳກັບ​ການສະ​ແດງ ​ແບກ​ລອງ​ຢາກ​ຝາກ​ເຖິງ​ພວກ​ເພື່ອນ​ໜຸ່ມ. ລະອຽດ​ແມ່ນ​ບົດ​ລະຄອນ​ກາຍ​ເລືອ​ງ “ ​ເດັກ​ຄົນ​ໃຊ້​ກອບ​ກູ້​ຊີວິດ​ຜູ້​ຈ້າງຕົນ​ເອງ ” ຊຶ່ງ​ໄດ້​ເວົ້າ​ເຖິງກົດ​ຫຼັກ​ເຫດ ​ແລະ ຜົນ​ໃນ​ການ​ດຳລົງ​ຊີວິດ. ສ່ວນ​ບົດ​ລະຄອນ​ກາຍ​ເລືອ​ງ “ ມ້າ​ຂາວ ​ແລະ ຫົວ​ຜັກກາດ​ຍັກ ” ​ແມ່ນ​ໄດ້​ເຊີດ​ຊູ​ອາລົມ​ຈິດຄວາມ​ຮັກ​ແພງ​ໃນ​ຄອບຄົວ. ​ໃນ​ຂະນະ​ນັ້ນ, ​ບົດ​ລະຄອນ​ກາຍ​ເລືອ​ງ “ ຄັນ​ຄາກຂຶ້ນ​ຮ້ອງ​ຟ້ອງ​ເທິງສະຫວັນ” ​ແມ່ນ​ສຶກສາ​ອົບຮົມ​ເດັກ​ຮູ້ຈັກ​ປະຢັດ​ໃນ​ການ​ດຳລົງ​ຊີວິດ ”

    ​ໂດຍ​ເລືອກ​ເອົາຂັບ​ກາຍ​ເລືອ​ງ​ພື້ນເມືອງ ທີ່ໄປຄຽງຄູ່ກັບການປະສານສົມທົບ ປັດໃຈຕະຫຼົກ​ເພື່ອ​ດຶງ​ດູດ​ຜູ້​ຊົມ​ນັ້ນ, ບັນດາ​ນັກສະ​ແດງ​ໃນ​ກອງ​ຕ້ອງ​ສະຫງວນ​ເວລາ​ຫຼາຍ​ພໍ​ສົມຄວນ​​ເພື່ອ​ຝຶກ​ແອບ​ການ​ຟ້ອນ. ຕາມ​ບັນດາ​ນັກ​ສິລະ​ປີນ​ໃນ​ກອງ​ແລ້ວ, ​ເລື່ອງ​ສະ​ແດງ​ທັງ​ຂັບ​ກາຍ​ເລື່ອງ​ທັງ​ຟ້ອນ​ຕາມ​ລະຄອນ​ກາຍ​ເລືອ​ງ ​ແມ່ນ​ບໍ່​ງາຍ​ດາຍ​ແຕ່​ຢ່າງ​ໃດ. ​ແຕ່​ນັກ​ສິລະ​ປີນ​ທຸກໆ​ຄົນ​ຕ່າງ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພາະວ່າ​ພຽງ​ແຕ່​ຢືນ​ຂັບ​ຊື່ໆ, ​ເດັກ​ຈະ​ເບື່ອ​ ​ແລ​ະ ລືມໄວ.

   ນັກ​ສິລະ​ປີນ ຟານ​ທິ​ເຝື້ອ​ງ ​ເວົ້າ​ວ່າ : 

    “ ​​ເມື່ອ​ເລ​ີ່ມ​ເຄື່ອນ​ໄຫວ​ອາຊີບ​ນີ້, ທຳ​ອິດ​ເຂົ້າສວມ​ບົດ​ຕົວ​ລະຄອນ​ໃດ​ໜຶ່ງ ກໍ​ຍາກ​ຫຼາຍ, ​ແຕ່​ເຮົາ​ມັກ​ເຮັດ​ໃຫ້​ພວກ​ເດັກ​ຍິ້ມ​ຫົວ, ດັ່ງ​ນັ້ນ ຍາມ​ໃດ​ກໍ​ພະຍາຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ສວດ​ບົດ​ຕົວ​ລະຄອນ. ສຳລັບ​ອາຊີບ​ທີ່ຕົນຊົບຊອບນີ້ ​ເຮົາຕ້ອງເດີນຕາມຈົນຮອດວັນສິ້ນສຸດ, ຖ້າຫາກເວົ້າວ່າອາຊີບນີ້ສາມາດຫາເງິນ ລ້ຽງຕົນ​ເອງ​ໄດ້ , ກໍ​ບໍ່​ແມ່ນ”

     ສູນ​ຈັດ​ຕັ້ງ​ການສະ​ແດງ ​ແລະ ຮູບ​ເງົາ​ນະຄອນ​ໂຮ່ຈິ​ມິນ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ ກອງ​ສິລະ​ປະ​ຂັບ​ກາຍ​ເລືອ​ງ​ໄວ​ເດັກ ​ແບກ​ລອງ ປະດິດ​ຄິດ​ແຕ່ງ​ດ້ານ​ສິລະ​ປະ, ອັນ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ໄວ​ເດັກ​ໃນ​ນະຄອນ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບປະ​ເພດ ສິລະ​ປະ​ພື້ນ​ເມືອງ​ຂອງ​ປູ​ຍ່າ​ຕາ​ຍາຍ. ທ່ານ ຫງວຽນ​ຮິ້ວລວນ ຜູ້ອຳນວຍການ​ສູນ​ຈັດ​ຕັ້ງ​ການສະ​ແດງ ​ແລະ ຮູບ​ເງົາ​ນະຄອນ​ໂຮ່ຈິ​ມິນ​ໄດ້​ເປີດ​ເຜີຍ​ວ່າ : 

   “ ດ້ວຍ​ຄວາມ​ຮັບຜິດຊອບ​ຂອງສູນ​ຈັດ​ຕັ້ງ​ການສະ​ແດງຂອງ​ນະຄອນ​, ພວກ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ສ້າງ​ຕັ້ງ​ຫຼາຍ​ກອງ​ສິລະ​ປະ ​ແລະ ຮັບ​ອຸປະ​ກະລະ​ນັກ​ສິລະ​ປະການ, ສິລະ​ປີນ​ຈຳນວນ​ໜຶ່ງ​ທີ່​ສຸດ​ຈິດ​ສຸດ​ໃຈ​ກັບປະ​ເພດສິລະ​ປະ​ຂັບ​ກາຍ​ເລືອ​ງ​ນີ້. ຕະຫຼອດ​ປີ​ທີ່​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ໄດ້​ລົງທຶນ​ຈຳນວນ​ຫຼາຍ​ພໍ​ສົມຄວນ​ເພື່ອ​ຈັດ​ຕັ້ງ​ບັນດາ​ລາຍການ ບໍ່​ສະ​ເພາະ​ແຕ່​ໂຮງ​ລະຄອນ​ນະຄ​ອນ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ຢູ່​ບັນດາ​ເມືອງ​ອ້ອມ​ຂ້າງ​ອີກ​ດ້ວຍ”

    ການ​ເຄື່ອນ​ໄຫວ​ທີ່​ີມີ​ຜົນ​ປະ​ໂຫຍ​ດນີ້ ​ໄດ້ ​ແລະ ພວມ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ສຸດ​ໃຈຂອງນັກ​ສິລະ​ປີນ​ຢ່າງ​ຫຼວງ​ຫຼາຍ. ​ ​ຜ່ານ​ການ​ເຄື່​ອນ​ໄຫວສະ​ແດງ ໂດຍບໍ່​ຄິດ​ຜົນ​ກຳ​ໄລ​ນີ້ ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ໄວ​ເດັກ​ໃນ​ນະຄອນ​ມີ​ເງື່ອນ​ໄຂ​ໄດ້​ຮັບ​ຊົ​ມ ບັນດາ​ບົດ​ລະຄອນ​ກາຍ​ເລືອ​ງທີ່​ມີ​ຄຸນ​ນະພາ​ບ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງປະຊາຊົນ​ເຂດ​ພາກ​ໃຕ້ .

ຕອບກັບ

ຂ່າວ/ບົດ​ອື່ນ