ນຳສິລະປະພື້ນເມືອງມາຮັບໃຊ້ຜູ້ຊົມຍຸກທັນສະໄໝ

(VOVWORLD) -ການພັດທະນາຢ່າງມີຫຼາຍຮູບຫຼາຍແບບ ຂອງບັນດາປະເພດສິລະປະບັນເທີງທີ່ທັນສະໄໝ ໄດ້ເຮັດໃຫ້ຫຼາຍປະເພດສິລະປະພື້ນເມືອງຄື ສິລະປະຂັບແຈ່ວ, ຂັບຕ່ວງ, ຂັບກ່າຍເລືອງ ປະສົບກັບຄວາມຫຍຸ້ງຍາກ ເມື່ອຊອກຫາ ແລະ ດຶງດູດໃຈຜູ້ຊົມ. ເພາະສະນັ້ນ ການປະດິດຄິດແຕ່ງບັນດາບົດລະຄອນໃໝ່ ທີ່ມີການສ່ອງແສງເຖິງບັນດາບັນຫາໃນຍຸກປັດຈຸບັນ ແລະ ສະແດງຕາມສິລະປະຂັບຕ່ວງເກົ່າ, ຫຼຸດຜ່ອນເວລາສະແດງລົງ ເພື່ອໃຫ້ແທດເໝາະກັບແຂກທ່ອງທ່ຽວຊາວຕ່າງປະເທດນັ້ນ ກໍແມ່ນໜຶ່ງໃນບັນດາວິທີເຮັດຢ່າງມີປະສິດທິຜົນໃນປັດຈຸບັນ ຂອງໂຮງລະຄອນຕ່ວງ ຫວຽດນາມ
ນຳສິລະປະພື້ນເມືອງມາຮັບໃຊ້ຜູ້ຊົມຍຸກທັນສະໄໝ - ảnh 1ລາຍການສະແດງລະຄອນຕວງ 

ໃນທຸກໆອາທິດຮອດຕອນຄ່ຳວັນຈັນ ແລະ ວັນພະຫັດ, ໂຮງລະຄອນຕວງຫວຽດນາມ ກໍ່ມີລາຍການສະແດງສິລະປະພື້ນເມືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ລາຍການສະແດງແກ່ຍາວພຽງແຕ່ໜຶ່ງຊົ່ວໂມງເທົ່ານັ້ນ, ແທດເໝາະກັບແຂກທ່ອງທ່ຽວຊາວຕ່າງປະເທດ ທີ່ມີຄວາມຫວັງຢາກຄົ້ນຫາວັດທະນະທຳບັນດາເຜົ່າ ແຕ່ບໍ່ມີເວລາ ຫຼາຍ. ນັກສິລະປະການ ແຢງຖາຍ ໃຫ້ຮ້ວ່າ:

     “ແຕ່ລະຕອນຂອງແຕ່ລະບົດລະຄອນຕ່ວງຖືກສະແດງຕ່າງຫາກ. ສຳລັບແຂກທ່ອງທ່ຽວແລ້ວ, ເຂົາເຈົ້າພຽງແຕ່ມີເວລາເທົ່ານັ້ນເມື່ອມາຮັບຊົມ, ຖ້າວ່າຍາວເກີນໄປນັ້ນ ເຂົາເຈົ້າກໍ່ບໍ່ສາມາດເຂົ້າໃຈຈົນສຸດໄດ້. ຂ້າພະເຈົ້າຄິດວ່າໃນຍຸກທັນສະໄໝປັດຈຸບັນ, ສິລະປະກໍ່ຄວນເຮັດໃຫ້ກະທັດຮັດລົງ, ຖ້າວ່າຍາວເກີນໄປກໍ່ບໍ່ອາດເປັນສິ່ງທີ່ດູດດື່ມສຳລັບຜູ້ຊົມໄດ້. ຕອນໜຶ່ງໃນບົດລະຄອນທີ່ຍາວທີ່ສຸດ ເຊິ່ງພວກຂ້າພະເຈົ້າກໍ່ເຄີຍສະແດງກໍ່ພຽງແຕ່ໃຊ້ເວລາພຽງ 20 ນາທີເທົ່ານັ້ນ, ຖ້າວ່າຕອນສັ້ນໆກໍ່ໃຊ້ເວລາປະມານ 20 ນາທີ ເຊັ່ນກັນ.

      ເພື່ອໃຫ້ຜູ້ຊົມສາມາດວາດນຶກໄດ້ຢ່າງງ່າຍດາຍນັ້ນ, ໂຮງລະຄອນຕ່ວງກໍ່ເຄີຍແນະນຳເນື້ອໃນຢ່າງກະທັດຮັດ ກ່ຽວກັບບັນດາຕອນໃນບົດລະຄອນຕ່ວງ ກ່ອນທີ່ຈະທຳການສະແດງ. ນັກສິລະປະການ ຖຸຍຢຸງ ກໍ່ໄດ້ມີຄວາມຊຳນານງານຂະນະທີ່ໄດ້ສວມສອງບົດໃນຕົວລະຄອນ, ເມື່ອສວມບົດຕົວລະຄອນພໍ່ຕູ້, ນາງກໍ່ພະຍາຍາມຜັນສຽງໃຫ້ຕ່ຳລົງ ເພື່ອຈະເປັນການສົມທຽບກັບສຽງສູງຂອງຜູ້ເປັນເມຍທີ່ຍັງໜຸ່ມແໜ້ນ. ນັກສິລະປະການ ຖຸຍຢຸງ ເວົ້າວ່າ:

      “ເຮົາເຫັນວ່າຜູ້ຊົມມີຄວາມຊົມຊອບທີ່ສຸດ ເມື່ອນັກສະແດງຄົນໜຶ່ງສາມາດສະແດງຈາກໃບໜ້າສີຕາ ຕະຫຼອດຮອດສຳນຽງເວົ້າກໍ່ລ້ວນແຕ່ມີການຈຳແນກຢ່າງຈະແຈ້ງ ລະຫວ່າງສອງຕົວລະຄອນ. ແລະ ໄດ້ມີຕື່ມຊຸດອາພອນເພື່ອຊ່ວຍໜູນອີກ, ກໍ່ເຫັນວ່າມີຄວາມຈັບອົກຈັບໃຈ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ. ຄວາມນິຍົມຊົມຊອບຂອງຜູ້ຊົມ ແມ່ນຢາກຮັບຊົມທຸກສິ່ງທຸກຢ່າງທີ່ມີລັກສະນະບັນເທີງ. ອັນໃດສາມາດເຂົ້າໃຈງ່າຍກໍ່ເປັນສິ່ງທີ່ດຶງດູດຜູ້ຊົມຫຼາຍກວ່າອີກ”

      ຕາມນັກສະລະປະການ ແທັງເວິນ ແລ້ວ, ຄວາມສຳນານໃນວິທີສະແດງຂອງວົງດົນຕີບັນດາເຜົ່າ ເມື່ອເລົ່າຄືນກ່ຽວກັບເລື່ອງລາວຂອງພະແມ່ຜ່ານລະບົບການສຽງ ທີ່ລະອຽດອ່ອນບາດສຽງສູງບາດສຽງຕ່ຳ ອັນໄດ້ເຮັດໃຫ້ຜູ້ຊົມຮູ້ສຶກເຖິງບັນຍາກາດ ວັດທະນະທຳທີ່ແຕກຕ່າງກັນ.  ນັກສິລະປະການ ແທັງເວິນ ເວົ້າວ່າ:

     “ບົດລະຄອນນີ້ຂອງພວກຂ້າພະເຈົ້າມີຄວາມແຕກຕ່າງ ເມື່ອເປົ້າໝາຍແມ່ນນຳສິລະປະພື້ນເມືອງຂອງຫວຽດນາມ ຫຍັບມໍ່ເຂົ້າກັບຜູ້ຊົມໃນຍຸກທັນສະໄໝ, ໃນບົດລະຄອນນີ້ພວກຂ້າພະເຈົ້າກໍ່ໄດ້ສົມທົບ ລະຫວ່າງຫຼາຍປະເພດສິລະປະພື້ນເມືອງ.  ນັ້ນກໍ່ແມ່ນຄວາມ ໃໝ່ອ່ຽມ ເພື່ອແນະນຳໃຫ້ແຂກທ່ອງທ່ຽວຊາວຕ່າງປະເທດຮູ້ຈັກເຖິງ”.

      ການປ່ຽນແປງລະຫວ່າງບັນດາປະເພດດົນຕີ ຄວາມລະອຽດອ່ອນໃນການເລືອກເຟັ້ນເອົາບົດເພງ, ການສົມທົບທາງດ້ານທັດສະນີຍະພາບ ແລະ ຮູບພາບຕ່າງໆ ໄດ້ເຮັດໃຫ້ຜູ້ຊົມມີຄວາມປະທັບໃຈທີ່ສຸດ. ນາງ ມາຍແອັງ ຢູ່ເມືອງ ເກົ່າເຢິ໊ຍ ຮ່າໂນ້ຍ ເວົ້າວ່າ:

     “ລາຍການສະແດງມີຄວາມເປັນເອກະລັກ, ເວລາສະແດງຂອງບັນດາລາຍການກໍ່ພໍດີ ແລະ ຖືກສັບຊ້ອນຢ່າງເໝາະສົມ. ເຮົາໄດ້ຫຼົງໄຫຼເຂົ້າກັບບັນຍາກາດຂອງງານບຸນ, ໄດ້ຮັບຊົມຄວາມຫຼາກຫຼາຍສີສັນ ແລະ ຄວາມເປັນເອກະລັກສະເພາະຂອງບັນດາສິລະປະພື້ນເມືອງ”.

      ນັກສິລະປິນ ຫງວຽນຊີ້ຕ້ຽນ ຜູ້ອຳນວຍການໂຮງລະຄອນຕ໋ວຍແຈ໋ ໄດ້ເຫັນວ່າວິທີເຮັດຂອງໂຮງລະຄອນ ໄດ້ມີຫົວຄິດປະດິດສ້າງ ແລະ ໃໝ່ອ່ຽມ. ໂດຍແມ່ນບັນດາບົດລະຄອນທີ່ໂດດເດັ່ນ ມີສີສັນຂອງສີລະປະຂັບຕ່ວງທີ່ເກົ່າແກ່, ແຕ່ການເລືອກເອົາບັນດາຕອນສະແດງເຊັ່ນນັ້ນ ກໍ່ແມ່ນການປະຢັດແຫຼ່ງເງິນລົງທຶນ ແລະ ເພີ່ມຄວາມຊົມຊອບໃຫ້ແກ່ຜູ້ຊົມ. ນັກສິລະປິນ ຫງວຽນຊີຕຽນ ເວົ້າວ່າ:

      “ໃນແງ່ມູມທີ່ເຄື່ອນໄຫວໃນຕະຫຼາດສິລະປະ, ຂ້າພະເຈົ້າເຫັນວ່າດີແລ້ວ. ເພື່ອໃຫ້ແທດເໝາະກັບຕະຫຼາດ, ອາດຈະມີເວລານີ້ເວລານັ້ນ, ພວກເຮົາຕ້ອງຊອກຫາບັນດາວິທີການແກ້ໄຂທີ່ເໝາະສົມ. ຂ້າພະເຈົ້າຖືວ່າບັນດາບົດລະຄອນ ທີ່ໂຮງລະຄອນຕວ່ງພວມສະແດງຢູ່ທີ່ນີ້, ໃນສະຖານທີ່ແມ່ນຄຸ້ມຖະໜົນເກົ່າ ຮ່າໂນ້ຍ ກໍ່ມີແຂກທ່ອງທ່ຽວຫຼາຍຄົນກໍ່ແມ່ນວິທີປະຕິບັດດີທີ່ສຸດ”.

     ຜູ້ຊົມຍຸກທັນສະໄໝກໍ່ມີຫຼາຍຮູບການບັນເທີງທີ່ດູດດື່ມ. ແຕ່ບັນດາຄວາມມານະພະຍາຍາມຂອງບັນດານັກສິລະປະປິນ ແລະ ໂຮງລະຄອນຕ່ວງ ຫວຽດນາມ ໄດ້ດຶງດູດ, ແກ່ດຶງຜູ້ຊົມມາກັບເວທີສະແດງລະຄອນຕ່ວງພື້ນເມືອງ, ອັນໄດ້ຊ່ວຍສິລະປະພື້ນເມືອງຢືນຢູ່ຢ່າງໝັ້ນຄົງໃນພື້ນຖານວັດທະນະທຳວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ