ບົດລະຄອນ “ວັນອາໄລຫາ”, ເລື່ອງລາວໄລຍະຫຼັງສົງຄາມ

ບົດລະຄອນ “ວັນອາໄລຫາ”, ເລື່ອງລາວໄລຍະຫຼັງສົງຄາມ - ảnh 1

ບົດ​ລະຄອນ “ວັນ​ອາ​ໄລ​ຫາ”, ​ເລື່ອ​ງລາວ​ໄລຍະ​ຫຼັງ​ສົງຄາມ
(ພາບ: vanhoadoisong.com)


“ ​ໃນ​ບົດ​ລະຄອນ, ​ມີ​ບັນດາ​ລາຍ​ລະອຽດ​ທີ່​ຂ້າພະ​ເຈົ້າ​ນຳ​ເອົາ​ມາ​ຈາກ​ຊີວິດ​ຂອງ​ຂ້າພະ​ເຈົ້າ. ແຕ່ກໍມີລາຍລະອຽດທີ່ຂ້າພະເຈົ້າໄດ້ຮັບຟັງຈາກພວກທະຫານ ອາເມລິ​ກາ​ເລົ່າ​ກ່ຽວ​ກັບ​ຄວາມ​ເຈັບ​ປວດ, ຫຼອກ​ຫຼອນ​ໃນ​ຈິດ​ວິນ​ຍານ​ເຂົາ​ເຈົ້າ​ໃນ​ໄລຍະ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ. ຂ້າພະ​ເຈົ້າ​ໄດ້​ນຳ​ເອົາ​ສິ່ງ​ທັງ​ໝົດ​ເຫຼົ່າ​ນັ້ນ​ເຂົ້າ​ໃນ​ເນື້ອ​ໃນ​ບົດ​ລະຄອນ “ ວັນ​ອາ​ໄລ​ຫາ”. ທ່ານ Brian Delate ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ, ທັງ​ເປັນ​ນັກສະ​ແດງ, ນັກ​ແຕ່ງ​[ບົດ​ລະຄອນ “ວັນ​ອາ​ໄລ​ຫາ” ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ຕໍ່ໜ້າ​ຜູ້​ຊົມ​ຫວຽດນາມ​ເຊັ່ນ​ນັ້ນ. 

  ບົດ​ລະຄອນ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ຫວຽດນາມເຫັນໄດ້ເຖິງຄວາມໃນໃຈຂອງ Brest Westmoreland ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາທີ່​ເຄີຍ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ພວມ​ປະ​ເຊີນ​ໜ້າ​ກັບ​ພະຍາດ​ປັນ​ປວນດ້ານ​ຈິດ​ຕະພາຍຫຼັງ​ການ​ກະທົບ (PTSD), ຊຶ່ງ​​ແມ່ນໂລກ​ປະສາດທີ່ ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາຫຼາຍ​ຄົນ​ຖືກ​ຕິດ​ໃນ​ໄລຍະ​ຫຼັງ​ສົງຄາມ. ຕົວ​ລະຄອນ​ໃນ ບ​ົດ​ລະຄອນດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ໃນ​ຊີວິດ​ຂອງ​ທ່ານ Brian Dalate ນັກ​ແຕ່ງບ​ົດ​ລະຄອນ , ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ. ທ່ານ​ເຄີຍ​ເປັນ​ນາຍ​ສິບ ທະຫານ​ອາ​ເມ​ລິກທີ່​ຕັ້ງ​ທັບ​ຢູ່​ແຂວງ ກວາງ​ງ້າ​ຍ ພາກ​ກາງ​ຫວຽດນາມ ​ໄລຍະ 1969-1970 . ທ່ານ Brian Dalate ກ່າວ​ວ່າ

   “ ພາຍຫຼັງ​ທີ່​ຂ້າພະ​ເຈົ້າ​ຈາກ​ຫວຽດນາມ​ກັບ​ຄືນ​ອາ​ເມ​ລິ​ກາ​ນັ້ນ, ຊີວິດ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ເຈັບ​ປວດ​ທີ່​ສຸດ ​ເປັນ​ຕົ້ນ​ແມ່ນ​ຂ້າພະ​ເຈົ້າ​​ໄດ້​ເປັນ​ພະຍາດ​ປັນ​ປວນດ້ານ​ຈິດຕະ,​ຮູ້ສຶກ​ຢ້ານ​ກົວ, ນອນຝັນ​ແຕ່​ຄວາມ​ຮ້າຍ, ຊ້ຳ​ບໍ​ໜຳ​ໄດ້​ມີ​ການ​ທຳ​ໃຊ້​ຄວາມ​ຮຸນ​ແຮງ, ຂ້າພະ​ເຈົ້າ​ບໍ່​ສາມາດ​ຮູ້ສຶກ​ຕົວ​ວ່າ ຕົນ​ເອງ​ພວມ​ຢູ່​ໃສ ​ແລະ ​ເຮັດ​ຫຍັງ​ອີກ. ​ເລື່ອງ​ນີ້​ໄດ້​ແກ່ຍາວ​ເປັນ​ເວລາ​ດົນ​ນານ. ​ແຕ່​ວັນ​ເວລາ​ກໍ​ລວງ​ເລີຍ​ໄປ, ອາການພະຍາດ​ກໍ​ຜ່ອນຄາຍ​ລົງ, ​ແລ້ວ​ກໍ​ຮອດ​ວັນ​ທີ 11/9 ​ເຫດ​ກໍ່​ການ​ຮ້າຍ​ໄດ້​ເກີດ​ຂຶ້ນ, ຂ້າພະ​ເຈົ້າ​ໄດ້​ເຫັນ​ປະຈັກ​ຕາ​ເຮືອບິນ​ຕຳ​ໃສ່​ຕຶກ​ແຝດ​ສູນ​ການ​ຄ້າ ​ແລະ ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ຄວາ​ມຢ້ານ​ກົວ​ຂອງ​ສົງຄາມທັງ​ໝົດ​ເກີດ​ຂຶ້ນ​ຄືນ​ໃໝ່ ​ແລະ ດັ່ງນັ້ນ ຂ້າພະ​ເຈົ້າ​ໄດ້​ເລືອກ​ເອົາ​ເສັ້ນທາງ​ເຄື່ອນ​ໄຫວ​ສິລະ​ປະ ”

  ​ເລື່ອງ​ລາວ​ໄດ້​ປະກົດ​ຂຶ້ນ​ໃນ​ຕອນ​ກາງຄືນ​ກ່ອນ​ວັນ​ອາ​ໄລ​ຫາ​ຢູ່​ເຮືອນ​ຫ້ອງ​ນ້ອຍ​ທີ່່ນະຄອນ​ນິວຢອກ. ດ້ວຍ​ຊວງ​ເວລາ​ອັນ​ສັ້ນໆ, Brian Dalate ​ໄດ້​ສວມ​ບົດທະ​ຫານ​ຜ່ານ​ເສິກ​ Brest Westmoreland ​ໃນ​ຫ້ອງ​ຊຶ່ງ​ພວມ​ຢູ່​ໃນ​ຈັ່ງຫວະ​ກຽມພ້ອມ ຂ້າ​ຕົວ​ຕາຍ. ຄວາ​ມຊົງ​ຈຳ​ຟົດ​ເດືອດ ​ແຕ່​​ຫຼອງຫຼອນ ​ແລະ ຂົ່ມຂູ່, ຂັບ​ໄລ່​ຕົວ​ລະຄອນ​ໃນ​ສະພາບ​ປັນ​ປວນ, ​ແຕ່​ບໍ່​ໜ່ຽວ​ໄກ​ປືນ, ຫາກ​ໄດ້​ເຮັດ​ໃຫ້ Brest Westmoreland ປ່ຽນ​ຕົວ​ມາ​ເປັນ​ເພື່ອນ​ຮ່ວມ​ກົມ​ກອງ, ບັນດາ​ຜູ້​ຄົນ​ລື້​ງ​ແກວ​ນທີ່​ລາວ​ໄດ້​ພົບ​ຢູ່​ຫວຽດນາມ​ໃນ​ໄລຍະ​ສົງຄາມ. ​ແລ້ວ​ກໍ​ໃນ​ຄວາມ​ຊົງ​ຈຳ​ກ່ຽວກັບ​ບັນດາ​ການ​ກະທຳ​ສະຫຍົດ​ສະຫຍອງ​ຄື ຮູບ​ພາບ​ເຄື່ອນ​ທັບ​ກວາດ​ລ້າງ​ທາງບົກ, ​ເທິ່ງ​ເຮືອບິນ​ເອລິ​ກອບ​ເຕີ, ຮູບ​ພາບ​ຈູດ​ເຜົນ​ທຳລາຍ, ຕາມ​ລ່າ, ​ເຂັ່ນຂ້າພັດ​ປະກົດ​ຂຶ້ນຄືນ​ໃໝ່. ນັກ​ສິລະ​ປີນ​ປະຊາຊົນ ​ເລ​ແຄງ ​ໃຫ້​ຮູ້​ວ່າ 

   “ ນັກແຕ່ງບ​ົດ​ລະຄອນ, ຕົວລະຄອນເອກ  Brian Dalate , ລາວຕ້ອງໄດ້ຜ່ານ ຊີວິດຕົວຈິງ ແລະ ລາວໄດ້ວາດພາບຄືນບົນເວທີ່ວະແດງ. ແລະສິ່ງທີ່ຂັດຂວາງ ຂ້າພະເຈົ້າ​ໃນ​ຄັ້ງ​ທຳ​ອິດ ​ແລະ ສົ່ງ​ຜົນ​ກະທົບ​ເຖິງ​ຂ້າພະ​ເຈົ້າຢ່າງ​ແຮງ, ນັ້ນ​ແມ່ນ​ບັນຫາຈິດ​ວິນ​ຍານ. ພວກ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ເຕື້ອງ​ເຖິງ​ບັນຫາ​ຈິດ​ວິນ​ຍານ​ເພື່ອ​ແນະນຳ​ໃຫ້​ຜູ້​ຊົມ ​ແລະ ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ພວມ​ເຮັດ ”

   ປະສົມປະສານກັບ​ບັນດາ​ຄວາມ​ຊົງ​ຈຳ​ທີ່​ເປັນ​ໜ້າ​ຢ້ານ​ນັ້ນ, ມີບາງ​ຈຸດ​ເວລາ​ທີ່​ສົດ​ຊື່ນກ່ວາ, ນັ້ນ​ແມ່ນ​ຄວາມ​ຊົງ​ຈຳ​ຢຸດຕິ​ລົງ​ໃນ​ຈົດໝາຍ​ບາງ​ສະບັບ​ຂອງ​ຍາດ​ພີ​ນ້ອງ, ການ​ຢ້ຽມຢາມ​ຖາມ​ຂ່າວ​, ​ແບ່ງປັນຢ່າງ​ຈິງ​ໃຈ ​ແລະ ຄີ​ດຮອດ​ເຖິງ​ຄອບຄົວ. ທ່ານ​ນາງ​ຮອງ​ສາດສະດາຈານ ດຣ ຫງວຽນ​ທິມິນ​ທ້າຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ 

   “ ປະ​ເທດ​ໜຶ່ງ​ໄດ້​ຮັບ​ໄຊຊະນະ ​ແລະ ອີກ​ປະ​ເທດ​ໜຶ່ງ​ຖືກ​ປະລາ​ໄຊນັ້ນ, ​ແນ່ນອນ 2 ຝ່າຍ​ຕ່າງ​ກໍ​ຖືກ​ສູນ​ເສຍ ​ແລະ ​ເຈັບ​ປວດ. ​ເປັນ​ອັນວ່າ ຝ່າຍ​ໜຶ່ງ​ຕ້ອງ​ຖືກ​ກະທົບ​ທາງ​ດ້ານ​ສະຕິ​ຈິດ​ໃຈ​ແບບ​ນີ້, ສ່ວນ​ອີກ​ຝ່າຍ​ໜຶ່ງຢູ່​ຫວຽດນາມກໍຕ້ອງ​ຖືກ​ກະທົບ​ທາງ​ດ້ານ​ສະຕິ​ຈິດ​ໃຈ​ແບບອື່ນ. ຢູ່​ຫວຽດນາມ ຜູ້​ຖືກຮັບຄວາມ​ເຈັບ​ປວດ, ລຳບາກ​ກ່ວາ​ໝູ່ ນັ້ນ​ແມ່ນ​ຜູ້​ເປັນ​ແມ່, ​ເປັນ​ເມ​ຍ ”

   ນັກ​ກະວີ, ທ່ານໝໍ Edward Tick ຜູ້​ກໍ່​ຕັ້ງ​ຮ່ວມ ​ແລ​ະ ​ເປັນ​ຜູ້ນຳ​ອົງການ SHI ຂອງ​ອາ​ເມ​ລິ​ກາ​ໃຫ້​ຮູ້ວ່າ ພະຍາດ​ປັນ​ປວນດ້ານ​ຈິດ​ຕະພາຍຫຼັງ​ການ​ກະທົບ (PTSD) ​ແມ່ນ​ມັກ​ເກີດ​ຂຶ້ນ​ໃນ​ໝູ່​ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ, ມັນ​ທຳລາຍ​ສຸຂະພາບ​ຮ່າງກາຍ, ຈິດ​ໃຈ​ຂອງ​ເຂົາ​ເຈົ້າ ​ແລະ ມີ​ວິທີ​ໜຶ່ງ​ດຽວ​ທີ່​ສາມາດ​ປິ່ນປົ​ວ​ໄດ້, ນັ້ນ​ແມ່ນ​ການ​ຮຳບາດ​ແຜ​ສົງຄາມ​ລະຫວ່າ​ງ 2 ປະ​ເທດ. ນັກ​ກະວີ, ທ່ານໝໍ Edward Tick ກ່າວ​ວ່າ :

  “ ຂ້າພະ​ເຈົ້າ​ຖື​ວ່າ ສິລະ​ປະ ​ແມ່ນ​ຂົວ​ເຊື່ອມ​ຕໍ່, ບົນ​ຂົວ​ແຫ່ງ​ນັ້ນ, ​ຜູ້​ຄົນ​ທັງຫຼາ​ຍ ມາ​ພົບ​ກັນ, ​ແລກປ່ຽນ ​ເພື່ອ​ເຂົາ​ໃຈ ​ແລະ ຮັກ​ແພງ​ຊ່ວຍ​ເຫຼືອ​ກັນ. ​ທາງ​ດ້ານ​ສິລະ​ປະ, ພວກ​ເຮົາ​ສາມາດ​ສະ​ແດງ​ຈົນ​ສຸດ​ຄວາມ​ໃນ​ໃຈ​ຂອງ​ຕົນ ​ແລະ ​ເຮັດ​ໃຫ້​ທຸກ​ຄົນ​ເຂົ້າ​ໃຈ​ສິ່ງ​ນັ້ນ​ຢ່າງ​ເລິກ​ເຊິ່ງ. ຂ້າ​ພະ​ຈົ້າຄິດ​ວ່າ ການສະ​ແດງ​ບັນດາ​ບົດ​ລະຄອນ​ຢູ່​ຫວຽດນາມ​ແມ່ນ​ບໍ່​ພຽງ​ແຕ່​ຮັບ​ຜົນສຳ​ເລັດ, ​ໄຊຊະນະ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ສິ່ງ​ທີ່​​ເໜືອ​ກ່ວາ​ຄວາມຍອດຍິ່ງ​ອີກ​ດ້ວຍ”

       ພາຍຫຼັງ​ລາຍການ​ສະ​ແດງ, Brian Dalate ​ແບ່ງປັນ​ວ່າ : ຂ້າພະ​ເຈົ້າ​ແຕ່​ງບົດ​ລະຄອນ “ ວັນ​ອາ​ໄລຫາ” ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ຜູ້​ຄົນ​ທີ່​ຍັງ​ບໍ່​​ເຄີຍຜ່ານ​ສົງຄາມ ສາມາດ​ເຂົ້າ​ໃຈ​ໄດ້​ເຖິງ​ທຸກ​ສິ່ງ​ທີ່​ລູກ​ຫຼານ​ເຮົາ​ຕ້ອງ​ຜ່ານ​ຜ່າ ພ້ອມ​ກັບ​ຄວາມ​ເຈົບ​ປວດ, ຄວາມ​ຫຼອກ​ຫຼອນ​ທີ່​ເຂົາ​ເຈົ້າ​ຕ້ອງ​ແບກ​ຫາບ​ພາຍຫຼັງ​ສົງຄາມ. ບົດ​ລະຄອນ ບົດ​ລະຄອນ “ ວັນ​ອາ​ໄລຫາ” ຂອງ Brian Dalate ​ໄດ້​ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ສົງຄາມ​ໂດຍ​ກົງ ຄິດ​ຫງຳ, ຫວນ​ຄືນ​ອະດີດຕະການ ​ແລະ ສະພາບ​ຕົວ​ຈິງ​ຂອງ​ຕົນ .

ຕອບກັບ

ຂ່າວ/ບົດ​ອື່ນ