(VOVWORLD) -ເພື່ອຮັກສາ ແລະ ເສີມຂະຫຍາຍວັດທະນະທຳພື້ນເມືອງຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍພ້ອມທັງຖ່າຍທອດໃຫ້ລູກຫຼານກ່ຽວກັບສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳຂອງບັນດາເຜົ່າ, ບັນດາຜູ້ອາຍຸສູງໃນບໍລິເວນແຂວງ ອຽນບ໊າຍ ໄດ້ມານະພາຍາຍາມຮັກສາ ແລະ ຖ່າຍທອດພາສາເວົ້າຕົວໜັງສື ທຳນອງເພງພື້ນເມືອງ ວາດຟ້ອນຂອງບັນດາເຜົ່າ. ຍ້ອນແນວນັ້ນບັນດາຈຸດຄວາມງາມທາງດ້ານວັດທະນະທຳຂອງບັນດາເຜົ່າໃນບໍລິເວນແຂວງ ໄດ້ຮັບການຮັກສາອະນຸລັກພັດທະນາໃຫ້ນັບມື້ນັບອຸດົມສົມບູນ
ທ່ານ ໜີງກວາງແທັງແລກປ່ຽນກ່ຽວກັບ ຂັບ ສິງກາ |
ປີນີ້ອາຍຸ ເກືອບ 70 ປິແລ້ວກໍ່ຕາມ ແຕ່ສຳນຽງຂັບຮ້ອງຂອງນັກສິລະປິນດີເລີດ ໜີງກວາງແທັງ ຢູ່ເມືອງ ເຈິ່ນອຽນ ແຂວງ ອຽນບ໊າຍ ຍັງຄົງແຂງແຮງມີບາດຂຶ້ນບາດລົງອ່ອນຊ້ອຍຕາມທຳນອງຂັບ ສິງກາ. ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນຄອບຄົວທີ່ມີມູນເຊື້ອປະກອບອາຊີບເປັນນັກຮ້ອງ ສິງກາ, ອະນຸສອນຄາວເຍົາໄວຂອງທ່ານກໍ່ແມ່ນບັນດາຄ່ຳຄືນພ້ອມກັບພໍ່ແມ່ ແລະ ພວກນັກຮ້ອງລຸ້ນອ້າຍລຸ້ນເອື້ອຍໄປສະແດງຂັບ ສິງກາ ໃນໂອກາດມີງານບຸນ. ທ່ານ ໜີງກວາງແທັງ ເປີດເຜີຍວ່າ:
“ໂດຍທົ່ວໄປແລ້ວ ທຳນອງເພງຂັບ ສິງກາ ຖືກສະແດງໃນເດືອນຈຽງ ແລະ ເດືອນສອງ. ນັບແຕ່ເດືອນ 8 ກໍ່ສືບຕໍ່ໄປສະແດງ ຊ່ວງນັ້ນກໍ່ແມ່ນໄລຍະທີ່ອາກາດເລີ່ມເຢັນສະບາຍມີເວລາຫວ່າງ ພາຍຫຼັງໄປເກັບກູ້ສາລີ ມັນຕົ້ນສຳເລັດຈຶ່ງໄປຂັບຮ້ອງ”.
ຂັບສິງກາ ຂອງຊາວເຜົ່າກາວລານກໍ່ແມ່ນການຂັບກ້ຽວຕອບກັນທີ່ເປັນເອກະລັກ. ສິ່ງທີ່ດີທີ່ງາມຂອງຂັບ ສິງກາ ບໍ່ພຽງແຕ່ແມ່ນຢູ່ທຳນອງເພງເທົ່ານັ້ນ ຫາກຍັງຢູ່ໃນເນື້ອໃນທີ່ອຸດົມສູນບູນ ແລະ ມີຄວາມໝາຍຍ້ອງຍໍສັນລະເສີນການຜະລິດສ່ອງແສງທຳມະຊາດ ແລະ ຂັບຮ້ອງກ່ຽວກັບຄວາມຮັກຂອງຄູ່ບ່າວສາວ, ຄວາມຮັກແພງຂອງພໍ່ແມ່. ທ່ານ ແທັງ ໃຫ້ຮູ້ຕື່ມອີກວ່າ:
“ໃນໂອກາດວັນບຸນໃຫຍ່ ຫຼື ບຸນເຕັດໃນຂົງເຂດອື່ນໆ ກໍ່ລ້ວນແຕ່ມີບົດເພງສະເພາະ. ມີບົດເພງຍ້ອງຍໍຄວາມຮັກແພງໃນໝູ່ບ້ານ, ຍ້ອງຍໍສັນລະເສີນບ້ານເກີດເມືອງນອນຕິດພັນກັບການຜະລິດ, ຍ້ອງຍໍສັນລະເສີນຕົ້ນເຂົ້າ, ສາລີ, ຕົ້ນມັນ”.
ກ່ອນນີ້ 12 ປີ ທ່ານ ແທັງ ໄດ້ປຶກສາກັບບາງຄົນທີ່ມີຄວາມເມົາມົວກັບຂັບ ສິງກາ ຢູ່ບ້ານໃຫ້ສ້າງຕັ້ງສະໂມສອນຂັບ ສິງກາ ດ໊າໄຈ໊. ຈາກບ່ອນມີພຽງ 7 ຄົນເທົ່ານັ້ນ ມາຮອກປັດຈຸບັນສະໂມສອນໄດ້ມີສະມາຊິກຫຼາຍກວ່າ 50 ຄົນ. ນາງ ເມ໊ທິເວິນ ສັງກັດສະໂມສອນຂັບສິງກາ ດ໊າໄຈ໊ ຕາແສງ ຮວາກວາງ ເມືອງ ເຈິ່ນອຽນ ແບ່ງປັນວ່າ:
“ທຳນອງເພງຂອງເຜົ່າຕົນ ແມ່ນມ່ວນທີ່ສຸດ ແລະ ອຸດົມສົມບູນ. ຂ້າພະເຈົ້າໄດ້ຮຽນນຳພວກພໍ່ຕູ້ແມ່ຕູ້ ເພື່ອກັບມາສອນໃຫ້ພວກລູກຫຼານຂອງຕົນ ເພື່ອໃຫ້ພວກຫຼານສາມາດເຂົ້າໃຈໄດ້ເຖິງວັດທະນະທຳຂອງເຜົ່າຕົນ
ຖ້າຫາກວ່າ ຂັບສິງກາ ແມ່ນສັນຍາລັກວັດທະນະທຳຂອງຊາວເຜົ່າ ກາວລານ ນັ້ນ, ຂັບກ້ອຍ ກໍ່ແມ່ນທຳນອງເພງທີ່ເປັນເອກະລັກຂອງຊາວເຜົ່າໄຕ່ ໃນເມືອງ ລຸກອຽນ. ນັກສິລະປິນດີເລີດ ຮວ່າງກວາງຍ້ານ ຢູ່ຕາແສງ ເມື່ອງລາຍ ເມືອງ ລຸກອຽນ ສະຫງວນຕະຫຼອດຊີວິດຂອງຕົນໄປທົ່ວທຸກໝູ່ບ້ານ ເພື່ອເກັບກຳຖ່າຍທອດໃຫ້ໄວໜຸ່ມ. ປັດຈຸບັນລຸງ ຍ້ານ ໄດ້ເກັບຮັກສາບົດເພງບູຮານຫຼາຍກວ່າ 200 ບົດ ດ້ວຍບັນດາທຳນອງທີ່ແຕກຕ່າງກັນ. ລຸງ ຍ້ານ ໃຫ້ຮູ້ວ່າ:
“ໃນໄລຍະເກັບກຳ, ຂ້າພະເຈົ້າໄດ້ຊອກເຫັນປຶ້ມຂຽນດ້ວຍພາສາ ຫວຽດເດີມ ເຊິ່ງໄດ້ຈົດບັນທຶກຫຼາຍບົດເພງ. ເຮົາຄິດວ່າກໍ່ຕ້ອງຮັກສາໄວ້ບັນທຶກຄືນ ເພື່ອຖ່າຍທອດໃຫ້ລຸ້ນລູກລຸ້ນຫຼານໃນພາຍພາກໜ້າ”.
ຜ່ານການເຄື່ອນໄຫວຂອງບັນດາສະໂມສອນໃນໝູ່ບ້ານຕາແສງ ຫຼື ໃນໂຮງຮຽນ, ລຸງ ຍ້ານ ໄດ້ເປັນຜູ້ຖ່າຍທອດບັນດາສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳໃຫ້ລຸ້ນຄົນຕ່າງໆ. ນ້ອງ ມາທິກວິ່ງ ສັງກັດຫ້ອງມໍ3 ໂຮງຮຽນມັດທະຍົມສົມບູນເມື່ອງລາຍ ເມືອງ ລຸກອຽນ ແຂວງ ອຽນບ໊າຍ ໃຫ້ຮູ້ວ່າ:
“ຫຼານເຂົ້າຮ່ວມສະໂມສອນ ຂັບກ້ອຍຢູ່ໂຮງຮຽນ. ຫຼານດີໃຈທີ່ສຸດເພາະວ່າສາມາດຮັກສາໄດ້ສີສັນຂອງເຜົ່າໄຕ່”.
ປັດຈຸບັນຢູ່ແຂວງ ອຽນບ໊າຍ ມີຜູ້ອາຍຸສູງຫຼາຍກວ່າ 960.000 ຄົນ ໃນນັ້ນມີຫຼາຍຄົນມີຄວາມຮູ້ເລິກເຊິ່ງກ່ຽວກັບປະຫວັດສາດວັດທະນະທຳ ຮີດຄອງປະເພດນີຂອງທ້ອງຖິ່ນ, ຍ້ອນແນວນັ້ນບັນດາຈຸດວັດທະນະທຳຂອງບັນດາເຜົ່າໃນບໍລິເວນແຂວງ ໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ. ທ່ານນາງ ຫວູທິມາຍແອວັງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ອຽນບ໊າຍ ໃຫ້ຮູ້ວ່າ:
“ໃນໄລຍະທີ່ຜ່ານມາ ພວກຂ້າພະເຈົ້າໄດ້ເປັນເສນາທິການໃຫ້ການນຳແຂວງ ໃຫ້ສ້າງຕັ້ງກອງສິລະປະວັນນະຄະດີ ໃນນັ້ນກໍ່ຕ້ອງມີບັນດານັກສິລະປິນ. ບັນດານັກສິລະປິນໃນແຂວງ ອຽນບ໊າຍ ກໍ່ເສີມບົດບາດເປັນຢ່າງດີໃນການຮັກສາສີສັນວັດທະນະທຳ”.
ຕາມວັນເວລາບັນດາຄຸນຄ່າວັດທະນະທຳພື້ນເມືອງຢູ່ແຂວງ ອຽນບ໊າຍ ໄດ້ຮັບການອະນຸລັກ ແລະ ເສີມຂະຫຍາຍດ້ວຍການປະກອບສ່ວນທີ່ສຳຄັນຂອງຜູ້ອາຍຸສູງ. ນີ້ແມ່ນພື້ນຖານເພື່ອສ້າງແຂວງ ອຽນບ໊າຍ ເຕັມໄປດ້ວຍສີສັນວັດທະນະທຳບັນດາເຜົ່າ.