(vovworld)- “
ຖ້າບໍ່ມີຜູ້ເສາະຫາ, ຮຽບຮຽງ
ວັດທະນະທຳພື້ນເມືອງ, ລຸ້ນຫຼັງຈະບໍ່ຮູ້ຫຍັງກ່ຽວກັບລຸ້ນພໍ່ລຸ້ນອ້າຍຂອງຕົນ“ ນັ້ນ
ແມ່ນຄວາມຮັບຮູ້ຂອງຫຼາຍຄົນທີ່ມີ
ຕໍ່ບັນດາສະມາຊິກສະມາຄົມວັນນະຄະດີສິລະປະບັນດາເຜົ່າສ່ວນໜ້ອຍຫວຽດນາມ. ຢູ່ນອກກອງປະຊຸມໃຫ່ຍສະມາຄົມວັນນະຄະດີ ບັນດາເຜົ່າສ່ວນໜ້ອຍຫວຽດນາມ ທີ່
ຈັດຂຶ້ນຫວ່າງແລ້ວນີ້ຢູ່ຮ່າໂນ້ຍ,
ເຂົາເຈົ້າໄດ້ເລົ່າສູ່ຟັງກ່ຽວກັບ “ຄວາມເມົາມົວກັບວຽກງານ
ຮັກສາຄຸນຄ່າສິລະປະວັດທະນະທຳຂອງຊາດຕົນ“.
(ພາບ: vietjetair.biz.vn)
ຢູ່ແຂວງຮ່າຢາງ, ເມື່ອເຕື້ອງເຖິງການເຄື່ອນໄຫວເສາະຫາ, ຮຽບຮຽງ ແລະ ຄົ້ນຄ້ວາວັດທະນະທຳພື້ນເມືອງ, ຫຼາຍຄົນກໍ່ຄິດເຖິງນັກຄົ້ນຄ້ວາຮ່ວາງທິເກີບ, ມາຍງອກເຮືອງ, ບ່ານທິບາ, ຮົ່ງດິງກຸຍ… ພ້ອມກັບຫຼາຍກິດຈະກຳທີ່ໄດ້ຮັບການເສາະຫາ, ຮຽບຮຽງ ແລະ ປະກາດ, ກໍ່ຄືໄດ້ຮັບລາງວັນວັນນະຄະດີຂອງສະມາຄົມສິລະປະວັນນະຄະດີພື້ນເມືອງຫວຽດນາມ, ສະມາຄົມສິລະປະວັນນະຄະດີບັນດາເຜົ່າສ່ວນໜ້ອຍ. ສະເພາະນັກຄົ້ນຄ້ວາ ບ່ານທິບາ ກໍ່ມີ “ເລື່ອງນິທານຊົນເຜົ່າຢ້າວ“ ແລະ “ກອນເລື່ອງຊົນເຜົ່າຢ້າວ“ ໄດ້ຮັບລາງວັນຂອງສະມາຄົມສິລະປະວັນນະຄະດີພື້ນເມືອງຫວຽດນາມ. ນັກຄົ້ນຄ້ວາບ່ານທິບາ ໄດ້ເສາະຫາ, ຮຽບຮຽງດ້ວຍວິທີອັດສຽງບັນດາບົດປະພັນວັນນະຄະດີ, ບົດກະວີດ້ວຍພາສາຫວຽດ ແລ້ວແປເປັນພາສາຢ້າວ. ຍ້ອນເຜົ່າຢ້າວບໍ່ມີຕົວໜັງສືສະເພາະ, ສະນັ້ນ, ການເສາະຫາ, ຮຽບຮຽງ, ຈົດກ່າຍຂອງແຕ່ລະຄົນກໍ່ມີຄວາມແຕກຕ່າງກັນ. ໃນກ່ວາ 20 ປີຜ່ານມາ, ນັກຄົ້ນຄ້ວາບ່ານທິບາ ໄດ້ໄປສູ່ແຕ່ລະບ້ານເພື່ອພົບປະ, ໂອ້ລົມກັບຜູ້ເຖົ້າແກ່ແນໃສ່ອັດສຽງອ່ານກາບກອນ, ວັນນະຄະດີຂອງເຂົາເຈົ້າ:
“ເມື່ອຮຽບຮຽງ, ເຂົາເຈົ້າຂຽນກໍ່ແຕກຕ່າງກັນ. ຊາວເຜົ່າໄຕ່ມີຕົວໜັງສືແລ້ວ ແຕ່ຊາວເຜົ່າມົ້ງ, ຢ້າວ ແລະ ຊົນເຜົ່າອື່ນບໍ່ທັນມີຕົວໜັງສືສະເພາະ, ສະນັ້ນຜູ້ຮຽບຮຽງຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ປະຈຸບັນ, ການເຜີຍແຜ່ບັນດາບົດປະພັນວັນນະຄະດີສິລະປະດ້ວຍພາສາເຜົ່າຕົນເຖິງປະຊາຊົນຍັງຈຳກັດຢູ່“.
ສ່ວນອ້າຍ ແທກດ່ານີ, ຢູ່ສະມາຄົມສິລະປະວັນນະຄະດີບັນດາເຜົ່າສ່ວນໜ້ອຍສາຂາແຂວງບາກລຽວ, ບໍ່ພຽງແຕ່ໄດ້ເຮັດວຽກເປັນນັກຂ່າວເທົ່ານັ້ນ, ອ້າຍຍັງແຕ່ງກາບກອນເປັນສອງພາສາຫວຽດ-ຂະແມ ອີກ. ດ້ວຍຄວາມປາດຖະໜາຢາກຢັ້ງຢືນຄຸນຄ່າກາບກອນຂອງຊົນເຜົ່າຕົນ. ເມື່ອເຫັນວ່າມີຫຼາຍຄົນໄດ້ແຕ່ງກາບກອນ, ຂຽນເລື່ອງສັ້ນດ້ວຍພາສາຂະແມ ແຕ່ບໍ່ສາມາດແປເປັນພາສາຫວຽດໄດ້. ແທກດ່ານີໄດ້ແປບົດກະວີຂອງຕົນ, ຂອງໝູ່ເພື່ອນເປັນພາສາຫວຽດ ເພື່ອໃຫ້ຜູ້ອ່ານຫຼາຍຄົນສາມາດຮູ້ຈັກເຖິງວັດທະນະທຳຂະແມ ກ່ວາອີກ:
“ຊາວເຜົ່າຂະແມນິຍົມວັນນະຄະດີ, ເຂົາເຈົ້າໄດ້ແຕ່ງ, ອ່ານ ແລະ ແບ່ງປັນດ້ວຍຕົນເອງ, ບໍ່ຮູ້ວ່າການເຄື່ອນໄຫວຂອງສະມາຄົມ ຫຼືສາຂາສະມາຄົມສິລະປະວັນນະຄະດີບັນດາເຜົ່າສ່ວນໜ້ອຍແມ່ນຄືແນວໃດ. ແຕ່ຢູ່ວັດວາອາຮາມແຫ່ງໃດຂອງຊາວເຜົ່າຂະແມກໍ່ມີຜູ້ສາມາດແຕ່ງວັນນະຄະດີສິລະປະ, ກາບກອນໄດ້ຢ່າງໜ້ອຍສຸດແມ່ນ 5-10 ຄົນ. ຂ້າພະເຈົ້າຢາກເຕົ້າໂຮມບັນດານັກສິລະປິນໃນແຂວງບາກລຽວ ເພື່ອຍູ້ແຮງຂະບວນການປະດິດແຕ່ງ“.
ໂດຍແມ່ນສະມາຊິກຜູ້ໜຶ່ງຂອງສະມາຄົມສິລະປະວັນນະຄະດີບັນດາເຜົ່າສ່ວນໜ້ອຍ, ທ່ານຊຸ່ງນາດີ, ຢູ່ບ້ານລົງຄົງ, ຕາແສງເມືອງນ້ອງ, ເມືອງເກຍຟອງ, ແຂວງເງະອານ ໄດ້ສະຫງວນເວລາ, ກຳລັງເຫື່ອແຮງຫຼາຍເຂົ້າໃນການຮຽບຮຽງ, ພິມຈຳໜ່າຍປຶ້ມສຸພາສິດຊົນເຜົ່າຜູ້ໄທດ້ວຍສອງພາສາໄທ ແລະ ຫວຽດ. ທ່ານມີຄວາມເປັນຫ່ວງກັງວົນຍ້ອນເຫັນວ່າ, ບັນດາຄຸນຄ່າວັດທະນະທຳພວມຄ່ອຍໆຖືກສູນເສຍໄປ, ຖ້າບໍ່ຮັກສາດ່ວນລຸ້ນຫຼັງຈະບໍ່ມີອີກ:
“ຂ້າພະເຈົ້າທັງປະດິດແຕ່ງທັງເປັນຜູ້ແປພາສາ. ໃນການແປ່ພາສາ, ພຽງແຕ່ແປ່ຄວາມໝາຍເທົ່ານັ້ນ, ຫາກບໍ່ສາມາດແປ່ຕາມຄຳສັບໄດ້. ຍ້ອນເຫດນັ້ນການຕີລາຄາບົດປະພັນຈະບໍ່ຊັດເຈນ“.
ການຮຽງຮຽງ ແລະ ເຜີຍແຜ່ບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງຊາວເຜົ່າສ່ວນໜ້ອຍ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນຂອງບັນດາສະມາຊິກສະມາຄົມສິລະປະວັນນະຄະດີບັນດາເຜົ່າສ່ວນໜ້ອຍຫວຽດນາມ. ຄຽງຂ້າງຖັນແຖວຜູ້ປະດິດແຕ່ງສິລະປະວັນນະຄະດີເປັນຈຳນວນຫຼວງຫຼາຍນັ້ນ, ຍັງມີການປະກອບກຳລັງເຫື່ອແຮງຂອງບັນດານັກຄົ້ນຄ້ວາວັດທະນະທຳໃນບ້ານເຂົ້າໃນການຮັກສາ ແລະ ໂຄສະນາຄຸນຄ່າວັດທະນະທຳ, ສິລະປະເຖິງປະຊາຄົມບັນດາຊົນເຜົ່າອ້າຍນ້ອງໃນທົ່ວປະເທດອີກດ້ວຍ, ເຂົາເຈົ້າໄດ້ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງຂອງບັນດາເຜົ່າຫວຽດນາມ./.