ທ່ານພົນເອກ Vo Nguyen Giap ກັບນັກຂ່າວ, ມືກ້ອງ Tran Hong
|
17 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ເມື່ອຫວນຄືນກ່ຽວກັບງານວາງສະແດງທີ່ມີຊື່ວ່າ “ ຮູບພາບຂອງແມ່ ” ໃນແຕ່ລະເທື່ອ, ມືກ້ອງ Tran Hong ພັດຕື້ນຕັນໃຈທີ່ສຸດ. ແລະ ມາຮອດປະຈຸບັນ, ສຳລັບມືກ້ອງ Tran Hong ແລ້ວ, ບັນດາຜູ້ເປັນແມ່, ເປັນຕົ້ນແມ່ນບັນດາແມ່ຫວຽດນາມວິລະຊົນຍັງຄົງແມ່ຫົວເລື່ອງທີ່ດູດດື່ມ, ເຮັດໃຫ້ທ່ານມີຄວາມເມົາມົວກັບອາຊີບຖ່າຍຮູບ.
ພາລະກິດການເຄື່ອນໄຫວເປັນນັກຂ່າວຂອງ Tran Hong ໄດ້ເລີ່ມຕົ້ນດ້ວຍໄລຍະສົງຄາມຕ້ານຈັກກະພັດອາເມລິກາທີ່ດຸເດືອດ. ດ້ວຍຈິດໃຈຂອງຜູ້ເປັນ ທະຫານ, ຂອງໄວໜຸ່ມ, ຄວາມສະດຸ້ງໄວຂອງນັກຂ່າວ, ມືກ້ອງ, Tran Hong ໄດ້ມີບົດໜັງສືພິມ ແລະ ຮູບຖ່າຍສະຖານະການທີ່ສົດໆຮ້ອນໆຢ່າງຫຼວງຫຼາຍຊຶ່ງໄດ້ລົງພິມໃນໜັງສືພິມ ກວນໂດ້ຍເຍີນເຢີນ ສຽງຂອງກອງທັບປະຊາຊົນຫວຽດນາມ, ວາລະສານຂ່າວພາບຫວຽດນາມ ແລະ ໜັງສືພິມເຍີນເຢິນ ສຽງຂອງພັກກອມມູນິດຫວຽດນາມ. ນັກຂ່າວ Tran Hong ເວົ້າວ່າ:
“ ຂ້າພະເຈົ້າເຂົ້າເຮັດວຽກຢູ່ໜັງສືພິມ ກວນໂດ້ຍເຍີນເຢີນ, ດັ່ງນັ້ນໄດ້ມີເງື່ຶອນໄຂເຄື່ອນໄຫວ ແລະ ໄດ້ເຫັນປະຈັກຕາຄວາມເຈັບປວດ, ຄວາມສູນເສຍຂອງບັນດານັກຮົບເມື່ອອອກສະໜາມຮົບ. ເມື່ອລົງທ້ອງຖິ່ນ, ກໍໄດ້ພົບພໍ້ກັບບັນດາຜູ້ຄົນທີ່ຕ້ອງອົດທົນຕໍ່ຄວາມລຳບາກຫຼາຍກ່ວາຜູ້ອອກສະໜາມຮົບ. ຂ້າພະເຈົ້າມີຄວາມເມົາມົວກັບໜ້າທີ່ວຽກງານຂອງສຳນັກໜັງສືພິມ, ແຕ່ກໍຍັງຄົງສະຫງວນເວລາເພື່ອຖ່າຍຮູບບັນດາແມ່. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ຫົວເລື່ອງບັນດາແມ່ຫວຽດນາມໄດ້ດຶງດູດໃຈຂ້າພະເຈົ້າ. ”
ມືກ້ອງ Tran Hong ບໍ່ພຽງແຕ່ຢາກຖ່າຍເອົາຮູບພາບໃບໜ້າສີຕາຕາມກາລະເວລາເທົ່ານັ້ນ, ຫາກຍັງຢາກຂຸດຄົ້ນຄຸນນະທາດອັນດີງາມຂອງ ແມ່ຫວຽດນາມ ອີກດ້ວຍ. ເມື່ອຢືນຖ່າຍຮູບຕໍ່ໜ້າແມ່ແຕ່ລະຄົນ, ທ່ານຮູ້ສຶກໄດ້ເຖິງຄວາມອົບອຸ່ນ ແລະ ຄວາມຮັກແພງຈາກແມ່. ສຳລັບທ່ານແລ້ວ, ເມື່ອສັງເກດຜ່ານແງ່ມຸມໃດໜຶ່ງນັ້ນ, ແມ່ຫວຽດນາມທຸກໆຄົນກໍລ້ວນແຕ່ແມ່ນ ບັນດາແມ່ຫວຽດນາມວິລະຊົນ.ມືກ້ອງ Tran Hong ເວົ້າວ່າ:
“ ປີ 1968, ຄາວນັ້ນຂ້າພະເຈົ້າຢູ່ເຂດເຮືອນລວມເລກທີ່ 8 ຖະໜົນຫຼີນາມເດ້-ຮ່າໂນ້ຍ, ຮອດຕອນແລງໃນແຕ່ລະວັນ, ຂ້າພະເຈົ້າເຫັນແມ່ຕູ້ຄົນໜຶ່ງເຄີຍມາຮັບສົ່ງຫຼານ. ເຫັນ 2 ຕູ້ຫຼານໄປນຳກັນ, ຂ້າພະເຈົ້າຮູ້ສຶກມີຄວາມຮັກແພງພິເສດ. ເທື່ອທີ່ 2 ແມ່ນເວລາທີ່ຂ້າພະເຈົ້າກັບເມືອບ້ານຢ້ຽມຢາມແມ່ຂ້າພະ ເຈົ້າ, ຄາວນັ້ນແມ່ຂ້າພະເຈົ້າມີອາຍຸ 92 ປີແລ້ວ, ແຕ່ເພິ່ນຍັງຖືຂ້າພະເຈົ້າຄືເດັກ, ເພິ່ນໄດ້ອາບນ້ຳ, ຊັກຜົມໃຫ້ຂ້າພະເຈົ້າ. ຂ້າພະເຈົ້າເຫັນວ່າແມ່ດີໃຈ.ຕາຂອງແມ່ຍັງຮຸ່ງແຈ້ງ. ຂ້າພະເຈົ້າເບິ່ງໃບໜ້າສີຕາຂອງແມ່, ບັງເອີນໄດ້ຄຳນຶງເຖິງເພື່ອນຮ່ວມກົມກອງ. ຄວາມມ່ວນຊື່ນຂອງແມ່ພຽງເລກນ້ອຍເຊັ່ນນັ້ນ, ແຕ່ແມ່ຫວຽດນາມອື່ນນັບລ້ານໆຄົນກໍບໍ່ມີຍ້ອນວ່າພວກລູກໆຂອງແມ່ອອກສະໜາມຮົບໂດຍບໍ່ມີວັນຈະກັບຄືນ. ຜ່ານແສງຕາຂອງແມ່ຂ້າພະເຈົ້າ ແລະ ຮູບພາບຂອງແມ່ຕູ້ຢູ່ເຮືອນເລກທີ່ 8 ຖະໜົນຫຼີນາມເດ້, ໄດ້ເປັນແຫຼ່ງອາລົມເຮັດໃຫ້ຂ້າພະເຈົ້າມີຄວາມເມົາມົວ. ຈາກນັ້ນ, ຂ້າພະເຈົ້າໄດ້ເດີນຕາມອາຊີບເປັນມືກ້ອງເພື່ອຄົ້ນຫາກຳລັງແຮງບົ່ມຊ້ອນຂອງບັນດາແມ່ ”
ດ້ວຍຄວາມຫວັງຢາກຄົ້ນຫາຈົນສຸດກ່ຽວກັບກຳລັງແຮງບົ່ມຊ້ອນຂອງແມ່ຍິງຫວຽດນາມ, ຊຶ່ງພົ້ນເດັ່ນແມ່ນບັນດາແມ່ທີ່ມີລູກໆເສຍສະຫຼະຊີວິດເພື່ອຊາດ, ປີ 1995 ມືກ້ອງ Tran Hong ໄດ້ຈັດງານວາງສະແດງທີ່ມີຊື່ວ່າ “ ຮູບພາບຂອງແມ່ ”.ມືກ້ອງ Tran Hong ເວົ້າວ່າ:
“ ມີນັກຂ່າວຊາວອາເມລິກາຄົນໜຶ່ງເມື່ອເຂົ້າຢ້ຽມຊົມງານວາງສະແດງຂອງຂ້າພະເຈົ້າໄດ້ເວົ້າວ່າ: ຮູບພາບບັນດາແມ່ຫວຽດນາມນີ້ແມ່ນສາຍເຫດຕົ້ນຕໍ່ເພື່ອສ້າງເປັນກຳລັງແຮງໃຫ້ແກ່ຝ່າຍກອມມູນິດພວກທ່ານໄດ້ຕີເອົາຊະນະຕໍ່ພວກຂ້າພະເຈົ້າ. ເມື່ອຄຶດເຖິງສິ່ງນີ້ ກໍເຫັນວ່າມັນມີເຫດມີຜົນ. ຜູ້ເປັນລູກທຸກໆຄົນ, ເມື່ອເຮັດວຽກງານຫຍັງ, ເປັນຕົ້ນແມ່ນເມື່ອອອກສະໜາມຮົບໂດຍຢືນຢູ່ລະຫວ່າງຄວາມເປັນ ແລະ ຄວາມຕາຍ, ເຂົາເຈົ້າຍາມໃດກໍຄິດເຖິງແມ່ ແລະ ພວກເຂົາຢາກເຮັດສິ່ງໃດໜຶ່ງທີ່ດີທີ່ສຸດເພື່ອກັບມາຕ້ອນແມ່. ແມ່ໄດ້ກາຍເປັນແຫຼ່ງກຳລັງເພື່ອສ້າງເປັນໄຊຊະນະ ”
ຮູບຖ່າຍແມ່ Nguyen Thi Khanh ຂອງມືກ້ອງ Tran Hong
|
ສະເພາະຮູບຖ່າຍກ່ຽວກັບແມ່ຫວຽດນາມ, ມືກ້ອງ Tran Hong ມີເກືອບ 2000 ແຜ່ນ. ແຕ່ລະແຜ່ນກໍແມ່ນເລື່ອງລາວທີ່ຕື້ນຕັນໃຈ. ທ່ານເລົ່າສູ່ຟັງວ່າ ຮູບຖ່າຍກ່ຽວກັບແມ່ Nguyen Thi Khanh ຢູ່ແຂວງກຽນຢາງ ໄດ້ເຮັດໃຫ້ທ່ານມີຄວາມຕື້ນຕັນໃຈທີ່ສຸດ. ມືກ້ອງ Tran Hong ເວົ້າອີກວ່າ:
“ ຂ້າພະເຈົ້າໄດ້ຖ່າຍເອົາຮູບຂອງແມ່ Nguyen Thi Khanh ຢູ່ບ້ານຕາມງ່ານເມືອງຮ່ອນເດິດແຂວງກຽນຢາງ. ແມ່ມີລູກທັງໝົດ 7 ຄົນ, ແຕ່ທັງ 7 ຄົນໄດ້ອອກສະໜາມຮົບ ແລະ ໄດ້ເສຍສະຫຼະຊີວິດເພື່ອຊາດ. ເມື່ອຂ້າພະເຈົ້າເຂົ້າເປັນທະຫານສັງກັດກອງພົນ 4 ,ໄດ້ປຸກເຮືອນຫຼັງໜຶ່ງທີ່ງາມທີ່ສຸດໃຫ້ແມ່. ໃນເທື່ອທຳອິດທີ່ຂ້າພະເຈົ້າເມືອຢາມ, ເຫັນເຮືອນທີ່ໃຫຍ່ໂຕໂອຖົງ ແຕ່ແມ່ພວມນັ່ງຢູ່ແຈໜຶ່ງຂ້າງພາເຂົ້າ ມີປາຈືນຕອນໜຶ່ງພ້ອມກັບຈານຜັກບົ້ງ. ເທື່ອນັ້ນ, ຂ້າພະເຈົ້ານຸ່ງຊຸດເຄື່ອງແບບທະຫານຍ່າງເຂົ້າໄປເຮືອນ, ແມ່ໄດ້ຟ້າວຍ່າງມາ ຍ້ອນຄຶດວ່າ ແມ່ນລູກຂອງຕົນກັບມາຈາກສະໜາມຮົບ. ໄດ້ພົບແມ່ຕູ້ເປັນເທື່ອທຳອິດ, 2 ແມ່ລູກໄດ້ກອດກັນ ແລະ ຫຼັ່ງນ້ຳຕາ, ເວລານັ້ນ ຂ້າພະເຈົ້າບໍ່ສາມາດຖ່າຍຮູບໄດ້. ຮອດເທື່ອທີ່ 4 , ຂ້າພະເຈົ້າຈຶ່ງສາມາດຖ່າຍໄດ້ ແລະ ນັ້ນແມ່ນຮູບຖ່າຍທີ່ຂ້າພະເຈົ້າຊົມຊອບທີ່ສຸດ ”
ຫຼືວ່າຮູບຖ່າຍແມ່ Thu. ຊີວິດຂອງແມ່ໄດ້ກາຍເປັນເທບນິຍາຍ, ເປັນອະນຸສາວະລີແຫ່ງນ້ຳໃຈຮັກຊາດ, ຄວາມເສຍສະຫຼະຊີວິດເພື່ອຊາດ. ແມ່ Thu ແມ່ນແມ່ຫວຽດນາມວິລະຊົນທີ່ມີຜົວ, ລູກຄີງ 9 ຄົນ, ລູກເຂີຍ 1 ຄົນ ແລະ ຫຼານ 2 ຄົນທີ່ໄດ້ ເສຍສະຫຼະຊີວິດເພື່ອເອກະລາດແຫ່ງຊາດ . ຮູບຖ່າຍກ່ຽວກັບ ແມ່ Thu ພວມຄ່ອຍຖ້າລູກກັບມາ ຂອງມືກ້ອງ Tran Hong ໄດ້ເຮັດໃຫ້ຫຼາຍໆຄົນ ຕື້ນຕັນໃຈ. ມືກ້ອງ Tran Hong ເລົ່າຄືນສູ່ຟັງວ່າ :
“ ເມື່ອຂ້າພະເຈົ້າໄປຫານັກປະພັນ Le van Dung ຢູ່ເຮືອນ, ກໍເຫັນແມ່ພວມນັ່ງເຊັ່ນນັ້ນ. ແມ່ Thu ເວົ້າວ່າ ຂ້າພະເຈົ້າຍັງພວມຄ່ອຍຖ້າລູກກັບມາ. ລູກ 9 ຄົນ, ແນ່ນອນວ່າ ຈະມີ ຄົນໜຶ່ງກັບມາກັບຂ້າພະເຈົ້າ. ແລະ ພໍອາຍຸ ຮອດ107 ປີ ແມ່ Thu ໄດ້ເສຍຊີວິດ ”
ບັນດາຮູບຖ່າຍກ່ຽວກັບແມ່ຫວຽດນາມຂອງ Tran Hong ຖືກພິມເປັນປຶ້ມດ້ວຍຫົວຂໍ້ “ ຮູບພາບຂອງແມ່ ” ໂດຍສຳນັກພິມ ກວນໂດ້ຍຈຳໜ່າຍເມື່ອປີ 1997 ແລະ ໄດ້ຮັບການເລືອກເຟັ້ນເປັນຮູບຖ່າຍທີ່ດີເດັ່ນທີ່ສຸດໃນປີ 1998. ຄວາມຜາສຸກທີ່ສຸດສຳລັບມືກ້ອງ Tran Hong ແມ່ນໄດ້ກັບເມື່ອບ້ານຖ່າຍຮູບໃນແຕ່ລະເທື່ອ, ໄດ້ຮັບການຕ້ອນຮັບຈາກບັນດາແມ່ດ້ວຍຄວາມຮັກ ແລະ ຖືທ່ານຄືດັ່ງລູກຄີງຂອງແມ່ຫວຽດນາມວິລະຊົນ.