ບັນດາເດັກນ້ອຍໝູ່ບ້ານອາຊີບປະມົງເມົາມົວຂັບຮ້ອງບ່າຍຈ່ອຍ

(VOVWORLD) -ເລື່ອງສິລະປະບ່າຍຈ່ອຍທາງພາກກາງ ຫວຽດນາມ ໄດ້ຮັບການຮັບຮອງຈາກ ອົງການ ສະຫະປະຊາຊາດ ເພື່ອການສຶສາວິທະຍາສາດ ແລະ ວັດທະນະທຳ (UNESCO) ຮັບຮອງວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດນັ້ນ ແມ່ນຄວາມເອກອ້າງທະນົງໃຈຢ່າງໃຫຍ່ຫຼວງຂອງປະຊາຊົນໃນເຂດບ່າຍຈ່ອຍ ຟູ໋ອຽນ. ເລື່ອງລາວກ່ຽວກັບພວກເດັກນ້ອຍຢູ່ໝູ່ບ້ານທະເລເມືອງ ດົງຮ່ວາ, ນິຍົມຂັບບ່າຍຈ່ອຍນັ້ນ, ເຮັດໃຫ້ຜູ້ຄົນທັງຫຼາຍເຊື່ອໝັ້ນວ່າ ສິລະປະບ່າຍຈ່ອຍ ໄດ້ຮັບການສືບທອດເຖິງຄົນຮຸ່ນຫຼັງ.

ການດຳລົງຊີວິດຂອງປະຊາຊົນໃນໝູ່ບ້ານທະເລເມືອງ ດົງຮ່ວາ, ແຂວງ ຟູ໋ອຽນ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ດິນຟ້າອາກາດຄືວ່າຮ້າຍແຮງກວ່າ, ດ້ວຍແດດກ້າ ແລະ ພາຍຸຝົນຕົກຕະຫຼອດ. ເຖິງວ່າຝົນຕົກ ຫຼືແດດກ້າຄືແນວໃດກໍ່ຕາມ, ໃນຊຸມປີມໍ່ໆມານີ້, ເສັ້ນທາງພາໄປຍັງເຮືອນຂອງນັກສິລະປິນ ຫງວຽນດິ່ງຖວາງ (ບິ່ງຖາງ) ໃນບ້ານ ຟູ໋ຖໍ້ 3, ເທດສະບານ ຮ່ວາຫຽບຈູງ ໄດ້ເປັນທີ່ລຶ້ງເຄີຍສຳລັບເດັກນ້ອຍໃນເຂດອ້ອມຂ້າງນັບສິບຄົນ. ພວກຫຼານມາເພື່ອຮຽນຂັບບ່າຍຈ່ອຍ (ເພງພື້ນເມືອງຢູ່ພາກກາງ).

ບັນດາເດັກນ້ອຍໝູ່ບ້ານອາຊີບປະມົງເມົາມົວຂັບຮ້ອງບ່າຍຈ່ອຍ - ảnh 1 ຂັບຮ້ອງບ່າຍຈ່ອຍ (ພາບ: binhdinh.com.vn)

      ໃນຫ້ອງຮຽນຂັບບ່າຍຈ່ອຍ, ມີຫຼານບາງຄົນອາຍຸພຽງ 7,8 ປີເທົ່ານັ້ນ, ຜູ້ໃຫຍ່ກວ່າແມ່ນອາຍຸ 15, 16 ປີ. ຜູ້ຢູ່ໃກ້ແມ່ນຫ່າງຈາກເຮືອນຂອງນັກສິລະປິນ ບິ່ງຖາງ ສອງ, ສາມຮ້ອຍແມັດ, ຜູ້ຢູ່ໄກແມ່ນນັບເປັນກິໂລແມັດ. ເຖິງວ່າຈະຢູ່ໃກ້ຫຼືໄກກໍ່ບໍ່ສາມາດປຽບທຽບກັບຄວາມເມົາມົວຂັບບ່າຍຈ່ອຍຂອງພວກນ້ອງໄດ້. ນ້ອງ ຮວີ່ນກ່ຽວມາຍ, ອາຍຸ 14 ປີ, ຜູ້ຮຽນຂັບບ່າຍຈ່ອຍມາໄດ້ 3 ປີແລ້ວ, ເລົ່າສູ່ຟັງວ່າ:

      “ແຕ່ລະປະໂຫຍກ, ແຕ່ລະສັບໃນບົດເພງມີຄວາມໝາຍທີ່ສຸດ. ເມື່ອຂັບບ່າຍຈ່ອຍໄດ້ພຽງ 2 ບົດເທົ່ານັ້ນ, ນ້ອງກໍ່ຮູ້ສຶກຄືວ່າຈິດໃຈສະຫວາດສະເຫວີຍກວ່າ. ຫຼານຢາກຮຽນເພື່ອສືບທອດມູນເຊື້ອອັນດີງາມບ້ານເກີດເມືອງນອນຕົນ“.

      ໃນສິບກວ່າປີຜ່ານມາ, ນັກສິລະປິນ ບິ່ງຖາງ ໄດ້ສຸດຈິດສຸດໃຈເຂົ້າໃນການປຸກລຸກຄວາມເມົາມົວຂັບບ່າຍຈ່ອຍໃຫ້ພວກເດັກນ້ອຍ. ລາວໄດ້ນຳເອົາບັນດາທຳນອງເພງທີ່ເປັນເອກະລັກສະເພາະຂອງບ່າຍຈ່ອຍ, ເຊິ່ງລາວເຄີຍຮຳ່ຮຽນ, ຖອດຖອນມາໄດ້ຈາກຮຸ່ນກ່ອນນັ້ນ ມາສອນໃຫ້ພວກຫຼານນ້ອຍ…ຕາມນັກສິລະປິນ ບິ່ງຖາງ ແລ້ວ, ການສອນຂັບບ່າຍຈ່ອຍແມ່ນບໍ່ຍາກ, ແຕ່ຢາກດຶງດູດພວກຫຼານນ້ອຍເຂົ້າຮ່ວມສິລະປະພື້ນເມືອງປະເພດນີ້ພັດຍາກຫຼາຍ.

“ບໍ່ອາດຈັດວາງເວລາຮຽນຂັບບ່າຍຈ່ອຍໃຫ້ພວກຫຼານໄດ້, ຫາກຕ້ອງອີງໃສ່ເວລາໃດທີ່ພວກຫຼານບໍ່ຄາກັບວຽກງານຮຳ່ຮຽນຢູ່ໂຮງຮຽນ, ພວກຫຼານຮຽນຂັບບ່າຍຈ່ອຍພຽງໜຶ່ງຊົ່ວໂມງເຄິ່ງ/ວັນເທົ່ານັ້ນ, ເຮົາຕ້ອງອອກເຫື່ອແຮງລ້າໆ, ສ່ວນພວກຫຼານບໍ່ມີໃຜຕ້ອງເສຍຄ່າຮຽນ, ຕ້ອງຮູ້ສະຫຼະຄືແນວນັ້ນຈຶ່ງຮັກສາມໍລະດົກບໍ່ເປັນວັດຖຸໄດ້“.

ເມື່ອຮຽນພ້ອມກັບນັກສິລະປິນ ບິ່ງຖາງ, ພວກຫຼານໄດ້ຮັບເອົາບົດຮຽນພື້ນຖານກ່ຽວກັບວິທີຂັບຮ້ອງເພງພື້ນເມືອງ, ໄດ້ຮັບແນະນຳກ່ຽວກັບທັກສະໃນການຂັບຮ້ອງບ່າຍຈ່ອຍດ້ວຍທຳນອງຕ່າງຄື: ຊວນນື້, ຊ່າງເຊ, ໂກບານ…ຜ່ານການເວລາ, ບັນດາທຳນອງເພງບ່າຍຈ່ອຍກໍ່ຊືມເລິກຢູ່ໃນໃຈ. ພວກຫຼານຮຽນຂັບບ່າຍຈ່ອຍແບບທຳມະດາຜ່າເຜີຍ, ເລິກເຊິ່ງຄືດັ່ງປະຊາຊົນຢູ່ດິນແດນແຫ່ງນີ້… ນ້ອງ ຫງວຽນຊວນມາຍ ແລະ ຫງວຽນແທ່ງດາດ, ແມ່ນເດັກນ້ອຍສອງຄົນດີເດັ່ນທີ່ສຸດໃນຫ້ອງຮຽນຂອງນັກສິລະປິນ ບິ່ງຖາງ, ໃຫ້ຮູ້ວ່າ:

     ເມື່ອບໍ່ທັນຮຽນຂັບບ່າຍຈ່ອຍ, ຫຼານເຄີຍຂັບຮ້ອງບັນດາບົດເພງສຳລັບຮຸ່ນໜຸ່ມ ຫຼືບັນດາບົດເພງທີ່ມີທຳນອງຟົດຟື້ນ ແລະ ຫຼານເອງຍາມໃດກໍ່ຮູ້ສຶກວ່າຕົນເອງເປັນຄົນທັນສະໄໝ. ແຕ່ເມື່ອຮູ້ຈັກເຖິງບ່າຍຈ່ອຍ, ໄດ້ຂັບຮ້ອງ ແລະ ຊອກຮູ້ມັນຢ່າງເລິກເຊິ່ງ, ຫຼານຍິ່ງຮັກແພງ ແລະ ຮັບຮູ້ວ່າບ່າຍຈ່ອຍແມ່ນຜະລິດຕະພັນພິເສດຂອງຟູ໋ອຽນ ແລະ ຫຼານໂຊກດີເມື່ອໄດ້ຮູ້ຈັກເຖິງມັນ

     ລູກນິຍົມຊົມຊອບທຳນອງເພງບ່າຍຈ່ອຍທີ່ສຸດ, ເມື່ອຂັບຮ້ອງຫຼານຮູ້ສຶກວ່າຈິດໃຈສະຫວາດສະເຫວີຍກວ່າ.

      ທ່ານຜູ້ຟັງທີ່ເຄົາລົບ. ບາງເທື່ອພວກຫຼານບໍ່ທັນຮູ້ໄດ້ວ່າບັນດາທຳນອງເພງດັ່ງກ່າວແມ່ນໄດ້ຮັບການຖອດຖອນມາໄດ້ຜ່ານການເວລາ, ແມ່ນເຫື່ອແຮງ, ຢາດນຳ້ຕາບໍ່ຈັກວ່າເທົ່າໃດ ຂອງຜູ້ອອກແຮງງານຫຼາຍຮຸ່ນຄົນຢູ່ຕາມທົ່ງນາ. ແຕ່ສິ່ງສຳຄັນນັ້ນແມ່ນ, ຄວາມທຳມະດາຜ່າເຜີຍ, ຮັກຫອມຊີວິດ, ຄວາມສົດໃສຂອງພວກນ້ອງນັ້ນເອງ ເປັນການປະກອບສ່ວນຮັກສາບັນດາທຳນອງພື້ນເມືອງນີ້ໃຫ້ຍືນຍົງຄົງຕົວຕະຫຼອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ