ບໍລິເວນສະແດງຂັບບ່າຍຈ່ອຍຢູ່ ໂຫ້ຍອານ

(VOVWORLD) -ບ່າຍຈ່ອຍ ແມ່ນຮູບການເພງພື້ນເມືອງ ແລະ ການລະຫຼິ້ນພື້ນເມືອງທີ່ເປັນເອກະລັກສະເພາະຢູ່ພາກກາງເວົ້າລວມ, ແຂວງ ກວາງນາມ ເວົ້າສະເພາະ. ໂດຍຜ່ານໄລຍະນັບຮ້ອຍປີແຫ່ງການດຳລົງຊີວິດຂອງປະຊາຊົນ, ບ່າຍຈ່ອຍຢູ່ ໂຫ້ຍອານຄ່ອຍໆພັດທະນາ ກາຍເປັນຮູບການສິລະປະທີ່ມີລັກສະນະມະຫາຊົນ, ກາຍເປັນອາຫານດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວ ເມືອງເກົ່າ.

ບໍລິເວນສະແດງຂັບບ່າຍຈ່ອຍຢູ່ ໂຫ້ຍອານ - ảnh 1 ສິລະປະຂັບບ່າຍຈ່ອຍ

(ພາບ: VnExpress)

 ສິລະປະຂັບບ່າຍຈ່ອຍແມ່ນເລີ່ມມາຈາກຊີວິດການເປັນຢູ່, ການອອກແຮງງານຂອງ ຊາວ ກວາງນາມ. ກ່ອນນີ້, ເຂົາເຈົ້າຕັ້ງບັນດາຕູບຍາມໄຮ່ນາ. ເມື່ອນັ່ງໃນຕູບຍາມນັ້ນ, ຜູ້ຊາຍໃນໝູ່ບ້ານໄດ້ຄິດເຖິງວິທີພົວພັນແລກປ່ຽນນຳກັນດ້ວຍການຂັບຮ້ອງລະຫວ່າງບັນດາຕູບຍາມນຳກັນ. ບ່າຍຈ່ອຍຕິດພັນກັບຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານ, ເປັນລົມຫາຍໃຈແຫ່ງການດຳລົງຊີວິດ, ສະນັ້ນເມື່ອລະດູບານໃໝ່ວຽນມາ, ງານບຸນຂັບບ່າຍຈ່ອຍກໍ່ໄດ້ຮັບການຈັດຕັ້ງແຕ່ວັນທີ 30 ເດືອນຈຽງເຖິງວັນທີ 7 ຂອງບຸນເຕັດ. ບ່ອນຈັດຕັ້ງການຂັບບ່າຍຈ່ອຍແມ່ນຢູ່ເດີ່ນສາລາ, ເດີ່ນວັດ ຫຼືຢູ່ເຂດດິນຫວ່າງ, ກວ້າງຂວາງ, ຮາບພຽງ. ຢູ່ທີ່ນີ້ເຂົາເຈົ້າຕັ້ງຕູບຍາມດ້ວຍໄມ້ໄຜ່ຕາມແບບເຮືອນຮ້ານ 10 ແຫ່ງ, ມຸ່ງໜ້າເຂົ້າເດີ່ນ-ບ່ອນຂັບບ່າຍຈ່ອຍ. ຕູບຍາມແຕ່ລະແຫ່ງສາມາດບັນຈຸແຕ່ 4 ເຖິງ 5 ຄົນ. ທ່ານ ຟຸ່ງເຕິ໋ນດົງ, ນັກຄົ້ນຄ້ວາບ່າຍຈ່ອຍຢູ່ ໂຫ້ຍອານ, ໃຫ້ຮູ້ກ່ຽວກັບວິທີຂັບບ່າຍຈ່ອຍ:

ໃນວິວັດແຫ່ງການຄົ້ນຄ້ວາບ່າຍຈ່ອຍ, ຂ້າພະເຈົ້າເຫັນວ່ານີ້ແມ່ນປະກົດການວັດທະນະທຳສັບສົນທີ່ສຸດ, ທັງແມ່ນການລະຫຼິ້ນ, ທີ່ມີລັກສະນະໂຊກໝານ. ດ້ວຍໃບໄພ້ 30 ໃບ ຖືກແບ່ງເປັນ 2 ຊຸດ. ຊຸດໜຶ່ງເອີ້ນວ່າໃບໄພ້ເອກ, ບັນຈຸໃນລຳໄມ້ໄຜ່ທີ່ວາງຢູ່ກາງເວທີສະແດງ. ສ່ວນຊຸຸດຍັງເຫຼືອ, ເຂົາເຈົ້າຂາຍໃຫ້ຜູ້ເຂົ້າຮ່ວມການລະຫຼິ້ນໃນຕູບຍາມຕ່າງ. ເມື່ອເຂົາເຈົ້າຖອນໃບໄພ້ຈາກຊຸດໃບໄພ້ເອກອອກ ແລະ ຮ້ອງຊື່ຂອງໃບໄພ້ນັ້ນຂຶ້ນ. ຖ້າຜູ້ໃດມີຊື່ດ່ຽວກັບໃບໄພ້ນັ້ນຈະໄດ້ຮັບທຸງຄັນໜຶ່ງ. ຖ້າຖອນໄດ້ 3 ໃບຄືແນວນັ້ນ, ຜູ້ຫຼິ້ນຈະຮັບໄຊຊະນະ ແລະ ການຫຼິ້ນບ່າຍຈ່ອຍກໍ່ສິ້ນສຸດລົງ.

ໃນການຮ້ອງໂຮ່, ຂັບບ່າຍຈ່ອຍ, ອ້າຍ ຫ້ຽວ ຮັກສາທີ່ຕັ້ງສຳຄັນທີ່ສຸດ, ໂດຍແມ່ນຜູ້ຂັບຮ້ອງ, ທັງເປັນຄົນເອກໃນການລະຫຼິ້ນ ແລະ ເຊື່ອມຕໍ່ກັບຜູ້ຟັງ. ພາຍຫຼັງຖອນໃບໄພ້ໃນລຳໄມ້ໄຜ່ວາງຢູ່ໃຈກາງເວທີສະແດງອອກ, ແລະ ອ່ານຕົວໜັງສືໃນໃບໄພ້ແລ້ວ, ອ້າຍຫ້ຽວຕ້ອງຂັບຕອບໃນທັນທີດ້ວຍປະໂຫຍກໜຶ່ງທີ່ກ່ຽວຂ້ອງເຖິງຊື່ຂອງໃບໄພ້ນັ້ນ.

ສິລະປະສະແດງບ່າຍຈ່ອຍ ດ້ວຍການຮ້ອງຊື່ຂອງໃບໄພ້, ວິທີຂັບຕອບແບບຊວນຫົວຂອງອ້າຍຫ້ຽວໄດ້ສ້າງຄວາມດູດດື່ມ ແລະ ວີນຍານໃຫ້ແກ່ສິລະປະປະເພດນີ້. ນັກສິລະປະການ ຟຸ່ງທິງອກເຮ້ວ ໃຫ້ຮູ້ວ່າ, ເອື້ອຍເມົາມົວກັບບ່າຍຈ່ອຍນັບແຕ່ເວລາຍັງເປັນເດັກນ້ອຍ. ເມື່ອກາຍເປັນນັກສະແດງໃນທິມໂຄສະນາເຄື່ອນທີ່ຂອງສູນວັດທະນະທຳ, ກິລານະຄອນ ໂຫ້ຍອານ ແລ້ວ ເອື້ອຍຍັງຖອດຖອນຮຳ່ຮຽນຢູ່ສະເໝີ ເພື່ອມີທັກສະຂັບທຳນອງເພງເຊິ່ງນາງນິຍົມທີ່ສຸດໃຫ້ດີ. ແຕ່ລະເທື່ອເມື່ອເປັນຕົວເອກ, ຮ້ອງຊື່ໃບໄພ້, ເອື້ອຍລ້ວນແຕ່ມີສະຕິຊອກຮູ້, ປະດິດສ້າງໃນວິທີສະແດງ ເຮັດໃຫ້ການຂັບຮ້ອງບ່າຍຈ່ອຍມີຊີວິດຊີວາກວ່າ.

ໃນການຮ້ອງໂຮ່, ຂັບບ່າຍຈ່ອຍ, ພວກຂ້າພະເຈົ້າສາມາດພົວພັນແລກປ່ຽນນຳກັນ, ສະແດງລະຄອນຫຼືຂັບຕ່ວງບູຮານ (ປະເພດສິລະປະໜຶ່ງຢູ່ພາກກາງ)ກໍ່ຄືຂັບທຳນອງເພງ ກວາງນາມ ເພື່ອສ້າງຄວາມດຶງດູດໃຫ້ລາຍການຂັບບ່າຍຈ່ອຍ.

ບາງຄຳສັ່ງສອນລູກເຕົ້າ/ ມະໂນຄະຕິ, ຄຸນທຳ/ ເປັນຫຼັກສຳຄັນໄປກ່ອນ/ ແມ່ຂໍອວຍພອນແດ່ລູກ/ ຮ່ຳຮຽນສອບເສັງໄດ້ດີ/ ແລະສຳເລັດຜົນໃນທຸກວຽກງານ)

ສຽງເພງອ່ອນຫວານ, ການຂັບຕອບຢ່າງສະຫຼາດຄ່ອງແຄ້ວຜ່ານຄຳສຸພາສິດ, ບົດກອນທີ່ມີຄວາມໃກ້ຊິດຕິດແທດກັບຊີວິດການເປັນຢູ່ຂອງປະຊາຊົນ, ຍ້ອງຍໍສາຍໃຈເພື່ອນບ້ານ ຫຼືຕຳນິຕິຊົມຄວາມຊິນເຄີຍ, ຮີດຄອງທີ່ຫຼ້າຫຼັງ, ນັ້ນແມ່ນສິ່ງທີ່ສ້າງຄວາມດູດດື່ມໃຫ້ແກ່ຜູ້ຫຼິ້ນບ່າຍຈ່ອຍ

ຈາກລັກສະນະພື້ນເມືອງ, ທຳມະດາງ່າຍດາຍຄືແນວນັ້ນ, ບ່າຍຈ່ອຍໄດ້ຄ່ອຍໆພັດທະນາ ກາຍເປັນສິລະປະມະຫາຊົນ. ປີ 1996, ໂຮງລະຄອນສິລະປະບູຮານ ໂຫ້ຍອານ ຂຶ້ນກັບສູນວັດທະນະທຳ, ກິລາ ໂຫ້ຍອານ ໄດ້ຮັບການສ້າງຕັ້ງ, ນີ້ແມ່ນຂີດໝາຍແຫ່ງການນຳບ່າຍຈ່ອຍຂຶ້ນມາສະແດງບົນເວທີ. ຫຼັງຈາກນັ້ນສອງປີ, ບ່າຍຈ່ອຍ ໂຫ້ຍອານ ຖືກນຳມາສະແດງໃນລາຍການ “ຄຸ້ມເມືອງເກົ່າຍາມກາງຄືນ“. ສິ່ງດັ່ງກ່າວໄດ້ສ້າງຄວາມຊະນິດຕິດພັນກັບນັກທ່ອງທ່ຽວກວ່າ. ປັດຈຸບັນ, ໃນຍາມຄຳ່ຄືນ, ຢູ່ແຄມຝັ່ງແມ່ນ້ຳ ຮ່ວາຍ ທີ່ສວຍງາມດັ່ງໃນຝັນ, ເວທີສະແດງບ່າຍຈ່ອຍໄດ້ສ້າງຄວາມດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຊົມ ແລະ ເຂົ້າຮ່ວມການລະຫຼິ້ນ. ທ່ານ ເຈິ່ນດິ່ງເຈົາ, ຮອງຜູ້ອຳນວຍການສູນວັດທະນະທຳ, ກິລາ ຖືວ່າ, ມາຢ້ຽມຢາມ ໂຫ້ຍອານ, ຖ້າຫາກບໍ່ທັນໄດ້ຮັບຟັງບ່າຍຈ່ອຍ ກໍ່ຖືວ່າບໍ່ທັນຮູ້ ໂຫ້ຍອານເທື່ອ.

ຈາກການຫຼິ້ນບ່າຍຈ່ອຍພື້ນເມືອງ, ພວກຂ້າພະເຈົ້າຍົກຂຶ້ນເປັນລາຍການສະແດງສິລະປະພື້ນເມືອງ. ບ່າຍຈ່ອຍຖືກນຳມາສະແດງທ່າມກາງຄຸ້ມເມືອງເກົ່ານັ້ນໄດ້ເປັນການກະທົບຢ່າງແຮງ. ຢູ່ ໂຫ້ຍອານ, ຮູບການສະແດງສິລະປະນີ້ໄດ້ຊຶມເລິກຢູ່ໃນໃຈມະຫາຊົນ, ບໍ່ພຽງແຕ່ສຳລັບຜູ້ມີອາຍຸສູງເທົ່ານັ້ນ, ຫາກນັບທັງຊາວໜຸ່ມ, ເຍົາວະຊົນຢູ່ ໂຫ້ຍອານ ກໍ່ລ້ວນແຕ່ນິຍົມບ່າຍຈ່ອຍ.

ດ້ວຍສະຕິຮັກສາມໍລະດົກວັດທະນະທຳໂລກຂອງຄຸ້ມເມືອງເກົ່າ ແລະ ຟື້ນຟູຮູບການສິລະປະພື້ນເມືອງນັ້ນ, ມາຮອດປັດຈຸບັນ, ການລະຫຼິ້ນ ບ່າຍຈ່ອຍ ໄດ້ກາຍເປັນຈຸດທີ່ພົ້ນເດັ່ນຂອງທ່ອງທ່ຽວ ໂຫ້ຍອານ. ສິລະປະ ບ່າຍຈ່ອຍ ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນໃນການບັນເທິງ, ທັງເຜີຍແຜ່ຄວາມງາມກ່ຽວກັບສິລະປະ ແລະ ພູມປັນຍາຂອງໝູ່ມະຫາຊົນ, ສ້າງເປັນສີສັນວັດທະນະທຳຂອງຊາວກວາງນາມ.

ຕອບກັບ

ຂ່າວ/ບົດ​ອື່ນ