ການຕັ້ງຊື່ງາມໃຫ້ລູກຫຼານ ກໍເປັນການຝາກຝັງຄວາມໄຝ່ຝັນ
ທີ່ແຮງກ້າ ແລະ ຄວາມໝາຍທີ່ດີງາມໃນການດຳລົງຊີວິດ
|
ໃນການດຳລົງຊີວິດ, ຊື່ຂອງຊາວຫວຽດນາມແຕ່ລະຄົນລ້ວນແຕ່ມີຄວາມໝາຍ ພິເສດ, ນັບແຕ່ຄາວຫາກໍເກີດ, ປູຍ່າ, ພໍ່ແມ່, ຕ່າງກໍຢາກຕັ້ງຊື່ງາມໃຫ້ລູກຫຼານຂອງຕົນ, ຊຶ່ງເປັນການຝາກຝັງຄວາມໄຝ່ຝັນທີ່ແຮງກ້າ ແລະ ຄວາມໝາຍທີ່ດີງາມໃນການດຳລົງຊີວິດ.
ຊື່ຄົບຖ້ວນຂອງຊາວຫວຽດນາມແມ່ນປະກອບດ້ວຍ ນາມສະກຸນ, ນາມເຊື່ອມຕໍ່ ແລະ ຊື່ ຊຶ່ງເລີ່ມຕົ້ນແມ່ນສະກຸນ, ຕໍ່ຈາກນັ້ນແມ່ນນາມເຊື່ອມຕໍ່ ແລະ ສຸດທ້າຍແມ່ນຊື່. ຍົກຕົວຢ່າງຄື : ຫງວຽນວັນຮຸ່ງ, ນາມສະກຸນແມ່ນ ຫງວຽນ, ນາມເຊື່ອມຕໍ່ແມ່ນ ວັນ ແລະ ຮຸ່ງຈຶ່ງແມ່ນຊື່ຂອງຄົນຜູ້ນັ້ນ. ຊື່ຂອງຄົນຈຳນວນໜຶ່ງ ອາດຈະມີ ນາມເຊື່ອມຕໍ່ປະກອບດ້ວຍຫຼາຍສັບ. ຊື່ ແລະ ນາມສະກຸນບໍ່ພຽງແຕ່ແມ່ນສັນຍານເພື່ອຈຳແນກລະຫວ່າງບຸກຄົນນີ້ກັບບຸກຄົນອື່ນ, ພ້ອມທັງຊ້ອນແຝງຫຼາຍສິ່ງ ແລະ ຄຸນຄ່າວັດທະນະທຳອັນເລິກເຊິ່ງ. ເມື່ອກ່ອນນີ້, ເມື່ອຕັ້ງຊື່ໃຫ້ລູກ, ຊາວຫວຽດນາມເຄີຍໃສ່ນາມເຊື່ອມຕໍ່ ຄື “ ວັນ ” (ໝາຍເຖິງວັນນະຄະດີ) ໃຫ້ແກ່ລູກຊາຍ ແລະ “ ທິ ” (ໝາຍເຖິງຕະຫຼາດ) ໃຫ້ແກ່ລູກສາວ, ຊຶ່ງເປັນການຊ່ວຍ ຈຳແນກທາງເພດຜ່ານ ຊື່ ແລະ ນາມສະກຸນ. ນີ້ແມ່ນຄວາມສຳນຶກທີ່ມີມາແຕ່ສະໄໝສັກດີນາໂດຍຖືວ່າ ລູກຊາຍແມ່ນຜູ້ເອົາໃຈໃສ່ເຖິງການຮ່ຳຮຽນ, ສ່ວນລູກສາວແມ່ນຜູ້ຮັບປະກັນວຽກບ້ານການເຮືອນ, ໄປຊື້ເຄື່ອງຂອງຢູ່ຕະຫຼາດ. ໃນຄວາມສຳນຶກຂອງຊາວເຂດຝ່າຍຕາເວັນອອກ, ລູກຊາຍໄດ້ຮັບຖືວ່າ ແມ່ນຜູ້ສືບທອດພາລະກິດຈາກພໍ່ແມ່. ເພາະສະນັ້ນ, ການເລືອກເອົາຊື່ເພື່ອຕັ້ງໃຫ້ລູກແມ່ນບັນຫາຖືກຖືເປັນສຳຄັນທີ່ສຸດ, ແມ່ນຄວາມເອກອ້າງທະນົງໃຈ, ແມ່ນແຫຼ່ງລະດົມກຳລັງໃຈແກ່ຄອບຄົວ, ວົງຕະກຸນ. ເພາະສະນັ້ນ, ສຳລັບເພດຊາຍຊາວຫວຽດນາມ, ແມ່ນເຄີຍຖືກຕັ້ງຊື່ຕ່າງໆຄື: ຮຸ່ງ(ໝາຍເຖິງເຂັ້ມແຂງ, ວິລະຊົນ) , ແທ່ງ (ໝາຍເຖິງຜົນສຳເລັດ), ເກືອງ (ໝາຍເຖິງສຸຂະພາບແຂງແຮງ ) .....ສ່ວນຊື່ຂອງເພດຍິງແມ່ນເຄີຍຕັ້ງຕາມຊື່ຂອງຕົ້ນໄມ້ຕ່າງໆຄື : ດາວ (ໝາຍເຖິງຕົ້ນຄາຍ) , ເໝີ້ນ (ໝາຍເຖິງຕົ້ນໝາກໝັ້ນ) ຫຼືຕັ້ງຊື່ຕາມດອກໄມ້ຊະນິດຕ່າງໆຄື : ມາຍ (ໝາຍເຖິງດອກເໝີຍ), ລານ(ໝາຍເຖິງດອກກ້ວຍໄມ້)...
ວິທີຕັ້ງຊື່ຂອງຊາວຫວຽດນາມຍັງອີງໃສ່ຫຼັກການຜັນສຽງຂອງພາສາຫວຽດດ້ວຍສຽງຂອງສັບມີໄມ້ ປະສົມກັບສັບບໍ່ມີໄມ້ ເພື່ອເຮັດແນວໃດເມື່ອໄດ້ຟັງໃຫ້ມີຄວາມກົມກ່ຽວ ແລະ ເປັນໜ້າມ່ວນຫູ. ທ່ານນາງ ຊອງຮ່າ, ຜູ້ຊ່ຽວຊານຄົ້ນຄ້ວາວັດທະນະທຳພື້ນເມືອງຫວຽດນາມໃຫ້ຮູ້ວ່າ : (ເທບ)
“ ໃນການຕັ້ງຊື່ຂອງຊາວຫວຽດນາມ, ກໍເຄີຍມີຄວາມສຳນຶກວ່າ ເພດຍິງແມ່ນເຄີຍຕັ້ງຊື່ດ້ວຍບັນດາສັບທີ່ບໍ່ມີໄມ້ຫຼາຍກວ່າມີໄມ້ ເພື່ອຫວັງໃຫ້ຊີວິດໃນອະນາຄົດຂອງແມ່ຍິ່ງມີຄວາມສະຫງົບສຸກ, ບໍ່ສັບສົນວຸ່ນວາຍ. ແຕ່ສຳລັບເພດຊາຍ ແມ່ນກົງກັນຂ້າມ, ເພາະຜູ້ຊາຍເມື່ອໃຫຍ່ຂຶ້ນ ແມ່ນຕ້ອງແບກຫາບັັນດາໜ້າທີ່ອັນໜັກໜ່ວງ, ມີບົດບາດສຳຄັນໃນຄອບຄົວ ແລະ ວົງຕະກຸນ ”
ສຳລັບຊາວຫວຽດນາມແລ້ວ, ຊື່ຂອງຄົນ ກໍຍັງຕິດພັນກັບຂີດໝາຍ, ສະຖານທີ່ເປັນອະນຸສອນໃດໜຶ່ງຂອງພໍ່ແມ່ຄື ໃສ່ຊື່ບ້ານເກີດຂອງພໍ່ປະສົມກັບຊື່ບ້ານເກີດຂອງແມ່ເພື່ອຕັ້ງຊື່ໃຫ້ລູກ, ຍົກຕົວຢ່າງຄື ບ້ານເກີດຂອງພໍ່ແມ່ນ ຢູ່ທ້າຍບິງ, ບ້ານເກີດຂອງແມ່ແມ່ນຢູ່ຮ່າໂນ້ຍ, ດັ່ງນັ້ນຈຶ່ງຕັ້ງຊື່ໃຫ້ລູກແມ່ນ ທ້າຍຮ່າ. ໃນທຸກວັນນີ້, ເລື່ອງຕັ້ງຊື່ຂອງຊາວຫວຽດນາມ ຍັງຄົງປະຕິບັດຕາມທ່າອຽງສະແດງຄວາມມຸ່ງມາດປາດຖະໜາ, ຄວາມຮັກແພງ. ຍົກຕົວຢ່າງຄື ເດັກສາວຜູ້ໜຶ່ງມີຊື່ວ່າ ຫງອກແອງ (ໝາຍເຖິງແກ້ວມະນີທີ່ຮຸ່ງໃສ ແລະ ປະເສີດຂອງພໍ່ແມ່) ຫຼືຊື່ຂອງຜູ້ຊາຍຄື ເຍີນ (ໝາຍເຖິງຄວາມເປັນມະນຸດ), ຈີ້ (ໝາຍເຖິງພູມປັນຍາ ) , ຫຼືວິທີຕັ້ງຊື່ໃຫ້ລູກຊາຍຕາມທຳມະຊາດຄື : ໜຸຍ (ໝາຍເຖິງ ພູ), ຫາຍ (ໝາຍເຖິງທະເລ )...ຊຶ່ງເປັນການສະແດງໃຫ້ເຫັນຄວາມເຊື່ອໝັ້ນວ່າ ເມື່ອລູກໃຫຍ່ຂຶ້ນ ຈະກາຍເປັນຜູ້ທີ່ຈິດໃຈແຮງກ້າ, ໝັ້ນຄົງເຂັ້ມແຂງ .
ໃນວັນນີ້, ເຖິງວ່າໄດ້ຮັບຜົນສະທ້ອນຈາກວິທີຕັ້ງຊື່ຂອງປູຍ່າຕາຍາຍກໍຕາມ, ແຕ່ວິທີສັງເກດກ່ຽວກັບການຕັ້ງຊື່ໃຫ້ລູກເຕົ້າ ແມ່ນບໍ່ພຽງແຕ່ມີຄວາມໝາຍເທົ່ານັ້ນ, ຫາກຍັງມີລັກສະນະຄວາມປານີດຫຼາຍກ່ວາ. ນາງ ວູ້ແອ້ງຫງວຽດ ຢູ່ຮ່າໂນ້ຍ ມີລູກຊາຍກົກມີຊື່ວ່າ ດິງຕ້ຽນມິນ (ຕ້ຽນມິນໝາຍເຖິງຄວາມກ້າວໜ້າ, ສະຫຼາດສ່ອງໃສ ) ເມື່ອໃກ້ຈະເກີດລູກສາວ, 2 ຜົວເມຍນາງ ໄດ້ປຶກສານຳກັນຫຼາຍເທືອ່ ແລະ ໄດ້ຕົກລົງຕັ້ງຊື່ໃຫ້ລູກສາວວ່າ “ ດິງຫງວຽດແ້ອງ ”. ນາງ ວູ້ແອ້ງຫງວຽດເປີດເຜີຍວ່າ : ( ເທບ )
“ ຂ້າພະເຈົ້າຮູ້ສຶກພໍໃຈເມື່ອ ໄດ້ຕົກລົງຕັ້ງຊື່ໃຫ້ລູກສາວແມ່ນ “ ດິງຫງວຽດແ້ອງ ”, ເພາະໃນຊື່ຂອງຫຼານ ແມ່ນເອົາ ນາມເຊື່ອມຕໍ່ຂອງແມ່. ຍິ່ງກ່ວານັ້ນ, ຊື່ຂອງຫຼານແມ່ນມີຄວາມໝາຍດີງາມທີ່ສຸດ. “ຫງວຽດແ້ອງ ” ໝາຍເຖິງແສງເດືອນຮຸ່ງໃສ. ຂ້າພະເຈົ້າຫວັງວ່າ ເມື່ອໃຫຍ່ຂຶ້ນຫຼານຈະສວຍງາມ ແລະ ມີຊີວິດທີ່ສະຫງົບສຸກ ”
ເລື່ອງຕັ້ງຊື່ໃຫ້ລູກເຕົ້າແມ່ນຂຶ້ນກັບຫຼາຍປັດໄຈ, ໃນນັ້ນປັດໄຈຈິດຕະສາດ ຂອງພໍ່ແມ່ ແລະ ຍາດຕິພີນ້ອງໃນຄອບຄົວແມ່ນແມ່ນສວມບົດບາດສຳຄັນ. ແຕ່ທ່າອຽງລວມ ສຳລັບຊື່ຂອງຊາວຫວຽດນາມເມື່ອກ່ອນນີ້ ແລະ ໃນປະຈຸບັນ ລ້ວນແຕ່ມຸ່ງໄປສູ່ສິ່ງທີ່ດີງາມ ແລະ ມີຄວາມໝາຍໃນການດຳລົງຊີວິດ. ວິທີຕັ້ງຊື່ ກໍແມ່ນຮີດຄອງປະເພນີທີ່ເປັນໜ້າຈັບໃຈ ແລະ ແນ່ນອນວ່າ ຍາມໃດກໍມີທີ່ຕັ້ງບົດບາດໃດໜຶ່ງໃນການດຳລົງຊີວິດ ແລະ ທາງດ້ານພາສາສາດຂອງຊາວຫວຽດນາມ.