(vovworld) – ເມື່ອດອກຄາຍຢູ່ພາກເໜືອເບັ່ງບານສີສັນ ແລະ ດອກເໝີຍສີເຫຼືອອວດອົ່ງຄວາມງາມທ່າມກາງແສງຕາເວັນທີ່ອົບອູ່ນນັ້ນ, ກໍ່ແມ່ນເວລາທີ່ຊາວພາກໃຕ້ຕ້ອນຮັບບຸນປີໃໝ່ປະຈຳຊາດ (ບຸນເຕັດ) ດ້ວຍປະເພນີທີ່ເຂັ້ມຄົ້ນໄປດ້ວຍສີສັນເຂດພາກ.
ດອກເໝືຍຢູ່ພາກໃຕ້ໃນຍາມບຸນເຕັດ
(ພາບ: ອິນເຕີແນດ)
ແຕ່ລະເທື່ອ, ເມື່ອລະດູບານໃໝ່ວຽນມາ, ຊາວພາກໃຕ້ (ລວມມີບັນດາແຂວງທິດໃຕ້ພາກກາງ, ນະຄອນໂຮ່ຈີມິນ ແລະ ບັນດາແຂວງທິດຕາເວັນອອກ ແລະ ຕາເວັນຕົກພາກໃຕ້) ເຖິງວ່າຈະເຮັດອາຊີບໃດ, ຢູ່ບໍ່ວ່າແຫ່ງໃດ, ກໍ່ລ້ວນແຕ່ກັບຄືນເຕົ້າໂຮມພ້ອມກັບຄອບຄົວ. ກ່ອນບຸນເຕັດປະມານເຄິ່ງເດືອນ, ບັນດາສະມາຊິກໃນຄອບຄົວເຄີຍຊັບຊ້ອນ, ປະດັບປະດາເຮືອນຊານຂອງຕົນໃຫ້ສວຍງາມເພື່ອຕ້ອນຮັບບຸນເຕັດ. ປະຊາຊົນກໍ່ຖືເປັນສຳຄັນພິທີບູຊາເທວະດາຜູ້ດູແລເຕົາໄຟ (ຊາວຫວຽດນາມເອື້ອນວ່າຕ໋າວກົງ) ໃນວັນທີ 23 ເດືອນສິບສອງ (ໄລ່ຕາມຈັນທະປະຕິທິນ) ເພື່ອສົ່ງ ເທວະດາຜູ້ດູແລເຕົາໄຟຂຶ້ນແດນສະຫວັນ. ນັກຄົ້ນຄ້ວາວັດທະນະທຳ ດ່ວານຈ້ອງຮູຍ, ຖືວ່າ:
“ສຳລັບຊາວພາກໃຕ້ແລ້ວ, ວັນສົ່ງເທວະດາຜູ້ດູແລເຕົາໄຟຂຶ້ນແດນສະຫວັນ ກໍ່ແມ່ນວັນບູຊາດ້ວຍອາຫານຫຼາຍເຍື່ອງ, ໃນນັ້ນນຳ້ຫວານແມ່ນເຍື່ອງທີ່ຂາດບໍ່ໄດ້. ເພາະວ່າມັນສະແດງໃຫ້ເຫັນຄວາມມຸ້ງມາດປາຖະໜາຢາກໃຫ້ທຸກສິ່ງທຸກຢ່າງລ້ວນແຕ່ສະດວກສະບາຍ. ເມື່ອເທວະດາຜູ້ດູແລເຕົາໄຟຂຶ້ນລາຍງານຕໍ່ເທພະຍະເຈົ້າແມ່ນຕ້ອງເວົ້າດ້ວຍສຽງອ່ອນຫວານ, ສະແດງໃຫ້ເຫັນຄວາມມຸ້ງຫວັງຂອງປະຊາຊົນ, ເພື່ອໃຫ້ວຽກງານທັງໝົດໃນປີສະດວກສະບາຍ ແລະ ດີກວ່າປີເກົ່າ. “
ພາເຂົ້າບຸນເຕັດຂອງຊາວພາກໃຕ້
(ພາບ: ອິນເຕີແນດ)
ສຳລັບຊາວພາກໃຕ້, ກ່ອນອື່ນໝົດບຸນເຕັດ ແມ່ນເພື່ອໃຫ້ບັນພະບຸລຸດ, ໃຫ້ຜູ້ທີ່ໄດ້ລ່ວງລັບໄປແລ້ວ, ຫຼັງຈາກນັ້ນຈຶ່ງສະຫງວນໃຫ້ຜູ້ທີ່ຍັງມີຊີວິດຢູ່. ຍ້ອນເຫດນັ້ນ, ກ່ອນບຸນເຕັດ, ຫຼາຍຄອບຄົວໄດ້ໄປ ເຮັດອະນາໄມ, ປະດັບສຸສານຜູ້ທີ່ໄດ້ລ່ວງລັບໄປແລ້ວ ເພື່ອເຊີນບັນພະບຸລຸດກັບມາຕ້ອນຮັບບຸນເຕັດພ້ອມກັບລູກຫຼານ. ນັບແຕ່ຍາມເຊົ້າວັນທີ 30 ເດືອນສິບສອງ (ຕາມຈັນທະປະຕິທິນ) ເຊິ່ງແມ່ນວັນສົ່ງທ້າຍປີເກົ່າ, ທຸກຄົນໃນຄອບຄົວລ້ອນແຕ່ເຕົ້າໂຮມກັນ, ຊັບຊ້ອນ, ກະກຽມໃຫ້ວັນບຸນເຕັດ. ຜູ້ຍິງກະກຽມອາຫານໃຫ້ພາເຂົ້າບູຊາ. ສ່ວນຜູ້ຊາຍກໍ່ກະກຽມເຄື່ອງບູຊາ. ນັກຄົ້ນຄ້ວາວັດທະນະທຳພື້ນເມືອງພາກໃຕ້, ເຈືອງງອກເຕື່ອງ, ໃຫ້ຮູ້ວ່າ:
“ບຸນເຕັດຢູ່ພາກໃຕ້ເອີ້ນວ່າກິນເຕັດ, ເພາະວ່າຜູ້ຍັງມີຊີວິດຢູ່ຈະໄດ້ພັກການ, ໄດ້ກິນ, ໄດ້ລະຫຼິ້ນ ແລະ ອວຍພອນໃນໂອກາດບຸນເຕັດ, ແຕ່ການບູຊາໃນ 3 ວັນບຸນເຕັດ ແມ່ນບູຊາໃຫ້ບັນພະບຸລຸດ. ພວກເຮົາໄດ້ກິນ, ແລະ ເບີກບານມ່ວນຊື່ນໃນຊຸມວັນບຸນເຕັດແລ້ວ, ບັນພະບຸລຸດ ແລະ ຜູ້ທີ່ໄດ້ລ່ວງລັບໄປກໍ່ຕ້ອງມີຄວາມອິ່ມໜຳສຳລານໃນຊຸມວັນບຸນນີ້ເຊັ່ນກັນ”.
ພາໝາກໄມ້ 5 ປະເພດຂອງຊາວພາກໃຕ້
(ພາບ: ອິນເຕີແນດ)
ເທິງແທ່ນບູຊາບັນພະບຸລຸດໃນບຸນເຕັດ, ນອກຈາກມີດອກເໝີຍແລ້ວ ຍັງມີພາໝາກໄມ້ລວມ 5 ປະເພດຄື: ໝາກຂຽບ, ໝາກມວງ, ໝາກໂມ, ໝາກຮຸ່ງ, ແລະ ໝາກນັດອີກ, ເພາະວ່າຕາມການຜັນສຽງຂອງຊາວພາກໃຕ້ແລ້ວ ມັນມີຄວາມໝາຍວ່າ ”ພາວະນາພໍດີໃຊ້” ແລະສະແດງໃຫ້ເຫັນຄວາມໝັ້ນຄົງອີກ. ພາເຂົ້າບູຊາໃນບຸນເຕັດ ແມ່ນເພື່ອສະແດງຄວາມຮູ້ບຸນຄູນຕໍ່ບັນພະບຸລຸດ, ແລະ ຄວາມຊຳນານຂອງຜູ້ຍິງພາກໃຕ້ໃນການແຕ່ງອາຫານບູຊາຕາມປະເພນີທີ່ເປັນມູນເຊື້ອຂອງຊາວພາກໃຕ້. ທ່ານ ຟ້າມວັນຮຶງ, ຊາວດົ່ງນາຍ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຕ້ອນຮັບບຸນປີໃໝ່ຕາມປະເພນີໂດຍບັນພະບຸລຸດປະໄວ້. ວັນທີ 30, ແມ່ນວັນສົ່ງທ້າຍປີເກົ່າ, ຂ້າພະເຈົ້າຈັດພາເຂົ້າຕ້ອນຮັບບັນພະບຸລຸດກັບມາຄອບຄົວ, ດ້ວຍຊີ້ນໝູ, ຊີ້ນປາ, ເຂົ້າຕົ້ມ, ເຂົ້າໜົມ, ໝາກໄມ້ຢ່າງຄົບຖ້ວນ, “.
ແທ່ນບູຊາຂອງຊາວພາກໃຕ້ໃນຍາມບຸນເຕັດ
(ພາບ: ອິນເຕີແນດ)
ກ່ອນນີ້, ເມື່ອຮອດບຸນເຕັດ, ມີຫຼາຍຄອບຄົວຢູ່ພາກໃຕ້ເຄີຍຕັ້ງເສົາໄມ້ໄຜ່ທີ່ຫ້ອຍທຸງຕໍ່ໜ້າເຮືອນເພື່ອຂັບໄລ່ຜີສາງນາງໄມ້ບໍ່ໃຫ້ກໍ່ກວນຄອບຄົວ ແລະ ຕົ້ມນຳ້ຫວານ ເພື່ອເປັນສັນຍາລັກແຫ່ງການເຕົ້າໂຮມ ຄອບຄົວ, ກໍ່ຄືສະແດງໃຫ້ເຫັນຄວາມອົບອູ່ນ, ອ່ອນຫວານ ແລະ ຄວາມຜາສຸກ. ເຖິງວ່າປະຈຸບັນມີຫຼາຍຄອບຄົວບໍ່ຕັ້ງເສົາໄມ້ໄຜ່ຕໍ່ໜ້າເຮືອນອີກກໍ່ຕາມ, ແຕ່ຮີດຄອງປະເພນີນີ້ຍັງຄົງຈົດຈຳໃນຈິດໃຈຂອງຫຼາຍຄົນຢູ່. ທ່ານ ເຈືອງງອກເຕື່ອງ, ເວົ້າຄວາມໃນໃຈສູ່ຟັງວ່າ:
ເສົາໄມ້ໄຜ່ທີ່ຫ້ອຍທຸງຕໍ່ໜ້າເຮືອນເພື່ອຂັບໄລ່ຜີສາງນາງໄມ້ບໍ່ໃຫ້ກໍ່ກວນຄອບຄົວ
(ພາບ: ອິນເຕີແນດ)
“ຄອບຄົວຂ້າພະເຈົ້າເຄີຍຕົ້ມນຳ້ຫວານແຕ່ຕອນບ່າຍວັນທີ 30, ພາຍຫຼັງກິນແລ້ວຈະໄປຫົດນຳ້. ຢູ່ພາກໃຕ້ບໍ່ມີປະເພນີເກັບໃບໄມ້ປົ່ງໃໝ່ໃນຕົ້ນປີໃໝ່, ຫາດຕອນບ່າຍວັນສົ່ງທ້າຍປີເກົ່າພັດໄປຫົດນຳ້ໃຫ້ຜັກ ແລະ ຕົ້ນໄມ້ໃນສວນ. ເຮັດຄືແນວນັ້ນເພື່ອບໍ່ຕ້ອງຫົດນຳ້ໃນ 3 ວັນບຸນເຕັດອີກ ແລະ ກໍ່ບໍ່ໄດ້ຫັດງ່າໄມ້, ເກັບໝາກໃນ 3 ວັນບຸນອີກ“.
ບຸນເຕັດຢູ່ພາກໃຕ້ ຍັງຄົງຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມໄວ້ໂດຍພືນຖານ. ບັນດາຮີດຄອງດັ່ງກ່າວແມ່ນສາຍສຳພັນທີ່ເຊື່ອມຕໍ່ອະດີດຕະການກັບປະຈຸບັນ, ສະແດງໃຫ້ເຫັນນິດໄສໃຈຄໍທີ່ພົ້ນເດັ່ນຂອງຊາວພາກໃຕ້.