ຄວາມສຳນຶກອັນເປັນປະເພນີຂອງຊາວຫວຽດນາມເມື່ອກ່ອນນີ້ ແມ່ນຮອດວັນທີ 30 ເດືອນ 12 ໄລ່ຕາມຈັນທະປະຕິທິນ ເຄີຍຕັ້ງຕົ້ນໄມ້ໄຜ່ ແລະ ຮອດວັນທີ 7 ເດືອນຈຽງ ແມ່ນເອົາຕົ້ນໄມ້ໄຜ່ລົງເພື່ອນຳສົ່ງປູຍ່າຕາຍາຍ, ບັນພະບູລຸກັບຄືນສູ່ສະຫວັນ. ຕົ້ນໄມ້ໄຜ່ເຄີຍຖືກຕັ້ງຢູ່ເດີນໜ້າບ້ານ ບໍ່ພຽງແຕ່ເພື່ອຂັບໄລ່ຜີສາງເທົ່ານັ້ນ, ຫາກຍັງເປັນສັນຍາລັກທີ່ສັກສິດນຳມາເຊິ່ງຄວາມສະຫງົບສຸກໃຫ້ແກ່ປະຊາຊົນໃນຊຸມວັນບຸນເຕັດອີກດ້ວຍ.
ຕົ້ນໄມ້ໄຜ່ຍາມບຸນເຕັດ |
ປະເພນີປູກຕົ້ນໄມ້ໄຜ່ຍາມບຸນເຕັດ ເຖິງວ່າບໍ່ເຮັດເປັນສ່ວນຫຼາຍຄືກ່ອນນີ້ກໍຕາມ, ແຕ່ມາຮອດປະຈຸບັນ, ຍັງມີຫຼາຍຄອບຄົວຢູ່ເຂດບ້ານນາຍັງຮັກສາປະເພນີອີກດ້ວຍ. ຕົ້ນໄມ້ໄຜ່ເຄີຍຖືກຕັ້ງຢູ່ເດີນໜ້າບ້ານ, ເທິ່ງຍອດຕົ້ນໄມ້ຖືກແຂວນວັດຖຸສິ່ງຂອງຫຼາຍຢ່າງທີ່ມີຄວາມໝາຍທາງດ້ານຈິດວິນຍານເພື່ອ ຂັບໄລ່ຜີສາງ ແລະ ພາວະນາໃນປີໃໝ່ຈົ່ງມີແດ່ສິ່ງທີ່ດີທີ່ງາມ. ນັກຄົ້ນຄ້ວາ ວູ້ຮົ່ງທວດ ພະນັງງານສັງກັດຫໍພິພິທະພັນຊົນເຜົ່າວິທະຍາໃຫ້ຮູ້ວ່າ :
“ປະເພນີປູກຕົ້ນໄມ້ໄຜ່ຍາມບຸນເຕັດຂອງຊາວຫວຽດນາມແມ່ນມີຄວາມໝາຍທີ່ສຸດ, ກ່ອນອື່ນໝົດ ຕົ້ນໄມ້ໄຜ່ຂອງຊາວຫວຽດນາມແມ່ນສິ່ງເຊື່ອມຕໍ່ລະຫວ່າງຟ້າກັບດິນ. ທີ່ 2, ຕົ້ນໄມ້ໄຜ່ກາຍເປັນ ຕົ້ນໄມ້ທີ່ມີຈິດວິນຍານ, ຊຶ່ງຕິດພັນກັບປັດໄຈເລົ່າຂານສືບກັນມາຂອງສາສະໜາພຸດ. ຕົ້ນໄມ້ໄຜ່ ມີຄວາມໝາຍອີກອັນໜຶ່ງ ແມ່ນ ຕົ້ນໄມ້ຢັ້ງຢືນອະທິປະໄຕ, ສິດນຳໃຊ້ຕອນດິນຂອງເຈົ້າຂອງເຮືອນ. ນອກຈາກນັ້ນ, ຕົ້ນໄມ້ໄຜ່ ກໍຍັງເປັນສິ່ງບົ່ງບອກເຖິງລະດູບານໃໝ່, ບຸນປີໃໝ່ປະຈຳຊາດໄດ້ວຽນມາແລ້ວ ”
ນັກຄົ້ນຄ້ວາ ວູ້ຮົ່ງທວດ ພະນັງງານສັງກັດຫໍພິພິທະພັນຊົນເຜົ່າວິທະຍາໃຫ້ຮູ້ອີກວ່າ :
“ ເມື່ອເລືອກເອົາກົກໄມ້ໄຜ່ມາປູກໃນຍາມບຸນເຕັດນັ້ນ, ແມ່ນຕ້ອງເລືອກເອົາກົກ ໄມ້ໄຜ່ທີ່ມີໃບຂຽວອຸ່ມທຸ່ມ, ບໍ່ຖືກສັດຕູພືດ, ບໍ່ຖືກຕັດເອົາຍອດຕົ້ນໄມ້ ແລະ ບໍ່ມີຮັງນົກ, ຮັງໝົດ. ເມື່ອຕັດເອົາຕົ້ນໄມ້ໄຜ່, ເຂົາເຈົ້າມັກເລືອກເອົາຂະໜາດຄວາມຍາວ ແມ່ນເລກຄີກ ຄື 5ແມດຫຼື 7 ແມດ, ຖາ້ຫາກຕັ້ງ ຕົ້ນໄມ້ໄຜ່ຢູ່ສະຖານທີ່ກ້ວາງ ແມ່ນອາດຈະຕັດຕົ້ນໄມ້ໄຜ່ຍາວກວ່າ ”
ໃນຂະນະທີ່ປະເພນີປູກຕົ້ນໄມ້ໄຜ່ຍາມບຸນເຕັດຄ່ອຍໆຖືກສູນຫາຍໄປນັ້ນ, ຢູ່ຕາແສງໂກລວາ, ເມືອງດົງແອງ, ປະເພນີນີ້ພັດປະກົດມີຢູ່ຫຼາຍຄອບຄົວໃນຕາແສງ. ລຸງເຈືອງວັນຮົ່ງ ຊຶ່ງແມ່ນໜຶ່ງໃນບັນດາຄອບຄົວຢູ່ໂກລວາ ຍັງສາມາດຮັກສາໄດ້ ປະເພນີປູກຕົ້ນໄມ້ໄຜ່ຍາມບຸນເຕັດ ໃຫ້ຮູ້ວ່າ ເມື່ອໄປຕັດເອົາ ຕົ້ນໄມ້ໄຜ່ ເຂົາເຈົ້າມັກເລືອກເອົາຕົ້ນໄມ້ຢູ່ທາງທິດຕາເວັນອອກ, ຍ້ອນວ່າ ທາງທິດຕາເວັນອອກແມ່ນທິດໄດ້ຮັບແສງສະຫວ່າງຈາກດວງຕາເວັນ, ດັ່ງນັ້ນ ສັດສາວາສິ່ງນາໆຊະນິດພາກັນອອກແມ່ແຜ່ລູກ, ແຕກດອກອອກໜໍ່. ລຸງເຈືອງວັນຮົ່ງ ໃຫ້ຮູ້ວ່າ :
“ ເມື່ອເລືອກເອົາຕົ້ນໄມ້ໄຜ່ມາປູກນັ້ນ, ແມ່ນຕ້ອງເລືອກເອົາກົກໄມ້ບໍ່ແກ່, ແຕ່ກໍບໍ່ອ່ອນເພື່ອມີຄວາມທົນທານດີ. ຕົ້ນໄມ້ໄຜ່ຄວນເລືອກເອົາກົກໄມ້ມີຍອດໄມ້ຢູ່ເຂດໄກຈາກແມ່ນ້ຳລຳເຊ, ໜອງບຶງ ກໍເປັນການດີ. ”
ໃນຊຸມມື້ບຸນເຕັດ, ຄອບຄົວໃດຕັ້ງ ຕົ້ນໄມ້ໄຜ່ ກໍແມ່ນວ່າ ເຂົາເຈົ້າພວມຢັ້ງຢຶນກັບທຸກໆຄົນວ່າ ຄອບຄົວຕົນມີເຮືອນມີຊານ, ມີດິນ ມີຊັບສົມບັດ, ທຸກສິ່ງເຫຼົ້ານັ້ນແມ່ນຂຶ້ນກັບກຳມະສິດຂອງເຂົາເຈົ້າເອງ ແລະ ໄດ້ຮັບການປົກປັກຮັກສາຈາກເຈົ້າຖິ່ນເຈົ້າຖານ, ດັ່ງນັ້ນ, ຢູ່ເທິ່ງຍອດ ຕົ້ນໄມ້ໄຜ່, ຊາວບ້ານມັກແຂວນມັດໃບໝາກໜັດ, ຂົນໄກ່…ລຸງຮົ່ງໃຫ້ຮູ້ວ່າ ວັດຖຸສິ່ງຂອງແຕ່ລະຢ່າງທີ່ແຂວນເທິ່ງ ຕົ້ນໄມ້ໄຜ່ ກໍລ້ວນແຕ່ມີຄວາມໝາຍແຕກຕ່າງກັນຄື ຂົນໄກ່ມແມ່ນສັນຍາລັກຂອງນົກວິເສດ ທີ່ມີກຳລັງແຮງທຳມະຊາດເພື່ອມາຊ່ວຍມະນຸດ. ນອກຈາກນັ້ນ, ຢູ່ຍອດ ຕົ້ນໄມ້ໄຜ່, ຊາວບ້ານມັກເຮັດຮູບຄົນປອມດ້ວຍເຟືອງ ຫຼືເຮັດດ້ວຍເຈ້ຍ. ລຸງເຈືອງວັນຮົ່ງ ໃຫ້ຮູ້ອີກວ່າ :
“ຮູບຄົນປອມເຄີຍແຂວນເທິ່ງຍອດ ຕົ້ນໄມ້ໄຜ່. ແຕ່ລະປີ, ເຂົາເຈົ້າມັກແຕ່ງຂຶ້ນອັນໃໝ່. ທາງດ້ານສິລະປະ, ຮູບຄົນປອມຈະຖືກຕົກແຕ່ງໜ້ອຍໜຶ່ງເພື່ອໃຫ້ສອດຄ່ອງກັບສັງຄົມຍຸກປະຈຸບັນ. ຢູ່ກ້ອງຕົ້ນໄມ້ໄຜ່ ກໍປູກຕົ້ນໝາກໜັດເພື່ອຂັບໄລ່ຜີສາງ, ສ່ວນຕົ້ນໄຮແມ່ນໝາຍເຖິງຕົ້ນໄມ້ໃຫຍ່ມີຮົ່ມເຢັນເພື່ອໃຫ້ບັນດາວິນຍານຂອງບັນດາຜູ້ເສຍຊີວິດມາພັກພາອາໄສ”
ສຳລັບບ່ອນປູກ ຕົ້ນໄມ້ໄຜ່ ກໍໄດ້ຮັບຖືເປັນສຳຄັນທີ່ສຸດ. ນັກຄົ້ນຄ້ວາ ວູ້ຮົ່ງທວດ ໃຫ້ຮູ້ວ່າ ຕົ້ນໄມ້ໄຜ່ເຄີຍຖືກປະຊາຊົນຕັ້ງຢູ່ເດີນໜ້າເຮືອນ, ຕໍ່ໜ້າຫ້ອງໃຫຍ່ຂອງເຮືອນ. ທ່ານກ່າວວ່າ :
“ຕົ້ນໄມ້ໄຜ່ເຄີຍຖືກປະຊາຊົນຕັ້ງຢູ່ເດີນໜ້າເຮືອນ, ຕໍ່ໜ້າຫ້ອງໃຫຍ່ຂອງເຮືອນ ແມ່ນຍ້ອນຫ້ອງໃຫຍ່ຕັ້ງຢູ່ເຄິ່ງກາງ, ແມ່ນຫ້ອງບູຊາ, ສ່ວນ ຕົ້ນໄມ້ໄຜ່ແມ່ນຕົ້ນໄມ້ເພື່ອຂັບໄລ່ຜີສາງ. ອັນໃດຢູ່ເຄິ່ງກາງແມ່ນມີຄວາມໂຊກດີ ແລະ ສະດວກທີ່ສຸດ ”
ຍາມທ້າຍປີປູກ ຕົ້ນໄມ້ໄຜ່ເພື່ອກ້າວສູ່ປີໃໝ່, ຕົ້ນໄມ້ໄຜ່ເຕີບໂຕສູງຂຶ້ນຮັບເອົາແສງແດດຍາມລະດູບານໃໝ່, ພະລັງຊີວິດລະດູບານໃໝ່ເພື່ອໃຫ້ແຕ່ລະຄົນມີຄວາມອີ່ມໜຳສຳລານ, ສົມບຸນພຸນສຸກ ແລະ ໂຊກດີເມື່ອກ້າວເຂົ້າສູ່ປີໃໝ່.