ປະເພນີຫໍ່ເຂົ້າຕົ້ມໃນໂອກາດບຸນເຕັດຂອງຊາວ ຫວຽດນາມ

(VOVWORLD) -

          ປະເພນີຫໍ່ເຂົ້າບຸນເຕັດໄດ້ກາຍເປັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ, ເຊິ່ງໄດ້ຮັບການສືບທອດນັບແຕ່ກີ້ແຕ່ກ່ອນມາຮອດປັດຈຸບັນ, ສະແດງໃຫ້ເຫັນຄວາມງາມຂອງພື້ນຖານວັດທະນະທຳເຂົ້ານາທາມ. ເມື່ອຮອດລະດູບານໃໝ່, ບຸນເຕັດວຽນມາ, ທຸກຄອບຄົວເຄີຍຫໍ່ເຂົ້າຕົ້ມເອົາບຸນເຕັດ, ຖະຫວາຍເຂົ້າຕົ້ມຂຶ້ນແທ່ນບູຊາບັນພະບຸລຸດ.

ປະເພນີຫໍ່ເຂົ້າຕົ້ມໃນໂອກາດບຸນເຕັດຂອງຊາວ ຫວຽດນາມ - ảnh 1ການຫໍ່ເຂົ້າຕົ້ມຢູ່ເຮືອນຂອງເອື້ອຍ ຫງວຽນທິເຟື້ອງ 

ຕາມເລື່ອງລາວ“ເຂົ້າຕົ້ມ, ເຂົ້າໜົມໄຢ່ (ເຮັດດ້ວຍເຂົ້າໜຽວໜຶ້ງຕຳໃຫ້ໜຽວ, ກິນກັບຢໍ່)“ ທີ່ເລົ່າຂານກັນມາແຕ່ບູຮານນະການ ແລ້ວ, ໃນສະໄໝເຈົ້າຊີວິດຮຸ່ງ ທີ 6, ເນື່ອງໃນໂອກາດບູຊາບັນພະບຸລຸດ, ເຈົ້າຊີວິດຮຸ່ງໄດ້ຮຽກໂຮມບັນດາອາດຍາເຈົ້ານາຍ (ລູກຂອງເຈົ້າຊີວິດ) ມາ ແລະ ບອກວ່າ, ຜູ້ໃດຊອກໄດ້ເຄື່ອງຂອງບູຊາບັນພະບຸລຸດທີ່ຖືກໃຈກັບເຈົ້າຊີວິດ, ພະອົງຈະສະຫຼະບັນລັງໃຫ້. ບັນດາອາດຍາເຈົ້ານາຍໄດ້ຂຶ້ນພູເຂົາ, ລົງທະເລຊອກຫາເພດພອຍ ແລະ ຂອງປະເສີດມາເພື່ອຖະຫວາຍຂຶ້ນເຈົ້າຊີວິດ. ລາຊະກຸມມານອົງທີ 18 ຊື່ວ່າ ລາງລຽວ ເປັນຄົນທຸກຍາກລຳບາກກວ່າໝູ່ໃນຈຳນວນອາດຍາເຈົ້ານາຍ, ແຕ່ພັດແມ່ນຄົນໃຈດີ,  ດຳລົງຊີວິດຢູ່ໃນສິນກິນໃນທຳ, ເປັນຄົນກະຕັນຍູຕໍ່ພໍ່ແມ່. ຍ້ອນບໍ່ຊອກໄດ້ຂອງປະເສີດມາຖະຫວາຍໃຫ້ເຈົ້າຊີວິດ, ລາງລຽວ ໄດ້ນຳໃຊ້ຜະລິດຕະພັນກະເສດໃນຊີວິດປະຈຳວັນຄືເຂົ້າໜຽວ, ໝາດຖົ່ວຂຽວ, ຊີ້ນໝູ ແລະ ໃບຕອງຈິງເພື່ອຜະລິດເປັນເຂົ້າຕົ້ມ, ເຂົ້າໜົມໄຢ່ທີ່ເປັນສັນຍາລັກໃຫ້ຟ້າ ແລະ ດິນມາຖະຫວາຍຂຶ້ນເຈົ້າຊີວິດ. ເຄື່ອງຂອງບູຊາຂອງ ລາງລຽວຖືກໃຈກັບເຈົ້າຊີວິດ ຮຸ່ງທີ່ສຸດ ແລະ ພະອົງໄດ້ສະຫຼະບັນລັງໃຫ້ ລາງລຽວ. ນັບແຕ່ນັ້ນມາ, ເຂົ້າຕົ້ມ, ເຂົ້າໜົມໄຢ່ໄດ້ກາຍເປັນເຄື່ອງຂອງສັກສິດໃນພິທີບູຊາບັນພະບຸລຸດ, ສະແດງໃຫ້ເຫັນນຳ້ໃຈ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນຳ້“ ທີ່ມີຕໍ່ບັນພະບຸລຸດ, ແມ່ນອາຫານທີ່ຂາດບໍ່ໄດ້ຂອງຊາວ ຫວຽດນາມໃນຊຸມວັນບຸນເຕັດ.

ເຂົ້າຕົ້ມຫວຽດນາມບໍ່ຄືກັນກັບເຂົ້າໜົມປະເພດໃດໆຂອງທຸກປະເທດໃນໂລກ. ເຂົ້າຕົ້ມມີຮູບຈັດຕຸລັດທີ່ເປັນສັນຍາລັກໃຫ້ດິນ, ສີຂຽວຂອງໃບຕອງຈິງເປັນສັນຍາລັກໃຫ້ຕົ້ນໄມ້ໃບຫຍ້າ, ໝາກຖົ່ວຂຽວເປັນສັນຍາລັກໃຫ້ໝາກໄມ້, ຊີ້ນໝູເປັນສັຍບາລັກໃຫ້ສັດ ແລະ ເຂົ້າໜຽວແມ່ນອະລິຍະທຳແຫ່ງເຂົ້ານາທາມຂອງມະນຸດ. ສຳລັບຊາວ ຫວຽດນາມ, ເຂົ້າຕົ້ມມີທີ່ຕັ້ງພິເສດໃນຈິດສຳນຶກຂອງຊາວ ຫວຽດນາມ. ເອື້ອຍ ດິງແທງຕູ໋, ຊາວ ຮ່າໂນ້ຍ, ເລົ່າສູ່ຟັງວ່າ:

 “ແຕ່ລະເທື່ອເມື່ອຮອດລະດູບານໃໝ່ ບຸນເຕັດວຽນມາ, ພວກເດັກນ້ອຍມັກຊົມຫໍ່, ຕົ້ມເຂົ້າຕົ້ມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ທຸກຄົນໃນຄອບຄົວເຕົ້າໂຮມກັນ. ເດັກນ້ອຍ ຫວຽດນາມແຕ່ລະຄົນເມື່ອເຕີບໃຫຍ່ຂຶ້ນມາຜູ້ໃດກໍ່ຈື່ຈຳຮູບພາບຫໍ່ເຂົ້າຕົ້ມໃນໂອກາດບຸນເຕັດ. ແລະຮູບພາບນັ້ນໄດ້ຝັງເລິກຢູ່ໃນໃຈຂອງເຂົາເຈົ້າຕະຫຼອດໄປ, ແລະ ຮຸ່ນນີ້ສືບທອດໃຫ້ຮຸ່ນຫຼັງຈົນມາຮອດປັດຈຸບັນ. ບໍ່ມີປະເທດໃດຢູ່ໃນໂລກບູຊາໃນຊຸມວັນບຸນເຕັດ ດ້ວຍເຂົ້າຕົ້ມຄືຢູ່ ຫວຽດນາມ. ເຂົ້າຕົ້ມຍັງຖືກນຳໃຊ້ເປັນຂອງຂວັນ, ຂອງຕ້ອນ, ທັງເປັນອາຫານພິເສດຕ້ອນຮັບແຂກເພື່ອເອົາໂຊກເອົາໝານໃນໂອກາດປີໃໝ່“.

ປະເພນີຫໍ່ເຂົ້າຕົ້ມໃນໂອກາດບຸນເຕັດຂອງຊາວ ຫວຽດນາມ - ảnh 2 ພາບປະກອບ

ຢູ່ຫວຽດນາມມີຫຼາຍໝູ່ບ້ານເຮັດອາຊີບຫໍ່ເຂົ້າຕົ້ມທີ່ເປັນມູນເຊື້ອ. ເອື້ອຍ ຫງວຽນທິເຟື້ອງ, ຢູ່ບ້ານເດິ່ມ, ຕາແສງລຽມຕ່ວຽນ, ແຂວງ ຮ່ານາມ, ເຊິ່ງແມ່ນໝູ່ບ້ານເຮັດອາຊີບຫໍ່ເຂົ້າຕົ້ມທີ່ລືຊື່ຢູ່ ຫວຽດນາມ, ໃຫ້ຮູ້ວ່າ.

ຢາກມີເຂົ້າຕົ້ມແຊບແມ່ນຕ້ອງເລືອກເອົາເຂົ້າ, ໝາກທົ່ວ, ຊີ້ນໝູ. ສຳລັບເຂົ້າຕ້ອງເລືອກເອົາເຂົ້າໜຽວຮວາຫວ່າງ (ເຂົ້າໜຽວເຕັມເມັດ, ໜຽວ ແລະ ຫອມ) ເພື່ອໃຫ້ເຂົ້າຕົ້ມໜຽວນຸ້ມ, ໝາກຖົ່ວຕ້ອງເລືອກເອົາໝາກຖົ່ວຂຽວສີເຫຼືອງສົດ, ຫອມ ແລະ ແຊບ. ສ່ວນຊີ້ນແມ່ນຊີ້ນສາມຊັ້ນ. ໃບຕອງຈິງເພື່ອຫໍ່ເຂົ້າແມ່ນບໍ່ອ່ອນ ແລະ ບໍ່ແກ່, ເຂົ້າຕົ້ມຈຶ່ງມີສີຂຽວງາມ. ເວລາຕົ້ມເຂົ້າຕົ້ມແມ່ນປະມານ 10 ຊົ່ວໂມງ“.

ຕາມທັດສະນະຂອງຊາວ ຫວຽດນາມ ແລ້ວ, ຮູບພາບເຂົ້າຕົ້ມ, ເຂົ້າໜົມໄຢ່ ຍັງເປັນສັນຍາລັກແຫ່ງການປະສານລະຫວ່າງດິນກັບຟ້າ, ເວົ້າເຖິງຄວາມໄຝ່ຝັນຂອງທຸກຄົນ, ທຸກຄອບຄົວທີ່ຢາກມີຄວາມສົມບຸນພູນສຸກໃນປີໃໝ່. ປະເພນີບູຊາ ແລະ ຮັບປະທານເຂົ້າຕົ້ມໃນບຸນເຕັດຂອງ ຫວຽດນາມ ທັງແມ່ນວັດທະນະທຳແຫ່ງຄວາມເຫຼື້ອມໃສດ້ານຈິດວີນຍານ, ທັງແມ່ນຈຸດຍອດຢ້ຽມດ້ານອາຫານການກິນ, ພູມປັນຍາຂອງຊາວ ຫວຽດນາມ ອີກດ້ວຍ. ທ່ານ ຟ້າມວັນລວນ, ຢູ່ບ້ານເດິ່ມ, ຕາແສງ ລຽມຕ່ວຽນ, ນະຄອນ ຝູລີ໋, ແຂວງ ຮ່ານາມ, ເວົ້າວ່າ:

 “ເມື່ອບູຊາບັນພະບຸລຸດແມ່ນຕ້ອງມີເຂົ້າຕົ້ມ. ເຂົ້າຕົ້ມຖະຫວາຍບູຊາບັນພະບຸລຸດໃນບຸນເຕັດ ແມ່ນການສະແດງອາລົມຈິດຕໍ່ຜູ້ທີ່ໄດ້ລ່ວງລັບໄປ. ໃນບຸນເຕັດຄອບຄົວໃດກໍ່ມີເຂົ້າຕົ້ມ. ພາເຂົ້າໃນບຸນເຕັດກໍ່ຕ້ອງມີເຂົ້າຕົ້ມ. ເຂົ້າຕົ້ມທັງແຊບ, ທັງຮັບປະກັນສຸຂະພາບ, ເປັນອາຫານ ກິນໃນບຸນເຕັດທັງໄວ, ສະດວກທີ່ສຸດ ແລະ ອິ່ມດົນໝົດມື້ອີກ“.

ເຂົ້າຕົ້ມເປັນສັນຍາລັກທີ່ຂາດບໍ່ໄດ້ໃນໂອກາດບຸນເຕັດຂອງຊາວຫວຽດນາມ. ເຊິ່ງບໍ່ມີປະເທດໃດຢູ່ໃນໂລກມີປະເພນີຫໍ່ເຂົ້າຕົ້ມຂຽວເພື່ອຖະຫວາຍບູຊາບັນພະບຸລຸດໃນບຸນປີໃໝ່ຄືຢູ່ ຫວຽດນາມ. ປະເພນີຫໍ່ເຂົ້າຕົ້ມໃນບຸນເຕັດແມ່ນວັດທະນະທຳອັນດີງາມ ແລະ ໄດ້ຍືນຍົງຄົງຕົວກັບການເວລາ, ຊືມເລິກເຂົ້າໃນເລືອດເນື້ອ ແລະ ຈິດວີນຍານຂອງຊາວ ຫວຽດນາມ ແຕ່ລະຄົນເມື່ອຮອດບຸນເຕັດ, ລະດູບານໃໝ່ວຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ