ພັດທະນາອຸດສາຫະກຳວັດທະນະທຳຕິດພັນກັບວັນນະຄະດີສິລະປະ

(VOVWORLD) -ຫວຽດນາມພວມຊຸກຍູ້ການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ມຸ່ງໄປສູ່ເປົ້າໝາຍເຖິງປີ 2030 ບັນດາຂະແໜງອຸດສາຫະກຳວັດທະນະທຳ ປະກອບສ່ວນ 7% ມູນຄ່າເພີ່ມເຂົ້າໃນ GDP. ໃນນັ້ນຕ້ອງພັດທະນາອຸດສາຫະກຳວັດທະນະທຳ ໃນຂົງເຂດວັນນະຄະດີສິລະປະສວມບົດບາດສຳຄັນ ໃນການຊຸກຍູ້ ຄວາມຫຼາຍຮູບຫຼາຍສີ ປະດິດຄິດສ້າງຂອງຜະລິດຕະພັນວັດທະນະທຳ
ພັດທະນາອຸດສາຫະກຳວັດທະນະທຳຕິດພັນກັບວັນນະຄະດີສິລະປະ - ảnh 1ບົດປະພັນ "ຕາໃສ" ຖືກແຕ່ງເປັນຮູບເງົາ 

    ວັດທະນະທຳສິລະປະໄດ້ຮັບຖືວ່າ ເປັນກະດູກສັນຫຼັງ ແມ່ນແຫຼ່ງກຳລັງຂອງບັນດາຂະແໜງອຸດສາຫະກຳວັດທະນະທຳ. ວັດທະນະທຳສິລະປະປະກອບສ່ວນດ້ານລາຍຮັບບໍ່ຫຼາຍ ແຕ່ພັດສະໜອງບົດລະຄອນວັນນະຄະດີ, ວິທີການສະແດງໃຫ້ແກ່ອຸດສາຫະກຳວັດທະນະທຳພັດທະນາ. ນອກຈາກນັ້ນ ຈາກບັນດາບົດປະພັນວັນນະຄະດີສິລະປະ ສ້າງມູນຄ່າເພີ່ມດ້ວຍຂົງເຂດທີ່ກ່ຽວຂ້ອງຄື ຮູບເງົາ, ເວທີສະແດງ. ສິ່ງນີ້ໄດ້ສະແດງໃຫ້ເຫັນແຈ້ງໃນໄລຍະທີ່ຜ່ານມາ ມີບົດປະພັນວັນນະຄະດີ ຫວຽດນາມ ຫຼາຍບົດໄດ້ຖືກຈັດສ້າງເປັນຮູບເງົາ ແລະ ດຶງດູດມວນຊົນຮັບຊົມຢ່າງຫຼວງຫຼາຍ. ທ່ານ ຮອງສາດສະດາຈານ ປອ ຫງວຽນເຖກີ໋ ປະທານສະພາທິດສະດີວິຈານສິລະປະວັນນະຄະດີສູນກາງ ໃຫ້ຮູ້ວ່າ:

  “ເພື່ອສ້າງບັນດາຂະແໜງອຸດສາຫະກຳວັດທະນະທຳກໍ່ຕ້ອງມີຫຼາຍກຳລັງທີ່ແຕກຕ່າງກັນ ແຕ່ໃນນັ້ນພິເສດແມ່ນວັນນະຄະດີສິລະປະ. ວັນນະຄະດີລະປະ ກ່ອນອື່ນໝົດສະໜອງແນວຄວາມຄິດການປະດິດຄິດສ້າງ. ສິ່ງນັ້ນສຳຄັນທີ່ສຸດ. ຖ້າຫາກວ່າ ຜະລິດຕະພັນວັດທະນະທຳຖືກປະສານສົມທົບລະຫວ່າງບັນດາປັດໄຈຂອງວັນນະຄະດີສິລະປະນັ້ນ ກໍ່ຈະເປັນການເພີ່ມມູນຄ່າ ເພີ່ມຄວາມດູດດື່ມ ແລະ ລັກສະນະແຜ່ກະຈາຍ”.

ຕາມການຕີລາຄາຂອງນັກຊ່ຽວຊານແລ້ວ ວັດນະຄະດີສິລະປະ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນ ທ່າໄດ້ປຽບຫຼາຍຢ່າງທີ່ຍັງບໍ່ທັນເສີມຂະຫຍາຍເພື່ອຮັບໃຊ້ການພັດທະນາອຸດສາຫະກຳວັດທະນະທຳ ພິເສດໃນສະພາບແວດລ້ອມດີຈີຕອນ ແລະ ວັນນະຄະດີສິລະປະພວມມີການກະທົບຕອບກັນຢ່າງແຂງແຮງ ໃນສະໄໝຫັນເປັນດີຈີຕອນຄືໃນປັດຈຸບັນ. ນັກຂ່າວ ນັກກະວີ ຫງວຽນກວາງຮຶງ ຮອງຫົວໜ້າພະແນກນັກປະພັນໜຸ່ມ, ສະມາຄົມນັກປະພັນ ຫວຽດນາມ ຖືວ່າ:

 “ພວກເຮົາໄດ້ເຫັນຊີວິດແຫ່ງການປະພັນ ແລະ ວິຈານວັນນະຄະດີ ກໍ່ປຽບເໝືອນຕະຫຼາດວັນນະຄະດີທີ່ຟົດຟື້ນພໍສົມຄວນ. ມັນຖືກສະແດງອອກ ຜ່ານການປາກົດຕົວຂອງວັນນະຄະດີ ໃນຫຼາຍແງ່ມູມຄື ວັນນະຄະດີທາງສື່ມວນຊົນ, ວັນນະຄະດີທາງເຄືອຂ່າຍອິນເຕີເນັດ ກໍ່ໄດ້ຂະຫຍາຍຕົວຢ່າງຫຼາຍຮູບຫຼຫຼາຍສີອຸດົມສົມບູນ”.

ປັດຈຸບັນຄວາມຕ້ອງການຮັບເອົາຂໍ້ມູນຂ່າວສານບັນເທີງ ໃນນັ້ນ ມີວັນນະຄະດີສິລະປະຂອງມວນຊົນ ນັບມື້ນັບມີຫຼາຍຮູບຫຼາຍແບບ ອຸດົມສົມບູນ. ດັ່ງນັ້ນບົດປະພັນວັນນະຄະດີສິລະປະທີ່ດີ ແລະ ດູດດື່ມ ແມ່ນຍັງບໍ່ທັນພຽງພໍ ເພື່ອປະກອບສ່ວນເຂົ້ົ້າໃນອຸດສາຫະກຳວັດທະນະທຳ. ນັກປະພັນນັກສິລະປິນ ບໍ່ພຽງແຕ່ສຸມຈິດສຸມໃຈ ສະຕິບັນຍາ ເພື່ອປະດິດຄິດແຕ່ງບົດປະພັນຂອງຕົນເທົ່ານັ້ນ ຫາກຍັງຊອກຮູ້ຕະຫຼາດ ຄວາມຕ້ອງການຂອງມວນຊົນອີກດ້ວຍ. ນັກຂ່າວນັກກະວີ ເຈິ່ນຫິວຫວຽດ ຄະນະບໍລິຫານງານສະມາຄົມນັກປະພັນ ຫວຽດນາມ ເນັ້ນໜັກວ່າ:

 “ແຫຼ່ງກຳລັງທີ່ສຳຄັນທີ່ສຸດໃນຂົງເຂດວັນນະຄະດີສິລະປະ ແມ່ນແຫຼ່ງກຳລັງທາງດ້ານມະນຸດ. ພວກເຮົາຕ້ອງລົງທຶນລະບອບລະບຽບການນະໂຍບາຍ ເພື່ອພັດທະນາແຫຼ່ງກຳລັງມະນູດ. ນອກຈາກຄວາມເກ່ັງກ້າສາມາດນັນ ກໍ່ຕ້ອງສ້າງເງື່ອນໄຂ ເພື່ອເສີມຂະຫຍາຍຢ່າງແຂງແຮງ, ພວກເຮົາຕ້ອງລົງທຶນເຂົ້າລຸ້ນໄວໜຸ່ມ,ເຂົາເຈົ້າສຸມຈິດສຸມໃຈມີຄວາມສາມາດບົ່ມຊ້ອນ ແຕ່ເຂົາເຈົ້າກໍ່ຕ້ອງເພີ່ມເຕີມລະດັບຄວາມຮູ້ທັກສະ ທັດສະນະອີກດ້ວຍ”. ກ່ຽວຂ້ອງງເຖິງກົນໄກນະໂຍບາຍ ເພື່ອພັດທະນາວັດທະນະທຳສິລະປະປະກອບສ່ວນເຂົາໃນວິວັດການປະຕິບັດອຸດສາຫະກຳວັດທະນະທຳ, ທ່ານ ບຸ່ຍຮວ່າຍເຊີນ ກຳມະການຜູ້ປະຈຳການ ກຳມາທິການວັດທະນະທຳການສຶກສາຂອງສະພາແຫ່ງຊາດ ຖືວ່າ:

“ພວກເຮົາຄວນຖືວັນນະຄະດີປຽບເໝືອນຂົງເຂດອຸດສາຫະກຳວັດທະນະທຳ,ຢູ່ທີ່ນັ້ນບໍ່ພຽງແຕ່ມີການປະພັນວັນນະຄະດີເທົ່ານັ້ນ,ຫາກຍັງມີສ່ວນກ່ຽວຂ້ອງເຖິງການວິຈານເຜີຍແຜຜ່ຂະຫຍາຍມວນຊົນອີກດ້ວຍ.ຖ້າຫາກສັງລວມໄດ້ເຊັ່ນນັ້ນ ພວກເຮົາຈະສ້າງກອບກົດໝາຍທີ່ກວ້າງຂວາງກວ່າໃຫ້ແກ່ການພັດທະນາວັນນະຄະດີ”.

ວັນນະຄະດີສິລະປະສວມບົດບາດສຳຄັນໃນການພັດທະນາອຸດສາຫະກຳວັດທະນະທຳ.ເລື່ອງມີຫຼາຍຜະລິດຕະພັນວັນນະຄະດີສິລະປະທີ່ມີຄຸນຄ່າຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂະແໜງອຸດສາຫະກຳວັດທະນະທຳຂອງຫວຽດນາມໃນຊຸມປີທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ