ຮອດວັນທີ 18 ເດືອນ 10 ໄລ່ຕາມຈັນທະປະຕິທິນປະຈຳປີ, ປະ ຊາຊົນຢູ່ເມືອງເກາະ ກົນດາວ, ແຂວງ ບ່າເຮ້ຍ - ວຸງເຕົ່າ ເຄີຍຈັດພິທີບູຊາ, ເຊິ່ງຖືກຖືວ່າແມ່ນງານບຸນທີ່ເປັນມູນເຊື້ອ ເພື່ອແນໃສ່ຍ້ອງຍໍສັນລະເສີນແມ່ຍິງຜູ້ໜຶ່ງທີ່ມີຈິດໃຈຮັກຊາດ ແລະ ໄດ້ເສຍສະຫຼະຊີວິດຢູ່ແຜ່ນດິນແຫ່ງນີ້, ນັ້ນແມ່ນພະນາງ ຟີອ໋ຽນ (ມະເຫສີນ້ອຍຂອງເຈົ້າຊີວິດ ຫງວຽນຟຸກແອ໋ງ). ປະຊາຊົນຢູ່ທີ່ນີ້ຖືພະນາງແມ່ນເທວະດາຜູ້ອຸ້ມຊູຊ່ວຍເຫຼືອໃຫ້ແກ່ຊີວິດຂອງເຂົາເຈົ້າ.
ເລື່ອງລາວເລົ່າຂານສືບທອດກັນມາວ່າ ປີ 1783, ຫງວຽນແອ້ງຖືກທະຫານ ໄຕເຊີນ ຕີໃຫ້ປະລາໄຊ, ດັ່ງນັ້ນຈຶ່ງຫຼົບໜີໄປຍັງ ກົນດາວ. ເມື່ອຮູ້ວ່າສາມີຂອງຕົນຢາກອາໄສຄົນ ຝລັ່ງ ຕີທະຫານ ໄຕເຊີນ ຂອງເຈົ້າຊີວິດ ກວາງຈູງ ນັ້ນ, ພະນາງ ພີອ໋ຽນ ໄດ້ເຕືອນຫ້າມ ແຕ່ ຫງວຽນແອ໋ງ ພັດເກີດຄວາມໂມໂຫ ແລ້ວ ກັກຂັງພະນາງຢູ່ໃນຖ້ຳພູເທິງເກາະ, ຕໍ່ມາພະນາງໄດ້ຂ້າຕົວຕາຍຢູ່ຕີນພູໜ່ວຍສູງສຸດຢູ່ ກົນດາວ ໃນປະຈຸບັນ. ແລະ ປະຊາຊົນແຫ່ງນີ້ ໄດ້ສ້າງຫໍບູຊາພະນາງເຊິ່ງເອີ້ນວ່າ ”ອານເຊີນມ໋ຽວ”. ກ່ອນວັນບູຊາພະນາງມື້ໜຶ່ງ, ປະຊາຊົນຢູ່ ກົນດາວ ໄດ້ປຶກສາຫາລືກັນກ່ຽວກັບວຽກງານກະກຽມຈັດງານບຸນທາງການ. 10 ເຂດຊຸມຊົນຢູ່ ກົນດາວ, ແຕ່ລະເຂດຮັບຜິດຊອບວຽກງານໜຶ່ງສະເພາະ, ເຂດກະກຽມອາຫານເຈ, ເຂດກະກຽມໝາກໄມ້, ເຂດອື່ນພັດໜຶ້ງເຂົ້າໜຽວ… ໃຜໆກໍ່ລໍຖ້າຮອດວັນບຸນ ເພື່ອປະກອບເຫື່ອແຮງ, ແລະສະແດງຄວາມຈິງໃຈຂອງຕົນທີ່ມີຕໍ່ພະນາງ. ປ້າ ຫງວຽນທິງອກທຽດ, ຢູ່ເຂດຊຸມຊົນ 2, ໃຫ້ຮູ້ວ່າ ປະຊາຊົນຢູ່ທີ່ນີ້ຜູ້ໃດກໍ່ເຮັດວຽກຢ່າງສຸດຈິດສຸດໃຈດ້ວຍຄວາມສະໝັກໃຈ .
”ເຄື່ອງຂອງບູຊາພະນາງແມ່ນເຂົ້າໜຽວນ້ຳຫວານ, ເຂົ້າຕົ້ມ, ໝາກໄມ້,… ໂດຍປະຊາຊົນໃນເຂດເຮັດເອງ. ປະຊາຊົນ ຜູ້ໃດກໍ່ນັບຖືວັນບູຊາພະນາງ ຟີອ໋ຽນ ແລະ ຖືພະນາງແມ່ນແມ່ ຜູ້ທີ່ອຸ້ມຊູຊ່ວຍເຫຼືອໃຫ້ແກ່ເຂົາເຈົ້າ. ປະຊາຊົນພຽງແຕ່ບູຊາດ້ວຍອາຫານເຈ ແລະໝາກໄມ້ເທົ່ານັ້ນ. ໃນໂອກາດນີ້, ຜູ້ຍິງກໍ່ເສັງຈັດດອກໄມ້, ແຕ່ງກິນ… ທັງໝົດເຫຼົ່ານັ້ນແມ່ນເພື່ອອາໄລຫາ ພະແມ່ ຟີອ໋ຽນ”.
ກົນດາວ ແມ່ນເຂດທີ່ມີຄວາມສະຫງົບສຸກ ແຕ່ຮອດວັນບູຊາພະ ນາງ, ຢູ່ທົ່ວທຸກແຫ່ງຫົນພັດຄຶກຄົມໜາແໜ້ນດ້ວຍໝູ່ຄົນ, ລົດລາງທີ່ມາຈາກທຸກສາລະທິດ. ເຂົ້າເຈົ້າພາກັນມາຍັງຫໍບູຊາ ”ອານເຊີນມ໋ຽວ”, ເຊິ່ງແມ່ນຫໍບູຊາພະນາງ ຟີອ໋ຽນ. ນັບແຕ່ຕອນບ່າຍວັນທີ 17/10 ໄລ່ຕາມຈັນ ທະປະຕິທິນ, ປະຊາຊົນ ກົນດາວໄດ້ເຕົ້າໂຮມກັນຢູ່ຫໍບູຊາທີ່ມີຄວາມສັກ ສິດແຫ່ງນີ້ແລ້ວ. ຜູ້ລະວຽກ, ຜູ້ໃຫຍ່ຊັບຊ້ອນ, ຈັດວາງເຄື່ອງບູຊາ, ແຕ່ງກິນ. ສ່ວນເດັກນ້ອຍລະຫຼິ້ນນຳກັນຢູ່ອ້ອມ. ປ້າ ຟ້າມທິຕ໋າມ, ຮອງຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານ ກົນດາວ, ໃຫ້ຮູ້ວ່າ:
”ແຕ່ລະປີຢູ່ ກົນດາວ, ພິທີບູຊາພະນາງໄດ້ຖືກຈັດຂຶ້ນຢ່າງສົມກຽດ ແລະຖືກຖືວ່າແມ່ນງານບຸນ. ປີນີ້ແມ່ນພິທີບູຊາພະນາງ ຮ່ວາງຟີອຽນ ຄົບ ຮອບ 226 ປີແລ້ວ. ໃນວັນທີ 17/10 ໄລ່ຕາມຈັນທະປະຕິທິນເຄີຍຈັດຕັ້ງການລະຫຼິ້ນພື້ນເມືອງຕ່າງໆເຊັ່ນ: ດຶງເຊືອກ, ຕາກະໂລກ, ເຕັ້ນກະ ສອບ, ນົກຈັບແມງບົ້ງ…ແລະ ເສັງຈັດດອກໄມ້, ແຕ່ງນ້ຳຫວານເຂົ້າ ໜຽວ… ໝາກໄມ້, ໂຖດອກໄມ້, ນ້ຳຫວານເຂົ້າໜຽວ ດັ່ງກ່າວລ້ວນແຕ່ນຳໄປບູຊາພະນາງ. ”
ຄ່ຳຄືນວັນທີ 17/10 ແມ່ນຄ່ຳຄືນມ່ວນຊື່ນທີ່ສຸດຂອງຊາວ ກົນດາວ. ເຂົາເຈົ້າບໍ່ຫຼັບບໍ່ນອນເພື່ອກະກຽມເຄື່ອງບູຊາ. ໃນວັນທີ 18/10 ໄລ່ຕາມຈັນທະປະຕິທິນ. ຢູ່ເດີນຫໍບູຊາບາງກຸ່ມທັງຂັບຮ້ອງທັງເສບດົນຕີເພື່ອຮັບໃຊ້ໃຫ້ພໍ່ແມ່ປະຊາຊົນ. ທັງປີແມ່ນຂ້ອງຄາກັບວຽກງານ, ດັ່ງນັ້ນນີ້ແມ່ນຈຸດເວລາບັນເທິງຂອງປະຊາຊົນແຕ່ລະຄົນ. ແມ່ຕູ້ ຫງວຽນທິລ່າ, ປີນີ້ມີອາຍຸ 77 ປີ, ເວົ້າວ່າ
”ປີໃດຂ້າພະເຈົ້າກໍ່ມາແຫ່ງນີ້ແຕ່ເວລາ 16 ໂມງ ຂອງວັນທີ 17. ມີຫຼາຍຄົນເຂົ້າຮ່ວມພິທີບູຊາທີ່ສຸດ. ນັບແຕ່ມື້ປະເທດໄດ້ຮັບການປົດປ່ອຍ, ພິທີບູຊາພະນາງກໍ່ຖືກຈັດຂຶ້ນຢ່າງສົມກຽດ.”
ແລະກໍ່ເຊັ່ນດຽວກັບແມ່ຕູ້ ລ່າ, ພໍ່ຕູ້ ເລວັນຕ້າວ ປີໃດກໍ່ເຂົ້າຮ່ວມພິທີບູຊາພະນາງ. ພໍ່ຕູ້ຍັງຮັບຜິດຊອບເປັນຕົວແທນໃຫ້ແກ່ເຂດຊຸມຊົນມາ ຖະຫວາຍທູບທຽນໃນວັນບູຊາທາງການ.
”ປີໃດຂ້າພະເຈົ້າກໍ່ເປັນຕົວແທນໃຫ້ແກ່ເຂດຊຸມຊົນມາຖະຫວາຍທູບ ທຽນບູຊາພະນາງ. ວຽກງານທັງໝົດໂດຍແມ່ນຄະນະຈັດຕັ້ງປະຊາຊົນຮັບ ຜິດຊອບ, ສ່ວນປະຊາຊົນປະກອບໝາກໄມ້, ເຂົ້າໜົມ. ນັ້ນແມ່ນມູນເຊື້ອຂອງຊາວກົນດາວ”.
ຮອດເວລາ 10 ໂມງຂອງວັນທີ 18/10 ໄລ່ຕາມຈັນທະປະຕິທິນ, ພິທີບູຊາທາງການຖືກດຳເນີນຢ່າງສົມກຽດ. ພໍ່ແມ່ປະຊາຊົນນຸ່ງໂສ້ງເສື້ອແລະແຕ່ງກາຍຢ່າງສຸພາບຮຽບຮ້ອຍ. ເຄື່ອງຂອງບູຊາແມ່ນທູບທຽນ, ດອກໄມ້, ເຂົ້າ ໜົມ, ໝາກໄມ້ 5 ຊະນິດ. ປ້າ ຟ້າມທະຕ໋າມ, ຮອງຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານ ກົນດາວ, ໃຫ້ຮູ້ວ່າ:
”ເປີດສາກພິທີບູຊາແມ່ນລາຍການຟ້ອນລຳ. ຫຼັງຈາກນັ້ນ ຜູ້ຕ່າງໜ້າ 10 ເຂດຊຸມຊົນຈະນຳເອົາເຄື່ອງຂອງບູຊາຂື້ນຖະຫວາຍແລ້ວ ສວດ ມົນພາວະນາ, ນົບໄຫ້ວຫາເພິ່ນ ພາຍຫຼັງເສັດພິທີແລ້ວຈະນຳເອົາເຄື່ອງຂອງບູຊານັ້ນມາຊູ່ ປະຊາຊົນຮັບປະທານ”
ພິທີບູຊາພະນາງ ຟີອ໋ຽນ ມີຄວາມໝາຍພິເສດກ່ຽວກັບວັດທະນະທຳທາງດ້ານຈິດໃຈ. ໃນຫຼາຍປີທີ່ຜ່ານມາ, ວັນບູຊາພະນາງໄດ້ກາຍເປັນໂອ ກາດເພື່ອໃຫ້ທຸກຄົນພາວະນາຂໍໃຫ້ໃຫ້ຄອບຄົວ, ຍາດຕິພີ່ນ້ອງ, ໄດ້ຮັບຄວາມໂຊກດີ ແລະ ສິ່ງທີ່ດີງາມແລະຂໍໃຫ້ປະເທດຊາດມີຄວາມສະຫງົບ ສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ. ນີ້ກໍ່ແມ່ນໂອກາດເພື່ອສະໜິດຕິດພັນວົງຄະນາຍາດປະຊາຊົນຢູ່ ກົນດາວ ກຳກັນ.
ລານແອງ