(vovworld)- ສຳລັບຊາວຫວຽດນາມແຕ່ລະຄົນ, ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ແມ່ນວັນໄຫວ້ບູຊາເຈົ້າຊີວິດຮູ່ງ ແມ່ນວັນສຳຄັນຍິ່ງ. ໃນວັນນີ້, ເຖິງວ່າຊາວຫວຽດນາມແຕ່ລະຄົນທີ່ພວມຢູ່ແຫ່ງຫົນໃດກໍຕາມ ກໍລ້ວນແຕ່ອວ່າຍຫນ້າເມືອຫາວິຫານຮຸ່ງ ຢູ່ ຕາແສງ ຮີເກືອງ ເລີມທາວ ແຂວງ ຟູທໍ້, ຊື່ງແມ່ນກົກເຄົ້າຂອງວັດທະນະທຳຈິດວິນຍານຂອງຊາວຫວຽດນາມ. ນັບແຕ່ພັນໆປີຜ່ານມາ, ວິຫານຮຸ່ງ ແມ່ນບ່ອນບູຊາ, ອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງທີ່ໄດ້ສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ພິທີແຫ່ວໍໃນງານບຸນວິຫານຮຸ່ງ(2015)
ພາບ:internet
|
ການໄຫວ້ບູຊາເຈົ້າຊີວິດຮູ່ງດຳເນີນຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ ຢູ່ແຂວງຟູ໋ທໍ້ ບໍ່ພຽງແຕ່ມີຄວາມໝາຍພິເສດສຳລັບປະຊາຊົນແຂວງ ຟູທໍ້ ເວົ້າສະເພາະເທົ່ານັ້ນ, ຫາກຍັງມີຄວາມໝາຍສຳຄັນຍິ່ງສຳລັບປະຊາຊົນໃນທົ່ວປະເທດຫວຽດນາມເວົ້າລວມອີກດ້ວຍ. ສະໄຫມເຈົ້າຊີວິດຮຸ່ງແມ່ນໄລຍະສຳຄັນທີ່ສຸດໃນປະຫວັດສາດຫວຽດນາມ, ແມ່ນພື້ນຖານດ້ານວັດທະນະທຳ, ປະຫວັດສາດ ແລະ ມູນເຊື້ອຮັກຊາດຂອງຊາດຫວຽດນາມ. ເພື່ອສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫລວງຂອງບັນດາເຈົ້າຊີວິດຮຸ່ງ, ປະຊາຊົນແຂວງ ຟູທໍ້ ເວົ້າສະເພາະ ແລະ ປະຊາຊົນຫວຽດນາມ ເວົ້າລວມ ໄດ້ສ້າງຕັ້ງວິຫານເພື່ອອາໄລຫາຢູ່ເຂດ ປູຊະນີຍະສະຖານ ວິຫານຮຸ່ງ ແລະ ເລືອກເອົາວັນທີ 10 ເດືອນ 3 ແຕ່ລະປີ ແມ່ນວັນໄຫວ້ບູຊາ ເພື່ອພ້ອມກັນອ່ວາຍຫນ້າເມືອຫາກົກເຄົ້າເງົ້າກໍ, ບັນພະບຸລຸດຂອງຊາດຫວຽດນາມ. ນັບແຕ່ປີ 2007, ວັນ ໄຫວ້ບູຊາເຈົ້າຊີວິດຮູ່ງ ໄດ້ຮັບການຮັບຮອງວ່າແມ່ນວັນບຸນສຳຄັນຂອງຊາດຫວຽດນາມ. ແບ່ງປັນຄວາມຮູ້ສຶກກ່ຽວກັບວັນໄຫວ້ບູຊາເຈົ້າຊີວິດຮຸ່ງ, ເພື່ອນ ຮານວັນຫຽນ, ນັກສຶກສາຢູ່ມະຫາວິທະຍາໄລທີ່ຮ່າໂນ້ຍ ໃຫ້ຮູ້ວ່າ:
“ສຳລັບຊາວ ຟູທໍ້ ແຕ່ລະຄົນ ເວົ້າສະເພາະ ແລະ ຊາວຫວຽດນາມ ທັງໝົດເວົ້າລວມ ວັນທີ 10 ເດືອນ 3 ຍາມໃດກໍມີຄວາມໝາຍສັກກະລະບູຊາ ແລະ ເລິກເຊິ່ງ. ຂ້າພະເຈົ້າເອງແມ່ນລູກຫລານຂອງດິນແດນ ຟູທໍ້, ວັນນີ້ແມ່ນວັນພິເສດທີ່ສຸດ. ນັບແຕ່ຄາວຍັງນ້ອຍ ພໍ່ແມ່ເຄີຍເລົ່າໃຫ້ຂ້າພະເຈົ້າ ຟັງກ່ຽວກັບ ຄວາມໝາຍຂອງມື້ພິເສດນີ້ ແລະ ຍາມໃດກໍຕັກເຕືອນຂ້າພະເຈົ້າກ່ຽວກັບສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”. ມາຮອດປະຈຸບັນ ເມື່ອກາຍເປັນນັກສຶກສາ ແລະ ເຖິງວ່າຢູ່ຫ່າງໄກກັບຄອບຄົວກໍຕາມ, ແຕ່ໃນແຕ່ລະປີ ເມື່ອຮອດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ຍາມໃດຂ້າພະເຈົ້າກໍຍາດເວລາກັບຄືນເມືອບ້ານເກີດເມືອງນອນຟູທໍ້ ເພື່ອຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ”
ລາຍການສິລະປະໃນຂອບເຂດການເຄື່ອນໄຫວງານບຸນວິຫານຮຸ່ງ
ພາບ:vnmedia.vn
|
ງານບຸນວິຫານຮຸ່ງ ແມ່ນການເຄື່ອນໄຫວໃນໂອກາດການໄຫວ້ບູຊາເຈົ້າຊີວິດຮຸ່ງ ແລະ ກໍແມ່ນວັນບຸນທີ່ເປັນມູນເຊື້ອຂອງຊາດຫວຽດນາມ. ໃນຊຸມມື້ຕົ້ນຕໍດຳເນີນວັນບຸນ ພາກພິທີການຖືກຈັດຂຶ້ນຢ່າງສົມກຽດ. ຜູ້ຕາງຫນ້າການນຳພັກ, ລັດ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນພ້ອມກັບປະຊາຊົນໃນທົ່ວປະເທດ ຈະເຂົ້າຮ່ວມພິທີຖະຫວາຍທູບທຽນຢູ່ ວິຫານເຖື້ອງ ເທິງພູເຫງ໋ຍຫລີງເປັນຈຳນວນຫລວງຫລາຍ. ພິເສດໃນປີນີ້ ເມື່ອການນຳພັກ, ລັດໄປຖະຫວາຍທູບທຽນແລ້ວ, ຢູ່ວິຫານບູຊາເຈົ້າຊີວິດຮຸ່ງ 1417 ແຫ່ງໃນທົ່ວປະເທດຈະຈັດຕັ້ງການຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງໃນພາບດຽວ ຕາມພິທີການທີ່ເປັນປະເພນີ. ສຳລັບພາກພິທີການຂອງປະຊາຊົນ, ມີໝູ່ບ້ານ 41 ແຫ່ງຈະແຫ່ວໍຈາກສາລາບ້ານໄປເຖິງວິຫານຮຸ່ງ ດ້ວຍບັນຍາກາດເບີກບານມ່ວນຊື່ນ. ພາຍຫລັງພາກພິທີການແລ້ວ, ງານບຸນວິຫານຮຸ່ງ ລວມມີ: ບັນດາການລະຫລິ້ນພື້ນເມືອງຕ່າງໆຄື: ມວຍປ້ຳ,ໂຍນໝາກຄອນ, ຍິງທະນູ... ແລະ ລາຍການສະແດງສິລະປະດ້ວຍເພງພື້ນເມືອງທີ່ເປັນເອກະລັກສະເພາະຄື: ຂັບຊວານ, ຂັບກ້ຽວຍິງຊາຍ. ໃນຊຸມມື້ນີ້, ປະຊາຊົນໃນທົ່ວປະເທດລ້ວນແຕ່ອ່ວາຍຫນ້າເມືອຫາວິຫານຮຸ່ງ, ຖະຫວາຍບັນດາເຄື່ອງຂອງພິເສດຂອງບ້ານເກີດເມືອງນອນຄື: ເຂົ້າຕົ້ມ, ແບງໄຢ, ເຂົ້າຫນຽວຫລາຍສີ… ເອື້ອຍ ຮ່ວາງທິມາຍ, ຢູ່ແຂວງ ຕວຽນກວາງ ໃຫ້ຮູ້ວ່າ: ແຕ່ລະເທື່ອເມື່ອໄປຢ້ຽມຢາມວິຫານຮຸ່ງ ຄອບຄົວຂອງເອື້ອຍລ້ວນແຕ່ກະກຽມບັນດາເຄື່ອງຂອງພິເສດຂອງບ້ານເກີດເມືອງນອນເພື່ອຖະຫວາຍບັນດາເຈົ້າຊີວິດຮຸ່ງ.
“ແຕ່ລະປີ ເມື່ອຮອດວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ຂ້າພະເຈົ້າລ້ວນແຕ່ກັບຄືນຢ້ຽມຢາມວິຫານຮຸ່ງ. ເວລາຍັງເປັນນັກຮຽນ ຂ້າພະເຈົ້າມັກຮຽນວິຊາປະຫວັດສາດ ສະນັ້ນ ຂ້າພະເຈົ້າເຫັນວ່າ ນີ້ແມ່ນສິ່ງທີ່ສັກກະລະບູຊາທີ່ສຸດ. ເຖິງວ່າ ຢູ່ຫ່າງໄກກັບແຂວງ ຟູທໍ້ກໍຕາມ ແຕ່ຂ້າພະເຈົ້າກໍພະຍາຍາມຍາດເວລາເພື່ອກັບຄືນເຂົ້າຮ່ວມວັນໄຫວ້ບູຊາເຈົ້າຊີວິດຮຸ່ງ.”
ການໄຫວ້ບູຊາເຈົ້າຊີວິດຮຸ່ງ ງານບຸນວິຫານຮຸ່ງ ແມ່ນເລີ່ມມີຂຶ້ນແຕ່ສະໄຫມບັນດາເຈົ້າຊີວິດຮຸ່ງ ດ້ວຍຄວາມເຊື່ອໝັ້ນວ່າ ທົ່ວປວງຊົນທັງຊາດລ້ວນແຕ່ມີກົກເຄົ້າເຫງົ້າກໍດຽວ, ສະແດງຫລັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ແລະ ກາຍເປັນສັນຍາລັກວັດທະນະທຳຈິດວິນຍານ, ຈິດໃຈມະຫາສາມັກຄີຂອງປະຊາຄົມບັນດາເຜົ່າຢູ່ຫວຽດນາມ. ວັດທະນະທຳອ່ວາຍຫນ້າເມືອຫາກົກເຄົ້າເຫງົ້າກໍຜ່ານການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ພ້ອມທັງນຳການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງກາຍເປັນມໍລະດົກບໍ່ມີຮູບຮ່າງຂອງມວນມະນຸດ.