(vovworld)- ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງສຳເນົາເອກະສານ “ພິທີ ແລະ ການລະຫຼີ້ນດຶງເຊືອກ“ ສຳເລັດເພື່ອຍື່ນສະເໜີຕໍ່ອົງການອູແນສໂກ ພິຈາ ລະນາ, ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍມີຮູບຮ່າງຕາງໜ້າຂອງມວນມະນຸດປີ 2015. ເລື່ອງຫວຽດນາມ, ສ.ເກົາຫຼີ, ກຳປູເຈຍ ແລະ ຟິລິບປິນ ພ້ອມກັນສ້າງສຳເນົາເອະສານນາໆຊາດ “ພິທີ ແລະ ການລະຫຼີ້ນດຶງເຊືອກ“ ບໍ່ພຽງແຕ່ໄດ້ ປະກອບສ່ວນເຊີດຊູວັດທະນະທຳຂອງຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນພົບແລກປ່ຽນດ້ານວັດທະນະທຳກັບປະເທດຕ່າງໆໃນພາກພື້ນອີກດ້ວຍ.
(ພາບ: http://nd.vietsoftpro.com)
ນັບແຕ່ທ້າຍປີ 2013. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຕົກລົງສ້າງສຳເນົາເອກະສານ “ພິທີ ແລະ ການລະຫຼີ້ນດຶງເຊືອກ“ຍື່ນສະເໜີຕໍ່ອົງການ ອູແນສໂກ ຮັບຮອງເປັນມໍລະດົກວັດທະນະທຳບໍມີຮູບຮ່າງຂອງມວນມະນຸດ. ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ສົມທົບກັບປະເທດຕ່າງໆ ສ້າງສຳເນົາເອະສານມໍລະດົກຕາມຮູບການນາໆຊາດ. ການດຶງເຊື້ອກແມ່ນ 1 ໃນບັນດາການລະຫຼີ້ນພື້ນເມືອງທີ່ມີມາແຕ່ດົນນານ ແລະ ເຄີຍຈັດຂຶ້ນໃນບັນດາງານບຸນຕົ້ນລະດູບານໃໝ່. ສາດສະດາຈານໂງດຶກທິ້ງ ສະມາຊິກສະພາມໍລະດົກວັດທະນະທຳແຫ່ງຊາດ ໃຫ້ຮູ້ວ່າ:
“ນີ້ບໍ່ພຽງແຕ່ແມ່ນການລະຫຼີ້ນເທົ່ານັ້ນ, ຫາກຍັງແມ່ນການແຂ່ງຂັນທີ່ມີລັກສະ ນະຈິດວິນຍານອີກດ້ວຍ. ຝ່າຍເອົາຊະນະຈະໄດ້ເຂົ້າໃນສາລາບ້ານເພື່ອໄຫ້ວບູຊາເທວະດາ ແລະ ເຂົາເຈົ້າເຊື່ອໝັ້ນວ່າ, ນອກຈາກໄດ້ຮັບລາງວັນ ແລະ ຄວາມເປັນກຽດແລ້ວ, ຍັງມີຄວາມເຊື່ອໝັ້ນດ້ານຈິດວິນຍານອີກດ້ວຍ, ເຂົາເຈົ້າເຊື່ອໝັ້ນວ່າ, ທັງບ້ານຂອງເຂົາເຈົ້າ ແລະ ເຂົາເຈົ້າເອງໄດ້ຮັບການອຸມຊູຊ່ວຍເຫຼືອຈາກເທວະດາ, ສະນັ້ນ ການລະຫຼີ້ນໃນງານບຸນທັງຕອບສະໜອງຄວາມຕ້ອງການລະຫຼີ້ນບັນເທິງ ທັງມີຄວາມໝາຍດ້ານຮີດຄອງປະເພນີ, ຈິດວິນຍານທີ່ຂາດບໍ່ໄດ້“.
ການດຶງເຊືອກທີ່ບ້ານຫີ້ວເຈິດ-ບັກນິງ
(ພາບ: http://www.baomoi.com)
ນັບແຕ່ດົນນານມາແລ້ວ, ໃນງານບຸນບ້ານ ຫີ້ວເຈິດ ຕາແສງຮ່ວາລອງ, ນະຄອນບັກນິງ, ການດຶງເຊືອກໄດ້ກາຍເປັນພິທີກຳຕົ້ນຕໍ. ງານບຸນດຶງເຊືອກຢູ່ບ້ານຫິ້ວເຈິດ ຖືກຈັດຂຶ້ນໃນວັນທີ 4 ຂອງບຸນປີໃໝ່ປະຈຳຊາດຫວຽດນາມ ແລະ ມີມາເປັນເວລາເກືອບ 400 ປີແລ້ວ. ພິທີກຳໄດ້ຖືກຈັດຂຶ້ນຢ່າງສົມກຽດທີ່ສຸດດ້ວຍການແຫ່ວໍ, ບູຊາເພື່ອທົບທວນຄືນປະຫວັດສາດການສ້າງສາໝູ່ບ້ານ. ແຕ່ຕາມທ່ານຫງວຽນວັນຈວນ, ຫົວໜ້າສະມາຄົມຜູ້ອາຍຸສູງສາຂາບ້ານຫິ້ວເຈິດ ແລ້ວ, ການດຶງເຊືອກໃນວັນບຸນແມ່ນການລະຫຼີນທີ່ດູດດື່ມໃຈ ແລະ ເປັນເອກະລັກທີ່ສຸດສະເພາະ:
“ໃນເມື່ອກ່ອນ, ການດຶງເຊືອກຢູ່ບ້ານຫິ້ວເຈິດ ແມ່ນໃຊ້ໄມ້ໄຜ່ 2 ລຳຕໍ່ໃສ່ກັນ, ສອງເບື້ອງມີໄມ້ຄານ 2 ອັນເພື່ອສະແດງໃຫ້ເຫັນກຳລັງແຮງຂອງຜູ້ບ່າວໃນບ້ານ. ຍ້ອນເຫດນັ້ນ, ຕ້ອງເສຍເວລານັບເປັນເດືອນເພື່ອກະກຽມການດຶງເຊືອກ, ຊາວບ້ານຕ້ອງຄັດເລືອກໄມ້ໄຜ່. ຄອບຄົວໃດມີໄມ້ໄຜ່ໄດ້ຮັບການຄັດເລືອກໃຫ້ງານບຸນແມ່ນມີກຽດທີ່ສຸດ ແລະ ຜູ້ບ່າວໄດ້ຮັບການຄັດເລືອກເຂົ້າຮ່ວມການດຶງເຊືອກແມ່ນຄວາມເປັນກຽດຂອງທັງຄອບຄົວ ແລະ ວົງຕະກຸນ“.
ຕາມປະເພນີແລ້ວ, ຜູ້ບ່າວ 70 ຄົນໃນບ້ານຖືກຈັດແບ່ງເປັນ 2 ຝ່າຍຄື: ຝ່າຍຕາເວັນອອກ ແລະ ຝ່າຍຕາເວັນຕົກ, ແຕ່ລະຝ່າຍມີ 35 ຄົນ. ສອງຝ່າຍຕ້ອງດຶງເຊືອກເປັນ 3 ຄັ້ງ ແລະ ຝ່າຍໃດເອົາໄຊະນະ 2 ຄັ້ງແມ່ນໄດ້ຮັບໄຊຊະນະ. ແຕ່ເຖິງຢ່າງໃດກໍ່ຕາມ, ສິ້ນສຸດງານບຸນ, ຝ່າຍຕາເວັນອອກຕ້ອງແມ່ນຜູ້ຊະນະ ຍ້ອນວ່າຕາມຮີດຄອງປະເພນີ, ຖ້າຝ່າຍຕາເວັນອອກຊະນະ, ປີນັ້ນ, ລະດູການເກັບກ່ຽວຂອງຊາວບ້ານຈຶ່ງໄດ້ຮັບຜົນດີ. ສະນັ້ນ, ໃນຄັ້ງສຸດທ້າຍ, ຜູ້ເຂົ້າຊົມງານບຸນຈະຊອກຫາວິທີຊ່ວຍຝ່າຍຕາເວັນອອກເອົາຊະນະ ແລະ ຍາມໃດງານບຸນກໍ່ສິ້ນສຸດລົງດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນທີ່ສຸດ.
ບໍ່ພຽງແຕ່ຊາວເຜົ່າກິງເທົ່ານັ້ນ, ຫາກບັນດາຊາວເຜົ່າສ່ວນໜ້ອຍຢູ່ຫວຽດນາມ ຄືຊາວເຜົ່າຜູ້ໄທ, ໄຕ, ນູ່ງ, ໄຢ…ກໍ່ມີການດຶງເຊືອກພື້ນເມືອງດ້ວຍຫຼາຍຮູບການເຖິງວ່າ ຫຼາຍຮູບຫຼາຍແບບ, ການດຶງເຊືອກຢູ່ແຕ່ລະເຂດກໍ່ມີຄວາມແຕກຕ່າງກັນ ກໍ່ລ້ວນແຕ່ສະແດງໃຫ້ເຫັນກຳລັງແຮງ, ຄວາມສາມັກຄີ. ນັກດົນຕີທາວຢາງ, ຜູ້ທີ່ໄດ້ຄົ້ນຄ້ວາວັດທະນະທຳ, ສິລະປະພື້ນເມືອງເປັນເວລາຫຼາຍປີ ໃຫ້ຂໍ້ສັງເກດວ່າ:
“ການດຶງເຊືອກກໍ່ມີຢູ່ຫຼາຍປະເທດ, ແຕ່ຜ່ານບັນດາຮູບແຕ້ມນັບແຕ່ກ່ອນມາຮອດປະຈຸບັນກໍ່ເຫັນວ່າ, ວິທີລະຫຼີ້ນຂອງຊາວຫວຽດນາມ ໄດ້ສະແດງໃຫ້ເຫັນສີສັນຂອງຊາວຫວຽດນາມ ຄື: ຝຶກແອບຮ່າງກາຍໃຫ້ແຂງແຮງ ແຕ່ບໍ່ໃຊ້ຄວາມຮຸນແຮງ, ບໍ່ຖືເອົາການແພ້, ຊະນະເປັນສຳຄັນ ຫາກການລະຫຼີ້ນຍາມໃດກໍ່ສະແດງຄວາມມ່ວນຊື່ນ“.
ໃນສັງຄົມທັນສະໄໝ, ການດຶງເຊືອກຍັງແມ່ນການລະຫຼີ້ນທົ່ວໄປໃນສັງຄົມ, ໂດຍສະເພາະແມ່ນສຳລັບນັກຮຽນ, ນັກສຶກສາ, ຜູ້ອອກແຮງງານ… ການຍື່ນສະໜີຕໍ່ອົງການອູແນສະໂກເພື່ອຮັບຮອງ “ພິທີ ແລະ ການລະຫຼີ້ນດຶງເຊືອກ“ ແມ່ນມໍລະດົກວັດທະນະທຳບໍມີຮູບຮ່າງຂອງມວນມະນຸດຈະແມ່ນໂອກາດເພື່ອໃຫ້ຫວຽດນາມ ເພີ່ມທະວີການເຜີຍແຜ່, ທະວີຄູນຄວາມເມົາມົວ, ຄວາມນິຍົມທີ່ມີຕໍ່ການດຶງເຊືອກພື້ນເມືອງ ຊື່ງແມ່ນມໍລະດົກວັດທະນະທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມ./.