ພາຍຫຼັງ 5 ປີທີ່ໄດ້ຮັບການເຊີດຊູແມ່ນມໍລະດົກວັດທະນະທຳໂລກນັ້ນ, ເຂດປູຊະນີຍະສະຖານພະລາດຊະວັງທັງລອງ ພວມໄດ້ຮັບການຄົ້ນຄ້ວາ, ຂຸດຄົ້ນບູຮານຄະດີເທື່ອລະກ້າວ ຕາມຂໍ້ສະເໜີຂອງອົງການ UNESCO ແນໃສ່ໄດ້ຮັບການຕີລາຄາຢ່າງແທ້ຈິງກ່ຽວກັບຄຸນຄ່າຂອງເຂດມໍລະດົກນີ້. ສິ່ງທີ່ໜ້າສົນໃຈໃນປະຈຸບັນ, ແມ່ນຕ້ອງເຮັດແນວໃດເພື່ອອະນຸລັກ ແລະ ຂຸດຄົ້ນມໍລະດົກພະລາດຊະວັງທັງລອງໃຫ້ເປັນຢ່າງດີທີ່ສຸດໃນອະນາຄົດ.
ນັກທ່ອງທ່ຽວຢ້ຽມຊົມເຂດພະລາດຊະວັງທັງລອງ |
ໂດຍມີບັນດາຄຸນຄ່າທີ່ພົ້ນເດັ່ນທົ່ວໂລກ, ພະລາດຊະວັງທັງລອງແມ່ນສູນກາງການເມືອງ, ສິດອຳນາດ ແລະ ວັດທະນະທຳທີ່ສຳຄັນຂອງປະເທດຊາດ, ເປັນຂີດໝາຍທາງດ້ານປະຫວັດສາດວັດທະນະທຳທີ່ມີມາແຕ່ດົນນານຂອງຊາວຫວຽດນາມຢູ່ເຂດທົ່ວພຽງແມ່ນ້ຳແດງ. ໂດຍໄດ້ຄົງຕົວຢ່າງຕໍ່ເນືອງໃນຕະຫຼອດໄລຍະ 13 ສະຕະວັດ, ຈາກໄລຍະເປັນກຳແພງ ຫວ້ານຊວນ ໃນສະຕະວັດທີ 6, ເປັນກຳແພງ ຕົ້ງບີງ(ໝາຍເຖິງຮ່າໂນ້ຍປະຈຸບັນ)ຂອງປະເທດອານນາມໃນສະຕະວັດທີ 7-9 ຈົນຮອດເວລາກາຍເປັນເມືອງຫຼວງຂອງປະເທດດ້າຍຫວຽດ( ຫວຽດນາມໃນປະຈຸບັນ) ຜ່ານບັນດາສະໄໝລາດຊະວົງຫຼີ, ເຈີນ, ເລ ແຕ່ສະຕະວັດທີ 11 ຫາ 18. ເຖິງວ່າໄດ້ຖືກທຳລາຍຢ່າງໜັກໃນສະຕະວັດທີ 19 ກໍຕາມ, ແຕ່ປະຈຸບັນຍັງຄົງຕົວໄປດ້ວຍບັນດາກິດຈະກຳສະຖາປັດຕະຍະກຳບົນໜ້າດິນເຊັ່ນ: ປະຕູໂຂງ ດວານມົນ, ຮູບແກະຄວັດສະຫຼັກມັງກອນຫີນ, ວັງກິ້ງທຽນ, ວັງລາຊະທິດາ ເຫົ້າເລົາ, ປະຕູທາງທິດເໜືອ…ນອກຈາກນັ້ນ ໃນບໍລິເວນພະລາດຊະວັງທັງລອງ ຍັງມີບັນດາປູຊະນີຍະສະຖານປະຕິວັດທີ່ຕິດພັນກັບການຕໍ່ຕ້ານຕ້ານຈັກກະພັກອາເມລິກາຂອງຊາດເຊັ່ນ: ເຂດເຮືອນ ແລະ ຂຸມໃຕ້ດິນ D 67 , ຂຸມໃຕ້ດິນກົມການຮົບ…ຊຸມປີມໍ່ໆມານີ້, ພ້ອມກັບບັນດາປູຊະນີຍະສະຖານຖືກຄົ້ນພົບຜ່ານການຂຸດຄົ້ນບູຮານຄະດີຄັ້ງຕ່າງໆ ໄດ້ດຶງດູດບັນດານັກວິທະຍາສາດ, ນັກທ່ອງທ່ຽວມາຄົ້ນຄ້ວາ, ທັດສະນະສຶກສາເປັນຈຳນວນຫຼວງຫຼາຍ. ທ່ານື ຫງວຽນວັນເຊີນ ອະດີດຜູ້ອຳນວຍການເຂດສູນກາງພະລາດຊະວັງທັງລອງ ໃຫ້ຮູ້ວ່າ :
“ພາຍຫຼັງທີ່ໄດ້ຮັບການເຊີດຊູແມ່ນມໍລະດົກວັດທະນະທຳໂລກນັ້ນ, ຈຳນວນແຂກທ່ອງທ່ຽວເຂົ້າມາຢາມເຂດພະລາດຊະວັງທັງລອງ ນັບມື້ນັບຫຼາຍຂຶ້ນ, ແຕ່ລະປີອາດຈະເພີ່ມຂຶ້ນແຕ່ 5 ຫາ 1 ແສນຄົນເມື່ອທຽບໃສ່ໄລຍະ 5 ປີກ່ອນນີ້. ພິເສດ ມີບັນດາເຫດການຖືກຈັດຂຶ້ນໃນມໍ່ໆມານີ້ ອັນໄດ້ດຶງດູດນັບແສນຄົນມາຢ້ຽມຢາມເຂດ ພະລາດຊະວັງທັງລອງ. ປະຈຸບັນ, ຈຳນວນແຂກທ່ອງທ່ຽວຕ່າງປະເທດເຂົ້າມານັບມື້ນັບຫຼາຍຂຶ້ນ, ພິເສດແມ່ນແຂກທ່ອງທ່ຽວມາຈາກຍີປຸ່ນ, ສ.ເກົາຫຼີ, ແລະ ບາງປະເທດເອີລົບ ”
ເຖິງຢ່າງໃດກໍຕາມ, ຖ້າຫາກສັງເກດການອະນຸລັກຮັກສາມໍລະດົກແມ່ນຂະບວນວິວັດໜຶ່ງນັ້ນ, ທຸກວຽກງານທີ່ໄດ້ປະຕິບັດເພື່ອ ພະລາດຊະວັງທັງລອງ ແມ່ນພຽງແຕ່ຢູ່ໃນບັນດາບາດກ້າວເດີນທຳອິດ. ຢູ່ໃຕ້ພື້ນດິນ, ທາງນອກບໍລິເວນໄດ້ຮັບການປົກປ້ອງປະຈຸບັນ, ຍັງຄົງມີບັນດາສະຖາປັດຕະຍະກຳບູຮານທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນເທື່ອ. ທ່ານ ດຣ ຕົ້ງຈຸງຕີ້ນ ສັງກັດສະມາຄົມນັກຄົ້ນຄ້ວາຄະດີບູຮານຫວຽດນາມຖືວ່າ :
“ນັ້ນແມ່ນຂະບວນວິວັດແຫ່ງການອະນຸລັກຮັກສາທີ່ຍາວນານ. ເພາະມີປູຊະນີຍະສະຖານຫຼາຍແຫ່ງຫາກໍຖືກຄົ້ນພົບ, ດັ່ງນັ້ນ ພວກເຮົາຈຶ່ງຮູ້ວ່າ ມັນມີຄວາມຊັກຊ້າ. ທີ່ຈິງແລ້ວ ມັນພວມກ້າວເດີນຢ່າງຖືກທິດ. ຖ້າຫາກເວົ້າເຖິງວັງ ນາຣາ ຂອງຍີປຸ່ນນັ້ນ, ແມ່ນໄດ້ຮັບການອະນຸລັກນັບແຕ່ກາງສະຕະວັດທີ 19ແລະຖືກຄົ້ນຄ້ວາ ໃນຕະຫຼອດ 60 ກວ່າປີທີ່ຜ່ານມາ. ສ່ວນພະລາດຊະວັງທັງລອງຂອງພວກເຮົາ ແມ່ນມີ 10 ປີ ຖ້າຫາກໄລ່ແຕ່ປີ 2002 ແລະ 5 ປີນັບແຕ່ວັນໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳໂລກ. ດັ່ງນັ້ນ ຂ້າພະເຈົ້າຖືວ່າ ບາດກ້າວເດີນຂອງມັນໃນປະຈຸບັນ ແມ່ນໜັກແໜ້ນພໍສົມຄວນ ”
ໜຶ່ງໃນບັນດາສິ່ງທ້າທາຍຂອງວຽກງານອະນຸລັກຮັກສາເວົ້າລວມ ແລະ ພະລາດຊະວັງທັງລອງເວົ້າສະເພາະ, ນັ້ນແມ່ນການປະພຶດຕໍ່ກັບບັນດາປູຊະນີຍະສະຖານຕັ້ງກອງກັນ. ສຳລັບມໍລະດົກວັດທະນະທຳໂລກພະລາດຊະວັງທັງລອງນັ້ນ, ປັດໄຈພິເສດ ເປັນໜ້າໃສ່ໃຈກວ່າຫມູ່ຢູ່ໃຕ້ໜ້າດິນ, ນັ້ນແມ່ນບັນດາປູຊະນີຍະສະຖານໃນສະໄໝລາດຊະວົງຫຼີ ນອນຢູ່ໃຕ້ 3-4 ຊັ້ນວັດທະນະທຳ; ບົນໜ້າດິນ ແມ່ນວັງກິ້ງທຽນ, ປະຕູໂຂງ ດວານມົນ. ແຕ່ບັນດານັກຄົ້ນຄ້ວາຍັງຖືວ່າ ຊັ້ນວັດທະນະທຳບົນໜ້າດິນ ພວມປະກົດຕົວໃນການດຳລົງຊີວິດ ຊຶ່ງເຂັ້ມຂົ້ນໄປດ້ວຍສີສັນສະຖາປັດຕະຍະກຳຝະລັ່ງ ກໍມີຄວາມສຳຄັນບໍ່ນ້ອຍໜ້າກວ່າ ຊຶ່ງຕ້ອງການໄດ້ຮັບການຄົ້ນຄ້ວາໂດຍລະອຽດ ແລະ ມີການປະພຶດທີ່ເໝາະສົມ. ຕາມສາດສະດາຈານ, ດຣ ຫງວຽນກວາງງອກແລ້ວ, ຄວນກຳນົດປັດໄຈໃດ ແມ່ນພົ້ນເດັ່ນກວ່າໝູ່ໃນເຂດອະນຸລັກເພື່ອວາງອອກວິທີການແກ້ໄຂຢ່າງເໝາະສົມ. ສາດສະດາຈານ, ດຣ ຫງວຽນກວາງງອກ ເວົ້າວ່າ :
“ ສິ່ງທີ່ສຳຄັນກວ່າໝູ່ ຍັງຄົງແມ່ນພະລາດຊະວັງທັງລອງ. ບັນດາປູຊະນີຍະສະຖານທັນສະໄໝ ມີຄຸນຄ່າພິເສດສະເພາະ ແລະ ພົ້ນເດັ່ນທີ່ສຸດນັ້ນ, ແນ່ນອນວ່າ ພວກເຮົາຕ້ອງຮັກສາຢ່າງເດັດຂາດ. ແຕ່ຍັງມີບັນດາປູຊະນີຍະສະຖານ ບາງທີ່ບໍ່ສຳຄັນເທົາກັບປູຊະນີຍະສະຖານອື່ນໆ, ແຕ່ຕ້ອງເຮັດໃຫ້ຜູ້ຄົນທັງຫຼາຍສາມາດເຂົ້າໃຈຢ່າງຈະແຈ້ງນັ້ນ, ກໍຍັງຄົງຕ້ອງມີວິທີແກ້ໄຂແທ້”
ບັນດາມໍລະດົກໃນບໍລິເວນພະລາດຊະວັງທັງລອງ ຍັງຊ້ອນຕົວໃຕ້ໜ້າດິນ, ເຖິງວ່າພຽງແຕ່ເປັນພື້ນເຮືອນແຈໜຶ່ງ ຫຼືສິ້ນສ່ວນແຕກໃດໜຶ່ງທີ່ຍັງຄ້າງໄວ້ນັ້ນ ກໍເປັນການຊ່ວຍໃຫ້ຄົນລຸ່ນໜຸ່ມປະຈຸບັນ ສາມາດເຂົ້າໃຈຕື່ມກ່ຽວກັບສາຍສຳພັນລະຫວ່າງປະຈຸບັນກັບອະດີດຕະການ. ດ້ວຍລະດັບ ແລະ ຄຸນຄ່າຂອງມໍລະດົກວັດທະນະທຳໂລກຄືພະລາດຊະວັງທັງລອງນັ້ນ, ບັນດາຜູ້ຊ່ຽວຊານ ແລະ ບັນດານັກຄົ້ນຄ້ວາຖືວ່າ : ການອະນຸລັກຮັກສາບັນດາປູຊະນີຍະສະຖານຢູ່ໃຕ້ໜ້າດິນ ແລະ ບັນດາສະຖາປັດຕະຍະກຳບົນໜ້າດິນ ກໍຕ້ອງເອົາໃຈໃສ່ເຖິງບັນດາຂໍ້ກຳນົດກ່ຽວກັບ “ຖະແຫຼງການຄຸນຄ່າພົ້ນເດັ່ນທົ່ວໂລກ” (OUV) ໃນເອກະສານແນະນຳການປະຕິບັດສົນທິສັນຍາມໍລະດົກໂລກ. ນີ້ຈະແມ່ນທິດກ້າວເດີນທີ່ສຳຄັນບົນເສັ້ນທາງແຫ່ງການປົກປ້ອງນາມມະຍົດມໍລະດົກວັດທະນະທຳໂລກຂອງເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳພິເສດນີ້