(vovworld)- ພາບດົງໂຮ່ ຢູ່ ແຂວງ ບັກນີງ ແມ່ນປະເພດພາບພື້ນເມືອງທີ່ເປັນເອກະລັກສະເພາະ, ຂຶ້ນກັບພາບພື້ນເມືອງພິມຈາກແມ່ພິມເຮັດດ້ວຍໄມ້ ໂດຍປະຊາຊົນໝູ່ບ້ານ ດົງໂຮ່ ຜະລິດ ແລະ ພັດທະນາເປັນໝູ່ບ້ານອາຊີບ. ພາບດົງໂຮ່ແຕ່ລະແຜ່ນ ແມ່ນສະແດງໃຫ້ເຫັນເລື່ອງລາວເລື່ອງຫນຶ່ງມີລັກສະນະປັດສະຍາ, ແມ່ນສານທີ່ເຕັມໄປດ້ວຍຄຸນສົມບັດ, ຫລັກສິນທຳ ແລະ ການເຫລື້ອມໃສຢ່າງເລິກເຊິ່ງ ຊື່ງລຸ້ນພໍ່ລຸ້ນອ້າຍໄດ້ຝາກຝັງ.
ພາບພື້ນເມືອງ ດົງໂຮ່: ງານແຕ່ງດອງຂອງໂຕຫນູ
|
ພາບພື້ນເມືອງ ດົງໂຮ່ ປະກົດມີມາແຕ່ສັດຕະວັດທີ XVII ຢູ່ ໝູ່ບ້ານ ດົງໂຮ່ ແຂວງ ບັກນິງ. ພາບພື້ນເມືອງ ດົງໂຮ່ ຄົງຕົວຍາວນານ ແລະ ມີກຳລັງດຶງດູດພິເສດ ສຳລັບຊາວຫວຽດນາມຫລາຍລຸ້ນຄົນ ກໍຄືນັກທ່ອງທ່ຽວຕ່າງປະເທດ ຍ້ອນບັນດາຫົວເລື່ອງໃນພາບດົງໂຮ່ແມ່ນສ່ອງແສງເຖິງຊີວິດຕົວຈິງ, ມີຊີວິດຊີວາ ກໍຄືຈຸດວັດທະນະທຳທີ່ເປັນມູນເຊື້ອຂອງ ຊາວຫວຽດນາມ. ບັນດາຄວາມໄຝ່ຝັນ, ຄວາມມຸ່ງຫວັງມີຊີວິດຂອງມະນຸດກ່ຽວກັບຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງ ໃນພາບພື້ນເມືອງປະເພດນີ້. ພາບດົງໂຮ່ ເຮັດໃຫ້ຜູ້ຊົມມີຄວາມເຂົ້າໃຈງ່າຍ, ຮູບພາບແມ່ນຈະແຈ້ງ, ຕອບສະຫນອງຄວາມຕ້ອງການກ່ຽວກັບຈິດຕະສາດ, ແນວຄິດ, ອາລົມຈິດ ແລະ ຄວາມຫວັງຂອງຫລາຍເປົ້າໝາຍ ສະນັ້ນ ພາບດົງໂຮ່ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງທີ່ສຸດ. ເມື່ອເວົ້າເຖິງປະຫວັດຄວາມເປັນມາຂອງພາບພື້ນເມືອງປະເພດນີ້, ນັກສິລະປະການ ຫງວຽນດັງເຈ, ຊື່ງແມ່ນຫນຶ່ງໃນບັນດານັກສິລະປະການ ທີ່ມີອາຍຸສູງ ແຕ່ຍັງຄົງຮັກສາອາຊີບຜະລິດພາບດົງໂຮ່ ມີຄວາມເອກອ້າງທະນົງໃຈ ໂດຍຖືວ່າ: ແຕ່ກອ່ນມາຮອດປະຈຸບັນ, ມີຫລາຍຄົນຮູ້ຈັກເຖິງພາບດົງໂຮ່ ດ້ວຍບັນດາປະເພດພາບພື້ນເມືອງ, ພາບເຢາະເຢີ້ຍ. ແຕ່ຍັງມີຈຸດທີ່ແຕກຕ່າງກັນຂອງພາບພື້ນເມືອງປະເພດນີ້ ຊື່ງບໍ່ທັນມີຫລາຍຄົນສົນໃຈ, ນັ້ນແມ່ນບັນດາພາບພື້ນເມືອງທີ່ສ່ອງແສງເຖິງການປ່ຽນແປງຂອງຍຸກສະໄຫມ, ເປັນການປະກອບສ່ວນສ້າງຄວາມເປັນເອກະລັກສະເພາະພິເສດຂອງພາບພື້ນເມືອງ ດົງໂຮ່. ນັກສິລະປະການ ຫງວຽນດັງເຈ ໃຫ້ຮູ້ວ່າ:
“ເມື່ອເວົ້າເຖິງພາບພື້ນເມືອງ ດົງໂຮ່ ຜູ້ໃດກໍນິຍົມພາບງານດອງຂອງໂຕຫນູ. ກ່ອນນີ້ ພາບດົງໂຮ່ ບໍ່ມີຮູບພາບກ່ຽວກັບສິລະປະຂັບກວານຫໍ້ ບັກນີງ ແຕ່ມາເຖິງປະຈຸບັນ ໄດ້ນຳເອົາຫົວເລື່ອງນີ້ເຂົ້າໃນພາບແລ້ວ. ນອກນັ້ນ ຍັງມີຫົວເລື່ອງເວົ້າເຖິງການຮ່ຳຮຽນ. ເຮັດແນວໃດ ເພື່ອນຳເອົາພຶດຕິກຳຕົວຈິງເຂົ້າໃນພາບພື້ນເມືອງ ດົງໂຮ່.”
ຈຸດທີ່ເປັນເອກະລັກສະເພາະດຶງດູດຜູ້ຊົມຂອງພາບພື້ນເມືອງ ດົງໂຮ່ ນັ້ນແມ່ນສີສັນ ແລະ ເຈ້ຍພິມ. ເຈ້ຍໃຊ້ເພື່ອພິມຮູບພາບແມ່ນເຈ້ຍຢໍ (ເຈ້ຍສາ) ເຮັດດ້ວຍເປືອກໄມ້ປໍສາ ທັງເປາະ, ອ່ອນ, ບາງ ແລະ ຫຍາບ, ຈູບສີງ່າຍ, ເມື່ອພິມພາບ ສີຈະບໍ່ມົວ. ເຈ້ຍປະເພດນີ້ຖືກທານ້ຳແປ້ງປະເພດຫນຶ່ງ ເຊິ່ງເຮັດດ້ວຍແປ້ງເຂົ້າຈ້າວ ຫລື ເຂົ້າຫນຽວຕົ້ມປົນກັບແປ້ງເປືອກຫອຍທະເລ ເອີ້ນວ່າ ໂຮ່ດຽບ. ທ່ານນາງ ຫວູທິຢູງ, ລູກໃພ້ຂອງນັກສິລະປະການ ຫງວຽນດັງເຈ ໃຫ້ຮູ້ວ່າ:
“ເຈ້ຍສາທີ່ນຳເອົາມາທາໂຮ່ດຽບຈະອອກເປັນສີຂາວ. ເມື່ອມີເອົາເຈ້ຍປະເພດນີໄປຕາກແດດຫນ້ອຍຫນຶ່ງຈະແຫ້ງໄວ ແຕ່ຫາກຖືກລົມພັດມາເຈ້ຍຈະຖືກເປເພໝົດ. ເມື່ອຫນ້າເຈ້ຍ ບໍ່ລະອຽດກໍຈະລຽບໃຫ້ຮາບພຽງ ເພື່ອພິມພາບງ່າຍ, ຈູບສີ, ມີລວດລາຍລະອຽດ ແລະງາມກວ່າ.”
ຂັ້ນຕອນທາໂຮ່ດຽບ ໃສ່ຫນ້າເຈ້ຍສາ ຕ້ອງໃຊ້ເວລານານສົມຄວນ. ປະຊາຊົນຢູ່ໝູ່ບ້ານຜະລິດ ພາບພື້ນເມືອງດົງໂຮ່ໄດ້ ນຳໃຊ້ຟອຍໃບແປກເພື່ອທາສີ. ຢູ່ໃນພາບພື້ນເມືອງ ດົງໂຮ່, ສະເພາະສີເຫລືອງເຫລື້ອມຂອງໂຮ່ດຽບກໍເປັນການດຶງດູດໃຈຜູ້ຊົມທີ່ສຸດ. ນັກສິລະປະການ ຫງວຽນທິແອງ, ປະຊາຊົນໝູ່ບ້ານຜະລິດພາບພື້ນເມືອງ ດົງໂຮ່ ໃຫ້ຮູ້ວ່າ:
“ດຽບ ຫລື ຫອຍທະເລ ພວກຂ້າພະເຈົ້າເອົາມາເຮັດແມ່ນພາກສ່ວນປໍ້ຂອງມັນ ເພາະຫອຍປະເພດນີ້ແມ່ນອ່ອນ ເວລາຕ່ຳຈະງ່າຍກວ່າ. ຫອຍແກ່ພວກຂ້າພະເຈົ້າບໍ່ເອົາ ເພາະປໍ້ມັນແຂງ ເວລາຕຳເປັນແປ້ງຍາກກວ່າ.”
ສີສັນທີ່ນຳໃຊ້ໃນພາບພື້ນເມືອງ ດົງໂຮ່ ກໍແມ່ນຈຸດທີ່ເປັນເອກະລັກສະເພາະໃນວິວັດການປະດິດສ້າງ, ຄົ້ນຫາ, ຊອກຫາ ແລະ ນຳໃຊ້ບັນດາວັດຖຸທຳມະຊາດເຂົ້າໃນການເຄື່ອນໄຫວສິລະປະ. ດ້ວຍບັນດາວັດຖຸທີ່ເປັນທຳມະຊາດ, ພາບພື້ນເມືອງ ຈຶ່ງດົງໂຮ່ ມີສີສັນທີ່ໃກ້ຊິດສະຫນິດສະຫນົມ ແລະ ພິເສດທີ່ສຸດ ພຽງແຕ່ມີຢູ່ຫວຽດນາມເທົ່ານັ້ນ.
“ຂ້າພະເຈົ້າ ຍັງແຕ້ມພາບພື້ນເມືອງຕາມຂັ້ນຕອນການຜະລິດຂອງຄົນລຸ້ນກ່ອນ ຫາກບໍ່ແຕ້ມພາບທັນສະໄຫມ. ເມື່ອແຕ້ມໃສ່ ເຈ້ຍສາ. ສີແດງແມ່ນເອົາມາຈາກຫີນກ້ອນ, ສີດຳແມ່ນເອົາມາເຟືອງທີ່ຈູດແລ້ວ, ສີເຫລືອງເອົາຈາກດອກໄມ້ຊະນິດຫນຶ່ງ.. ນັ້ນແມ່ນວັດຖຸທຳມະຊາດຂອງຕົ້ນໄມ້ໃບຫຍ້າ ຢູ່ ຫວຽດນາມ ເພື່ອສ້າງເປັນພາບພື້ນເມືອງທີ່ສວຍງາມ.”
ດ້ວຍ 3 ສີຕົ້ນຕໍ, ນັ້ນແມ່ນສີຂາວຂອງໂຮ່ດຽບ, ສີເຫລືອງຂອງດອກໄມ້ຊະນິດຫນຶ່ງ ແລະ ສີແດງຈາກກ້ອນຫີນ ໂດຍນັກສິລະປະການ ໄດ້ປະສົມກັບສີທີ່ເປັນເອກະລັກສະເພາະຈຳນວນຫນຶ່ງຂອງພາບພື້ນເມືອງ ດົງໂຮ່. ດ້ວຍສີສັນທີ່ເປັນເອກະລັກສະເພາະນັ້ນ ພ້ອມກັບເຕັກນິກໃນການປະສົມສີ, ເຕັກນິກພິມພາບ ໄດ້ເຮັດໃຫ້ພາບພື້ນເມືອງດົງໂຮ່ ມີຫລາຍສີສັນທຳມະຊາດ, ເມື່ອເບິ່ງແລ້ວຄືວ່າມີຄວາມສະຫນິດສະຫນົມ, ເໝາະສົມກັບໃນຊີວິດ ຂອງຊາວກະສິກອນຫວຽດນາມ.