(vovworld)-
ສຳລັບຜູ້ນິຍົມວິຈິດສິນແລ້ວ, ຖ້າຫາກແຕ້ມຫົວເລື່ອງກ່ຽວກັບຮ່າໂນ້ຍ,
ຍິ່ງລົງເລິກເຂົ້າໃນການຂຸດຄົ້ນເທົ່າໃດ, ເຂົາເຈົ້າຍິ່ງຮູ້ສຶກວ່າມັນ
ກວ້າງ ຂວາງເທົ່ານັ້ນ. ດ້ວຍຄວາມສາມາດດ້ານວິຈິດສິນ, ບັນດາຈິດຕະກອນໄດ້ປະກອບສ່ວນວາດພາບຮູບຮ່າງນະຄອນຫຼວງຮ່າໂນ້ຍ ນັບແຕ່ອະດີດຕະການເຖິງປະຈຸບັນ, ຈາກວິທີສັງເກດລວມເຖິງລະອຽດ,
ດ້ວຍກິລິຍາທ່າທາງທີ່ແຕກຕ່າງກັນ.. ຕໍ່ໄປເຊີນທ່ານຮັບຟັງບົດຂອງນັກຂ່າວເຟືອງທຸຍ ທີ່ມີຫົວຂໍ້ວ່າ: ພາບແຕ້ມຖະໜົນຮ່າໂນ້ຍຈາກອະດີດຕະການເຖິງປະຈຸບັນ.
(ພາບແຕ້ມຂອງຈິດຕະກອນບຸຍຊວນຟາຍ)
ໃນຈຳນວນຈິດຕະກອນທີ່ມີຊື່ສຽງ, ຜູ້ທີ່ສະແດງໃຫ້ເຫັນສີສັນສະເພາະຂອງນະຄອນຫຼວງຮ່າໂນ້ຍ ໃນຊຸມປີ 50,60,70 ຂອງສັດຕະວັດກ່ອນພຽງແຕ່ມີອະດີດຈິດຕະກອນ ບຸ່ຍຊວນຟາຍ ເທົ່ານັ້ນ. ໃນຄາວຍັງມີຊີວິດຢູ່, ຈິດຕະກອນ ບຸ່ຍຊວນຟາຍ ເຄີຍຂຽນວ່າ: “ຮ່າໂນ້ຍ ມີຄວາມງາມຫຼາຍຢ່າງ, ແຕ່ລະຢ່າງພັດເໝາະສົມກັບແຕ່ລະຄົນ, ຄຸ້ມຖະໜົນ ແລະ ບັນດາເຮືອນທີ່ເກົ່າແກ່ໃນພາບແຕ້ມແມ່ນງາມຫຼາຍ. ເຮືອນໃນຖະໜົນເກົ່າມີຫຼັງສູງ, ຫຼັງຕ່ຳ, ຫຼັງໃຫ່ຍ, ຫຼັງນ້ອຍ…“. ຍ້ອນມີຄວາມຮູ້ສຶກຢ່າງຈະແຈ້ງກ່ຽວກັບຮ່າໂນ້ຍ ຜ່ານແຕ່ລະຮ່ອມບ້ານ, ແຕ່ລະຝາຜະໜັງທີ່ເກົ່າແກ່, ຈິດຕະກອນ ບຸ່ຍຊວນຟາຍ ຈຶ່ງສ້າງເປັນຮູບພາບສວຍງາມທີ່ສຸດ….ຜູ້ຄົນທັງຫຼາຍລ້ວນແຕ່ຄິດວ່າ ບຸ່ຍຊວນຟາຍ ແມ່ນຈິດຕະກອນ ແຕ້ມສະເພາະກ່ຽວກັບຄຸ້ມຖະໜົນເກົ່າຮ່າໂນ້ຍ. ພາບແຕ້ມຖະໜົນຂອງຈິດຕະກອນ ບຸ່ຍຊວນຟາຍ ດ້ວຍຈຸດເວລາກໍ່ຄືຈັ່ງຫວະພິເສດສະເພາະຂອງຮ່າໂນ້ຍ. ຈິດຕະກອນ ບຸ່ຍແທງເຟືອງ, ລູກຊາຍຂອງ ຈິດຕະກອນ ບຸ່ຍຊວນຟາຍ ໃຫ້ຮູ້ວ່າ:
“ສະເພາະພາບແຕ້ມຖະໜົນ, ມີແຕ່ສັງເກດເຄື່ອງນຸ່ງຂອງຜູ້ຍ່າງບົນຖະໜົນ. ວົງການນັກວິຊາການກໍ່ສາມາດຢັ້ງຢືນໄດ້ວ່າພາບແຕ້ມນີ້ຖືກແຕ້ມໃນປີໃດ. ຕົວຢ່າງຄື: ສັງເກດຮູບພາບຜູ້ຊາຍຖືຄັນຫົ່ມ, ນຸ່ງເສື້ອຍາວ, ເຂົາເຈົ້າກໍ່ຢືນຢັນໄດ້ວ່າພາບນີ້ຖືກແຕ້ມກ່ອນຊຸມປີ 60 “.
(ພາບແຕ້ມຂອງຈິດຕະກອນຫງວຽນເຈື່ອງ)
ຮ່າໂນ້ຍ ໃນສາຍຕາຂອງນັກສິລະປິນທຸກວັນນີ້ ພັດມີຄວາມແຕກຕ່າງກັນບາງຢ່າງ. ສຳລັບຜູ້ທີ່ຢູ່ຫ່າງຈາກບ້ານເກີດເມືອງນອນຄື ຈິດຕະກອນ ຫງວຽນເຈື່ອງ ແລ້ວ, ພາບແຕ້ມຂອງອ້າຍຍັງຄົງສະແດງຄວາມຄຶກຄື້ນຂອງຖະໜົນຮ່າໂນ້ຍຢູ່. ຮ່າໂນ້ຍໃນພາບແຕ້ມຂອງຫງວຽນເຈື່ອງ ແມ່ນລວມເອົາບັນດາຮູບພາບກ່ຽວກັບຊີວິດຍຸກປະຈຸບັນ. ເຮັດໃຫ້ຜູ້ຊົມເຫັນໄດ້ງ່າຍບັນດາບ່ອນເລີ້ງເຄີຍ. ຫງວຽນເຈື່ອງ ສັງເກດຮ່າໂນ້ຍ ດ້ວຍສາຍຕາຂອງຜູ້ທີ່ຫ່າງໄກຈາກບ້ານເກີດເມືອງນອນແຕ່ຍາມໃດກໍ່ອ່ວາຍເມືອຫາປະເທດຊາດ:
“ຂ້າພະເຈົ້າຢາກແຕ້ມຮ່າໂນ້ຍ ຢ່າງຄົບຖ້ວນ ແລະ ລະອຽດ. ຂ້າພະເຈົ້າເຄີຍອ່ານກ່ຽວກັບຈິດຕະກອນ ບຸ່ຍຊວນຟາຍ ແລະ ຊົມພາບແຕ້ມຂອງລາວແລ້ວ, ແຕ່ຂ້າພະເຈົ້າພັດມີທັດສະນະສະເພາະຂອງຜູ້ຢູ່ໃກຈາກບ້ານເກີດເມືອງນອນທີ່ຢາກຊອກຮູ້ວັດທະນະທຳທີ່ເລິກເຊິ່ງຂອງລຸ້ນກ່ອນ“.
ບັນດາຈິດຕະກອນໃນທຸກວັນນີ້ ໄດ້ສະຫງວນອາລົມຈິດສ່ວນຫຼາຍຂອງຕົນເພື່ອສ່ອງແສງບັນດາບັນຫາໃນຍຸກປະຈຸບັນ. ຈິດຕະກອນຫງວຽນງອກເຢີນ, ຜູ້ທີໄດ້ຈັດງານວາງສະແດງພາບແຕ້ມ “ຜ່ານຖະໜົນ“ ປີ 2007, “ຖະໜົນ“ ປີ 2012, “ທາງຮ່ອມ“ ປີ 2013 ໄດ້ນຳມາເຊິ່ງຜູ້ຊົມຄວາມຫຼອກຫຼອນເມື່ອຍ່າງຜ່ານຖະໜົນສາຍຕ່າງໆ, ດ້ວຍສາຍໄຟຟ້ານ່ອງແນ່ງກັນ, ໄພສັນຍານຄົມມະນາຄົມ, ໂທລະໂຄງເທິງເວຫາ…ນັ້ນແມ່ນຮ່າໂນ້ຍ ໃນໄລຍະຫັນເປັນຕົວເມືອງ:
“ຮ່າໂນ້ຍ ມີອະລິຍະທຳນັບພັນປີ, ມີຫຼາຍຮູບຫຼາຍແບບ ແມ່ນແຫ່ງເຕົ້າໂຮມ ແລະ ສ່ອງແສງສະຫວ່າງ. ສຳລັບຂ້າພະເຈົ້າແລ້ວ, ຮ່າໂນ້ຍ ມີອະນຸສອນຫຼາຍຢ່າງ, ແຕ່ຄວາມປະທັບໃຈກ່ຽວກັບຮ່າໂນ້ຍ ນັ້ນແມ່ນລັກສະນະຫຼາຍຮູບຫຼາຍແບບກ່ຽວກັບວັດທະນະທຳ ແລະ ຊາວຮ່າໂນ້ຍ. ຜ່ານສາຍຕາຂອງຂ້າພະເຈົ້າ, ຮູບພາບສາຍໄຟຟ້າມີຫຼາຍປັດໄຈຂອງຍຸກສະໄໝ, ຍັງມີຄວາມສັບສົນຢູ່, ດັ່ງນັ້ນໃນການພັດທະນາຕ້ອງມີຄວາມສົນໃຈ ແລະ ວາງແຜນກຳນົດໃຫ້ດີກ່ວາອີກ“.
(ພາບປະກອບ)
ຍ້ອນຮ່າໂນ້ຍ ມີຄວາມອຸດົມສົມບູນ, ຫຼາຍຮູບຫຼາຍສີກ່ຽວກັບວັດທະນະທຳ ແລະ ຊາວຮ່າໂນ້ຍ, ສະນັ້ນ, ສຳລັບຈິດຕະກອນແລ້ວ, ຮ່າໂນ້ຍ ບໍ່ພຽງແຕ່ໄດ້ສ້າງຄວາມຮູ້ສຶກ, ອາລົມຈິດຄວາມຮັກແພງເທົ່ານັ້ນ ຫາກຍິ່ງກ່ວານັ້ນແມ່ນ ເຂົາເຈົ້າຮັກແພງຮ່າໂນ້ຍ ແລະ ຝາກຝັງຄວາມຮັກນັ້ນເຖິງຊາວຫວຽດນາມ ແຕ່ລະຄົນຢູ່ພາຍໃນ ແລະ ຕ່າງປະເທດ, ດ້ວຍການຮັກສາຄວາມເກົ່າແກ່ໄວ້. ເຂົາເຈົ້າກໍ່ເຮັດໃຫ້ຮ່າໂນ້ຍ ກາຍເປັນນະຄອນທັນສະໄຫມກ່ວາອີກ, ດ້ວຍຄວາມນຶກຄິດ, ຫົວຄິດປະດິດສ້າງຂອງຕົນ. ຜ່ານພາບແຕ້ມແຕ່ລະແຜ່ນຂອງບັນດາຈິດຕະກອນ, ຜູ້ຊົມອາດຈະມີຄວາມນິດຄຶດສະເພາະກ່ຽວກັບຮ່າໂນ້ຍ ຈາກອະດີດຕະການເຖິງອະນາຄົດ./.