ໃນຈຳນວນຜະລິດຕະພັນວິຈິດຕະກຳນັບພັນຢ່າງທີ່ພວມນຳມາວາງສະແດງຢູ່ຫໍພິພິທະພັນວິຈິດສິນຫວຽດນາມນັ້ນ, ມີພາບແຕ້ມບໍ່ໜ້ອຍຖືກເປ່ເພ ຊຶ່ງຕ້ອງການຟື້ນຟູ. ໃນມໍ່ໆມານີ້, ພາບຂັດມັນ “ແມ່ ແລະ ລູກ” ຂອງນັກຈິດຈະກອນ ເລທິກິມແບກ ແລະ “ເຫຼົ້າໄຫ” ຂອງນັກຈິດຈະກອນ ກາເຄຊາມ ຖືກເປ່ເພຍ້ອນເງື່ອນໄຂດິນຟ້າອາກາດທີ່ບໍ່ດີ ໄດ້ຮັບການຟື້ນຟູຢ່າງສຳເລັດຜົນ.
ພາບຂັດມັນ “ແມ່ ແລະ ລູກ” ຂອງນັກຈິດຈະກອນ ເລທິກິມແບກ |
ສຳລັບພາບຂັດມັນ “ແມ່ ແລະ ລູກ” ຂອງນັກຈິດຈະກອນ ເລທິກິມແບກ ແລະ “ເຫຼົ້າໄຫ” ຂອງນັກຈິດຈະກອນ ກາເຄຊາມນັ້ນ, ຊັ້ນນອກຂອງພາບລ້ວນແຕ່ຖືກລອກອອກ, ຕ້ອງໄດ້ຮັບການຟື້ນຟູ ແລະ ທຳຄວາມສະອາດ. ຍ້ອນເຕັກນິກການແຕ້ມທີ່ແຕກຕ່າງກັນ, ດັ່ງນັ້ນ ການຟື້ນຟູພາບສິລະປະກຳ 2 ແຜ່ນນີ້ ໄດຮັບການປະຕິບັດ ດ້ວຍ 2 ວິທີ ແລະ ໃຊ້ວັດຖຸຕ່າງກັນ. ໃນການຟື້ນຟູ, ບັນດາຜູ້ຊ່ຽວຊານຂອງເຢັຍລະມັນ ແລະ ຫວຽດນາມໄດ້ເປີດຊຸດອົບຮົມຫຼາຍຊຸດເພື່ອຕີລາຄາ, ຖອດຖອນບົດຮຽນກ່ຽວກັບວິທີບູລະນະ ແລະ ດຳເນີນການຟື້ນຟູພາບສິລະປະກຳ ບາງແຜ່ນ. ນີ້ແມ່ນໝາກຜົນແຫ່ງການຮ່ວມມືລະຫວ່າງຫໍພິພິທະພັນວິຈິດສິນຫວຽດນາມ ແລະ ມະຫາວິທະຍາໄລວິຈິດສິນ Dresden ເຢັຍລະມັນ. ການຟື້ນຟູພາບຂັດມັນ “ແມ່ ແລະ ລູກ” ແລະ “ເຫຼົ້າໄຫ” ກໍໄດ້ຮັບການຊ່ວຍເຫຼືອຈາກບັນດາຜູ້ແຕ້ມ ເພື່ອຮັບປະກັນຮັກສາວິນຍານໃຫ້ພາບແຕ້ມ. ທ່ານເຈິນຕ້ຽນຢຸງ ຜູ້ອຳນວຍການສູນອະນຸລັກຮັກສາ, ຟື້ນຟູບັນດາຜະລິດຕະພັນວິຈິດຕະກຳ, ຫໍພິພິທະພັນວິຈິດສິນຫວຽດນາມ ໃຫ້ຮູ້ວ່າ ຈຳນວນຜະລິດຕະພັນວິຈິດຕະກຳ ທີ່ໄດ້ຮັບການຟື້ນຟູແມ່ນຍັງໜ້ອຍເກີນໄປ ແລະ ລ້ວນແຕ່ຂຶ້ນກັບການແບ່ງປັນບົດຮຽນ ແລະ ໜູນຊ່ວຍຈາກບັນດາຜູ້ຊ່ຽວຊານຕ່າງປະເທດ. ທ່ານເຈິນຕ້ຽນຢຸງ ຜູ້ອຳນວຍການສູນອະນຸລັກຮັກສາ, ຟື້ນຟູບັນດາຜະລິດຕະພັນວິຈິດຕະກຳ, ຫໍພິພິທະພັນວິຈິດສິນຫວຽດນາມ ເວົ້າວ່າ :
“ກ່ອນນີ້, ເມື່ອຍັງບໍ່ທັນໄດ້ດຳເນີນບັນດາຊຸດອົບຮົມ, ເຮັດວຽກກັບຜູ້ຊ່ຽວຊານຕ່າງປະເທດນັ້ນ, ພາບສິລະປະກຳສ່ວນຫຼາຍທີ່ຊັ້ນນອກຂອງມັນຖືກລອກອອກນັ້ນ, ການແກ້ໄຂແມ່ນບໍ່ສາມາດປະຕິບັດໄດ້ ຍ້ອນບໍ່ມີປະສົບການ. ທີ່ 2 , ທາງດ້ານວັດຖຸກໍຄືເຄື່ອງອຸປະກອນຮັບໃຊ້ການຟື້ນຟູກໍບໍ່ມີ. ເພາະສະນັ້ນ, ເມື່ອໄດ້ມີເຕັກນິກທີ່ກ້າວໜ້າພ້ອມກັບເຄື່ອງອຸປະກອນທີ່ທັນສະໄໝ, ພວກຂ້າພະເຈົ້າກໍໄດ້ນຳໃຊ້ ແລະ ຟື້ນຟູພາບສິລະປະເປັນຢ່າງດີ ”
ພາບສິລະປະກຳແຕ່ລະແຜ່ນທີ່ໄດ້ຮັບການຟື້ນຟູສຳເລັດ ກໍແມ່ນຂ່າວດີຂ່າວມ່ວນສຳລັບພື້ນຖານວິຈິດຕະກຳຫວຽດນາມ. ແຕ່ຈຳນວນພາບສິລະປະກຳທີ່ ພວມລໍຖ້າຟື້ນຟູ ແມ່ນຍັງຫຼາຍເກີນໄປ. ທ່ານນາງ Marina Langner ຜູ້ຊ່ຽວຊານດ້ານການຟື້ນຟູຜະລິດຕະພັນວິຈິດຕະກຳສັງກັດ ມະຫາວິທະຍາໄລວິຈິດສິນ Dresden ຖືວ່າ ການຟື້ນຟູທີ່ດີຕ້ອງໄປຄຽງຄູ່ກັບການອະນຸລັກຮັກສາເປັນຢ່າງດີ. ເພື່ອເຮັດ 2 ສິ່ງດັ່ງກ່າວໃຫ້ສົມບູນແບບນັ້ນ, ຕ້ອງກໍ່ສ້າງສູນຟື້ນຟູສະເພາະເພື່ອມີສິ່ງແວດລ້ອມປົກກະຕິທາງດ້ານອຸ່ນຫະພູມ, ຄວາມຊຸ່ມ. ເຮັດໄດ້ເຊັ່ນນັ້ນ, ບັນດາ ຜະລິດຕະພັນວິຈິດຕະກຳທີ່ໄດ້ຮັບການຟື້ນຟູຈະສາມາດຮັກສາຄຸນນະພາບທົນທານ. ທ່ານນາງ Marina Langner ຜູ້ຊ່ຽວຊານດ້ານການຟື້ນຟູຜະລິດຕະພັນວິຈິດຕະກຳສັງກັດ ມະຫາວິທະຍາໄລວິຈິດສິນ Dresden ເວົ້າວ່າ :
“ ສຳລັບການລົງທຶນດ້ານການເງິນ, ບາງຄັ້ງກໍບໍ່ສັບສົນ, ຍົກຕົວຢ່າງ ເມື່ອຟື້ນຟູ ຜະລິດຕະພັນວິຈິດຕະກຳໃດໜຶ່ງ, ກໍຕ້ອງຊື້ກ້ອງຈຸລະທັດເອເລັກໂຕນິກຊະນິດດີກ້ອງໜຶ່ງ. ບັນດາເພື່ອນຮ່ວມອາຊີບຫວຽດນາມເມື່ອໄປຮຽນຢູ່ເຢຍລະມັນ, ເຂົາເຈົ້າເຫັນວ່າ ຄວນມີກ້ອງຈຸລະທັດເອເລັກໂຕນິກຊະນິດດີ ຈຶ່ງສາມາເປະຕິບັດວຽກງານໄດ້ ”
ສຳລັບບັນດາຜູ້ຊ່ຽວຊານຢູ່ພາຍໃນປະເທດແລ້ວ, ວຽກງານຟື້ນຟູພາບສິລະປະກຳ ແມ່ນສິ່ງທ້າທາຍຢ່າງໃຫຍ່ຫຼວງ. ຈາກສະພາບຕົວຈິງຂອງວຽກງານອະນຸລັກຮັກສາບັນດາກິດຈະກຳ, ຜະລິດຕະພັນວິຈິດຕະກຳຢູ່ ເຫ້ວ, ທ່ານ ຟານແທງບີງ, ອະທິການບໍດີ ມະຫະວິທະຍາໄລສິລະປະກຳ ເຫ້ວ ໃຫ້ຮູ້ວ່າ :
“ ມາຮອດປະຈຸບັນ, ຂ້າພະເຈົ້າເຫັນວ່າ ຍິ່ງຄົ້ນຄ້ວາຢ່າງເລິກເຊິ່ງ ແລະ ເຂົ້າຮ່ວມບັນດາໂຄງການຟື້ນຟູຜະລິດຕະພັນວິຈິດຕະກຳ ຈຶ່ງເຫັນວ່າ ນີ້ແມ່ນວຽກງານທີ່ຫຍຸ້ງຍາກທີ່ສຸດ. ຖ້າຫາກຢູ່ຫວຽດນາມ, ຂະແໜງນີ້ໄດ້ຮັບການສ້າງຕັ້ງ ກໍແມ່ນຄວາມຈຳເປັນຕໍ່ການອະນຸລັກຮັກສາບັນດາມໍລະດົກວັດທະນະທຳຫວຽດນາມ ເວົ້າລວມ ແລະ ມໍລະດົກວິຈິດຕະກຳເວົ້າສະເພາະ. ເຫ້ວ ແມ່ນສູນກາງຂອງມໍລະດົກວັດທະນະທຳ, ໄດ້ຮັບການຮັບຮອງຈາກອົງການ UNESCO , ເມື່ອພວກຂ້າພະເຈົ້າສ້າງຕັ້ງຂະແໜງນີ້ ກໍມີຄວາມຈຳເປັນທີ່ສຸດໃນອະນາຄົດ ”
ຜົນສຳເລັດຈາກການຟື້ນຟູພາບຂັດມັນ “ແມ່ ແລະ ລູກ” ຂອງນັກຈິດຈະກອນ ເລທິກິມແບກ ແລະ “ເຫຼົ້າໄຫ” ຂອງນັກຈິດຈະກອນ ກາເຄຊາມ ແມ່ນການກະກຽມທີ່ມີລັກສະນະຍາວນານ ແນໃສ່ກໍ່ສ້າງຖັນແຖວພະນັກງານເຮັດວຽກງານບູລະນະຟື້ນຟູ ຜະລິດຕະພັນວິຈິດຕະກຳ ໃຫ້ແກ່ຫໍພິພິທະພັນ, ມຸ່ງໄປສູ່ການກໍ່ສ້າງ ແລະ ພັດທະນາສູນອະນຸລັກຮັກສາ, ບູລະນະຟື້ນຟູຜະລິດຕະພັນວິຈິດຕະກຳຂອງຫໍພິພິທະພັນກາຍເປັນສູນແຫ່ງຊາດກ່ຽວກັບການອະນຸລັກຮັກສາ, ບູລະນະ,ຟື້ນຟູຜະລິດຕະພັນວິຈິດຕະກຳ.