(VOVWORLD) -ເມື່ອເວົ້າເຖິງບັນດາໝູ່ບ້ານຜະລິດພາບພື້ນເມືອງຂອງ ຫວຽດນາມ ນັ້ນ, ແຂກທ່ອງທ່ຽວເຄີຍເຕື້ອງເຖິງພາບ ດົງໂຮ່ ໃນແຂວງ ບັກນິງ ຫຼື ພາບຮ່າງຈົ໊ງ ຢູ່ ຮ່າໂນ້ຍ, ແຕ່ມີບໍ່ເທົ່າໃດຄົນທີ່ຈະຮູ້ວ່າຢູ່ດິນແດນນະຄອນຫຼວງ ຮ່າໂນ້ຍ ກໍ່ຍັງມີພາບ ກີມຮວ່າງ ຢູ່ຕາແສງ ເວິນແກງ ເມືອງ ຮວ່າຍດຶກ. ຜ່ານການຜັນແປຂອງປະຫວັດສາດ, ພາບ ກີມຮວ່າງ ມີບາງຄັ້ງບາງຄາວຄິດວ່າຖືກຫຼົງລືມໄປ ແຕ່ປັດຈຸບັນດ້ວຍຄວາມຕັດສິນໃຈຮັກສາ ແລະ ຟື້ນຟູວັດທະນະທຳ ຂອງບ້ານເກີດເມືອງນອນ, ຊາວບ້ານ ເວິນແກງ ໄດ້ຟື້ນຟູພາບປະເພດທີ່ເປັນເອກະລັກນີ້
ພາບໄກ່ໃນຈຳນວນພາບພື້ນເມືອງກິມຮ່ວາງ |
ພາບພື້ນເມືອງ ກີມຮວ່າງ ໄດ້ປະກົດຕົວໃນເຄິ່ງທ້າຍສະຕະວັດທີ XVIII. ຊາວບ້ານ ກີມຮວ່າງ ຕົ້ນຕໍແມ່ນບັນດາຜູ້ອົບພະຍົບຈາກ ແທັງຮ໊ວາ ມາຍັງພາກເໜືອເມື່ອປີ 1701, ເຊິ່ງລວມມີສອງໝູ່ບ້ານຄື ກີມບ໋າງ ແລະ ຮວ່າງບ໋າງ. ເມື່ອເຫັນວ່າພາບ ດົງໂຮ່, ພາບ ຮ່າງຈົ໊ງ ພຽງສາມາດສະໜອງຢ່າງພຽງພໍໃຫ້ແກ່ ຮ່າໂນ້ຍ, ບັກຢາງ, ບັກນິງ ແລະ ຫ໋າຍເຢືອງ ເທົ່ານັ້ນ ພ້ອມທັງບໍ່ແທດເໝາະກັບຊາວກະສິກອນ ນັບທັງທາງດ້ານຄວາມປານີດ ແລະ ເງິນໃຊ້ຈ່າຍຂອງຊາວກະສິກອນຢ່າງແທ້ຈິງນັ້ນ, ຊາວບ້ານ ກີມຮວ່າງ ໄດ້ຕັດສິນໃຈຜະລິດອອກພາບປະເພດໃໝ່ ເຊິ່ງມີການປະສານສົມທົບລະຫວ່າງເຕັກນິກ ແລະ ຄວາມປານີດຈາກພາບພື້ນເມືອງ ສອງປະເພດດັ່ງກ່າວ. ວົງຕະກຸນ ຫງວຽນສີ ແລະ ຫງວຽນເຖ ແມ່ນສອງວົງຕະກຸນນຳໜ້າ ໃນການຜະລິດພາບ ກີມຮວ່າງ. ໃນສະຕະວັດທີ XIX, ພາບ ກີມຮວ່າງ ໄດ້ຂະຫຍາຍຕົວຢ່າງແຂງແຮງ, ແຕ່ເລີ່ມສູນຫາຍໄປພາຍຫຼັງໄພນ້ຳຖ້ວມເມື່ອປີ 1915, ແມ່ພິມຫຼາຍແຜ່ນຂອງໝູ່ບ້ານໄດ້ຖືກສູນເສຍ. ຮອດປີ 1945, ທັງໝູ່ບ້ານ ກີມຮວ່າງ ກໍ່ບໍ່ມີໃຜຜະລິດພາບອີກແລ້ວ. ທ່ານ ຫງວຽນສີຕ໊ຽນ ປີນີ້ອາຍຸເກືອບ 60 ປີແລ້ວ ໃຫ້ຮູ້ວ່າ:
“ອາຊີບເຮັດພາບພື້ນເມືອງນີ້ ໄດ້ມີມາແຕ່ດົນນານແລ້ວ. ຄາວຍັງນ້ອຍຂ້າພະເຈົ້າ ກໍ່ໄດ້ຟັງພວກພໍ່ຕູ້ແມ່ຕູ້ເລົ່າ ກ່ຽວກັບການຜະລິດບັນດາປະເພດພາບພື້ນເມືອງນີ້. ວົງຕະກຸນຂ້າພະເຈົ້າໄດ້ເລີ່ມຕົ້ນດ້ວຍປະເພດພາບພື້ນເມືອງນີ້. ປີ 1945 ປະເທດ ຫວຽດນາມ ໄດ້ປະສົບກັບໄພອຶດຫິວ, ມີແມ່ພິມພາບພື້ນເມືອງບາງແຜ່ນ ໄດ້ຖືກນ້ຳມ້ວນໄປ ຍ້ອນໄພນ້ຳຖ້ວມ ແລະ ນັບແຕ່ນັ້ນມາຮອດປັດຈຸບັນ ອາຊີບນີ້ໄດ້ຖືກສູນຫາຍແລ້ວ”.
ອ້າຍ ດ່າວດິ່ງຈຸງ ນັກສິລະປະການຜະລິດພາບ ກີມຮວ່າງ ເຊິ່ງແມ່ນຜູ້ທຳອິດໄດ້ສ້າງພື້ນຖານ ເພື່ອຟື້ນຟູພາບ ກີມຮວ່າງ ແບ່ງປັນວ່າ: ໃນສາມປີທີ່ຜ່ານມາ, ລາວ ແລະ ທຸກໆຄົນໄດ້ມີບັນດາບາດກ້າວທຳອິດ ເພື່ອສາມາດຟື້ນຟູປະເພດພາບພື້ນເມືອງນີ້. ຈາກບັນດາພາບທີ່ເກົ່າແກ່ຍັງຖືກເກັບຮັກສາຢູ່ຫໍພິພິທະພັນວິຈິດຕະກຳ ຫວຽດນາມ ແລະ ຂອງຜູ້ເກັບກຳພາບຄົນໜຶ່ງຢູ່ ຝະລັ່ງ, ອ້າຍ ຈຸງ ພ້ອມກັບບັນດາຜູ້ຮ່ວມງານ ໄດ້ມີແນວຄວາມຄິດຟື້ນຟູ ປະເພດພາບພື້ນເມືອງນີ້. ອ້າຍ ດ່າວດິ່ງຈຸງ ເວົ້າວ່າ:
“ມີພາບຫຼາຍແຜ່ນທີ່ແຕກຕ່າງກັນປະມານ 60 ແຜ່ນ. ກ່ອນອື່ນໝົດພວກຂ້າພະເຈົ້າຄ່ອຍໆຟື້ນຟູ ແລະ ໃຫ້ບຸລິມະສິດແກ່ພາບໂຕໄກ່ ແລະ ໂຕໝູເສຍກ່ອນ ເພາະໄດ້ຖືກສູນຫາຍໄປມາແຕ່ດົນນານແລ້ວ, ປັດຈຸບັນເຮົາຟື້ນຟູພາບສອງຢ່າງນີ້ ແມ່ນເພື່ອຮັບໃຊ້ຜູ້ນິຍົມຫຼິ້ນພາບພື້ນເມືອງ. ເຮົາຕ້ອງຊອກຮູ້ບັນດາຈຸດທີ່ພົ້ນເດັ່ນ ເພື່ອຜະລິດພາບ ກີມຮວ່າງ, ຕ້ອງສັງເກດເບິ່ງວ່າມັນມີຄວາມແຕກຕ່າງກັບພາບປະເພດອື່ນ ຂອງໝູ່ບ້ານອື່ນໆ ຫຼືບໍ່, ແຕ່ເມື່ອຊອກຮູ້ຢ່າງລະອຽດພາບຂອງໝູ່ບ້ານເຮົາ ແລະ ເມື່ອສົມທຽບກັບພາບຂອງບ້ານອື່ນໆກໍ່ເຫັນວ່າ ພາບ ກີມຮວ່າງ ມີວາດແຕ້ມທີ່ເປັນເອກະລັກສະເພາະ”.
ໂດຍມີຄວາມແຕກຕ່າງກັນກັບພາບ ດົງໂຮ່ ແລະ ພາບ ຮ່າງຈົ໊ງ ທີ່ຖືກພິມໃສ່ເຈ້ຍຂາວນັ້ນ, ພາບ ກີມຮວ່າງ ພັດຖືກພິມໃສ່ເຈ້ຍສາ ນີ້ກໍ່ແມ່ນຈຸດທີ່ພົ້ນເດັ່ນທີ່ສຸດ ຂອງພາບ ກີມຮວ່າງ ເມື່ອທຽບໃສ່ບັນດາປະເພດພາບພື້ນເມືອງອື່ນໆ. ເຈ້ຍເພື່ອນຳໃຊ້ເຂົ້າໃນການເຮັດພາບ ກີມຮວ່າງ ລວມມີສາມສີ ເຊິ່ງຕົ້ນຕໍແມ່ນສີແດງ, ສີບົວ ແລະ ສີສົ້ມ. ຫົວເລື່ອງຂອງປະເພດພາບພື້ນເມືອງນີ້ ສ່ວນຫຼາຍແມ່ນບັນດາຮູບພາບທີ່ລື້ງເຄີຍ, ໃກ້ຊິດຕິດພັນກັບຊີວິດ ຂອງຊາວກະສິກອນເຊັ່ນ: ພາບໄກ່, ພາບໝູ, ພາບຊີວິດເຂດບ້ານນາ… ບັນດາຫົວເລື່ອງຂອງພາບ ກີມຮວ່າງ ກໍ່ມີຫຼາຍຮູບຫຼາຍສີ ສາມາດຕອບສະໜອງທັງທາງດ້ານພາບບຸນເຕັດ ແລະ ທັງພາບບູຊາ. ທ່ານ ຫງວຽນສີຕ໊ຽນ ໃຫ້ຮູ້ຕື່ມອີກວ່າ:
“ວັດຖຸດິບ ເພື່ອເຮັດພາບ ກີມຮວ່າງ ແມ່ນເອົາມາຈາກພາບທຳມະຊາດ. ສຳລັບແມ່ພິມພາບ ແມ່ນເຮັດຕາມແບບແມ່ພິມເກົ່າທີ່ຍັງເຫຼືອ ແລະ ບູລະນະຈາກແມ່ພິມເກົ່າ, ຫຼັງຈາກນັ້ນ ກໍ່ໄດ້ນຳໄປໝູ່ບ້ານ ດົງໂຮ່ ເພື່ອເຮັດແມ່ພິມ, ເພາະວ່າພວກຂ້າພະເຈົ້າຍັງມີນາຍຊ່າງບໍ່ເທົ່າຄົນ ທີ່ສາມາດເຮັດແມ່ພິມໄດ້. ສຳລັບເຈ້ຍກໍ່ແມ່ນນຳໃຊ້ເຈ້ຍສາ”.
ເດືອນ ສິງຫາ ປີ 2016 ງານສະແດງພາບພື້ນເມືອງ ທີ່ພົ້ນເດັ່ນຢູ່ ຫວຽດນາມ ເຊິ່ງຈັດຂຶ້ນຢູ່ຫໍພິພິທະພັນວິຈິດຕະກຳຢູ່ ຫວຽດນາມ ນັ້ນ, ເປັນຄັ້ງທຳອິດ ພາຍຫຼັງເກືອບສະຕະວັດ, ຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ເຫັນປະຈັກຕາພາບພື້ນເມືອງຂອງ ຫວຽດນາມ. ໃນນັ້ນພາບ ກີມຮວ່າງ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ຍ້ອນຄວາມເປັນເອກະລັກສະເພາະ, ໃໝ່ອ່ຽມເມື່ອທຽບໃສ່ບັນດາປະເພດພາບອື່ນໆ. ການຟື້ນຟູປະເພດພາບພື້ື້ນເມືອງ ກີມຮວ່າງ ແມ່ນການເພີ່ມເຕີມທີ່ຈຳເປັນ ຂອງສາງວັດທະນະທຳສິລະປະພື້ນເມືອງ ທີ່ມີຫຼາຍຮູບຫຼາຍສີ ເຊິ່ງແມ່ນມູນມໍລະດົກອັນລ້ຳຄ່າ ແລະ ເຕັມໄປດ້ວຍສີສັນຊາດ ຫວຽດນາມ.