ລາຍການຟ້ອນບາດເຢີດ
|
ວາດຟ້ອນພະລາດຊະວັງ ຫຼືເອີ້ນວ່າ ຟ້ອນບາດເຢີດ ແມ່ນເຄີຍຖືກປະຊາຊົນໃນ ຕາແສງ ອານເຄ, ເມືອງ ກີງຟຸ ແຂວງ ທ້າຍບີງ ສະແດງໃນໂອກາດຈັດງານບຸນ ຍາມຕົ້ນປີ. ຟ້ອນບາດເຢີດໄດ້ປະກົດຂຶ້ນຢູ່ອານເຄກ່ອນນີ້ນັບຮ້ອຍປີ, ແລະ ໃນ 10 ປີມານີ້, ຟ້ອນບາດເຢີດ ຫາກໍຖືກຊາວທ້າຍບີງ ຟື້ນຟູ ແລະ ທຳການສະແດງໃນໂອກາດລະດູບານໃໝ່ວຽນມາໃນແຕ່ລະປີ.
ຟ້ອນບາດເຢີດແມ່ນມີລັກສະນະຂອງວາດຟ້ອນພະລາດຊະວັງ ໂດຍຖືກສະແດງເມື່ອປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມອີ່ມໜຳສຳລານ. ວາດຟ້ອນດັ້ງເດີມຢູ່ພະລາດຊະວັງມີ ນັກຟ້ອນ 64 ຄົນ, ຖືກແບ່ງເປັນ 8 ແຖວ, ແຕ່ລະແຖວມີ 8 ຄົນ. ຍ້ອນວາດຟ້ອນບາດເຢີດ ຖືກສູນຫາຍໄປເປັນໄລຍະຍາວນານ, ດັ່ງນັ້ນ, ປະຊາຊົນໃນຕາແສງບ້ານນາ ອານເຄ ຕ້ອງສຸມເຫື່ອແຮງຄົ້ນຄ້ວາ ຊອກຫາບັນດານັກຟ້ອນອາຍຸສູງ ຊຶ່ງເຄີຍເຂົ້າຮ່ວມກອງຟ້ອນບາດເຢີດເມື່ອກ່ອນນີ້ ເພື່ອຟື້ນຟູ. ມາຮອດປະຈຸບັນ, ຊາວບ້ານສ່ວນຫຼາຍກໍລ້ວນແຕ່ມັກໄປຮ່ວມງານບຸນເພື່ອໄດ້ເຊື່ືອມຕົວເຂົ້າໃນບັນຍາກາດຂອງວາດຟ້ອນພະລາດຊະວັງອັນເປັນປະເພນີ. ແມ່ຕູ້ ໂດ້ທິຖິ້ງ ອາຍຸ 73 ປີ, ຜູ້ໄດ້ເຂົ້າຮ່ວມການຖ່າຍທອດຟ້ອນບາດເຢີດໃຫ້ພວກລູກຫຼານໃນໝູ່ບ້ານເລົ່າຄືນສູ່ຟັງວ່າ :
“ ຄາວມີອາຍຸ 14 ປີ, ຂ້າພະເຈົ້າໄດ້ເລີ່ມແອບຟ້ອນແລ້ວ. ໃນໝູ່ບ້ານມີຜູ້ເຖົ້າ 2 ຄົນຮັບຜິດຊອບການສິດສອນ, ຖ່າຍທອດຄືນໃຫ້ໄວໜຸ່ມ. ແຕ່ປະຈຸບັນ, ມີຜູ້ໜຶ່ງໄດ້ເສຍຊີວິດໄປແລ້ວ. ໃນໝູ່ບ້ານປະຈຸບັນ, ຜູ້ຟ້ອນເປັນແມ່ນ ເຫຼືອບໍ່ເທົ່າໃດຄົນ”
ແມ່ຕູ້ ໂດ້ທິຖິ້ງ ໃຫ້ຮູ້ວ່າຟ້ອນບາດເຢີດແມ່ນຖືກແບ່ງເປັນຫຼາຍຕອນ, ດັ່ງນັ້ນ ກ່ອນທີ່ດຳເນີນລາຍການສະແດງ, ບັນດາຜູ້ເຂົ້າຮ່ວມຕ້ອງສະຫງວນເວລາ 2 ເດືອນເພື່ອແອບລວງໜ້າ. ແມ່ຕູ້ ໂດ້ທິຖິ້ງ ເວົ້າວ່າ :
“ວາດຟ້ອນບາດເຢີດ ແມ່ນມີ 4 ຈຸ. ທຳອິດແມ່ນຟ້ອນຕາມຕົວໜັງສື, ຕໍ່ມາແມ່ນຟ້ອນຕາມຮູບດອກໄມ້, ຟ້ອນພື້ນເມືອງ, ສຸດທ້າຍແມ່ນຟ້ອນເທວະດາ. ຟ້ອນພະລາດຊະວັງແມ່ນມີນັກຟ້ອນ 32 ຄົນ, ສ່ວນຟ້ອນພື້ນເມືອງແມ່ນມີພຽງ 16 ຄົນ”
ໄລຍະກ່ອນນີ້, ວາດຟ້ອນ ບາດເຢີດ ໂດຍແມ່ນພວກນາງສາວງາມຍັງເປັນໂສດເປັນຜູ້ສະແດງ. ສ່ວນໃນປະຈຸບັນ, ຍ້ອນເງື່ອນໄຂຕົວຈິງ ດັ່ງນັ້ນການເລືອກເອົາຜູ້ເຂົ້າຮ່ວມການຟ້ອນກໍຖືກເປີດກ້ວາງ, ບໍ່ຈຳເປັນຕ້ອງແມ່ນສາວອີກແລ້ວ. ນາງ ດວານທິຮວາ ໃຫ້ຮູ້ວ່າ :
“ວາດຟ້ອນນີ້ແມ່ນມີມາແຕ່ດົນນານແລ້ວ, ມີບາງໄລຍະໄດ້ຖືກສູນຫາຍໄປແລ້ວ. ພວກຂ້າພະເຈົ້າໄດ້ຟື້ນຟູ ວາດຟ້ອນນີ້ມາໄດ້ 8 ປີແລ້ວ, ແລະ ນັບແຕ່ນັ້ນເປັນຕົ້ນມາ, ພວກຂ້າພະເຈົ້າໄດ້ເຄື່ອນໄຫວເປັນປະຈຳ. ພວກເອື້ອຍນ້ອງແມ່ຍິງໃນກອງ ແມ່ນໄດ້ເປີດ 2 ຊຸດຮຽນຟ້ອນ, ຊຸດໜຶ່ງແມ່ນໄວໜຸ່ມ, ແລະ ອີກຊຸດໜຶ່ງແມ່ນໄວອາຍຸກາງ. ພວກແມ່ຍິງໄວກາງແມ່ນເຄືອ່ນໄຫວເປັນປະຈຳ, ສ່ວນຊຸດຮຽນສຳລັບໄວໜຸ່ມແມ່ນໄຊ້ເວລາໜ້ອຍກ່ວາ ຍ້ອນພວກເຂົາຕ້ອງຄ່າຮຽນໜັງສື ”
ນາງ ຮວາແມ່ນຄົນໜຶ່ງໃນຈຳນວນໜ້ອຍຄົນຢູ່ຕາແສງ ອານເຄ ສາມາດຂັບຮ້ອງຕາມຈັ່ງຫວະ ວາດຟ້ອນບາດເຢີດ. ມັນບໍ່ຄືກັບ ຂັບແຈວ, ຂັບຮ້ອງໃນພິທີບູຊາ, ຂັບຮ້ອງໃນ ວາດຟ້ອນບາດເຢີດແມ່ນຂັບຕາມຄຳເລົ່າຂານສືບທອດກັນມາຈາກເສັ່ນຄົນນີ້ສູ່ເສັ່ນຄົນອື່ນ. ນາງ ດວານທິຮວາ ໃຫ້ຮູ້ອີກວ່າ : (ເທບ)
“ ໃນເບື້ອງຕົ້ນແມ່ນຍາກຫຼາຍ. ທຳນອງຂັບຮ້ອງໃນ ວາດຟ້ອນບາດເຢີດ ແມ່ນບໍ່ຄືກັບຂັບແຈວ. ທຳນອງຂັບຮ້ອງໃນພິທີບູຊາ ແມ່ນຂັບສະບາຍກ່ວາ. ໃນຊຸດຮຽນຂອງພວກຂ້າພະເຈົ້າ, ມີພຽງແຕ່ຂ້າພະເຈົ້າແມ່ນຂັບຖືກກັບຈັ່ງຫວະຟ້ອນ ເທົ່ານັ້ນ”
ລຸງ ຫງວຽນຢີ ຜູ້ເຂົ້າຮ່ວມກອງເສບເຄື່ອງດົນຕີໃຫ້ຮູ້ວ່າ ເລື່ອງຊອກຫາຜູ້ຂັບເປັນ, ແມ່ນຍາກຢູ່ແລ້ວ, ແຕ່ການຊອກຫາຜູ້ເສບເຄື່ອງດົນຕີແມ່ນຍິ່ງຍາກກ່ວານີ້ອີກ. ລຸງ ຫງວຽນຢີ ໃຫ້ຮູ້ວ່າ :
“ ວົງດົນຕີແມ່ນປະກອບພຽງແຕ່ ກອງ, ກະລໍ...ເຄື່ອງຕົນຕີແມ່ນມີພຽງບໍ່ເທົ່າໃດ, ແຕ່ເມື່ອຫຼິ້ນບົດດົນຕີ ພັດສ້າງຄວາມຟົດຟື້ນໃນວາດຟ້ອນ. ເຮັດແນວໃດເມື່ອເສບເຄື່ອງດົນຕີ ຕ້ອງເຮັດໃຫ້ຜູ້ຟັງ, ຜູ້ຊົມບໍ່ເບື່ອໜ່າຍ ຈຶ່ງແມ່ນຄວາມເກັ່ງກ້າສາມາດຂອງຜູ້ເສບເຄື່ອງດົນຕີ ”
ນັກຟ້ອນໃນວາດຟ້ອນບາດເຢີດ ເຄີຍນຸ່ງຊຸດອາພອນປະເພນີ, ຫົວຖືໝວກ ຕິດໂຄມໄຟ 3 ໜ່ວຍເພາະມັກຟ້ອນໃນຍາມຄ່ຳລົງມາ. ໂຄມໄຟໄດ້ແຜ່ລັດສະໝີອັນຫຍິບຫຍັບມະຫັດສະຈັນ ແລະ ເລື່ອນລອຍຕາມຈັ່ງຫວະວາດຟ້ອນ.
ແຕ່ລະເທື່ອເມື່ອງານບຸນຖືກຈັດຂຶ້ນໃນໝູ່ບ້ານ ອານເຄ, ວາດຟ້ອນບາດເຢີດ ອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນການໂຮມຍອດຍິ່ງດ້ານຈິນຕະນາການທີ່ມີຫົວຄິດປະດິດສ້າງຂອງຊາວກະສີກອນຜູ້ອອກແຮງງານ, ພ້ອມທັງຍ້ອງຍໍສັນລະເສີນຊີວິດທີ່ອີ່ມໜຳສຳລານ ແລະ ສົມບູນພຸນສຸກຂອງຊາວບ້ານອີກດ້ວຍ.