(vovworld)- ຕໍ່ຫນ້າບັນດາປະເພດພາຫະນະສື່ມວນຊົນພວມພັດທະນາຢ່າງກະໂດດຂັ້ນຄືປະຈຸບັນ, ແຕ່ມີບາງຄົນຍັງຄົງສຸດຈິດສຸດໃຈກັບການເກັບຮັກສາຫນັງສືພິມ, ປື້ມເກົ່າ. ສຳລັບເຂົາເຈົ້າແລ້ວ ວຽກງານນີ້ ບໍ່ພຽງແຕ່ແມ່ນຄວາມເມົາມົວເທົ່ານັ້ນ ຫາກຍັງຢາກຮັກສາບັນດາສິ່ງຍອດຢ້ຽມພູມປັນຍາຂອງຊາດໄວ້ອີກດ້ວຍ ແລະ ທ່ານ ຟານຈາກແກ໋ງ ຊາວນະຄອນຫລວງ ຮ່າໂນ້ຍ ກໍແມ່ນຫນຶ່ງໃນບັນດາຜູ້ເກັບຮັກສາປື້ມເກົ່າດັ່ງກ່າວ.
ທ່ານ ຟານຈາກແກ໋ງຜູ້ເກັບຮັກສາປື້ມເກົ່າ
ພາບ:internet
|
ກົງກັນຂ້າມກັບບັນຍາກາດການຊື້ຂາຍອຶກກະທຶກຄຶກໂຄມໃນຖະຫນົນຫລາຍສາຍຢູ່ຮ່າໂນ້ຍ, ເຮືອນເລກ 5 ຖະຫນົນ ບາດດານ ໂດຍທ່ານ ຟານຈາກແກ໋ງ ໄດ້ນຳໃຊ້ເພື່ອເປັນບ່ອນເກັບຮັກສາປື້ມ. ເມື່ອເຂົ້າໄປໃນເຮືອນ, ທ່ານຈະພົບເຫັນປື້ມໄດ້ລຽນກອງກັນຂຶ້ນສູງກວ່າຄົນ. ປື້ມເກົ່າທີ່ທ່ານ ແກ໋ງ ເກັບຮັກສາແມ່ນມີຫລາຍປະເພດ, ບໍ່ສາມາດນັບ ໄດ້ ພຽງແຕ່ໄລ່ຕາມນ້ຳຫນັກ. ພາຍຫລັງກວ່າ 30 ປີທີ່ສະຫນິດຕິດພັນກັບວຽກງານເກັບຮັກສາປື້ມ, ທ່ານ ແກ໋ງສາມາດຈື່ລາຍລະອຽດບັນດາປື້ມທີ່ມີຄຸນຄ່າຜ່ານແຕ່ລະໄລຍະ. ພິເສດ ໃນສາງປື້ມທີ່ລ້ຳຄ່າຂອງຕົນ, ທ່ານ ແກ໋ງ ມີຄວາມເອົາໃຈໃສ່ເປັນພິເສດເຖິງຊຸດປື້ມກ່ຽວກັບ ພູມສາດ, ປະຫວັດສາດ ຫວຽດນາມ ຈາກແຂວງ ຮ່າຢາງ ຕະຫລອດຮອດ ແຫລມກາເມົາ; ຊຸດປື້ມ ກ່ຽວກັບ 54 ຊົນເຜົ່າສ່ວນຫນ້ອຍຢູ່ຫວຽດນາມ ແລະ ລາຍງານສະຖິຕິປະຈຳປີ ຫວຽດນາມ ແຕ່ປີ 1953 ຮອດປີ 2014. ບໍ່ພຽງແຕ່ເກັບຮັກສາປື້ມເທົ່ານັ້ນ, ທ່ານ ແກ໋ງ ຍັງເກັບຮັກສາຫນັງສືພິມ, ວາລະສານ ຫວຽດນາມຫລາຍປະເພດອີກດ້ວຍ. ສຳລັບທ່ານແກ໋ງແລ້ວ, ການເກັບຮັກສາປື້ມເກົ່າແມ່ນຄວາມເມົາມົວມາແຕ່ດົນນານແລ້ວ.
“ເມື່ອຂ້າພະເຈົ້າໄປຊອກຫາປື້ມເກົ່າຍາມໃດກໍຄິດຢູ່ສະເຫມີວ່າປື້ມມີວິນຍານ. ຕົນເອງມີຊຸດປື້ມມີ 3 ເຫລັ້ມ, ແຕ່ຂາດເຫລັ້ມຫນຶ່ງ ຕ້ອງໄປຊອກຊື້ຢູ່ຮ້ານຂາຍປື້ມຕ່າງໆຫລືຊອກຊື້ຈາກຜູ້ອ່ານ, ຜູ້ທີ່ບໍ່ຕ້ອງການປື້ມນັ້ນແລ້ວ ເຂົາເຈົ້າພັດເອົາມາຂາຍໃຫ້ ຂ້າພະເຈົ້າ. ແຕ່ລະມື້ ຂ້າພະເຈົ້າຍາດເວລາສ່ວນຫລາຍໃຫ້ວຽກງານເກັບຮັກສາປື້ມເກົ່າ.”
ໂດຍແມ່ນພາລະກອນຂອງຫໍສະໝຸດໃນມະຫາວິທະຍາໄລສັງລວມ, ທ່ານຟານຈາກແກ໋ງ ມີເວລາຫລາຍເພື່ອສຳຜັດກັບປື້ມ ແລະ ມີເງື່ອນໄຂເກັບຮັກສາປື້ມເກົ່າແຕ່ລະຫົວ ຊື່ງຜູ້ອ່ານບາງເທື່ອບໍ່ມີຄວາມຕ້ອງການອີກ ຫລືຊື້ຈາກຜູ້ເກັບອຸປະກອນເສດເຫລືອ. ກ່ອນນີ້ ຊື້ປື້ມເກົ່າບໍ່ສຍເງິນຫລາຍ ແຕ່ວ່າຕ້ອງເສຍເວລາໃນການຄັດເລືອກ, ຊອກໃຫ້ຕົນເອງປື້ມທີ່ມີຄຸນຄ່າ. ບັນດາຊຸດປື້ມຄື: ວາລະສານນາມຟອງ, ວາລະສານ ອິນດູຈີນ ທ່ານລ້ວນແຕ່ຊື້ດ້ວຍລາຄາເໝາະສົມ. ທ່ານນາງ ດາວທິໝາວ, ເມຍຂອງທ່ານແກ໋ງ ເລົ່າສູ່ຟັງວ່າ: ໄລຍະເກື້ອກູນ, ການກິນການຢູ່ຍັງຫຍຸ້ງຍາກລຳບາກຫລາຍ, ແຕ່ທ່ານນາງ ຍາມໃດກໍສະຫນັບສະຫນູນຄວາມເມົາມົວຂອງຜົວ.
“ຄອບຄົວຂ້າພະເຈົ້າມີລູກຫລາຍຄົນ, ຕົນເອງຕ້ອງເຮັດອາຊີບເສີມເພື່ອຫາເງິນລ້ຽງລູກ. ສ່ວນທ່ານແກ໋ງ ສຸມໃສ່ຄົ້ນຄ້ວາ, ເກັບຮັກສາປື້ມ ສະນັ້ນ ກໍ່ບໍ່ມີເວລາຊ່ວຍເຫລືອໃຫ້ຄອບຄົວໄດ້ປານໃດ. ເງິນເດືອນຂອງທ່ານແກ໋ງສ່ວນຫລາຍໄດ້ນຳໃຊ້ເພື່ອຊື້ປື້ມ.”
ທ່ານແກ໋ງ ເວົ້າວ່າ: ຊີວິດຂອງທ່ານໄດ້ແບ່ງເປັນ 2 ໄລຍະ, ໄລຍະຫນຶ່ງແມ່ນປະກອບກຳລັງເຫື່ອແຮງຮັບໃຊ້ລັດ, ສັງຄົມ. ໄລຍະ2 ແມ່ນເວລາອອກກິນເບ້ຍບຳນານ ທ່ານສືບຕໍ່ວຽກງານເກັບຮັກສາປື້ມເກົ່າ ດ້ວຍຄວາມປາດຖະຫນາຢາກຊ່ວຍເຫລືອນັກສຶກສາ ແລະ ບັນດານັກຄົ້ນຄ້ວາມີບ່ອນຊອກຫາເອກະສານ. ທ່ານແກ໋ງ ກໍມີຄວາມພຶງພໍໃຈເພື່ອຕັ້ງຮ້ານຂາຍປື້ມ ດ້ວຍລະບົບເອກະສານລະດັບສາກົນ. ມີນັກຄົ້ນຄ້ວາມາຈາກຕ່າງປະເທດຫລາຍຄົນໄດ້ຊອກຫາຮ້ານຂາຍປື້ມຂອງທ່ານແກ໋ງ ເພື່ອຊອກຫາເອກະສານກ່ຽວກັບນະຄອນຫລວງ ຮ່າໂນ້ຍ, ກ່ຽວກັບປະເທດຫວຽດນາມ. ມີຜູ້ອ່ານຄົນຫນຶ່ງໄດ້ຂຽນຈົດໝາຍຝາກມາໃຫ້ທ່ານແກ໋ງ ໂດຍເອີ້ນທ່ານວ່າ: “ຜູ້ຈົ່ງຮັກພັກດີຂອງອະດີດຕະການ, ຂອງຍຸກປະຈຸບັນ ແລະ ອະນາຄົດ”. ມີນັກໂທດຜູ້ຫນຶ່ງໄດ້ສົ່ງຈົດໝາຍ ຢາກຂໍປື້ມຈາກທ່ານ ເພື່ອຝືກຝົນຫລໍ່ຫລອມຕົນເອງກາຍເປັນຄົນດີ ແລະ ຢາກເຮັດສິ່ງໃດຫນຶ່ງທີ່ມີປະໂຫຍດຕໍ່ຕົນເອງ ແລະ ໝູ່ເພື່ອນພວມປະຕິບັດໂທດ. ສອງຜົວເມຍທ່ານໄດ້ຊອກບັນດາປື້ມມີຫົວຂໍ້ວ່າ: “ດຳລົງຊີວິດແບບລຽບງ່າຍ”, “ເຈດຈຳນົງໃນຊີວິດ”, … ເພື່ອສົ່ງໃຫ້ຊາວຫນຸ່ມຜູ້ທີ່ພວມຢູ່ໃນຄ້າຍຄຸ້ມຂັງ ດ້ວຍຄວາມຫວັງວ່າ ນັກໂທດຜູ້ນີ້ຈະຊອກໄດ້ຄວາມໝາຍໃຫ້ແກ່ຊີວິດ. ສ່ວນ ທ່ານ ເລສີຕື, ຜູ້ທີ່ເຄີຍມາຮ້ານຂາຍປື້ມນີ້ໃຫ້ຮູ້ວ່າ: ຈາກຮ້ານປື້ມນີ້, ທ່ານມີຄວາມເມົາມົວກັບວັນນະຄະດີ ແລະ ກາຍເປັນອາຈານສອນວັນນະຄະດີ.
“ໄລຍະພວກຂ້າພະເຈົ້າໄປໂຮງຮຽນ ປື້ມບໍ່ມີຫລາຍ, ຢາກຊອກປື້ມຫົວຫນຶ່ງຕ້ອງເຂົ້າຫໍສະໝຸດ ແລະ ຕ້ອງເຮັດລະບຽບການ. ໃນຄາວນັ້ນ ຮ່າໂນ້ຍ ມີຮ້ານຂາຍປື້ຶ້ມຫນຶ່ງດຽວ ນັ້ນແມ່ນ ຮ້ານຂາຍປື້ມ ຮ່າໂນ້ຍ -ໄຊງ່ອນຢູ່ຖະຫນົນ ຈ່າງທີ. ຢາກມາຊື້ຢູ່ຮ້ານນີ້ຕ້ອງມີເງິນ. ສະນັ້ນ ຂ້າພະເຈົ້າຊອກມາຮ້ານຂາຍປື້ມຂອງທ່ານແກ໋ງເພື່ອອ່ານ, ຊ້ຳບໍ່ໜຳຍັງໄດ້ຢືມເມືອເຮືອນໂດຍບໍ່ຕ້ອງເສຍເງິນ. ທ່ານແກ໋ງ ຮູ້ວ່າ ແມ່ນນັກສຶກສາ, ນັກຮຽນທຸກຍາກ ສະນັ້ນ ຈຶ່ງບໍ່ເກັບເງິນ.”
ສາດສະດາຈານ Takao ຊາວຍີ່ປຸ່ນ, ຜູ້ເຄີຍມາຊອກປື້ມຢູ່ຮ້ານຂາຍປື້ມຂອງທ່ານ ແກ໋ງ ໄດ້ກາຍເປັນເພື່ອນສະຫນິດສະຫນົມຂອງທ່ານ ຟານຈາກແກ໋ງ ທ່ານ Takao ເວົ້າດ້ວຍຄວາມຈິງໃຈວ່າ: “ທ່ານ ບໍ່ມີສິດອອກກິນເບ້ຍບຳນານ ເພາະພວກຂ້າພະເຈົ້າຍັງຕ້ອງການທ່ານທີ່ສຸດ”. ນັ້ນແມ່ນສາຍເຫດພາໃຫ້ຜູ້ມີອາຍຸສູງຄືທ່ານແກ໋ງຍັງຄົງສຸດຈິດສຸດໃຈ, ເມົາມົວກັບການເກັບຮັກສາປື້ມເກົ່າ, ຮຽບຮຽງເປັນຊຸດປື້ມຕາມແຕ່ລະຫົວເລື່ອງ ດ້ວຍຄວາມເຊື່ອໝັ້ນວ່າ: ປື້ມຍາມໃດກໍມີປະໂຫຍດຕໍ່ຊີວິດ.