ຂັບກາຈູ ຂອງຫວຽດນາມໄດ້ຮັບການຮັບຮອງຈາກອົງການ UNESCO ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ
(ພາບ: vanhoadoisong.com)
|
ຂັບກາຈູ ຍັງຖືກເອີ້ນວ່າ ຂັບອາດາວ ຊຶ່ງແມ່ນປະເພດສິລະປະດົນຕີ ພື້ນເມືອງທີ່ເປັນເອກະລັກສະເພາະ ຢູ່ຫວຽດນາມ. ປີ 2009, ອົງການ UNESCO ໄດ້ເຊີດຊູ ຂັບກາຈູແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດຄວນໄດ້ຮັບການຮັກສາຢ່າງຮີບດ່ວນ. ນີ້ແມ່ນຄວາມເປັນກຽດສຳລັບຫວຽດນາມ. ແຕ່ພ້ອມກັນນັ້ນ, ກໍໄດ້ວາງໜ້າທີ່ຕ້ອງອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າທີ່ເປັນເອກະລັກຂອງ ຂັບກາຈູໃນຊີວິດທັນສະໄໝ.
ຂັບກາຈູ ແມ່ນປະເພດສິລະປະດົນຕີ ພື້ນເມືອງທີ່ມີລັກສະນະດີເລີດຢູ່ຫວຽດນາມ, ມີໄລຍະພັດທະນາແຕ່ສະຕະວັດທີ 15 ມາຮອດປະຈຸບັນ. ຂັບກາຈູໄດ້ຮັບຖືວ່າແມ່ນປະເພດສິລະປະດົນຕີພິເສດ, ມີຜົນກະທົບຢ່າງແຂງແຮງເຖິງຊີວິດວັດທະນະທຳສັງຄົມຂອງຊາວຫວຽດນາມຢູ່ເຂດທົ່ງພຽງພາດເໜືອ. ເຖິງວ່າຕ້ອງຜ່ານການຜັນແປແຫ່ງປະຫວັດສາດກໍຕາມ, ແຕ່ຂັບກາຈູຍັງຄົງມີພະລັງຊີວິດສະເພາະຂອງມັນຍ້ອນຄຸນຄ່າທາງດ້ານສິລະປະທີ່ເປັນເອກະລັກທີ່ມີຕໍ່ພື້ນຖານວັດທະນະທຳຫວຽດນາມເວົ້າລວມ ແລະ ໃນໝູ່ຜູ້ຊົມທັງຢູ່ພາຍໃນ ແລະ ຕ່າງປະເທດເວົ້າສະເພາະ. ວັນທີ 1/10/2009, ຂັບກາຈູ ຂອງຫວຽດນາມໄດ້ຮັບການຮັບຮອງຈາກອົງການ UNESCO ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດຄວນໄດ້ຮັບການຮັກສາຢ່າງຮີບດ່ວນ. ໄດ້ຮັບການເຊີດຊູ ແມ່ນມໍລະດົກວັດທະນະທຳຂອງມວນມະນຸດ ກໍແມ່ນຄວາມເປັນກຽດ, ແຕ່ກໍໄດ້ ກໍໄດ້ວາງໜ້າທີ່ຕ້ອງອະນຸລັກຮັກສາ ແລະ ແນະນຳມໍລະດົກຕໍ່ໜ້າມວນຊົນ. ທ່ານສາດສະດາຈານ ດຣ ໂຕຫງອກແທງ ນັກຄົ້ນຄ້ວາສິລະປະວັນນະຄະດີພື້ນເມືອງຫວຽດນາມຖືວ່າ :
“ ມາຮອດສະຕະວັດນີ້, ຂັບກາຈູ ໄດ້ມີໄພຖືກສູນຫານໄປ. ເມື່ອທຽບກັບບາງປະເພດສິລະປະພື້ນເມືອງອື່ນໆ, ຂັບກາຈູ ແມ່ນພວມຢູ່ໃນສະພາບຮັກສາທີ່ບໍ່ແນ່ນອນ, ຍ້ອນເຄີຍຖືກສູນເສຍຈຸດຢືນໃນຊີວິດການເປັນຢູ່. ເພາະສະນັ້ນ, ເພື່ອຟື້ນຟູໃນຊີວິດທັນສະໄໝ ແມ່ນບໍ່ງ່າຍດາຍ. ໂດຍສະເພາະ ປະຈຸບັຍແມ່ນຍຸກສະໄໝຂອງ ກາຣະໂອເກ, ດົນຕີແບບທັນສະໄໝ ແລະ ອື່ນໆ. ຢາກຟື້ນຟູໃນຊີວິດປະຈຸບັນ, ກ່ອນອື່ນໝົດ ແມ່ນຕ້ອງຊອກຫາບັນດາຜູ້ຄົນລຸ່ນກ່ອນໆ, ດັ່ງນັ້ນພວກຂ້າພະເຈົ້າມີແຜນນະໂຍບາຍຟື້ນຟູ ຂັບກາຈູ ໃນວົງການຜູ້ອາຍຸສູງ ແລະ ໄວກາງ ”
ສິລະປະ ຂັບກາຈູ ໄດ້ຮັບການຮັກສາ ແລະ ພັດທະນາຮອດວັນນີ້ ແມ່ນຍ້ອນຄວາມສືບທອດ, ປະກອບສ່ວນຢ່າງໃຫຍ່ຫຼວງຂອງຫຼາຍລຸ່ນຄົນ. ຕາມຕົວເລກສະຖີຕິ, ປະຈຸບັນ ທົ່ວປະເທດມີ 63 ກອງ ແລະ ສະໂມສອນ ຂັບກາຈູຊຶ່ງປະກອບດ້ວຍສະມາຊິກ 700 ກ່ວາຄົນ ຕັ້ງຢູ່ 15 ແຂວງ ແລະ ນະຄອນ. ພ້ອມກັບວຽກງານຟື້ນຟູ, ສ້າງຕັ້ງບັນດາກອງ ແລະ ສະໂມສອນ ຂັບກາຈູນັ້ນ, ການສ້າງຕັ້ງບັນດາກອງສິລະປະໜຸ່ມເພື່ອສືບທອດພາລະກິດຂອງຄົນລຸ່ນກ່ອນ ກໍແມ່ນບັນຫາໄດ້ຮັບຄວາມສົນໃຈຈາກຫຼາຍຄົນ. ນາງຫງວຽນກຽວແອງ ເປັນຄົນລຸ່ນທີ 7 ຂອງສະໂມສອນ ຂັບກາຈູ ທ້າຍຮ່າ ເວົ້າວ່າ :
“ ໃນສັງຄົມປະຈຸບັນ, ຂ້າພະເຈົ້າແມ່ນຄົນໜຸ່ມ, ຂ້າພະເຈົ້າມີຄວາມເມົາມົວກັບບັນດາປະເພດສິລະປະທີ່ແຕກຕ່າງກັນ. ວົງຕະກູນຂ້າພະເຈົ້າໄດ້ປະກອບອາຊີບນີ້ຜ່ານ 7 ລຸ່ນຄົນ ແລ້ວ, ເພາະສະນັ້ນ, ນັບແຕ່ຄາວເປັນເດັກ, ຂ້າພະເຈົ້າໄດ້ຟັງສຽງດົນຕີ, ສຽງຂັບຮ້ອງແລ້ວ. ຍ້ອນເຫດນີ້ເອງ, ລັກສະນະສິລະປະຂອງ ຂັບກາຈູ ແລະ ບັນດາປະເພດສິລະປະດົນຕີ ພື້ນເມືອງທີ່ມີໃນຈິດໃຈຂອງຂ້າພະເຈົ້າແມ່ນໃຫຍ່ຫຼວງທີ່ສຸດ, ເພາະສະນັ້ນ, ຄວາມຮັກທີ່ຂ້າພະເຈົ້າສະຫງວນໃຫ້ມັນແມ່ນໃຫຍ່ຫຼວງເກີນໄປ ”
ການຮັກສາບັນດາລາຍການສະແດງຂອງບັນດາກອງສິລະປະ ແລະ ສະໂມສອນຂັບກາຈູ ເປັນປະຈຳນັ້ນ, ແມ່ນບໍ່ພຽງແຕ່ປະກອບສ່ວນຍົກສູງລະດັບຄວາມຮູ້ຂອງມວນຊົນກ່ຽວກັບ ຂັບກາຈູເທົ່ານັ້ນ, ຫາກຍັງດຶງດູດຫຼາຍຄົນຕື່ມອີກ, ເປັນຕົ້ນແມ່ນໄວໜຸ່ມເພື່ອຮູ້ຈັກເຖິງສສິລະປະ ຂັບກາຈູ. ຈາກນັ້ນ ຈະຄ່ອຍໆຢືນຢັນພະລັງຊີວິດຂອງ ຂັບກາຈູໃນສັງຄົມທັນສະໄໝ. ນາງ ຝ້າມຮົ່ງເຟືອງ ສັງກັດສະຖາບັນການເງິນຮ່າໂນ້ຍ ໄດ້ພ້ອມກັບເພື່ອນໆຂອງຕົນສ້າງຕັ້ງກອງອາສາສະໝັກ ຜູກພັນກັບສະໂມສອນ ຂັບກາຈູຮ່າໂນ້ຍ . ນາງເປີດເຜີຍວ່າ :
“ ຈຸດປະສົງຕົ້ນຕໍຂອງກອງອາສາສະໝັກພວກນ້ອງ ແມ່ນອະນຸລັກຮັກສາຂັບກາຈູ, ຍ້ອນວ່າ ຂັບກາຈູ ໄດ້ຮັບການຮັບຮອງຈາກອົງການ UNESCO ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດຄວນຮັກສາຢ່າງຮີບດ່ວນ. ຂັບກາຈູ ພວມໄດ້ຮັບຄວາມເອົາໃຈໃສ່ປົກປັກຮັກສາຂອງທຸກໆຄົນ, ພິເສດແມ່ນຊາວຫວຽດນາມ, ເປັນຕົ້ນແມ່ນພວກເພື່ອໜຸ່ມ ”
ປະຈຸບັນ, ສະໂມສອນ ຂັບກາຈູຮ່າໂນ້ຍ ມີຜູ້ອາສາສະໝັກປະມານ 50 ຄົນ, ຊຶ່ງສ່ວນຫຼາຍແມ່ນນັກສຶກສາພວມຮ່ຳຮຽນຢູ່ມະຫາວິທະຍາໄລຕ່າງໆທີ່ຮ່າໂນ້ຍ. ໃນບັນດາການເຄື່ອນໄຫວສະແດງ ກໍຄືການເຄື່ອນໄຫວອາສາສະໝັກ, ພວກເພື່ອນໜຸ່ມນິຍົມຂັບກາຈູ ໄດ້ ແລະ ພວມສ້າງເປັນຂີດໝາຍເພື່ອໃຫ້ສິລະປະ ຂັບກາຈູ ກ້າວເຂົ້າສູ່ໄລຍະເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ .