ນາຂັ້ນໄດແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ
ພໍ່ແມ່ພີນ້ອງບັນດາເຜົ່າເຂດພູດອຍ ທາງທິດເໜືອຫວຽດນາມ
|
ເຂດພູດອຍທາງທິດເໜືອຫວຽດນາມ ແມ່ນແຫຼ່ງອາລົມທີ່ບໍ່ມີວັນສິ້ນສຸດສຳລັບບັນດານັກຖ່າຍຮູບ. ນີ້ແມ່ນເຂດດິນທີ່ຍັງຄົງສາມາດຮັກສາລັກສະນະຮົກເຮື້ອ, ໃຫຍ່ໂຕມະໂຫຖານໃນການເດີນທາງຊອກຄົ້ນຫາຂອງບັນດານັກທ່ອງທ່ຽວ. ບໍ່ວ່າຜູ້ໃດທີ່ໄດ້ເຄີຍມານີ້, ແມ່ນບໍ່ພຽງແຕ່ມີຄວາມປະທັບໃຈຍ້ອນເຂດພູຜາປ່າໄມ້ທີ່ ໃຫຍ່ໂຕມະໂຫຖານເທົ່ານັ້ນ, ຫາກຍັງບໍ່ອາດຫຼົງລືມຮູບພາບນາຂັ້ນໄດທີ່ຄົດງໍ ຕາມຮອມພູ. ນາຂັ້ນໄດໄດ້ກາຍເປັນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະວົງຄະນະຍາດພໍ່ແມ່ພີນ້ອງບັນດາເຜົ່າເຂດພູດອຍ ທາງທິດເໜືອຫວຽດນາມ.
ປະຫວັດຄວາມເປັນມາຂອງ ນາຂັ້ນໄດໄດ້ຕິດພັນກັບປະຫວັດການພັກພາອາໄສຂອງຊາວເຜົ່າສ່ວນໜ້ອຍຢູ່ ເຂດພູດອຍທາງທິດເໜືອຫວຽດນາມ. ຄຸນຄ່າດ້ານວັດທະນະທຳຂອງ ນາຂັ້ນໄດໄດ້ຮັບການສະແດງອອກຜ່ານບົດຮຽນການປູກຝັງ, ປະເພນີທຳການຜະລິດ ແລະ ການເປັນຮູບເປັນຮ່າງຂອງ ນາຂັ້ນໄດຂອງແຕ່ລະເຜົ່າ. ບັນດາເຂດນາຂັ້ນໄດໄດ້ສະແດງໃຫ້ເຫັນຈຸດວັດທະນະທຳການປູກຝັງຢູ່ຕາມທົ່ງນາຂອງວົງຄະນະຍາດພໍ່ແມ່ພີນ້ອງບັນດາເຜົ່າເຂດພູດອຍ ທາງທິດເໜືອຫວຽດນາມ. ທ່ານ ຂວາງວັນຕ້ຽນ ຊາວເຜົ່າໄທຂາວ ໃນແຂວງດ້ຽນບຽນ ໃຫ້ຮູ້ວ່າ :
“ ແຕ່ປາງກ່ອນ, ພວກຂ້າພະເຈົ້າໄດ້ມີປະເພນີຜະລິດເຂົ້ານາທາມເປັນຕົ້ນຕໍ. ພໍ່ແມ່ພີນ້ອງຊາຍເຜົ່າໄທຂາວ ໄປຮອດໃສກໍທຳການ ຜະລິດເຂົ້ານາທາມເປັນຕົ້ນຕໍ. ສຳລັບບັນດາເຂດດິນທີ່ບໍ່ສາມາດນຳໃຊ້ໄດ້, ພວກຂ້າພະເຈົ້າກໍພະຍາຍາມຢ່າງສຸດຂີດເພື່ອປູກເຂົ້ານາທາມ”
ໂດຍໄດ້ເອີ້ນວ່າເປັນນາຂັ້ນໄດ ເພາະວ່າ ມັນມີຫຼາຍຂັ້ນ, ແຕ່ລະຂັ້ນແມ່ນເນື້ອທີ່ນານ້ອຍ, ແຕ່ລະຂັ້ນແມ່ນຖືກເຊື່ອມຕໍ່ກັນ, ຍິ່ງມີຫຼາຍຂັ້ນ ກໍຍິ່ງສະແດງໃຫ້ເຫັນເຕັກນິກຄວາມສາມາດໃນການປູກເຂົ້າຂອງເຈົ້າຂອງທົ່ງນາ. ນາຂັ້ນໄດຖືກເຊື່ອມຕໍ່ລະຫວ່າງແຕ່ລະຂັ້ນຈາກບ່ອນສູງລົງຮອດບ່ອນຕ່ຳ ຕາມສະພາບພູມິສັນຖານທີ່ແຕກຕ່າງກັນ. ຍ້ອນຢູ່ບັນດາເຂດພູສູງ, ບໍ່ສູ້ມີດິນຮາບພຽງເພື່ອປູກຝັງ,ດັ່ງນັ້ນ, ຊາວກະສີກອນ ຜູ້ປູກເຂົ້ານາທາມ ມີວີທີແກ້ໄຂດ້ວຍການເລືອກເອົາບັນດາເນີນພູ, ມີດິນເປັນຂັ້ນໄດ. ນັບແຕ່ນັ້ນເປັນຕົ້ນມາ, ພໍ່ແມ່ພີນ້ອງຊາວເຜົ່າສ່ວນໜ້ອຍໄດ້ມີຫົວຄິດປະດິດສ້າງ ທຳການປູກເຂົ້ານາຂັ້ນໄດ ຊຶ່ງແມ່ນສິ່ງທີ່ຍອດຍິ່ງໃນພື້ນຖານອະລິຍະທຳປູກເຂົ້ານາມາມຂອງຫວຽດນາມ. ທ້າວ ຢາງອາປົວ ຊາວເຜົ່າມົ້ງ ໃນແຂວງ ຮ່າຢາງ ໃຫ້ຮູ້ວ່າ :
“ ໄລຍະບຸກເບີກພື້ນທີ່ແມ່ນລຳບາກທີ່ສຸດ, ເສຍເຫື່ອແຮງຫຼາຍ. ຕ້ອງເລືອກເອົາບອ່ນບໍ່ຄ້ອຍເກີນໄປ, ມີຫີນແຮ່ໜ້ອຍ. ບ່ອນໃດທີ່ມີກົກໄມ້ໃຫຍ່ຫຼືມີຫຍ້າໜ້າແໜ້ນ ກໍຍິ່ງເປັນການດີ ”
ພາຍຫຼັງທີ່ບັນດາເຂດ ນາຂັ້ນໄດຖືກປະຊາຊົນບຸກເບີກເປັນທີ່ຮຽບຮ້ອຍແລ້ວ, ການຟື້ນຟູມັນກາຍເປັນນາເພື່ອປູກເຂົ້າກໍແມ່ນຂອດທີ່ສຳຄັນທີ່ສຸດ. ວຽກທຳອິດໃນຂັ້ນຕອນນີ້ຂຸດຄອງເໝືອງເພື່ອປ່ອຍນ້ຳສູ່ເຂດນາທີ່ຫາກໍບຸກເບີກ. ທ່ານ ເລື່ອງວັນທຽດ ພະນັກງານຄົ້ນຄ້ວາຢູ່ຫໍພິິພິທະພັນຊົນເຜົ່າວິທະຍາ ໃຫ້ຮູ້ວ່າ :
“ ເລື່ອງຂຸດຄອງເໝືອງເພື່ອປ່ອຍນ້ຳນັ້ນ, ຕົ້ນຕໍແມ່ນພວກຜູ້ຊາຍເຮັດ, ເຂົາເຈົ້າຕ້ອງເຮັດແນວໃດເພື່ອນ້ຳໄຫຼເຂົ້າສູ່ເຂດນາເປັນປະຈຳ, ຕໍ່ເນື່ອງທີ່ສຸດແມ່ນໃນໄລຍະປັກດຳ. ນ້ຳຖືກປ່ອຍຈາກນາບ່ອນທີ່ສູງ ໄຫຼລົງນາບ່ອນທີ່ຕ່ຳ, ນາແຕ່ລະຕອນ ກໍແມ່ນສ່ວນໜຶ່ງຂອງລະບົບຄອງເໝືອງທີ່ພິເສດນີ້. ສຳລັບບັນດາເຂດນາທີ່ເປັນກຳມະສິດຂອງຫຼາຍຄອບຄົວນັ້ນ, ເລື່ອງປົກປັກຮັກສາ, ຄຸ້ມຄອງ ແລະ ການຈັດແບ່ງປ່ອຍແຫຼ່ງນ້ຳ ແມ່ນໜ້າທີ່, ຄວາມຮັບຜິດຊອບຂອງທຸກໆຄົນ ”
ພ້ອມກັບການເປັນຮູບເປັນຮ່າງຂອງ ນາຂັ້ນໄດ, ນັບຮ້ອຍປີມານີ້, ຕາມຂະບວນວິວັດທຳການປູກຝັງຕັ້ງຖິ່ນຖານຄົງທີ່, ປູກເຂົ້ານາທາມ, ພໍ່ແມ່ປະຊາຊົນບັນດາເຜົ່າເຂດພູດອຍທາງທິດເໜືອຫວຽດນາມ ໄດ້ຄ່ອຍໆສ້າງບັນດາຮີດຄອງປະເພນີ ດຳເນີນຊີວິດວັດທະນະທຳ, ງານບຸນປະເພນີຕິດພັນກັບບັນດາການເຄື່ອນໄຫວຜະລິດກະສີກຳ. ນີ້ກໍແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ. ນາງ ຖ່າວທິເຢີ້ ຊາວເຜົ່າມົ້ງ ຢູ່ເມືອງ ໝູ່ກັງຈາຍ ແຂວງ ຮ່າຢ່າງ ໃຫ້ຮູ້ວ່າ :
“ ຊາວເຜົ່າມົ້ງເຄີຍເວົ້າວ່າ ນາຂັ້ນໄດ ແມ່ນສາງເຂົ້າອັນລ້ຳຄ່າ. ນາຂັ້ນໄດມີຄວາມງາມທີ່ສຸດເມື່ອຕົ້ນເຂົ້າຂຽວອູ່ມທູ່ມ, ແລ້ວກໍສຸກເຫຼືອງອາຮາມ. ມີເຂົ້າກຸ້ມກິນແມ່ນມ່ວນຫຼາຍ ”
ຫຼຽວເບິ່ງນາຂັ້ນໄດຈາກແງ່ມຸມໃດກໍຕາມ, ກໍລ້ວນແຕ່ເຫັນນາຂັ້ນໄດມີຄວາມງາມແບບມະຫັດສະຈັນ. ຮອດເດືອນຕຸລາ ຊຶ່ງແມ່ນໄລຍະເກັບກ່ຽວເຂົ້າ, ບັນດາເນື້ອທີ່ນາຂັ້ນໄດທີ່ສຸກເຫຼືອງອາຮາມ ໄດ້ບົ່ງບອກເຖິງລະດູການຜະລິດໄດ້ຮັບຜົນດີ. ປະສົມປະສານກັບສີເຫຼືອງສຸກອາຮາມຂອງຕົ້ນເຂົ້າ ແມ່ນບັນດາເນື້ອທີ່ນາຍັງຄົງຢູ່ໃນໄລຍະຫັນປ່ຽນຈາກສີຂຽວມາເປັນສີເຫຼືອງ. ທັງໝົດເຫຼົ່ານັ້ນໄດ້ສ້າງຄວາມງາມດັ່ງໃນຝັນໃຫ້ແກ່ເຂດພູດອຍທາງທິດເໜືອຂອງປະເທດຊາດ ຊຶ່ງແມ່ນແຫ່ງທີ່ພໍ່ແມ່ພີນ້ອງຊາວເຜົ່າມົ້ງ, ຜູ້ໄທພວມດຳລົງຊີວິດຢູ່.