ວັດທະນະທຳເຫ້ວພົ້ນເດັ່ນຂື້ນໃນງານ FESTIVAL ເຫ້ວປີ 2018

(VOVWORLD) -FESTIVAL ປີ 2018 ໄດ້ດຳເນີນແຕ່ວັນທີ 27 ເມສາ ຫາວັນທີ 2 ພຶດສະພາຢູ່ນະຄອນເຫ້ວຊຶ່ງແມ່ນແຫ່ງພົບປະແລກປ່ຽນຂອງຫຼາຍປະເພດວັດທະນະທຳ, ສີລະປະທີ່ອຸດົມສົມບູນຂອງທຸກເຂດພາກຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ໃນພາບພົດສິລະປະທີ່ມີສີສັນຫຼາກຫຼາຍ, ບັນດາລາຍການສະແດງສິລະປະໄດ້ນຳໃຊ້ວັດທະນະທຳເຫ້ວແມ່ນຕົ້ນຕໍ, ອັນໄດ້ສ້າງຄວາມຮູ້ສຶກທີ່ດີໃຫ້ແກ່ຜູ້ຊົມ
ວັດທະນະທຳເຫ້ວພົ້ນເດັ່ນຂື້ນໃນງານ FESTIVAL ເຫ້ວປີ 2018 - ảnh 1ລາຍການສະແດງສິລະປະ ”ສຽງກັງວານແມ່ນ້ຳເຮືອງ” 

ລາຍການສະແດງສິລະປະ ”ສຽງກັງວານແມ່ນ້ຳເຮືອງ” ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 29 ເມສາຢູ່ເວທີສະແດງໃຫ່ຍທີ່ສຸດທີ່ແມ່ນ້ຳເຮືອງຊຶ່ງໄດ້ເວົ້າເຖິງເລື່ອງລາວກ່ຽວກັບການດຳລົງຊີວິດຂອງປະ ຊາຊົນຢູ່ເຂດແມ່ນ້ຳລຳເຊຢູ່ເຫ້ວນັບແຕ່ເວລາເຂົາເຈົ້າໄດ້ຮັກກັນ, ເປັນຄູ່ຜົວເມຍນຳກັນ, ມີລູກນຳກັນ, ຕະຫຼອດຮອດເວລາລູກເຕົ້າຂອງພວກເຂົາເຕີບໃຫ່ຍ ແລະ ສືບທອດອາຊີບຂອງປູ່ຍ່າພໍ່ແມ່ບົນລຳແມ່ນ້ຳ. ເນື້ອໃນຂອງລາຍການສະແດງສີລະປະໄດ້ລົງເລິກເຂົ້າສູ່ເນື້ອໃນຈິດໃຈຂອງເຫ້ວ, ອັນໄດ້ສ້າງຄວາມຄິດຮອດຄິດເຖິງ, ຄວາມຮັກແພງກ່ຽວກັບເຫ້ວທີ່ມີສີສັນຫຼາກຫຼາຍ. ນັກປະພັນວັນນະຄະດີ ຫງວຽນກວງວິງ  ຜູ້ກຳກັບລາຍການສະແດງໃຫ້ຮູ້ວ່າ: 

     ”ແຕ່ດົນນານມາແລ້ວ FESTIVAL ເຫ້ວ 9 ຄັ້ງກໍ່ລ້ວນແຕ່ລົງເລິກສູ່ບັນດາສິ່ງທີ່ຍອດຍິ່ງຂອງເຫ້ວ, ຄືກຸງເກົ່າ, ບັນດາມໍລະດົກທາງວັດທະນະທຳຂອງເຫ້ວ. ແຕ່ມີດ້ານໜຶ່ງທີ່ດີທີ່ມ່ວນຊຶ່ງບໍ່ເຄີຍໄດ້ເຕື້ອງເຖິງນັ້ນແມ່ນການດຳລົງຊີວິດຂອງຊາວເຫ້ວ. ແຕ່ນີ້ຈຶ່ງແມ່ນພື້ນຖານ, ແມ່ນອູ່ເພື່ອປົກປິດຄ້ຳຊູຊ່ວຍເຫຼືອ, ຮັກສາສິ່ງທີ່ຍອດຍິ່ງຂອງເຫ້ວໃຫ້ແກ່ພວກເຮົາໃນທຸກວັນນີ້. ດັ່ງນັ້ນລາຍການສະແດງນີ້ກໍ່ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ພໍ່ແມ່ພີ່ນ້ອງຢູ່ເຫ້ວ”.

     ດ້ວຍຄວາມເກັ່ງກ້າສາມາດໃນການສະແດງ, ການປະສານສຽງ, ດົນຕີ; ຄວາມກົມກຽວທາງດ້ານຮູບພາບ, ການສະແດງວາດຟ້ອນໂດຍວາດພາບເຖິງການອອກແຮງງານ, ລາຍການສຽງກັງວານແມ່ນ້ຳເຮືອງໄດ້ເປັນພາບພົດກ່ຽວກັບທິວທັດແມ່ນ້ຳລຳເຊພ້ອມກັບຄວາມຮັກ, ການດຳລົງຊີວິດ, ການອອກແຮງງານ, ການຈັບຫາປາຂອງຊາວເຫ້ວ. ທ່ານ ຊາຕີມັດຊີມໍ ຊາວເເບນຊິກດຳລົງຊີວິດຢູ່ເຫ້ວເປັນເວລາຫຼາຍປີໃຫ້ຮູ້ວ່າ: 

   “ຂ້າພະເຈົ້າຄິດວ່ານີ້ແມ່ນບັນດາລາຍ ການສະແດງສີລະປະທີ່ດີທີ່ມ່ວນທີ່ສຸດຊຶ່ງຂ້າພະເຈົ້າໄດ້ເຄີຍຮັບຊົມໃນ FESTIVAL ທຸກໆຄັ້ງ. ມັນເປັນລາຍການຄັກອີຫຼີ. ປັດໃຈພື້ນເມືອງ, ມູນເຊື້ອໄດ້ສະແດງອອກຜ່ານທຸກໆຮູບພາບ, ທຸກຂັ້ນຕອນຂອງລາຍການສະແດງຄືຮູບພາບການຈັບຫາປາບົນລຳແມ່ນ້ຳ, ລະບົບແສງສີສຽງຂອງລາຍການກໍ່ລ້ວນແຕ່ສະແດງໃຫ້ເຫັນການດຳລົງຊີວິດແບບສາມັນຊົນ. ຂ້າພະເຈົ້າຊົມຊອບທີ່ສຸດ”.

    ແລະ ກໍ່ຢູ່ງານ FESTIVAL ປີ 2018 ພື້ນເກົ່າຂອງວັງ ເກິນແຈ໋ງທີ່ຂື້ນກັບເຂດປູ່ຊະນີຍະສະຖານປະຫວັດສາດກຸງເກົ່າເຫ້ວໄດ້ກາຍເປັນເວທີສະແດງທີ່ໃຫ່ຍໂຕສວຍງາມໃນບັນດາຄ່ຳຄືນວັນທີ 28 ແລະ 30 ເມສາ 2018 ບົນເວທີສະແດງນັ້ນເລື່ອງລາວປະຫວັດສາດທີ່ສະຫງ່າອົງອາດຂອງປະເທດຫວຽດນາມໃນສະຕະວັດທີ XIX ໄດ້ຖືກວາດພາບດ້ວຍລາຍການສະແດງສິລະປະໃນພະລາດຊະວັງ ແລະ ສິລະປະທີ່ເປັນມູນເຊື້ອຂອງເຫ້ວ.

        ລາຍການ ”ອະລິຍະທຳກຸງເກົ່າ” ໄດ້ເວົ້າເຖິງເລື່ອງລາວກ່ຽວກັບກິດຈະການສ້າງສາປະເທດຊາດ. ປະຕິບັດອຳນາດອະທິປະໄຕ, ການທ້ອນໂຮມຜືນແຜ່ນດິນເປັນເອກະພາບ ແລະ ສ້າງການດຳລົງຊີວິດທີ່ສະຫງົບສຸກໃຫ້ແກ່ປະຊາຊົນໃນສະໄໝລາດຊະວົງຫງວຽນ. ບັນດາເຫດການປະຫວັດສາດເຫຼົ່ານັ້ນໄດ້ເຮັດໃຫ້ປີວັດທະນະທຳຂອງເຫ້ວໄດ້ຮັບການຮັບຮູ້ແມ່ນມໍລະດົກຂອງມວນມະນຸດຖືກພົ້ນເດັ່ນຂື້ນ, ນີ້ແມ່ນກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວ, ດົນຕີໃນພະລາດຊະວັງ, ແມ່ພິມເອກະສານໃນສະໄໝລາດຊະວົງຫງວຽນ ແລະ ບົດກາບກອນວັນນະຄະດີໃນປູຊະນີຍະສະຖານ ພະລາດຊະວັງເຫ້ວ. ທ່ານ ຫງວຽນເຟືອກຮ໋າຍຈຸງ ຮອງອຳນວຍການສູນອະນຸລັກຮັກສາປູ່ຊະນີຍະສະຖານແຫ່ງຊາດເຫ້ວ, ຜູ້ກຳກັບລາຍການສະແດງໃຫ້ຮູ້ວ່າ: 

    “ລາຍການສະແດງນີ້ແມ່ນມີບົດລະຄອນມ່ວນທີ່ສຸດຢູ່ບ່ອນວ່າ ພວກເຮົາຢາກເລົ່າເລື່ອງປະຫວັດສາດຂອງພວກເຮົານັບແຕ່ຕົ້ນສະຕະວັດທີ XIX ມາຮອດປະຈຸບັນ. ແລະ ສິ່ງທີ່ຕ້ອງປະຕິບັດອີກອັນໜຶ່ງແມ່ນພວກເຮົາໄດ້ລົງເລິກທາງດ້ານສິລະປະພະລາດຊະວັງ ແລະ ສິລະປະພື້ນເມືອງ, ອັນໄດ້ເຮັດໃຫ້ວັດທະນະທຳທີ່ເປັນມູນເຊື້ອຂອງເຫ້ວພົ້ນເດັ່ນຂຶ້ນ”.

    ລາຍການ ”ອະລິຍະທຳກຸງເກົ່າ” ໄດ້ຖືກສ້າງຂຶ້ນດ້ວຍບົດກາວີ 9 ບົດຢູ່ປູຊະນີຍະສະຖານກຸງເກົ່າເຫ້ວ; ບົດດົນຕີ 12 ບົດ ແລະ 12 ວາດຟ້ອນມີການເຂົ້າຮ່ວມຂອງນັກສະແດງກວ່າ 380 ຄົນພ້ອມກັບເຄື່ອງດົນຕີ 100 ຊະນິດ ແລະ ຊຸດອາພອນກວ່າ 60 ຊຸດ. ເມື່ອໄດ້ຮັບຊົມລາຍການສະແດງ, ຜູ້ຊົມບໍ່ພຽງແຕ່ສາມາດເຂົ້າໃຈໄດ້ເລື່ອງລາວປະຫວັດສາດຂອງປະເທດຫວຽດນາມໃນສະຕະວັດທີ XIX ເທົ່ານັ້ນ, ຫາກຍັງຮູ້ສຶກເຖິງຄວາມງາມຂອງວັດທະນະທຳເຫ້ວເວົ້າສະເພາະໂດຍຜ່ານການສະແດງດົນຕີ, ວາດຟ້ອນ, ຊຸດອາພອນ,ເຄື່ອງດົນຕີ, ລະບົບແສງສີສຽງ, ແລະ ການປະສານກັນລະຫວ່າງສິລະປະຮ້ອງລຳທຳເພງ ແລະ ຂັບກາບກອນ...ຍັງອີກລາຍການໜຶ່ງແມ່ນລາຍການສີສັນຫວຽດຢູ່ວັງຢຽນເທາະໄດ້ຖືກສ້າງຂື້ນດ້ວຍເວທີສະແດງທີ່ໃຫ່ຍໂຕສວຍງາມເພື່ອໃຫ້ຜູ້ຊົມໄດ້ຮັບຊົມປະເພດດົນຕີທີ່ໜ້າຈັບໃຈ. ດິນແດນກຸງເກົ່າ, ທ້ວນຫວາ-ຟູຊວນເມື່ອກ່ອນນີ້ໄດ້ກາຍເປັນອູ່ໃຫ້ກຳເນີດບັນດາສຽງເພງດັງກ້ອງກັງວານຕາມການເວລາ, ກາຍເປັນຄຸນຄ່າວັດທະນະທຳທີ່ບໍ່ອາດຫຼົງລືມໃນ FESTIVAL ເຫ້ວປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ