ຊາວເຜົ່າຂະແມມີຊີວິດວັດທະນະທຳສິລະປະວັນນະຄະດີທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍສີ, ຊຶ່ງໄດ້ສະແດງໃຫ້ເຫັນແຈ້ງຜ່ານບັນດາງານບຸນຂອງຊາວເຜົ່າຂະແມຄື ພິທີດົນຕາ, ງານບຸນ ອ໋ອກອອມບ໋ອກ, ບຸນຊ່ວງເຮືອ…ຊຶ່ງຍາມໃດກໍຟົດຟື້ນໄປດ້ວຍສຽງດົນຕີ. ເພື່ອມີບັນດາງານບຸນທີ່ຟົດຟື້ນ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳນັ້ນ, ແມ່ນບໍ່ອາດຂາດວົງດົນຕີ 5 ຢ່າງດ້ວຍບັນດາເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມໄດ້. ວັດເຢີຍ ຊຶ່ງແມ່ນວັດທີ່ເກົ່າແກ່ໃນແຂວງ ຊອກຈັງ, ບໍ່ພຽງແຕ່ແມ່ນປູຊະນີຍະສະຖານທີ່ລື່ຊື່ເທົ່ານັ້ນ, ຫາກຍັງແມ່ນບ່ອນຈັດລາຍການສະແດງດົນຕີພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມອີກດ້ວຍ.
ກອງດົນຕີພື້ນເມືອງຢູ່ວັດເຢີຍ (ພາບ: baosoctrang) |
ລາຍການສະແດງດົນຕີປະສານສຽງດ້ວຍບັນດາເຄື່ອງດົນຕີພື້ນເມືອງຂອງ ຊາວເຜົ່າຂະແມຢູ່ວັດເຢີຍ ຍາມໃດກໍດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວທີ່ມາຈາກສາລະທິດ. ວັດເຢີຍແມ່ນໜຶ່ງໃນບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດທີ່ມີມາກ່ອນນີ້ກວ່າ 400 ປີ. ແຂກທ່ອງທ່ຽວທັງຫຼາຍ ເມື່ອມີໂອກາດມາວັດນີ້, ຕ່າງກໍສະຫຼະເວລາໜ້ອຍໜຶ່ງເພື່ອຮັບຟັງສຽງດົນຕີຈາກບັນດາເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມ. ລຸງ ຟົວຊົວ ຫົວໜ້າກອງດົນຕີ ໃຫ້ຮູ້ວ່າ ກອງດົນຕີນີ້ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2009. ກອງມີສະມາຊິກ 9 ຄົນຊຶ່ງລ້ວນແຕ່ແມ່ນຜູ້ອາຍຸສູງ, ແຕ່ລະຄົນກໍມາຈາກບ້ານແຕກຕ່າງກັນ ແຕ່ຕ່າງກໍເມົາມົວກັບດົນຕີ. ຫຼາຍຄົນຕ້ອງເດີນຈາກບ້ານຜ່ານໄລຍະທາງກວ່າ 10 ກິໂລແມັດ ເພື່ອມານີ້ດ້ວຍຄວາມຫວັງຢາກໄດ້ເສບເຄື່ອງດົນຕີພື້ນເມືອງຂອງເຜົ່າຕົນ. ນັບແຕ່ນັ້ນມາຮອດປະຈຸບັນ, ແຕ່ລະມື້ບັນດາສະມາຊິກໃນກອງ ໄດ້ເຕົ້າໂຮມກັນຢູ່ໃນບໍລິເວນວັດເຢີຍເພື່ອເສບເຄື່ອງດົນຕີຮັບໃຊ້ແຂກທ່ອງທ່ຽວ. ລຸງ ຟົວຊົວ ຫົວໜ້າກອງດົນຕີ ໃຫ້ຮູ້ວ່າ
“ ຢູ່ບາງແຫ່ງໃນແຂວງຊອກຈັງ, ເຂົາເຈົ້າສ້າງຕັ້ງກອງດົນຕີພື້ນເມືອງແບບນີ້, ແຕ່ບໍ່ຄົງຕົວແບບຍືນຍົງ. ເຂົາເຈົ້າພຽງສະແດງໃນໂອກາດວັນບຸນ ແລະ ເມື່ອມີການເຊື້ອເຊີນ, ປີລະແຕ່ 1 ຫາ 2 ເທື່ອ. ສ່ວນພວກຂ້າພະເຈົ້າ ແມ່ນສະແດງໃນແຕ່ລະມື້ ແຕ່ເວລາ 7 ໂມງ 30 ນາທີຫາ 16 ໂມງ ແລະ ທຳການສະແດງຮອດຍາມໃດທີ່ແຂກທ່ອງທ່ຽວກັບເມືອຈຶ່ງຢຸດເຊົາ ”
ພໍ່ຕູ້ຈາວິງ ອາຍຸ 87 ປີ, ຢູ່ເມືອງມີ້ຊວຽນ, ຊຶ່ງແມ່ນສະມາຊິກທີ່ມີອາຍຸສູງກວ່າໝູ່ໃນກອງ, ໃນອະດີດພໍ່ຕູ້ແມ່ນສະມາຊິກສັງກັດກອງສິລະປະມະຫາຊົນ. ໃນບັ້ນປາຍຊອງຊີວິດ, ເພິ່ນມີຄວາມຫວັງຢາກໄດ້ຫຼິ້ນເຄື່ອງດົນຕີພື້ນເມືອງຂອງ ຊາວເຜົ່າຂະແມຄືນ, ດັ່ງນັ້ນ, ເມື່ອໄດ້ຮັບຄຳເຊີນເຂົ້າຮ່ວມການເຄອື່ນໄຫວຂອງກອງດົນຕີປະສານສຽງເພື່ອຮັບໃຊ້ແຂກທ່ອງທ່ຽວໃນ ວັດເຢີຍ, ພໍ່ຕູ້ມີຄວາມຍິນດີຮັບປາກເລີຍ. ພໍ່ຕູ້ຈາວິງເວົ້າວ່າ :
“ ຂ້າພະເຈົ້າເຖົ້າແລ້ວ, ແຕ່ເມື່ອຮູ້ສຶກວ່າຍັງສາມາດເຂົ້າຮ່ວມຫຼິ້ນດົນຕີໄດ້ ດັ່ງນັ້ນກໍພະຍາຍາມມາເຂົ້າຮ່ວມກັບທຸກໆຄົນ. ມູນເຊື້ອຂອງຊາວເຜົ່າຂະແມແມ່ນມີມາແຕ່ດົນນານ, ແຕ່ຄົນລຸ່ນໜຸ່ມປະຈຸບັນ ກໍບໍ່ສົນໃຈຫຼາຍກັບດົນຕີພື້ນເມືອງ, ຍັງເຫຼືອພຽງແຕ່ລຸ່ນຜູ້ເຖົ້າຜູ້ແກ່ຄືພວກຂ້າພະເຈົ້າເທົ່ານັ້ນ. ຂ້າພະເຈົ້າມານີ້, ທັງຫຼິ້ນເຄື່ອງດົນຕີ, ທັງຖ່າຍທອດໃຫ້ຄົນມາໃໝ່ ດ້ວຍຄວາມຫວັງ ຢາກເຮັດແນວໃດຮັກສາເຄື່ອງດົນຕີພື້ນເມືອງຂອງເຜົ່າຕົນໄວ້ໄດ້”
ບໍ່ພຽງແຕ່ມີພໍ່ຕູ້ຈາວິງເທົ່ານັ້ນ, ຫາງຍັງມີຫຼາຍຄົນອື່ນໃນກອງໃນອະດີດກໍລ້ວນແຕ່ ແມ່ນສະມາຊິກສັງກັດກອງສິລະປະມະຫາຊົນອີກດ້ວຍ. ຫຼາຍຄົນຕ້ອງເດີນຈາກບ້ານຜ່ານໄລຍະທາງກວ່າ 10 ກິໂລແມັດຈຶ່ງມາຮອດວັດເຢີຍຫຼິ້ນດົນຕີ. ເບິ່ງໃບໜ້າສີຕາຂອງທຸກໆຄົນ, ຜູ້ໃດກໍຍິ້ມແຍ້ມແຈ່ມໃສ ແລະ ເອກອ້າງທະນົງໃຈຍ້ອນສຽງດົນຕີຂອງເຂົາເຈົ້າສາມາດດຶງດູດຄວາມໃຈຂອງຫຼາຍໆຄົນ. ຄວາມສຸກຢ່າງຍິ່ງຂອງເຂົາເຈົ້າ ແມ່ນບໍ່ພຽງແຕ່ໄດ້ຫຼິ້ນບັນດາເຄື່ອງດົນຕີພື້ນເມືອງຂອງເຜົ່າຕົ້ນເທົ່ານັ້ນ, ສິ່ງຕົ້ນຕໍແມ່ນເຂົາເຈົ້າມີໂອກາດສະແດງຄວາມຮັກສິລະປະດົນຕີອີກດ້ວຍ. ເຂົາເຈົ້າມີຄວາມຫວັງຢາກປະກອບສ່ວນເຫື່ອແຮງຂອງຕົນເພື່ອຮັກສາຈຸດວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມ. ລຸງ ຟົວຊົວ ຫົວໜ້າກອງດົນຕີ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າຢາກຮັກສາມູນເຊື້ອອັນດີງາມຂອງຊາວເຜົ່າຂະແມ. ດັ່ງນັ້ນ ຂ້າພະເຈົ້າພະຍາຍາມຮັກສາກອງດົນຕີນີ້ໄວ້ໄດ້, ພ້ອມກັນນັ້ນ, ກໍຖ່າຍທອດໃຫ້ບັນດາຜູ້ທີ່ມີຄວາມເມົາມົວກັບດົນຕີພື້ນເມືອງ ”
ພາຍຫຼັງໄດ້ຮັບການສ້າງຕັ້ງເປັນເວລາ 7 ປີ, ກອງດົນຕີພື້ນເມືອງຢູ່ວັດເຢີຍນີ້ ສາມາດດຶງດູດຄວາມສົນໃຈຈາກປະຊາຊົນບັນດາເຜົ່າຢູ່ເຂດຕ່າງໆ. ປະຈຸບັນ, ນອກຈາກການສະແດງດົນຕີຮັບໃຊ້ແຂກທ່ອງທ່ຽວຢູ່ວັດເຢີຍແລ້ວ, ກອງດົນຕີກໍໄດ້ຮັບການເຊື້ອເຊີນໄປສະແດງຢູ່ງານບຸນປະເພນີ ຫຼືໃນພິທີສູ່ຂໍ, ງານດອງ, ຜ່ານນັ້ນ ກໍເປັນການປະກອບສ່ວນຕອງສະໜອງຄວາມຕ້ອງການໃນຊີວິດວັດທະນະທຳຂອງຊາວເຜົ່າຂະແມຢູ່ແຫ່ງນີ້.