(vovworld)- ຂ້າພະເຈົ້າຢາກມີຊີວິດເຈືອຈານເຂົ້າກັບທຳມະຊາດ, ຂ້າພະເຈົ້າມັກສິ່ງທີ່ລຽບງ່າຍ, ຍິ່ງມີຫຼາຍຄົນບໍ່ຮູ້ເທົ່າໃດຂ້າພະເຈົ້າຍິ່ງນິຍົມເທົ່ານັ້ນ. ຂ້າພະເຈົ້າເມົາມັກເຂດດິນແດນທີ່ເຕັມໄປດ້ວຍສີສັນຫຼາກຫຼາຍຂອງດອກໄມ້ ແລະ ນິຍົມວັດທະນະທຳຂອງຊາວເຜົ່າເກີຮໍ. ມັນແມ່ນແນວນັ້ນແທ້, ເພາະວ່າເມື່ອຢູ່ພ້ອມກັບພາລະກອນນັບສີບໆຄົນ, ຜູ້ຄົນທັງຫຼາຍກໍ່ຍາກທີ່ຈະພົບເຫັນນັກດົນຕີວັນຕວນແອງ ຜູ້ເປັນເຈົ້າເຮືອນຫຼັງໜຶ່ງທີ່ມີຊື່ວ່າ: ກູ່ເລິນ ຊື່ງແມ່ນແຫ່ງທີ່ເຕັມໄປດ້ວຍສີສັນວັດທະນະທຳຊາວເຜົ່າ ເກີຮໍ ໄດ້.
ຜະລິດຕະພັນຂອງຊາວເຜົ່າເກີຮໍຂາຍຢູ່ບ້ານກູ່ເລິນ
(ພາບ: vov)
ໃນຄາວຍັງໜຸ່ມ, ວັນຕວນແອງ ໄດ້ເດີນທາງອອກຈາກບ້ານເກີດຢູ່ໂຮ້ຍອານ, ໄປນະຄອນໂຮ່ຈິມິນ ເພື່ອຫາເງິນລ້ຽງຊີບ ພາຍຫຼັງໄລຍະໜຶ່ງທ່ານໄດ້ມີວີລາ 2, 3 ຫຼັງໃຫ້ເຊົາ. ເຖິງວ່າຊີວິດໄດ້ດີພໍສົມຄວນຄືແນວນັ້ນ, ແຕ່ຮອດປີ 2000, ເມື່ອໄປດ່າລາດ, ວັນຕວນແອງ ພັດໃຊ້ທຶນຮອນທັງໝົດຂອງຕົນເພື່ອຊື້ທີ່ດິນເປົ່າຫວ່າງຢູ່ທີ່ນີ້ເພື່ອກໍ່ສ້າງເຮືອນຫຼັງໜຶ່ງທີ່ສວຍງາມ,ແລະ ເຕັມໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າເກີຮໍ. ໃນວິວັດແຫ່ງການປະຕິບັດໂຄງການຂອງຕົນ, ອ້າຍໄດ້ຮັບການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກຊາວທ້ອງຖິ່ນ:
“ເຮົາຈະເຮັດບໍ່ໄດ້ຖ້າຫາກບໍ່ໄດ້ຮັບການຊ່ວຍເຫຼືອ, ແນະນຳຈາກປະຊາຊົນຢູ່ທີ່ນີ້. ຕົ້ນເນວ (ຕົ້ນໄມ້ໄຜ່ທີ່ຕັ້ງຕໍ່ໜ້າບ້ານ, ຢູ່ເທິງແຂວນເຄື່ອງຂອງຕ່າງໆເພື່ອຂັບໄລ່ຜີສາງ) ແລະເຮືອນຮົງນີ້ກໍ່ແມ່ນເຂົາເຈົ້າເຮັດເອງ. ໃນການດຳລົງຊີວິດຢູ່ທີ່ນີ້, ຊາວທ້ອງຖິ່ນກໍ່ໄດ້ສະໜອງຂໍ້ມູນຫຼາຍຢ່າງໃຫ້ແກ່ຂ້າພະເຈົ້າ“.
ຕົ້ນເນວ
(ພາບ: vov)
ໃນເວລາກ່ວາ 2 ປີຜ່ານມາ, ອ້າຍໄດ້ກໍ່ສ້າງເຂດພັກຜ່ອນຢ່ອນອາລົມໃນເນື້ອທີ່ 5000 ມ2 ໃນຈຳນວນເນື້ອທີ່ດິນທັງໝົດກ່ວາ 27 ແຮັກຕາຢູ່ເມືອງລາກເຟືອງ ສ່ວນເນື້ອທີ່ຍັງເຫຼືອ ແມ່ນຍັງຄົງຮັກສາລັກສະນະຫວ່າງເປົາຢູ່. ເພາະອ້າຍພຽງແຕ່ປູກຕົ້ນໄມ້ ແລະ ດອກໄມ້ເທົ່ານັ້ນ. ໃນໄລຍະຈະມາເຖິງ ຢູ່ທີ່ນີ້ຈະຈັດງານບູນປະເພນີ “ນິງເນີນ“ ຄືນໃໝ່. ວັນຕວນແອງໃຫ້ຮູ້ວ່າ, ຕາມເຈ້ົາກົກເຈົ້າເຫຼົ່າໃນບ້ານແລ້ວ, ໃນເດືອນ 3, ເມື່ອແຫ່ເຈົ້າແມ່ເຂົ້າສານມາ, ຊາວໄຕງວຽນກໍ່ອອກຈາກບ້ານໄປດຳລົງຊີວິດຢູ່ປ່າໃໝ່ໃນເວລາປະມານແຕ່ 15-30 ວັນ, ຫຼັງຈາກນັ້ນຈຶ່ງກັບເມືອບ້ານຂອງຕົນ:
“ໃນເວລາ 1 ປີ, ເຂົາເຈົ້າດຳລົງຊີວິດ 11 ເດືອນເປັນປົກກະຕິ, ສ່ວນ 1 ເດືອນແມ່ນກັບຄືນສູ່ກົກເຄົ້ນເຫງົ້າກໍ. ເອີ້ນວ່າເດືອນນິງເນີນ ນີ້ແມ່ນຮີດຄອງປະເພນີ, ການເຄື່ອນໄຫວທີ່ຖືກສູນເສຍໄປປະມານ 40-50 ປີແລ້ວ. ຂ້າພະເຈົ້າຢາກຟື້ນຟູງານບຸນນິງເນີນຄືນໃໝ່. ໃນງານບຸນນີ້ມີການເຄື່ອນໄຫວດຳເນີນຊີວິດ, ການຜະລິດ, ວັດທະນະທຳ, ນັບທັງອາຫານການກິນຂອງຊາວເຜົ່າໄຕງວຽນ “.
ເຖິງວ່າໃນອາກາດຮ້ອນເອົ້າຢູ່ເຂດໄຕງວຽນ, ແຕ່ວັນຕວນແອງ ຍັງຄົງຫ້າວຫັນເຮັດວຽກພ້ອມກັບບັນດາພາລະກອນຢູ່, ເພື່ອສັບຊ້ອນຮ້ານວາງສະແດງເຄື່ອງທີ່ລະນຶກໂດຍຊາວເຜົ່າເກີຮໍເຮັດເອງ:
ໃນ Festival ດອກໄມ້ດ່າລາດປີ 2013, ອົງການອູແນສໂກ ຫວຽດນາມ ໄດ້ປະກາດວ່າ, ບ້ານກູ້ເລິ່ນ ແມ່ນ 1 ໃນຈຳນວນສະຖານທີ່ 10 ແຫ່ງບັນລຸຄາດໝາຍທ່ອງທ່ຽວຫວຽດນາມ. ປະຈຸບັນ, ແຂກທ່ອງທ່ຽວສາມາດມາທ່ອງທ່ຽວບ້ານກູ່ເລິ່ນ ເພື່ອໄດ້ເຈືອຈານເຂົ້າກັບທຳມະຊາດທີ່ຂຽວສົດງົດງາມ. ຕາມທ່ານວັນຕວນແອງ ແລ້ວ, ເພື່ອຈັດຕັ້ງການທ່ອງທ່ຽວວົງຄະນາຍາດຢ່າງມີປະສິດທິຜົນ, ຜູ້ເຮັດວຽກງານການທ່ອງທ່ຽວ ຕ້ອງເຮັດແນວໃດເພື່ອໃຫ້ແຂກທ່ອງທ່ຽວເຫັນໄດ້ຮູບພາບທີ່ສວຍງາມ ແລະ ຮູ້ສຶກສະຫວາດສະເຫວີຍ, ຢາກແບ່ງປັນຄວາມຮູ້ສຶກກັບເພື່ອນມິດຄົນອື່ນໆອີກ…
ອ້າຍແມ່ນຜູ້ນິຍົມຄວາມງາມຂອງສະຖາປັດຕະຍາກຳ ໃນຂະນະໄດ້ເຈືອຈານເຂົ້າກັບທຳມະຊາດ ແລະ ຮູ້ສຶກວ່າ ຕົນເອງມີຄວາມໜຸ່ມແໜ້ນກ່ວາ ເມື່ອໄດ້ຄົ້ນຫາທຳມະຊາດທີ່ຮົກເຮື້ອເປົ່າຫວ່າງ, ແລະ ເຂົ້າໃຈວັດທະນະທຳຂອງບັນດາຊາວເຜົ່າໄຕງວຽນກ່ວາອີກ. ຍ້ອນນິຍົມສິ່ງທີ່ສວຍງາມ, ເຖິງວ່າຕ້ອງຄ້າງຄາກັບວຽກງານຕ່າງໆຢູ່ບ້ານກູ່ເລິ່ນກໍ່ຕາມ, ແຕ່ນັກດົນຕີວັນຕວນແອງ ຍັງປະດິດແຕ່ງບົດເພງອີກ. ບົດເພງ “ໝາກຫົວໃຈກູ່ເລິ່ນ“ ດ້ວຍທຳນອງເພງທີ່ຟົດຟື້ນ, ເນື້ອໃນງ່າຍດາຍ ຍັງຄົງດັ່ງກ້ອງກັງວານໃນປ່າແປກທີ່ຂຽວສະອາດ ແລະ ກ້ວາງໃຫ່ຍໄພສານ, ແຫ່ງທີ່ມີນັກດົນຕີຜູ້ 1 ທີ່ໄດ້ອຳລານະຄອນເພື່ອຍ້າຍໄປດຳລົງຊີວິດຢູ່ເຂດພູດອຍໄຕງວຽນ…./.