(vovworld)- ສະຖາບັນຄົ້ນຄ້ວາກ່ຽວກັບຝ່າຍຕາເວັນອອກ (ຂອງ ຝລັ່ງ) ຫາກໍປະກາດ ປື້ມພາບສີ 2ເຫລັ້ມ ກ່ຽວກັບ ເລື່ອງກາບກອນ ລູກເວີນຕຽນ ຂອງນັກກະວີ ຫງວຽນດີງຈ໋ຽວ ຊື່ງໄດ້ຮັບການພິມຈຳຫນ່າຍໂດຍອີງໃສ່ປື້ມແປເປັນພາສາ ຝລັ່ງ ແຕ່ປີ 1897 ຂອງນາຍທະຫານເຮືອ ຝລັ່ງ Eugene Gibert ແລະ ຈິດຕະກອນຂອງພະລາດຊະວັງ ເຫ້ວ ທ່ານ ເລດືກແຈກ. ພາຍຫລັງ ກວ່າ 100 ປີທີ່ໄດ້ຮັບການຮັກສາໄວ້ໃນຫໍສະຫມຸດ ວັນນະຄະດີດ້ວຍຕົວຫນັງສືຄວັດແກະສະຫລັກ ແລະ ວັນນະຄະດີ ຝລັ່ງ, ເລື່ອງກາບກອນ ລູກເວີນຕຽນ ສະບັບຮ່າງ ໄດ້ຮັບການປະກາດ ແລະ ພິມຈຳຫນ່າຍເປັນປື້ມ 2 ເຫລັ້ມ ທີ່ມີຫົວຂໍ້ວ່າ: “ເລື່ອງກາບກອນ ລູກເວີນຕຽນ ”.
ເລື່ອງກາບກອນ ລູກເວີນຕຽນ
ພາບ:vietnamnet.vn
|
ປື້ມ ເລື່ອງກາບກອນ ລູກເວີນຕຽນ ສະບັບຮ່າງ ພຽງແຕ່ໄດ້ຮູ້ເຖິງ ເມື່ອສາດສະດາຈານ ຟານຮູຍເລ ໄປຢ້ຽມຢາມ ຝລັ່ງ ແລະ ພົບເຫັນເມື່ອປີ 2011. ໃນການຢ້ຽມຢາມສະຖາບັນ ເມື່ອວັນທີ 30/9/2011, ສາດສະດາຈານ ຟານຮູຍເລ ໄດ້ເຫັນ ເລື່ອງກາບກອນ ລູກເວີນຕຽນ ຂຽນດ້ວຍຕົວຫນັງສືຫວຽດເດີມ ຂອງນັກກະວີຮັກຊາດ ຫງວຽນດີງຈ໋ຽວ. ເລື່ອງກາບກອນ ລູກເວີນຕຽນ ທີ່ປະກອບດ້ວຍພາບສີ 1.200 ຮູບ ແລະ 633 ລວດລາຍ. ກ່ຽວກັບດ້ານສິລະປະ, ແຕ່ລະຫນ້າຂອງປື້ມເລື່ອງດັ່ງກ່າວ ລ້ວນແຕ່ໄດ້ຖືກຈັດຢ່າງງາມຕາ ດ້ວຍ ບົດກາບກອນມີ 14 ບາດຄູ່ 6, 8 ຄຳຢູ່ໃຈກາງ, ອ້ອມແອ້ມແມ່ນຮູບແຕ້ມ 4 ຮູບ. ຢູ່ເທິງ ແລະ ຢູຸ່ລຸ່ມແມ່ນບັນດາຮູບແຕ້ມກ່ຽວກັບເນື້ອໃນ, ສ່ວນຢູ່ເບື້ອງຊ້າຍ ແລະ ຂວາແມ່ນຮູບແຕ້ມທີ່ວາດພາບໃຫ້ເຫັນການກະທຳ, ແນວຄວາມຄິດຂອງຕົວລະຄອນ. ຜ່ານຮູບແຕ້ມຜູ້ອ່ານສາມາດເຂົ້າໃຈໄດ້ທຸກສິ່ງທຸກຢ່າງກ່ຽວກັບຊີວິດ, ຮີດຄອງປະເພນີຂອງປະຊາຊົນພາກໃຕ້ໃນສັດຕະວັດທີ 19. ສາດສະດາຈານ ຟານຮູຍເລ ແບ່ງປັນວ່າ:
“ນີ້ແມ່ນເອກະສານ ປະກອບສ່ວນເຂົ້າສາງວັນນະຄະດີ ເລື່ອງກາບກອນ ລູກເວີນຕຽນ ແຕ່ຄຸນຄ່າຕົ້ນຕໍຂອງສິ່ງພິມນີ້ແມ່ນ ເລື່ອງກາບກອນ ລູກເວີນຕຽນ ທີ່ຍາວຂຽນເປັນພາສາຫວຽດເດີມ ເປັນຄັ້ງທຳອິດໄດ້ວາດພາບດ້ວຍພາບສີ. ນີ້ແມ່ນພາບແຕ້ມທີ່ມີສີສັນຫລາກຫລາຍ, ມີຊີວິດຊີວາທີ່ສຸດ. ເມື່ອຊົມບັນດາພາບແຕ້ມ ພວກເຮົາເຫັນວ່າພາບມັນຄ້າຍຄືກັນກັບພາບພື້ນເມືອງ, ມີສີສັນຫລາກຫລາຍ ຫລືພາບພື້ນເມືອງ ດົງໂຮ່ ຢູ່ ບັກນີງ ກໍຄື ພາບແຕ້ມຢູ່ບ້ານສິ່ງ ເຫ້ວ ແລະພາບໃນພະລາດຊະວັງ. ຖ້າຄົ້ນຄ້ວາກ່ຽວກັບດ້ານສິລະປະ ຂ້າພະເຈົ້າຖືວ່າ ນີ້ແມ່ນສິ່ງພິມໄດ້ສ້າງຄວາມດູດດື່ມທີ່ສຸດ.”
|
ບໍ່ພຽງແຕ່ມີຄວາມໝາຍໃນການຊອກຮູ້ປະຫວັດແຫ່ງການແຕ້ມພາບສີເວົ້າລວມ, ດ້ານວິຈິດສິນ ຫວຽດນາມ ໃນທ້າຍສັດຕະວັດທີ 19 ຕົ້ນສັດຕະວັດທີ 20 ເວົ້າສະເພາະເທົ່ານັ້ນ, ຫາກປື້ມ ເລື່ອງກາບກອນ ລູກເວີນຕຽນ 2 ເຫລັ້ມ ຍັງແມ່ນໝາກຜົນຂອງການພົວພັນຮ່ວມມືອັນດີງາມ ແລະ ມີມາແຕ່ດົນນານລະຫວ່າງບັນດານັກຄົ້ນຄ້ວາ ສອງປະເທດ ຫວຽດນາມ ແລະ ຝລັ່ງອີກດ້ວຍ. ເລື່ອງກາບກອນ ລູກເວີນຕຽນ ຂອງຫງວຽນດີງຈ໋ຽວ ໄດ້ແປ່ເປັນພາສາ ຝລັ່ງ ແຕ່ປີ 1864. ໂດຍອີງໃສ່ ແມ່ພິມ ຂອງ Abel de Michel, ນາຍທະຫານເຮືອ ຝລັ່ງ Eugene Gibert ຈຶ່ງມີແນວຄວາມຄິດວາດພາບເລື່ອງນີ້ດ້ວຍພາບສີ. ທ່ານ Abel de Michel ພ້ອມກັບ ຈິດຕະກອນເລດືກແຈກ, ຊື່ງແມ່ນຈິດຕະກອນຂອງພະລາດຊະວັງເຫ້ວ ປະຕິບັດເລື່ອງນິທານລູກວັນຕຽນດ້ວຍພາບສີສະບັບຫນຶ່ງດຽວໃນໄລຍະແຕ່ປີ 1895-1897. ເມື່ອກັບຄືນເມືອ ຝລັ່ງ, ທ່ານໄດ້ມອບປື້ມດັ່ງກ່າວໃຫ້ສະພາມະຫາບັນດີດວັນນະຄະດີຕົວຫນັງສືແກະຄວັດສະຫລັກ ແລະ ວັນນະຄະດີ ຝລັ່ງ ໃນປີ 1899. ນັບແຕ່ໄລຍະນັ້ນເປັນຕົ້ນໄປ, ໃນຕະຫລອດກວ່າ 110 ປີ, ປື້ມ ເລື່ອງກາບກອນ ລູກເວີນຕຽນ ສະບັບຮ່າງໄດ້ຮັກສາໄວ້ໃນຫໍສະຫມຸດ ສັງກັດສະພາມະຫາບັນດີດ ຝລັ່ງ ຈົນເຖິງປີ 2011 ສາດສະດາຈານ ຟານຮູຍເລ ຈຶ່ງໄດ້ພົບເຫັນ. ດຣ Pascal Bourdeaux, ນັກຄົ້ນຄ້ວາຂອງສະຖາບັນຄົ້ນຄ້ວາຝ່າຍຕາເວັນອອກ ຂອງຝລັ່ງ, ຊື່ງແມ່ນຜູ້ປະຕິບັດການຮຽບຮຽງ, ອະທິບາຍໝາຍເຫດເພື່ອປະກາດປື້ມສະບັບຮ່າງໃຫ້ຮູ້ວ່າ: ເພື່ອປະຕິບັດກິດຈະການຄົ້ນຄ້ວານີ້, ທ່ານເອງ ແລະ ບັນດາເພື່ອນຮ່ວມງານຂອງຕົນໄດ້ໄປທຸກເຂດພາກຢູ່ຫວຽດນາມ ເພື່ອຊອກຫາເອກະສານທັງໝົດທີ່ກ່ຽວຂ້ອງ.
“ໃນວິວັດການໄປຊອກຮູ້ຄວາມຈິງ, ພວກຂ້າພະເຈົ້າຄົ້ນພົບປື້ມ ເລື່ອງກາບກອນ ລູກເວີນຕຽນ ຫລາຍສະບັບແຕກຕ່າງກັນ. ຄືພວກເຮົາໄດ້ຮູ້ນຳກັນແລ້ວ ເລື່ອງກາບກອນ ລູກເວີນຕຽນ ແມ່ນເລື່ອງກາບກອນ ບາດຄູ່ 6, 8 ຄຳ. ດ້ວຍກວ່າ 2000 ຄຳກາບກອນ ໂດຍເລົ່າຂານກັນມາໃນໝູ່ປະຊາຊົນ ສະນັ້ນ ມີຫລາຍເຫລັ້ມທີ່ແຕກຕ່າງກັນ. ກາບກອນ ຂອງ ຫງວຽນດີງຈ໋ຽວ ໄດ້ເລົ່າຂານກັນມາ ແລະ ເຜີຍແຜ່ຢ່າງກ້ວາງຂວາງໃນປະຊາຊົນທ້າຍສັດຕະວັດທີ 19. ແຕ່ວ່າ ເລື່ອງ ເລື່ອງກາບກອນ ລູກເວີນຕຽນ ພັດຫັນຈາກຕົວຫນັງສືຫວຽດເດີມເປັນພາສາຫວຽດ ແລະ ພາສາ ຝລັ່ງ ໄດ້ແຜ່ລາມອອກຢ່າງກວ້າງຂວາງກວ່າ ແລະ ເຜີຍແຜ່ຫລາຍກວ່າ.”
ຕາມສາດສະຈານ ຟານຮູຍເລ, ບັນດາສິ່ງພິມໂດຍບັນດານັກຄົ້ນຄ້ວາຂອງສອງປະເທດ ຫວຽດນາມ ແລະ ຝລັ່ງ ຮຽບຮຽງ ແມ່ນເຕັມໄປຈິດໃຈວັດທະນະທຳ, ສະແດງໃຫ້ເຫັນວັດທະນະທຳທ້ອງຖິ່ນ.
“ຂ້າພະເຈົ້າຮູ້ສຶກພາກພູມໃຈວ່າ ໃນວົງການນັກຮຽນຮູ້ ຝລັ່ງ, ມີບາງຄົນເຖິງວ່າໄດ້ມາຫວຽດນາມ ໃນສະໄຫມລ່າເມືອງຂຶ້ນ ແຕ່ເຂົາເຈົ້າມີຄວາມເອົາໃຈໃສ່ເຖິງວັດທະນະທຳຫວຽດນາມ ທີ່ສຸດ. ເລື່ອງ ເລື່ອງກາບກອນ ລູກເວີນຕຽນ ພ້ອມກັບເລື່ອງອື່ນອີກສະບັບຫນຶ່ງໄດ້ຮັບການປະກາດ ນັ້ນແມ່ນ ປື້ມວັນນະກຳຕົວຫນັງສືແກະຄວັດສະຫລັກ “ເຕັກນິກ ຊາວອານນາມ” ຂອງ Henri Oger. “ເຕັກນິກ ອານນາມ” ໄດ້ຮັບການປະກາດແມ່ນ ສ່ອງແສງເຖິງຊີວິດຂອງຊາວຮ່າໂນ້ຍ ແມ່ນບັນດາບົດປະພັນວັນນະຄະດີຈຳນວນຫນຶ່ງທີ່ມີຫົວຄິດປະດິດສ້າງ ແຕ່ມີການຮ່ວມງານກັບ ຄົນຫວຽດ, ມັນໄດ້ປະໄວ້ພວກເຮົາມໍລະດົກອັນລ້ຳຄ່າໃນວັດທະນະທຳພື້ນເມືອງຂອງ ຊາວຫວຽດນາມ.”
ພາຍຫລັງຄົ້ນຄ້ວາ, ຊອກຮູ້ມາເປັນເວລາໄລຍະຫນຶ່ງ ໂດຍຮັບຮູ້ໄດ້ຄວາມສຳຄັນ, ເປັນເອກະລັກສະເພາະຂອງ ເລື່ອງ ເລື່ອງກາບກອນ ລູກເວີນຕຽນ , ສະຖາບັນຄົ້ນຄ້ວາຝ່າຍຕາເວັນອອກຂອງ ຝລັ່ງ ໄດ້ຕັດສິນພິມເປັນປື້ມເພື່ອນຳເອົາເລື່ອງ ນີ້ມາໃຫ້ຜູ້ອ່ານທັງຫລາຍ. ເລື່ອງກາບກອນ ລູກເວີນຕຽນ ໄດ້ແປເປັນພາສາ ຫວຽດ, ອັງກິດ, ຝລັ່ງ, ໄດ້ຊ່ວຍໃຫ້ບັນດານັກວິທະຍາສາດມີແຫລ່ງເອກະສານອຸດົມສົມບູນໃນວຽກງານສອນພາສາ, ກາບກອນຫວຽດນາມໃນສັດຕະວັດທີ 19.