(vovworld) ຟ້ອນລຳອາຍລາວແມ່ນປະເພນີທີ່ເປັນມູນເຊື້ອ, ພຽງແຕ່ດຳເນີນໃນງານບຸນຢ໋ອງ, ໝູ່ບ້ານຟູ໋ດົງ, ເມືອງ ຢາເລິມ, ຮ່າໂນ້ຍ ເທົ່ານັ້ນ.ໂດຍໜ່ວຍຟ້ອນລຳອາຍລາວ, ບ້ານໂຫ້ຍຊ໋າ, ຕາແສງ ຟຸກເລີ້ຍ, ເມືອງລອງບຽນສະແດງ. ຟ້ອນລຳອາຍລາວ ແມ່ນບັນດາທຳນອງເພງ, ວາດຟ້ອນເດີມ ແລະ ຫາຍາກ, ເຊິ່ງຍັງຄົງຮັກສາໄວ້ຈົນເຖິງປະຈຸບັນ. ບໍ່ພຽງແຕ່ມີຈຸດທີ່ເປັນເອກະລັກສະເພາະດ້ວຍທຳນອງ, ວິທີຂັບເທົ່ານັ້ນ, ຫາກຟ້ອນລຳອາຍລາວຍັງມີຄວາມໝາຍດ້ານຈິດວີນຍານ, ມີຄຸນຄ່າປະຫວັດສາດ, ວັດທະນະທຳອີກດ້ວຍ. ດັ່ງນັ້ນຈຳເປັນຕ້ອງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ.
ຕາມເລື່ອງລາວທີ່ເລົ່າສືບກັນມາແຕ່ບູຮານຂອງຜູ້ເຖົ້າຜູ້ແກ່ໃນບ້ານ ໂຫ້ນຊ໋າແລ້ວ: ໜ່ວຍຟ້ອນລຳອາຍລາວໄດ້ຮັບການກຳເນີດຕິດພັນກັບເລື່ອງ ແທ໋ງຢ໋ອງ. ໃນໄລຍະເຈົ້າຊີວິດຮຸ່ງລຸ້ນທີ 6, ປະເທດ ວັນລາງມີສັດຕູ ເອິນຈາກທິດເໜືອເຂົ້າມາຮຸກຮານ. ທ່ານ ຢ໋ອງ, ຢູ່ບ້ານຝູ່ດົງ ໄດ້ຂີ່ມ້າເຫຼັກຂັບໄລ່ສັດຕູ ເອິນ. ພາຍຫຼັງໄດ້ຮັບໄຊຊະນະສັດຕູ ເອິນແລ້ວ, ແທ໋ງຢ໋ອງໄດ້ຂີ່ມ້າເຫຼັກຂຶ້ນຟ້າ. ແມ່ ແທ໋ງຢ້ອງໂສກເສົ້າ, ຄິດຮອດລູກຫຼາຍ. ພວກເດັກນ້ອຍລ້ຽງຄວາຍໃນບ້ານ ໂຫ້ຍຊ໋າ ໄດ້ຮັບຄຳສັ່ງຂອງເຈົ້າຊີວິດມາຟ້ອນລຳເພື່ອໃຫ້ແມ່ ຢ໋ອງ ບັນເທົາຄວາມຄິດຮອດລູກ. ແລະ ການຟ້ອນລຳອາຍລາວກໍ່ເລີ່ມມີມາແຕ່ເວລານັ້ນ. ທ່ານ ຫງວຽນຈ້ອງຮີງ, ຫົວໜ້າໜ່ວຍຟ້ອນລຳອາຍລາວໃຫ້ຮູ້ວ່າ: ປະຈຸບັນໜ່ວຍຍັງຄົງບຸລະນະຮັກສາບົດລຳເດີມ. ໃນງານບຸນ ຢ໋ອງ, ໜ່ວຍອາຍລາວຂັບລຳຫຼາຍບົດທີ່ສຸດ, ແຕ່ລະບົດມີເນື້ອໃນ ແຕກຕ່າງກັນເຊັ່ນ: ຂັບເວລາເຂົ້າວິຫານຖະຫວາຍເຄື່ອງຂອງບູຊາ; ຂັບບູຊາຢູ່ວິຫານເທື້ອງ, ຂັບບູຊາຢູ່ວິຫານ ແທ໋ງເໝົ້າ (ຜູ້ກຳເນີນແທ໋ງຢ໋ອງ); ຂັບກ່ຽວກັບເລື່ອງປະຫວັດສາດ (ເລົ່າຄືນເລື່ອງ ແທ໋ງຢ໋ອງຕໍູ່້ຕ້ານສັດຕູ ເອິນ); ຂັບກ່ຽວກັບວິຫານພາຍຫຼັງໄດ້ຮັບໄຊຊະນະ… ຮູບການສິລະປະພື້ນເມືອງນີ້ກໍ່ມີວິທີຂັບທີ່ເປັນເອກະລັກສະເພາະ, ເໝາະສົມກັບໄລຍະເວລາ, ແລະ ສະຖານທີ່ຂັບຮ້ອງ. ທ່ານ ຫງວຽນຈ້ອງຮີງ, ໃຫ້ຮູ້ວ່າ:
“ຈຸດທີ່ເປັນເອກະລັກສະເພາະທີ່ສຸດຂອງຂັບອາຍລາວນັ້ນແມ່ນຫັນບັນດາປະໂຫຍກ 6, 8 ຄຳ ກາຍເປັນບົດລຳທີ່ມີຄຳສັບຊ້ຳໄປຊ້ຳມາ, ຕ່າງກັບຮູບແບບອື່ນໆ. ເຄື່ອງດົນຕີແມ່ນກອງເປັນຕົ້ນ, ແລະຖືກຕີຕາມທຳນອງເພງ “.
ການສະແດງຟ້ອນລຳອາຍລາວ
(ພາບປະກອບ)
ຟ້ອນລຳອາຍລາວ ບໍ່ພຽງແຕ່ພິເສດສະເພາະໃນວິທີຂັບເທົ່ານັ້ນ, ຫາກເນື້ອໃນບົດລຳຍັງມີຄວາມໝາຍທາງຈິດວີນຍານ ແລະ ວັດທະນະທຳມະນຸດຢ່າງເລິກເຊິ່ງອີກດ້ວຍ. ດ້ວຍລັກສະນະແມ່ນຂັບລວມໝູ່, ຟ້ອນລຳອາຍລາວ ໄດ້ປະກອບສ່ວນເພີ່ມລັກສະນະສັກກະລະບູຊາ, ສະຫງ່າອົງອາດຂອງງານບຸນ ຢ໋ອງຂຶ້ນຕື່ມ. ຮອງສາສະດາຈານ, ປະລິຍາເອກ ຫງວຽນວັນຮູຍ, ຮອງຜູ້ອຳນວຍການສູນຄົ້ນຄ້ວາ ແລະ ເສີມຂະຫຍາຍຄູນຄ່າມໍລະດົກວັດທະນະທຳ ໃຫ້ຮູ້ວ່າ:
“ນັບແຕ່ດົນນານມາແລ້ວ, ຟ້ອນລຳອາຍລາວແມ່ນພາກສ່ວນໜຶ່ງທີ່ສຳຄັນ, ສ້າງເປັນຈຸດພິເສດສະເພາະໃຫ້ງານບຸນ ຢ໋ອງ, ພິເສດແມ່ນບັນດາບົດລຳທີ່ມີຄວາມໝາຍຈິດວີນຍານ. ທຳນອງເພງ, ວາດຟ້ອນ ແລະ ບັນດາສານທີ່ຖະຫວາຍຂື້ນ ແທ໋ງຢ໋ອງ, ແທ໋ງເໝົ້າ ແມ່ນບັນດາເລື່ອງລາວປະຫວັດສາດທີ່ໄດ້ຮັບການຖອດຖອນມາຈາກລຸ້ນຕ່າງໆ. ມໍລະດົກສິລະປະນີ້ມີຄວາມໝາຍດ້ານຈິດວີນຍານ, ປະຫວັດສາດ, ວັດທະນະທຳທີ່ໜ້ານັບຖື. ຍ້ອນເຫດນັ້ນ, ຖ້າຫາກຟ້ອນລຳບໍ່ຄົບປະໂຫຍກ, ບໍ່ຄົບຕອນ, ມັນຈະເຮັດໃຫ້ລັກສະນະສັກກະລະບູຊາ ແລະ ຄວາມເຄັ່ງຂຶມຂອງງານບຸນເສື່ອມຫາຍໄປ, ດ້ານອື່ນຍັງເຮັດໃຫ້ລັກສະນະສິລະປະຂອງມໍລະດົກທີ່ເປັນເອກະລັກສະເພາະນີ້ຖືກຫຼຸດລົງ.“
ຄຽງຂ້າງລັກສະນະພິເສດສະເພາະໃນວິທີຂັບແລ້ວ, ຟ້ອນລຳອາຍລາວຍັງມີຂໍ້ກຳນົດຢ່າງລະອຽດກ່ຽວກັບຜູ້ເຂົ້າຮ່ວມອີກດ້ວຍ. ປະຈຸບັນໜ່ວຍຟ້ອນລຳອາຍລາວມີສະມາຊິກ 28 ຄົນ, ແຕ່ຜູ້ທີ່ມີຄວາມສາມາດສືບທອດໃຫ້ຄົນລຸ້ນຫຼັງອາຍຸໄດ້ສູງແລ້ວ, ຜູ້ອາຍຸໜຸ່ມສຸດກໍ່ 35 ປີແລ້ວ. ຍ້ອນເຫດນັ້ນໜ່ວຍສິລະປະນີ້ພວມຊອກຫາລຸ້ນສືບທອດ. ທ່ານ ຫງວຽນບ໋າຈານ, ຜູ້ທີ່ເຄີຍຂັບລຳໃນໜ່ວຍດັ່ງກ່າວມາເປັນເວລາ 30 ກວ່າປີແລ້ວ, ໃຫ້ຮູ້ວ່າ:
“ກ່ອນນີ້, ພວກຂ້າພະເຈົ້າກຳນົດສະມາຊິກຂອງໜ່ວຍຟ້ອນລຳອາຍລາວຕ້ອງແມ່ນຜູ້ຊາຍຂອງບ້ານ, ສ່ວນຢູ່ທ້ອງຖີ່ນອື່ນແມ່ນບໍ່ໄດ້ເຂົ້າຮ່ວມ. ແຕ່ປະຈຸບັນ, ພວກຂ້າພະເຈົ້າມີອາຍຸສູງແລ້ວ, ດັ່ງນັ້ນຈະຕ້ອງເລືອກເຟັ້ນລຸ້ນໜຸ່ມສືບທອດ, ຖ້າຫາກນຳເຂົ້າໂຮງຮຽນ, ພວກຂ້າພະເຈົ້າເລືອກເຟັ້ນຈະງ່າຍກວ່າ“.
ໂດຍຮັບຮູ້ໄດ້ຄຸນຄ່າຂອງມໍລະດົກ, ນັບແຕ່ປີ 2015, ພະແນກ ວັດທະນະທຳ - ກິລາ ຮ່າໂນ້ຍ ໄດ້ສົມທົບກັບສູນຄົ້ນຄ້ວາ ແລະ ເສີມຂະຫຍາຍຄູນຄ່າມໍລະດົກວັດທະນະທຳຜັນຂະຫຍາຍໂຄງການ “ຄົ້ນຄ້ວາ, ຮັກສາປະເພນີສັງຄົມຟ້ອນ ແລະ ລຳອາຍລາວໄວ້“. ຄຽງຄູ່ກັນນັ້ນ ພະແນກ ວັດທະນະທຳ - ກິລາຮ່າໂນ້ຍ ກໍ່ໄດ້ສົ່ງສຳເນົາສະເໜີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ພິຈາລະນາ, ນຳເອົາຟ້ອນລຳອາຍລາວເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ຮູບການສິລະປະພື້ນເມືອງນີ້ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຕາມທິດໝັ້ນຄົງ.