ສາລາບ້ານຂອງຊົນເຜົ່າ ບານາ
( ພາບ: baomoi.com)
ຢູ່ເຂດທາງທິດເໜືອຂອງ ໄຕງວຽນ, ວົງຄະນະຍາດບັນດາຊົນເຜົ່າ ຢາຣາຍ, ບານາ, ເຊີດດັງ,ລ້ວນແຕ່ມີ ສາລາບ້ານ. ນີ້ແມ່ນແຫ່ງດຳເນີນບັນດາເຫດການ ທີ່ສຳຄັນຂອງໝູ່ບ້ານ, ແລະ ແມ່ນແຫ່ງທີ່ເຈົ້າກົກເຈົ້າເຫຼົ່ານາຍບ້ານ ຮຽກໂຮມຊາວບ້ານມາປຶກສາວຽກງານຕ່າງໆທີ່ສຳຄັນ ແລະ ຖ່າຍທອດໃຫ້ໄວໜຸ່ມກ່ຽວກັບບັນດາຄຸນຄ່າ ດ້ານວັດທະນະທຳ. ນີ້ກໍແມ່ນແຫ່ງຈັດບັນດາງານບຸນອັນເປັນປະເພນີ.
ໂດຍທົ່ວໄປແລ້ວ, ສາລາບ້ານຂອງຊາວເຜົ່າ ບານາຖືກກໍ່ຕັ້ງຂຶ້ນພາຍຫຼັງໝູ່ບ້ານໄດ້ຮັບການກໍ່ສ້າງ. ນີ້ຖືກຖືວ່າ ແມ່ນເຫດການທີ່ສຳຄັນຍິ່ງຂອງທັງໝູ່ບ້ານ, ດັ່ງນັ້ນ ຊາວບ້ານທຸກໆຄົນລ້ວນແຕ່ປະກອບເຫື່ອແຮງຂອງຕົນ. ບາງຄົນໄປຕັດຫຍ້າ, ບາງຄົນໄປຕັດຫວາຍ, ໄມ້ໃຜ່, ໄມ້ເຮ້ຍ. ບັນດາຜູ້ເຖົ້າຜູ້ແກ່ທີ່ມີປະສົບການຫຼາຍກ່ວາໝູ່ຢູ່ເຂດພູຜາປ່າໄມ້ຈະຕາງໜ້າໃຫ້ແກ່ໝູ່ບ້ານ ໄປຊອກຫາເນື້ອທີ່ດິນ ໂດຍເລືອກເອົາທີ່ຕັ້ງງາມໃຫ້ແກ່ໝູ່ບ້ານ. ເຂົາເຈົ້າຕ້ອງສະຫງວນເວລານັບອາທິດ, ຊ້ຳບໍໜຳກໍນັບເປັນເດືອນ ເພື່ອເລືອກເຟັ້ນເອົາບ່ອນຕັ້ງສາລາບ້ານ. ບ່ອນທີ່ຮັບເລືອກເປັນທີ່ຕັ້ງ ສາລາບ້ານນັ້ນ ຕ້ອງແມ່ນພື້ນທີ່ສູງ, ອາກາດເຢັນສະບາຍໃນລະດູຮ້ອນ, ແລະ ອົບອຸ່ນຍາມລະດູໜາວ. ພິເສດ ສາລາບ້ານຖືກກໍ່ຕັ້ງຢູ່ບ່ອນໃຈກາງຂອງໝູ່ບ້ານ, ຖ້າຫາກວ່າ ມາຮອດໝູ່ບ້ານຈາກທຸກສາລະທິດ ກໍລ້ວນແຕ່ເຫັນໄດ້ຫຼັງຄາຂອງ ສາລາບ້ານ. ການປຸກສ້າງ ສາລາບ້ານ ແມ່ນຖືກດຳເນີນຢ່າງລະອຽດລະອໍ, ໄລຍະເວລາດຳເນີນການປຸກສ້າງ ສາລາບ້ານແມ່ນສັ້ນຫຼືຍາວ ກໍຕ້ອງຂຶ້ນກັບຂະໜາດໃຫຍ່ນ້ອຍຂອງ ສາລາບ້ານ. ມີ ສາລາບ້ານບາງແຫ່ງຕ້ອງໃຊ້ເວລາດຳເນີນການກໍ່ສ້າງເຖິງ 2,3 ເດືອນ, ຫຼາຍກ່ວານັ້ນ ກໍຂຶ້ນເຖິງປີໜື່ງຈຶ່ງສຳເລັດ. ຍົກຕົວຢ່າງຄື ສາລາບ້ານ ກອນຕຸມເກີເບິ່ງ 2 ຢູ່ຕາແສງ ດັກເຣີວາ ນະຄອນ ກອນຕຸມ ມີລວງສູງ 16 ແມດ, ກ້ວາງ 5 ແມດ, ແລະຍາວ 14 ແມດ ຕ້ອງໃຊ້ເວລາດຳເນີນການກໍ່ສ້າງເຖິງປີໜື່ງຈຶ່ງສຳເລັດ. ເຈົ້າເຫຼົ່າ ອາຢິວ ຢູ່ໝູ່ບ້ານ ກອນຕຸມເກີເບິ່ງ 2 ໃຫ້ຮູ້ວ່າ : “ສາລາບ້ານຂອງເຮົາຖືກປຸກສ້າງ ເມື່ອປີ 2002, ໂດຍແມ່ນການປະກອບເຫື່ອແຮງຂອງຊາວບ້ານ. ແຕ່ລະຄົນຕ່າງກໍໄປຕັດຫຍ້າ, ຕັດໄມ້ມາເພື່ອປຸກສ້າງ. ພວກເຮົາແບ່ງເປັນກຸ່ມເພື່ອເຮັດ, ແຕ່ລະກຸ່ມປະກອບດ້ວຍ 30 –40 ຄົນ. ສາລາບ້ານຂອງເຮົາ ຕ້ອງໃຊ້ເວລາກໍ່ສ້າງເຖິງປີໜື່ງຈຶ່ງສຳເລັດ”
ສາລາບ້ານບໍ່ພຽງແຕ່ເປັນສະຖານທີ່ຈັດຕັ້ງ ພິທີ, ງານບຸນປະເພນີ, ເປັນບ່ອນໂຮມປະຊຸມ, ລະຫຼິ້ນເທົ່ານັ້ນ, ຫາກຍັງແມ່ນແຫ່ງທີ່ມີກຳລັງແຮງດ້ານຈິດໃຈຢ່າງໃຫຍ່ຫຼວງ, ແມ່ນແຫ່ງເຕົ້າໂຮມຄວາມສາມັກຄີຜູກພັນກັນລະຫວ່າງທຸກໆຄົນໃນໝູ່ບ້ານ. ເຈົ້າເຫຼົ່າ ອາຍົນ ຢູ່ໝູ່ບ້ານ ກອນເຊີລາມ 1 ຕາແສງ ເຈືອງຈິງ ນະຄອນ ກອນຕຸມ ໃຫ້ຮູ້ວ່າ : “ສາລາບ້ານແມ່ນແຫ່ງເພື່ອໃຫ້ສະພາເຈົ້າກົກເຈົາເຫຼົ່າ ແລະ ສະມາຊິກທຸກຄົນໃນສະພາ ໂຮມປະຊຸມເພື່ອແກ້ໄຂວຽກງານຕ່າງໆຂອງໝູ່ບ້ານ. ນັບແຕ່ປາງກອ່ນ, ກໍມີ ສາລາບ້ານແລ້ວ. ໝູ່ບ້ານນ້ອຍກໍ່ຕັ້ງ ສາລານ້ອຍ, ໝູ່ບ້ານໃຫຍ່ກໍ່ຕັ້ງ ສາລາໃຫຍ່”
ຕາມການເວລາ, ຍ້ອນຜົນກະທົບຈາກກົນໄກການຕະຫຼາດ, ບັນດາການປ່ຽນແປງໃນຊີວິດສັງຄົມ, ການຫັນເປັນຕົວເມືອງ ແລະ ..... ສາລາບ້ານຫຼາຍແຫ່ງຂອງຊາວເຜົ່າ ບານາເວົ້າສະເພາະ ແລະ ຢູ່ເຂດ ໄຕງວຽນ ເວົ້າລວມໄດ້ຄ່ອຍໆຖືກຊຸດໂຊມ. ແຕ່ໂຊກດີ ເມື່ອອຳນາດການປົກຄອງ ແລະ ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບໄດ້ເຫັນເຖິງຄວາມສຳຄັນຂອງ ສາລາບ້ານ ແລະ ໄດ້ມີບັນດາມາດຕະການຢ່າງຖືກຕ້ອງ ເພື່ອແນໃສ່ອະນຸລັກຮັກສາ. ດັ່ງທີ່ ຄະນະພັກແຂວງ ກອນຕຸມ ໄດ້ອອກມະຕິກ່ຽວກັບການຟື້ນຟູ ສາລາບ້ານ. ຍ້ອນເຫດນີ້, ສາລາບ້ານເກືອບທັງໝົດຂອງຊາວເຜົ່າ ບານາ ຢູ່ກອນຕຸມ ຍັງຄົງສາມາດຮັກສາສີສັນຂອງເຜົ່າຕົນ ຄືຖືກເຮັດດ້ວຍໄມ້, ຫຍ້າ, ໄມ້ໃຜ່ໄມ້ເຮ້ຍ.... ແລະຍ້ອນມີແຫຼ່ງທຶນໜູນຊ່ວຍຂອງລັດ, ບັນດາ ສາລາບ້ານຍັງຖືກບູລະນະສ້ອມແປງຢ່າງໃຫຍ່ໂຕໂອຖົງ ແລະ ສວຍງາມກ່ວາເກົ່າ .
ນອກຈາກການນຳໃຊ້ດ້ວຍຈຸດປະສົງຕ່າງໆທີ່ມີມານັບພັນປີແລ້ວ, ປະຈຸບັນສາລາບ້ານຍັງຖືກນຳໃຊ້ສຳລັບວຽກງານຕ່າງໆຂອງໝູ່ບ້ານໃນຍຸກທັນສະໄໝອີກດ້ວຍ. ຍົກຕົວຢ່າງຄ່ືຢູ່ບັນດາໝູ່ບ້ານຊາວເຜົ່າ ບານາ ທີ່ ກອນຕຸມ, ພໍ່ແມ່ປະຊາຊົນລ້ວນແຕ່ຈັດພິທີເຄົາລົບທຸ່ງຊາດໃນທຸກໆຕອນເຊົ້າວັນຈັນປະຈຳອາທິດຢູ່ ເດີນ ສາລາບ້ານ. ທ່ານ ອາແບງ ນາຍບ້ານ ກອນກະລໍ 2 -ຕາແສງ ດັກເຣີວາຍ ນະຄອນກອນຕຸມເວົ້າວ່າ : “ ຕອນເຊົ້າວັນຈັນ, ຈັດພິທີເຄົາລົບທຸ່ງຊາດຢູ່ ສາລາບ້ານ , ເຮົາຈະລາຍງານ ໃຫ້ພໍ່ແມ່ພີນ້ອງຮັບຊາບບັນດາວຽກງານ ທີ່ສຳຄັນຂອງໝູ່ບ້ານ ໃນອາທິດແລ້ວນີ້, ແຜນການຂອງອາທິດທີ່ຈະເຖິງ, ແລ້ວກໍຮອດວຽກງານ ຜັນຂະຫຍາຍໂດຍບັງເອີນ, ຍົກຕົວຢ່າງ ຄື: ສັກຢາກັນພະຍາດປາກເປື່ອຍລົງເລັບ....ຍ້ອນມີປະສິດທິຜົນ ແລະ ຕິດແທດຕົວຈິງ, ດັ່ງນັ້ນພໍ່ແມ່ປະຊາຊົນ ມາຮ່ວມຢ່າງພ້ອມພຽງ ”
ສາລາບ້ານຢູ່ເຂດ ໄຕງວຽນ ເວົ້າລວມ ແລະ ສາລາບ້ານຂອງຊົນເຜົ່າ ບານາ ເວົ້າສະເພາະ ແມ່ນສັນຍາລັກ ດ້ານວັດທະນະທຳທີ່ເປັນມູນເຊື້ອ ແລະ ເປັນ ເອກະລັກສະເພາະຂອງວົງຄະນະຍາດບັນດາເຜົ່າສ່ວນໜ້ອຍໃນເຂດ. ຖ້າຫາກ ສາມາດຮັກສາ ສາລາບ້ານໄດ້ນັ້ນ, ພວກເຮົາກໍສາມາດຮັກສາໄດ້ “ ໝາກຫົວໃຈ ” ຂອງໝູ່ບ້ານ, ຊຶ່ງແມ່ນແຫ່ງເກັບຮັກສາບັນດາເທບນິຍາຍໃນປະຫວັດສາດເດີມ, ບັນດາຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອ. ຈາກນັ້ນ ກໍສາມາດຮັກສາຊີວິດດ້ານຈິດໃຈທີ່ອຸດົມສົມບູນ, ຫຼາຍຮູບຫຼາຍສີ. ພ້ອນກັນນັ້ນ ກໍສາມາດກ້າວຂຶ້ນສູ່ບັນດາຄຸນຄ່າດ້ານວັດທະນະທຳຍຸກປະຈຸບັນ ໂດຍແທດເໝາະກັບທ່າອຽງພັດທະນາຂອງສັງຄົມ.