(vovworld)- ໃນເຮືອນແຫ່ງສາຍຈິດມິດໃຈໂດຍພັກ, ລັດ, ກອງທັບ ແລະ ອຳນາດການປົກຄອງທ້ອງຖິ່ນມອບໃຫ້ນັ້ນ, ນັກວິລະຊົນກຳລັງປະກອບອາວຸດມົວອາປາວ ອາຍຸກ່ວາ 80 ປີແລ້ວແຕ່ຍັງເມົາມົວເປົາແຄນຊື່ງແມ່ນເຄື່ອງດົນຕີປະເພດ 1 ຂອງຊາວເຜົ່າມົ້ງ ນີ້ແມ່ນແຄນທີ່ໄດ້ຕິດຕົວທ່ານໃນຊຸມປີຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ. ເມື່ອສຽງແຄນດັງຂຶ້ນ, ທ່ານໄດ້ຄິດເຖິງບັນດາອະນຸສອນໃນເມື່ອກ່ອນ, ໂດຍສະເພາະແມ່ນອະນຸສອນໃນການພົບກັບລຸງໂຮ່ຄັ້ງຕ່າງໆ.
ທ່ານມົວອາປາວ (ກາງ) ແລະ ລູກຫຼານ
(ພາບ: Hoàng Nghiệp-vov)
ໂດຍໄດ້ຮັບການຕື່ນຕົວປະຕິວັດ, ທ່ານປາວ ແລະ ປະຊາຊົນຈຳນວນໜຶ່ງໄດ້ຕິດຕໍ່ພົວພັນກັບກອງຫຼອນຢ່າງໄວວາ, ເຂົ້າຮ່ວມການດັບສູນພວກຄົນຮ້າຍ, ສູ້ຮົບເປັນຫຼາຍຄັ້ງເຮັດໃຫ້ສັດຕູຢ້ານກົວເສຍຂວັນ. ດ້ວຍຜົນງານໃນການຕໍ່ສູ້ທີ່ອົ່ງອາດກ້າຫານ, ປີ 1966, ທ່ານໄດ້ຮັບການເລື່ອນຊັ້ນເປັນຮ້ອຍໂທ ແລະ ໄດ້ກັບເມືອພົບກັບລຸງໂຮ່. ທ່ານປາວຫວນຄືນວ່າ:
“ເມື່ອພົບກັບລຸງໂຮ່ເປັນຄັ້ງທຳອິດ, ລຸງຖາມຂ້ອຍວ່າ: ເຈົ້າເປັນຄົນເຜົ່າໃດ. ຂ້ອຍໄດ້ຕອບວ່າ: ຂໍຮຽນລຸງ, ຫຼານເປັນຊາວເຜົ່າມົ້ງ. ລຸງຖາມອີກວ່າ: ເຈົ້າຢູ່ໃສ, ຂ້ອຍໄດ້ຕອບວ່າ: ຂໍຮຽນລຸງ, ຫຼານຢູ່ດ້ຽນບຽນ-ລາຍເຈົາ. ຂ້ອຍຈົດຈຳຄຳສັ່ງສອນຂອງລຸງໂຮ່ໃນເວລານັ້ນທີ່ສຸດ; ລຸງເວົ້າວ່າ, ອວຍພອນເຈົ້າຮ່ຳຮຽນໃຫ້ດີ, ສູ້ຮົບເກັ່ງ, ປົກປັກຮັກສາປະເທດຊາດ, ປົດປ່ອຍຊາດ. ຄຳສັ່ງສອນຂອງລຸງໄດ້ຝັງເລິກໃນດວງໃຈຂອງຂ້ອຍ ແລະ ຂ້ອຍຍິ່ງມີຄວາມຕັດສິນໃຈປະກອບສ່ວນຈົນສຸດຄວາມສາມາດຂອງຕົນເພື່ອຍາດເອົາເອກະລາດ, ປົກປັກຮັກສາປະເທດຊາດ“.
(ພາບ: http://baolaichau.vn)
ພາຍຫລັງໄດ້ພົບກັບລຸງໂຮ່, ທ່ານປາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ ແລ້ວຖືກສົ່ງໄປເຂົ້າຮ່ວມໜ່ວຍຊ່ຽວຊານໄປຊ່ວຍປະເທດລາວ ແລະ ເປັນທູດສັນຕິພາບຂົນຂວາຍຊາວເຜົ່າມົ້ງ ຖືກພວກອາເມລິກາ ຈອບອອຍ ພ້ອມກັບພວກ ປຸ້ນ 3 ກອງພັນ ບໍ່ປະຕິບັດບັນດາການເຄື່ອນໄຫວຕ້ານທຳລາຍການປະຕິວັດ, ກັບຄືນຮັບໃຊ້ປະເທດຊາດ. ດ້ວຍສຽງແຄນຂອງຊາວເຜົ່າມົ້ງ, ບັນດາບົດເພງພື້ນເມືອງ ພ້ອມກັບທັກສະໃນການຂົນຂວາຍຂອງຕົນ, ທ່ານໄດ້ຂົນຂວາຍພວກກອງປຸ້ນກອງພັນ 1 ຂອງວ່າງປາວ ສະໝັກໃຈມອບອາວຸດກັບຄືນຫາການປະຕິວັດ. ພາຍຫຼັງວິລະກຳດັ່ງກ່າວ, ທ່ານມົວອາປາວ ເປັນກຽດໄດ້ພົບກັບລຸງໂຮ່ເປັນຄັ້ງທີ 2. ທ່ານເລົ່າຄືນດ້ວຍຄວາມຕື້ນຕັນໃຈວ່າ:
“ປີ 1968, ຂ້ອຍໄດ້ພົບກັບລຸງໂຮ່ເປັນເທື່ອທີ 2 ຢູ່ຮ່າໂນ້ຍ, ຂ້ອຍໄດ້ຈື່ຈຳທີ່ສຸດ, ເວລານັ້ນ, ລຸງໄດ້ເວົ້າກັບບັນດານັກວິລະຊົນວ່າ: ພວກເຈົ້າລ້ວນແຕ່ແມ່ນນັກວິລະຊົນ, ຕ້ອງພະຍາຍາມຕໍ່ສູ້ ແລະ ໃນວຽກງານການເມືອງແນວຄິດ, ໂດຍສະເພາະແມ່ນວຽກງານຂົນຂວາຍປະຊາຊົນແມ່ນສຳຄັນທີ່ສຸດ. ສະນັ້ນ, ຂ້ອຍຍິ່ງມີຄວາມຕັດສິນໃຈປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່“.
ໂດຍໄດ້ຈົດຈຳຄຳສັ່ງສອນຂອງລຸງໂຮ່, ມົວອາປາວ ສະໝັກໃຈກັບຄືນຮັບໜ້າທີ່ຢູ່ສະໜາມຮົບລາວ, ທ່ານໄດ້ຂົນຂວາຍພວກກອງປຸ້ນເຜົ່າມົ້ງ 3 ກອງຮ້ອຍ ອອກມາ ຍອມຈຳນົນ. ພາຍຫລັງວິລະກຳດັ່ງກ່າວ, ມົວອາປາວ ໄດ້ຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນຫວຽດນາມ ແລະ ໄດ້ພົບກັບລຸງໂຮ່ເປັນຄັ້ງທີ 3 ເມື່ອປີ 1969.
ເມື່ອສັນຕິພາບໄດ້ກັບຕ່າວຄືນມາ, ໂດຍກັບຄືນສູ່ຊີວິດເປັນປົກກະຕິ, ທ່ານປາວ ສືບຕໍ່ເສີມຂະຫຍາຍທາດແທ້ຂອງອ້າຍທະຫານລຸງໂຮ່ ຊື່ງເປັນຜູ້ຖືກຫຼໍ່ຫຼອມໃນໄລຍະສົງຄາມອັນດຸເດືອດ, ທ່ານໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ໄດ້ດຳລົງບັນດາຕຳແໜ່ງແຕກຕ່າງກັນຢູ່ທ້ອງຖິ່ນ. ອ້າຍມົວອາເລັ່ງ, ລູກຊາຍກົກຂອງທ່ານມົວອາປາວ, ປະຈຸບັນພວມເຮັດວຽກຢູ່ກອງບັນຊາການຕຳຫຼວດເມືອງຊີ່ນໂຮ່ ໄດ້ເວົ້າກ່ຽວກັບພໍ່ຂອງຕົນດ້ວຍຄວາມເອກອ້າງທະນົງໃຈວ່າ:
“ຂ້ອຍມີຄວາມເອກອ້າງທະນົງໃຈທີ່ສຸດກ່ຽວກັບພໍ່ຂອງຕົນ, ຍາມໃດ, ພໍ່ກໍ່ແມ່ນຜູ້ມຸ້ງໄປສູ່ການປະຕິວັດ, ອຸທິດສ່ວນໃຫ້ແກ່ປະເທດຊາດ. ຍາມໃດຂ້ອຍກໍ່ພະຍາຍາມສູ້ຊົນຝຶກຝົນຫຼໍ່ຫຼອມ ຮຽນຕາມແບບຢ່າງຂອງພໍ່ ແລະ ສຶກສາອົບຮົມລູກຫຼານຕ້ອງພະຍາຍາມຮ່ຳຮຽນ ເພື່ອໃຫ້ໃນອະນາຄົດຈະມີຊີວິດທີ່ອີ່ມໜຳສຳລານ, ແມ່ນຜູ້ມີປະໂຫຍດຕໍ່ສັງຄົມ“.
ເຖິງວ່າມີອາຍຸສູງແລ້ວກໍ່ຕາມແຕ່ອະນຸສອນກ່ຽວກັບການພົບປະກັບລຸງໂຮ່ 3 ເທື່ອຍາມໃດກໍຝັງເລິກໃນດວງໃຈຂອງທ່ານມົວອາປາວ. ນີ້ແມ່ນກຳລັງໜູນເພື່ອໃຫ້ນັກຮົບກຳລັງປະກອບອາວຸດຊາວເຜົ່າມົ້ງຢູ່ຊີ່ນໂຮ່-ລາຍເຈົາ ພ້ອມກັບລູກຫຼານ ສືບຕໍ່ປະກອບກຳລັງແຮງຂອງຕົນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ./.